ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຂວງ Aceh ໄດ້ສ້າງສາ ຄືນໃໝ່ 10 ປີ ຫລັງສຸນາມິ ແຕ່ບາດແຜທາງຈິດໃຈ ກໍຍັງເຫລືອຢູ່


Aceh Rebuilt Decade After Tsunami, But Scars Remain
please wait

No media source currently available

0:00 0:02:42 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ວັນ​ທີ 26 ​ເດືອນ​ທັນວາ ມື້​ນີ້ ​ເມື່ອ 10 ປີ​ກ່ອນ ຄື​ໃນປີ 2004 ນັ້ນ ​
ໄດ້​ເກີດ​ແຜ່ນດິນ​ໄຫວຄັ້ງ​ຮ້າຍ​ແຮງ ຢູ່​ໃຕ້​ມະຫາ​ສະມຸດ​ອິນ​ເດຍ
ຊື່​ງວ່າ​ແຮງ​ຫລາຍ​ຈົນ​ເຮັດ​ໃຫ້ ​ເສ້ນ​ສູນ​ກາງຂອງ​ໂລກ​ສັ່ນ​ຄອນ
​ແລະ​ຍ້າຍ​ອອກ ຈາກ​ຈຸດ​ຂອງ​ມັນ​ໄປ 2-3 ຊັງ​ຕີ​ແມັດ. ຄື້ນຟອງ​ຍັກ
ສຸ​ນາ​ມິ​ ທີ່​ຕິດຕາມ​ມາ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງ​ມະຫາສານ​
ໃຫ້​ແກ່ເກາະ Sumatra ຂອງ​ອິນ​ໂດ​ເນ​ເຊຍ. ຜູ້​ສື່​ຂ່າວ VOA
Steve Herman ​ໄດ້​ໄປ​ຢ້ຽມຢາມ​ເມືອງ Banda Aceh ຂອງ
ອິນໂດ​ເນ​ເຊຍ ​ແລະ​ລາຍ​ງານ​ມາ​ວ່າ ​ເຖິງ​ແມ່ນວ່າ ຫລັກ​ຖານ​ທີ່
​ເປັນ​ຕົວ​ຕົນ​ຂອງຄວາມ​ເສຍ​ຫາຍ​ ​ຍັງ​ເຫລືອ​ບໍ່​ຫລາຍກໍ​ຕາມ ​ຫາກ​
ແຕ່​ວ່າ​ບາດ​ແຜ​ທາງ​ດ້ານ​ຈິດ​ໃຈ​ ໃນບັນດາ​ຜູ້​ທີ່​ລອດຊີວິດ​ມາ​ໄດ້
ນັ້ນ ​ແມ່ນຍັງຝັງ​ເລີກ​ຢູ່. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີທ່ານ.

​ຟັງລາຍງານພາສາອັງກິດຊ້າໆ ກ່ຽວກັບຂ່າວນີ້:

ມີ​ອະນຸສອນ​ ປ່າຊ້າ​ແລະ​ຂຸມ​ຝັງ​ສົບ​ໝູ່ ຫລາຍໆ​ແຫ່ງ ຢາຍ​ຢູ່​ທົ່​ວ​ແຂວງ Aceh ຊຶ່ງ​ເປັນ
​ພື້ນ​ທີ່​ທາງ​ບົກ​ທີ່ຢູ່​ໃກ້ທີ່​ສຸດ ກັບ​ບ່ອນ​ເກີດ​ແຜ່ນດິນ​ໄຫວ​ຮ້າຍ​ແຮງຂະໜາດ 9 ຈຸດ ຣິກ​ເຕີ້
ທີ່​ກະ​ຕຸ້ນ​ໃຫ້​ເກີດ​ຟອງ​ຍັກ​ສຸ​ນາ​ມິນັ້ນ.

ອິນ​ໂດ​ເນ​ເຊຍ ​ແມ່ນ​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຫລາຍ​ທີ່​ສຸດ ​ໃນ​ຈຳນວນ 13 ປະ​ເທດ​ ທີ່​
ໄດ້​ຮັບ​ຜົນ​ກະທົບຈາກ​ໄພ​ທຳ​ມະ​ຊາດ​ດັ່ງກ່າວ ທີ່​ໄດ້​ເອົາ ຊີວິດ​ຄົນ​ໄປເກືອ​ບຮອດ 2 ​ແສນ
5 ໝື່ນ​ຄົນ ຊຶ່ງໜຶ່ງ​ສ່ວນ​ສາມ​ໃນ​ນັ້ນ ​ແມ່ນ​ເດັກນ້ອຍ ​ແລະ​ເຮັດ​ໃຫ້​ເກືອ​ບ 5 ລ້ານ​ຄົນ ບໍ່​ມີ
ບ່ອນຢູ່​ອາ​ໄສ.

ຜູ້​ລອດ​ຊີວິດ​ຄົນ​ໜຶ່ງ ນາງ Salmi Hardiyanti ສູນ​ເສຍ​ພີ່ນ້ອງ​ໄປ 23 ຄົນ ທີ່​ຍັງ​ຫາ​ສົບ
​ບໍ່​ເຫັນເລີຍ ​ຄືກັນ​ກັບ​ກໍລະນີ​ຄົນ​ອື່ນໆ​ອີກ​ຫລາຍ ໝື່ນ​ຄົນ​. almi ​ເວົ້າ​ວ່າ

“ຂ້ອຍ​ພະຍາຍາມ​ຫາ​ເວລາ ​ໄປ​ຢາມ​ຂຸມ​ຝັງ​ສົບ​ໝູ່​ທຸກໆ​ແຫ່ງ ​ໃນ​ເມືອງ
Banda Aceh ​ເພື່ອ​ສວດ​ມົນ​ພາວະນາ​ໃຫ້ ພວກ​ເຂົາ​ເຈົ້າ.”

​ເມຍ​ຂອງ​ຜູ້​ລອດ​ຊີວິດ​ມາ​ໄດ້​ອີກ​ຄົນ​ໜຶ່ງ ຄືທ້າວ Samsui Bahri ແມ່ນ​ຮວມຢູ່​ໃນ​ພວກ
​ທີ່​ເສຍ​ຊີວິດກ່ອນໝູ່ ຍ້ອນຖືກ​ສຸ​ນາ​ມິ​ຊັດ​ເອົາ​ໄປ​ ​ເພາະວ່າ​ຕອນ​ນັ້ນ ນາງ​ຢູ່​ເຮືອນ ຊຶ່ງ​ຢູ່
​ຫ່າງ​ຈາກ​ຊາຍ​ຫາດ​ໄປ​ພຽງ​ແຕ່ 20 ​ແມັດ​ເທົ່າ​ນັ້ນ. ກຸ່ມ​ຊ່ວຍ​ເຫລືອ​ກຸ່ມ​ໜຶ່ງ​ໄດ້​ປຸກ​ເຮືອນ
ຫລັງ​ໃໝ່​ໃຫ້​ທ້າວ Samsui ຢູ່​ບ່ອນ​ທີ່​ເຮືອນ​ຫລັງ​ເກົ່າ​ຂອງ​ລາວ ​ຕັ້ງ​ຢູ່. ທ້າວ Samsui
ເວົ້າ​ວ່າ:

“ຂ້ອຍ​ບໍ່​ສາມາດ​ຈະ​ໄປ​ຢູ່​ແຫ່ງ​ອື່ນ​ໃດ​ໄດ້​ອີກ ຂ້ອຍ​ກໍ​ເລີຍ​ຕ້ອງ​ໄດ້​ກັບ​ຄືນ​ມາ​ນີ່ ​
ເຖິງ​ແມ່ນ​ຂ້ອຍ​ຈະ​ຢ້ານ​ກໍ​ຕາມ.”

3 ກິ​ໂລ​ແມັດ ​ເລິກ​ເຂົ້າ​ໄປ​ໃນ​ເກາ​ະສຸ​ມາດຕຣານັ້ນ ມີ​ອະນຸສອນ​ຂອງ​ພະລັງ​ອັນ​ຮ້າຍ​ແຮງ
ຂອງ​ຟອງ​ຍັກ​ສຸ​ນາ​ມິ ຕັ້ງ​ຢູ່. ນັ້ນ​ກໍ​ຄືຊາກ​ກຳ​ປັ່ນ​ເຂົ້າ​ຂີ້​ມ້ຽງລຳ​ໜຶ່ງ ໜັກ 2,700 ຕັນ ຍາວ
69 ​ແມັດ​ແລະ​ກວ້າງ 19 ​ແມັດ ຊຶ່ງ​ກ່ອນ​ນີ້ ​ເປັນເຮືອປັ່ນ​ໄຟຟ້າຢູ່​ນອກ​ຝັ່ງ​ທະ​ເລ. ຟອງ​ຍັກ​
ສຸ​ນາ​ມິ ທີ່​ຊັດ​ເຂົ້າປະ​ທະ​ຝັ່ງຊຸດ​ທີ​ສອງ ​ໄດ້​ຊັດກຳ​ປັ່ນ​ລຳ​ນີ້ຂຶ້ນ​ຝັ່ງ​ມາ​ຢອງ​ຢູ່​ເທິງ​ຫລັງຄາ
ເຮືອນ​ສອງ​ຫລັງ 5 ກິ​ໂລ​ແມັດ ​ໄກ​ຈາກ​ຈຸດ​ທີ່ຕັ້ງ​ເດີ​ມຂອງ​ມັນ.

ຢູ່​ທີ່​ໂຮງຮຽນ​ມັດທະຍົມ​ຂອງ​ເມືອງ​ນັ້ນ ມີ​ນັກຮຽນ​ພຽງ 60 ຄົນ​ລອດ​ຊີວິດ​ມ​າ​ໄດ້ ຈາກ​ນັກ
ຮຽນ​ທັງ​ໝົດ 400 ຄົນ.

ໜຸ່ມ​ນ້ອຍ Surya ຮຽນ​ຢູ່​ໂຮງຮຽນ​ນີ້. ລາວ​ມີ​ອາຍຸ​ພຽງ 7 ປີ ຕອນ​ທີ່​ເກີດ​ໄປໄພ​ຫາ​ຍະ​ນະ​
ຄັ້ງ​ນັ້ນ ​ແລະ​ສູນ​ເສຍ​ສະມາຊິກ​ຄອບຄົວ​ໄປ 12 ຄົນ. ພວກ​ພະນັກງານ​ກູ້​ໄພ​ມາພົບ​ເຫັນ
ລາວ ທ່າມກາງ​ຊາກ​ຫັກ​ພັງ ​ໃນ​ສະພາບ​ຂາ​ຫັກ​ເບື້ອງ​ໜຶ່ງ​ແລະ​ມີ​ບາດ​ແຜ​ອື່ນໆ​ອີກ. ລາວ
ໄດ້​ນອນ​ຮັກສາໂຕ​ຢູ່​ໂຮງໝໍ ຮອດ​ເດືອນ​ໜຶ່ງ. ທ້າວ Surya ​ເວົ້າ​ວ່າ:

“ບໍ່​ວ່າ​ພວກ​ເຮົາ​ຈະ​ໄປ​ໃສ ຈະ​ນັ່ງ​ຢູ່​ໃສ ຫລື​ຈະແລ່ນ​ໄປ​ບ່ອນ​ໃດ​ກໍ​ຕາມ
ຄວາມ​ຕາຍກໍ​ແມ່ນ​ຈະ​ມາ​ຮອດ​ເຮົາ​ໃນ​ທີ່​ສຸດ. ພວກ​ຈະ​ຢູ່ ຫລື​ຈະ​ຕາຍ
ກໍ​ດ້ວຍ​ຄຸນ​ພະ​ຄຸນ​ເຈົ້າ ກໍຄືພະ​ຄຸນ​ຂອງ​ພະ​ອາລລ່າ ​ເທົ່າ​ນັ້ນ.”

ບັນດາ​ອົງການ​ຈັດ​ຕັ້ງ​ ທັງສາກົນແລະພາຍ​ໃນ​ປະ​ເທດ ​ໄດ້​ສົ່ງ​ພະນັກງານ ຈຳນວນ​ຫລວງ
ຫລາຍ ​ແລະ​ເງິນ​ຫລາຍ​ພັນ​ລ້ານ​ດອລລ່າ ​ເຂົ້າ​ໄປ​ຊ່ວຍ​ເຫລືອ​ແຂວງ Aceh ຈົນ​ຄວບ​ຄຸມ
​ບໍ່​ໄດ້​ໃນ​ໄລຍະ​ໜຶ່ງ ຊຶ່ງ​ເຮັດ​ໃຫ້ ບາງ​ອົງການປະກາດ​ໂຈະ ການ​ຊ່ວຍ​ເຫລືອ​ໄວ້.

ສ່ວນຢູ່ໄທນັ້ນ ພວກຄົນງານຕ່າງດ້າວທີ່ເຮັດວຽກ ໃນອຸດສາຫະກຳຫາປາ ແມ່ນຍັງ
ບໍ່ໄດ້ຮັບການຊ່ວຍເຫລືອຢ່າງພຽງພໍ 10 ຫລັງຈາກໄພສຸນາມິ. ເບິ່ງວີດີໂອເລື່ອງນີ້:

10 Years After Tsunami, Fishermen Still Feel Slighted
please wait

No media source currently available

0:00 0:02:25 0:00

ທ່ານ​ນາງ Mingming Remata-Evora ຜູ້ອຳນວຍການ​ປະຈຳ​ອິນ​ໂດ​ເນ​ເຊຍຂອງອົງ
ການພັດທະນາ​ເດັກນ້ອຍ Plan International ທີ່​ບໍ່​ຂຶ້​ນກັບ​ລັດຖະບານ ​ເວົ້າ​ວ່າ:

“ມີ​ການ​ປຸກ​ເຮືອນ​ໃໝ່​ຂຶ້ນ​ມາ​ຫລາຍ​ກ່ວາຈະ​ມີ​ຄົນ​ຢູ່ ​ແລະ​ກໍ​ມີ​ເຮືອ ມີ​ແຫ​ຫາ​ປາ
ຫລາຍ​ກ່ວາ ມີຊາວປະມົງ.”

ທ່ານ​ນາງ Mingming Remata-Evora ​ແນະ​ນຳໃຫ້ຮວມເອົາ​ເລື່ອງ​ການ​ຫຸດຜ່ອນ
ຄວາມ​ສ່ຽງ ​ເຂົ້າ​ໃນວຽກ​ງານ​ຊ່ວຍ​ເຫລືອ​ດ້ານ​ການ​ພັດທະນາ​ນັ້ນ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ເກີດຄວາມ​ຫາ​ຍະ​ນະດັ່ງກ່າວ​ຂຶ້ນ​ອີກ.

ບັນດາ​ນັກວິທະຍາສາດ​ເວົ້າ​ວ່າ ຟອງ​ຍັກ​ສຸ​ນາ​ມິທີ່​ສ້າງ​ຄວາມ​ເສຍ​ຫາຍ​ນັ້ນ ​ໄດ້​ກະທົບ
ເກາະ​ສຸ​ມາດຕຣາມາ​ເລື້ອຍໆ ​ໃນ​ຕະຫລອດ​ປະວັດ​ສາດ ​ແລະ​ເພາະສະ​ນັ້ນ ພວກ​ປະ
ຊາຊົນ​ທີ່​ອາ​ໄສ​ຢູ່​ຕາມ​ຊາຍ​ຝັ່ງ​ທະ​ເລ ກໍ​ຄວນ​ຈະກຽມ​ຕົວ​ໄວ້ ​ເພື່ອ​ຮັບ​ມື​ກັບ​ໄພ​ສຸ​ນາ​ມິ​
ອີກ​ຄັ້ງໜຶ່ງ.

ເບິ່ງຮູບເງົາເລື່ອງ The Impossible ກ່ຽວກັບໄພສຸນາມີ 2004 ທີ່ພູເກັດ ປະເທດໄທ:

XS
SM
MD
LG