ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ແທນຫວຽດນາມ ຮຽກຮ້ອງ​​ ໃຫ້ສະພາ ​ພິຈາລະນາ ກົດໝາຍລົງປະຊາມະຕິ


ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເປີດພິທີ
ໃນສະພາແຫ່ງຊາດ
ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເປີດພິທີ ໃນສະພາແຫ່ງຊາດ
ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມຄົນ​ນຶ່ງ ​ໄດ້​ຮຽກຮ້ອງ
ໃຫ້ສະພາ​ພິຈາລະນາ ​ອອກກົດໝາຍໃຫ້ມີການ​ລົງ​ປະຊາ​
ມະຕິ ​ກ່ຽວກັບ​ຮ່າງ​ກົດໝາຍຕ່າງໆ ທີ່​ມີ​ການສະ​ເໜີຂຶ້ນ​ນັ້ນ.

ນັກ​ປະວັດ​ສາດ Dung Trung Quoc ​ໄດ້​ບອກ​ກັບ VOA
ພະ​ແນ​ກພາສາ​ຫວຽດນາມ​ວ່າ ​ປະຊາຊົນ​ສາມັນ​ທໍາ​ມະ​ດາ
ຄວນ​ຈະມີ​ໂອກາດ​ອອກສຽງໃຫ້​ຄວາມ​ຄິດ​ຄວາມ​ເຫັນ ​ໃນ
ການຕັດສິນໃຈ​ອັນ​ສໍາຄັນ​ຂອງ​ປະ​ເທດ​ນໍາ.

ທ່ານ Quoc ​ແມ່ນ​ນຶ່ງ​ໃນ​ສອງ ​ຂອງ​ສະມາຊິກ​ສະພາ ທີ່​ບໍ່​ໄດ້​
ລົງ​ຄະ​ແນນ​ສຽງ ​ໃນ​ຮ່າງກົດໝາຍລັດຖະທໍາ​ມະນູນ​ ໃນ​ອາທິດ
​ທີ່​ແລ້ວ​ນີ້​. ທ່ານ​ຍັງ​ກ່າວ​ອີກ​ວ່າ ທ່ານ​ບໍ່ພໍ​ໃຈ ກັບ ​ເນື້ອ​ໃນ​ໃຈຄວາມຂອງ​ຮ່າງ​ລັດຖະທຳ
​ມະນູນ​ບາງ​ຂໍ້ ​ໂດຍ​ສະ​ເພ​າະ​ແລ້ວ​ແມ່ນ ບົດບາດເດັ່ນໆ ຂອງ​ພັກຄອມ​ມູນິສ​ຫວຽດນາມ.

​ໃນ​ຂະນະ​ດຽວ​ກັນ​ນີ້ ນັກ​ເສດຖະສາດ Nguyen Quang A ​ແມ່ນ​ນຶ່ງ​ ໃນ​ກຸ່ມປັນຍາ​ຊົນ
​ຫຼາຍ​ສິບ​ຄົນ ທີ່​ໄດ້​ສົ່ງ​ຄໍາ​ຮ້ອງ​ເຖິ​ງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮຽກຮ້ອງ​ໃຫ້​ມີ​ສິດ
​ເສລີ​ຫຼາຍ​ຂຶ້ນ ​ແລະ​ໃຫ້​ມີ​ການ​ປ່ຽນ​ແປງໃນບົດບາດເດັ່ນໆຂອງພັກ​ຄອມ​ມູນິສຫວຽດນາມນໍາ ​
ໃນຮ່າງ​ກົດໝາຍລັດຖະທໍາ​ມະນູນສະບັບ​ໃໝ່​ນີ້.
XS
SM
MD
LG