ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກຫົວຮຸນແຮງ ລັດອິສລາມ ລັກພາໂຕ ຊາວຄຣິສ ອາສຊີເຣຍ 90 ຄົນ


ພວກຫົວຮຸນແຮງ ລັດອິສລາມ ລັກພາໂຕຊາວຄຣິສ ອາສຊີເຣຍ 90 ຄົນ.
ພວກຫົວຮຸນແຮງ ລັດອິສລາມ ລັກພາໂຕຊາວຄຣິສ ອາສຊີເຣຍ 90 ຄົນ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ໃນ​ວັນອັງ​ຄານ​ມື້​ນີ້​ວ່າ ພວກ​ຫົວ​ຮຸນ
​ແຮງ​ລັດ​ອິສລາມ ​ໄດ້​ລັກພາໂຕ ຢ່າງໜ້ອຍ​ 90 ຄົນ ຈາກໝູ່
ບ້ານຕ່າງໆຂອງ​ຊາວ​ Assyrian ທີ່ນັບຖື​ສາສະໜາ​ຄຣິສ ຢູ່ໃນ
ພາກ​ຕາ​ເວັນ​ອອກສຽງເໜືອ ຂອງ​ຊີ​ເຣຍ.

ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍຊຶ່ງມີຫ້ອງການຢູ່ປະເທດ
ອັງກິດ ທີ່ໄດ້ຕິດຕາມ ເບິ່ງ​ສະຖານະການໃນ​ຊີ​ເຣຍ ກ່າວວ່າ
ພວກ​ຫົວ​ຮຸນ​ແຮງ​ໄດ້​ລັກພາ​ໂຕ​ປະຊາ​ຊົນ ຫລັງ​ຈາກ​ໄດ້​ເຂົ້າ
ຍຶດ​ເອົາບ້ານ Tal Shamiram ​ແລະ​ໝູ່​ບ້ານອື່ນໆຂອງຊາວ
Assyrian ​ໃນ​ແຂວງ Hassakeh.

ການ​ລັກພາ​ໂຕ​ທີ່ວ່ານີ້ ມີຂຶ້ນຫລັງຈາກ​ໄດ້ເກີດການ​ປະ​ທະ​ກັນ​ໃນ​ວັນ​ຈັນ​ວານ​ນີ້ ​ຢູ່ໃນ​ຂົງ​
ເຂດ​ດັ່ງກ່າວ ລະຫວ່າງພວກນັກ​ລົບ​ຊາວເຄີດ ​ແລະ​ກຸ່ມ​ລັດ​ອິສລາມ. ຊາວ​ເຄີ​ດໄດ້ເປີດ
ສາກ​ໂຈ​ມຕີ ໃນ​ເຂດ​ທີ່ຢູ່​ໃກ້​ກັບ​ຊາຍ​ແດນ​ອີຣັກ ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ​ໂດຍ​ໄດ້ຮັບການ
ສະໜັບ​ສະ​ໜູນ ​ຈາກກາ​ນໂຈມຕີທາງອາກາດ ຕໍ່ພວກ​ຫົວ​ຮຸນ​ແຮງ ໂດຍແນວໂຮມ ພາຍ
ໃຕ້ການນຳພາ​ຂອງສະຫະລັດ.

ກອງທັບ​ສະຫະລັດ​ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ 11 ຖ້ຽວ​ບິນ ໃນ​ວັນ​ອາທິດ​ທີ່​ຜ່ານ
​ມາ ​ທີ່ແຂວງ Hassakeh ​ໄດ້​ຖືກ​ກອງກຳລັງ ບັນດາ​ຍານພາຫາ ນະ ແລະຄ້າຍທະຫານ
ຂອງພວກຫົວຮຸນແຮງກຸ່ມລັດ​ອິສລາມ.

ພວກ​ນັກ​ລົບ​ຊາວ​ເຄີ​ດ ​ໄດ້​ນຳພາ​ການ​ບຸກໂຈມຕີທາງ​ພາກ​ພື້ນ​ດິນ​ຕໍ່ກຸ່ມລັດ​ອິສ ລາມ ຢູ່​ໃນ
​ຫລາຍ​ເຂດ​ ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ. ​ໃນ​ຄວາມ​ພະຍາ​ຍາມ​ຢູ່ອີກ ບ່ອນນຶ່ງທີ່ໄດ້ຮັບການ
ສະໜັບສະໜູນຈາກ​ການ​ໂຈມ​ຕີ​ທາງ​ອາກາດນັ້ນ ຊາວເຄີ​ດ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ ​Kobani
ຄືນ​ມາຈາກພວກ​ນັກ​ລົບ​ລັດ​ອິສລາມ ​ໃນ​ເດືອນ​ແລ້​ວນີ້.

ກຸ່ມ​ລັດ​ອິສລາມ ມັກ​ໃຊ້ການ​ລັກພາ​ໂຕ​ ​ຮວມຢູ່ໃນ​ເລ່​ຫລ່ຽມ ໂດຍທຳການ​ລັກພາ​ໂຕ ​ແລະ​
ໃນ​ບາງ​ກໍລະນີ ກໍໄດ້ສັງຫານຜູ້​ຄົນ​ ຢູ່​ໃນ​ຊີ​ເຣຍ ອີຣັກ ​ແລະລີ​ເບຍ.

ເບິ່ງວີ​ດີ​ໂອ​ກ່ຽວ​ຂ້ອງ:

Syrian Children Locked in Cage in Protest Echoing IS Video
please wait

No media source currently available

0:00 0:00:28 0:00

XS
SM
MD
LG