ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

Robin Williams ດາລາຕະຫລົກ ທີ່ມີຊື່ສຽງຂອງ ສະຫະລັດ ເສຍຊີວິດແລ້ວ (ວີດີໂອ/ສະໄລດ໌)


ມີການສົ່ງຄຳຍ້ອງຍໍສັນລະເສີນເປັນຈຳນວນຫຼວງຫຼາຍ​ໄປ
ໃຫ້​ດາລານັກ​ຕະຫລົກ Robin Williams ​ທີ່​ໄດ້​ຖືກ​ພົບ​ເຫັນ
ເສຍ​ຊີ​ວິ​ດ ຢູ່​ທີ່ເຮືອນ​ຂອງທ່ານ ໃກ້​ກັບນະຄອນ San
Francisco ລັດ California ໃນອັນທີ່ປາກົດວ່າ ເປັນການ
​ຂ້າ​ໂຕ​ຕາຍ ຮວມອາຍຸ​ໄດ້ 63 ປີ.

ປະທານ​າທິບໍດີ Barack Obama ​ໄດ້​ສັນລະ​ເສີນ​ທ່ານ
Williams ວ່າ ​ເປັນ ນັກສະແດງ“​ທີ່​ບໍ່​ນຳ​ແບບໃຜ” ທີ່​ໄດ້​ສຳ
ພັດທຸກໆ​ພາກສ່ວນຂອງຈິດໃຈ​ມະນຸດ.”

ນັກສະ​ແດງ Steve Martin ​ຊຶ່ງ​ເປັນດາຣາຮ່ວມ​ສະ​ແດງ ກັບ​ທ່ານ
William ​ໃນ​ເລື່ອງ“Waiting for Godot” ​ໄດ້​ຂຽນ​ຢູ່ໃນ​ໜ້າ Twitter ວ່າ “ບໍ່ມີຫຍັງ ທີ່
ເຮັດໃຫ້ທ່ານຕື່ນຕົກ​ໃຈ​ໄປ​ຫລາຍ​ກວ່າ​ການ​ສູນ​ເສຍທ່ານ Robin Williams ຜູ້​ທີ່​ເປັນ
ໜ້າ​ນັບຖື ມີພອນ​ສະຫວັນ​ອັນ​ຍິ່ງ​ໃຫຍ່ ​ເປັນ​ຄູ່​ຮ່ວມສະ​ແດງ ​ແລະ​ມີຈິດ ​ວິນ​ຍານ​ອັນ​ສູງ​ສົ່ງ.”

ບັນດາ​ເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນ ກ່າວ​ວ່າ ​ເຂົາ​ເຈົ້​າ​ເຊື່ອ​ວ່າ ການ​ເສຍ​ຊີວິດ​ຂອງ​ທ່ານ Willams
​ເກີດ​ຈາກສະພາບທີ່ຂາດອາກາດໃນການຫາຍ​ໃຈ ​ແຕ່ວ່າ ສາ​ເຫດ​ຂອງ​ການ​ເສຍ​ຊີວິດທີ່
​ແທ້​ຈິງ​ນັ້ນ ຍັງ​ຢູ່​ພາຍ​ໃຕ້​ການ​ສືບສວນ.

ຜູ້​ຕາງໜ້າ​ນັກ​ໃຫ້ຄວາມບັນເທີ​ງທ່ານນີ້ ​ໄດ້​ອອກ​ຖະ​ແຫລ​ງການ​ໃນຕອນ​ແລງ​ວັນ​ຈັນ​ວານ​
ນີ້​ວ່າ ທ່ານ Williams ​ໄດ້​ຕໍ່ສູ້​ກັບ​ໂຣກຊຶມ​ເສົ້າຫວ່າງ​ມໍ່ໆ​ມາ​ນີ້. ທ່ານ Williams ​ໄດ້​ເລີ້ມ​ມີ
​ບັນ​ຫາ​ກ່ຽວ​ກັບ​ການ​ໃຊ້​ຢາ​ເສບ​ຕິດແລະ​ດື່ມເຫລົ້າ ​ໃນ​ຕອນ​ ຕົ້ນ​ຂອງ​ການ​ເລີ້ມອາ​ຊີ​ບ
ຂອງທ່ານ ​ແລະ​ໄດ້ເຂົ້າໄປຮັກສາ​ປິ່ນ​ປົວຢູ່​ສູນກາງບຳ ບັດ ບໍ່ພໍ​ເທົ່າ​ໃດ​ອາທິດ​ທີ່​ຜ່ານ
​ມານີ້ເພື່ອ​ຊ່ວຍ​ຮັກສາ​ໃຫ້ທ່ານຫາຍດີຈາກການດື່ມເຫຼົ້າ.

ທ່ານ Williams ​ໄດ້​ເປັນ​ນັກເລົ່າເລື້ອງຕະຫລົກ ​ເວລາ​ທ່ານ​ໄດ້ເລີ້ມ​ປາກົດຕົວ​ທາງໂທລະ
​ພາບເປັນເທື່ອທຳອິດ ​ໃນ​ທ້າຍຊຸມ​ປີ 1970 ໂດຍສະ​ແດງ​ເປັນ​ຄົນ​ທີ່​ມາ​ຈາກ​ໂລກ​ອື່ນ ຢູ່​
ໃນ​ເລື່ອງ​ຕະຫລົກ “Mork and Mindy.” ທ່ານ​ໄດ້​ເລື່ອນ​ຂື້ນ​ໄປສະ​ແດງ​ຮູບ​ເງົາ ​ແລະ​ໄດ້
​ປະສົບຜົນສຳເລັດ​ໃນ​ຫລາຍໆ​ບົດບາດ ຮວມ​ທັງ “Mrs. Doubtfire” “Good Morning
Vietnam,” “Dead Poet Society,” ​ແລະ “Good Will Hunting,” ທີ່​ເຮັດ​ໃຫ້​ທ່ານ​ໄດ້​
ຮັບລາງວັນຕຸກ ກະຕາຄຳ Academy Award ໃນການ​ເປັນນັກສະ​ແດງສະໜັບສະໜຸນ
ທີ່​ດີ​ເລີດ ​ໃນ​ປີ 1998.

ROBIN WILLIAMS OBIT VO
please wait

No media source currently available

0:00 0:00:54 0:00

XS
SM
MD
LG