ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີທາງອາກາດ ຂອງແນວໂຮມ ຕໍ່ໂຮງກັ່ນນ້ຳມັນ ໃນຊີເຣຍ ສັງຫານ 30 ຄົນ


ແຜນທີ່ຊີເຣຍ
ແຜນທີ່ຊີເຣຍ

ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ກຸ່ມ​
ແນວ​ໂຮມ ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ​ໄດ້​ຖື​ກ​ໂຮງ​
ກັ່ນນ້ຳມັນ​ແຫ່ງ​ນຶ່ງ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ​ໃນ​ວັນ​ອາທິດ
​ວານ​ນີ້ ເຮັດ​ໃຫ້​ມີ​ຄົນເສຍ​ຊີວິດ​ໄປ 30 ຄົນ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ຫຼື Syrian Observatory
for Human Rights ທີ່​ຕັ້ງ​ຢູ່​ໃນ​ອັງກິດ ​ແລະໃຊ້​ເຄືອ​ຂ່າຍ​
ແຫຼ່ງຂ່າວ​ຈາກ​ຫຼາຍ​ບ່ອນ​ໃນ​ທົ່ວ​ຊີ​ເຣຍ ​ເພື່ອ​ຕິດຕາມ​ເບິ່ງ​
ຄວາມ​ຮຸນ​ແຮງ​ຢູ່​ທີ່​ນັ້ນ ກ່າວ​ວ່າ ກຸ່ມ​ລັດ​ອິສລາມ​ເປັນ​ຜູ້​ດຳ​
ເນີນ​ການ​ໂຮງ​ກັ່ນ​ນ້ຳມັນ​ດັ່ງກ່າວ ​ແລະ​ວ່າ​ພວກ​ທີ່​ເສຍ​ຊີວິດ
​ແມ່ນ​ຮວມທັງ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ ​ແລະພວກ​ພະນັກ
ງານ​ເຮັດ​ວຽກ​ໃນ​ໂຮງ​ກັ່ນ​ນ້ຳມັນ​.

ອີງ​ຕາມ​ຂ່າວ​ຂໍ້​ມູນ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກໍ​ແມ່ນ​ວ່າ ຝູງ​ເຮືອບິນ​ລົບ​ຂອງ​ຝ່າຍ​ປະສົມ ທີ່ໃຫ້ການ​ສະໜັບສະໜຸນ​ແກ່​ກອງທັບ ​ອີຣັກ​ໃນ​ການ​ບຸກ​ໂຈມ​ຕີ ​ເພື່ອຍຶດ​ເອົາ​ດິນ​ແດນ​ຄືນ​ຈາກ​ພວກ​ນັກ​ຕໍ່ສູ້​ກຸ່ມ​ລັດ​ອິສລາມນັ້ນ ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດ​ຫຼາຍກວ່າ 2300 ຄັ້ງ ​ໃນ​ອີຣັກ ​ແລະ​ໃນ​ຊີ​ເຣຍ ນັບ​ແຕ່​ເດືອນ​ສິງຫາ​ປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ການ​ໂຈມ​ຕີ​ເຫຼົ່າ​ນີ້ ​ແມ່ນຮວມທັງ​ການ​ໂຈມ​ຕີ​ຫວ່າງ​ໄວໆ​ມາ​ນີ້ ​ເພື່ອ​ຕອບ​ສະໜອງ​ຕໍ່​ຄຳ​ຂໍ​ຮ້ອງ​ຈາກ​ລັດຖະບານອີຣັກ ​ເພື່ອ​ຊ່ອຍ​ປົກ​ປ້ອງ​ເຄື່ອງ​ວັດຖຸ​ໂບຮານ​ຕ່າງໆ​ຂອງ​ປະ​ເທດ ຊຶ່ງ​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ການ​ທຳລາຍໂດຍ​ພວກ​ຫົວ​ຮຸນ​ແຮງ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະ
ດາ​ຜ່ານ​ມານັ້ນ.

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ຢູ່​ໃນ​ຖະ​ແຫຼ​ງ ການ​ສະບັບ​ນຶ່ງ​ໃນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ “ມີ​ຄວາມ​ໂກດ​ແຄ້ນ ​ຫຼາຍ "ນຳ​ການ​ທຳລາຍ​ສະຖານ​ທີ່​ວັດທະນະທຳ​ແຫ່ງ​ຕ່າງໆ ຮວມທັງສະຖານ​ທີ່​ມູນ​ມໍລະດົກ​ໂລກ​ຂອງ​ອົງການ UNESCO ທີ່​ເມືອງ Hatra​ໃນ​ພາກ​ເໜືອ​ຂອງ​ອີຣັກນັ້ນ.

In Their Own Words: Citizens of Kobani
please wait

No media source currently available

0:00 0:01:05 0:00

XS
SM
MD
LG