ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະລັງງານ ແມ່ນຈຸດປະສົງຫຼັກ ໃນການຢ້ຽມຢາມ ຂອງ ນ.ຍ. ຍີ່ປຸ່ນ


ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວຄໍາປາໄສໃນ ກອງປະຊຸມຖະແຫລງຂ່າວ ຮ່ວມກັບປະທານາທິບໍດີ Vladimir Putin ຂອງຣັດເຊຍ ໃນວັງແກຣມແລັງ ທີ່ນະຄອນຫລວງມົສກູ ໃນວັນທີ 29 ເມສາ 2013.
ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວຄໍາປາໄສໃນ ກອງປະຊຸມຖະແຫລງຂ່າວ ຮ່ວມກັບປະທານາທິບໍດີ Vladimir Putin ຂອງຣັດເຊຍ ໃນວັງແກຣມແລັງ ທີ່ນະຄອນຫລວງມົສກູ ໃນວັນທີ 29 ເມສາ 2013.
ພວກວິເຄາະເຫດການເວົ້າວ່າ ການຮັບປະກັນກ່ຽວກັບຂໍ້ຕົກ
ລົງດ້ານພະລັງງານ ຈະເປັນຈຸດເພັ່ງເລັງຕົນຕໍ ຂອງການເດີນ
ທາງໄປຢ້ຽມຢາມ ເພື່ອເສີມຂະຫຍາຍ ສາຍສໍາພັນການທູດ
ທາງເສດຖະກິດ ທີ່ດໍາເນີນໄປເປັນເວລາ 1 ອາທິດ ຂອງທ່ານ
Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ຕໍ່ປະເທດຣັດເຊຍ
ແລະພາກຕາເວັນອອກກາງ.

ນາຍົກລັດຖະມົນຕີ Abe ທີ່ຕິດຕາມດ້ວຍຄະນະຜູ້ແທນຂອງ
ຜູ້ນໍາທາງທຸລະກິດ ຫລາຍກວ່າ 100 ຄົນ ກຳລັງຢູ່ທີ່ພາກຕາ
ເວັນອອກກາງ ສໍາລັບການເດີນທາງ ທີ່ລວມທັງການຢຸດແວ່
ທີ່ຣັດເຊຍ, ເທີກີ, ສະຫະລັດອາຣັບ Emirates ແລະ Saudi Arabia.

ການຮັບປະກັນໃຫ້ມີການນໍາເຂົ້າພະລັງງານທີ່ຖືກກວ່າເກົ່າ ແມ່ນສໍາຄັນສໍາລັບຍີ່ປຸ່ນ ທີ່
ເປັນປະເທດຂາດເຂີນແຫລ່ງຊັບພະຍາກອນທໍາມະຊາດ ແລະກໍາລັງປະສົບບັນຫາໃນການ
ຟື້ນຕົວຄືນໃນການສູນເສຍພະລັງງານຈາກນີວເຄລຍຂອງຕົນ ເກືອບໝົດ ໃນເຫດໄພພິ
ບັດ ປີ 2011 ທີ່ໂຮງໄຟຟ້ານິວເຄລຍ Fukushima Daiichi.

ທ່ານ Masamichi Adachi ນັກເສດຖະສາດຂັ້ນສູງຂອງບໍລິສັດ J.P. Morgan ທີ່ນະ
ຄອນໂຕກຽວ ກ່າວຕໍ່ວີໂອເອວ່າ ບັນຫານີ້ ເບິ່ງຄ້າຍຄືວ່າ ຈະເປັນຈຸດເນັ້ນໜັກຂອງການ
ຢຸດແວ່ຂອງທ່ານ Abe ຢູ່ທີ່ Saudi Arabia ແລະ ສະຫະລັດອາຣັບ Emirates ຊຶ່ງເປັນ
ຜູ້ສະໜອງນໍ້າມັນດິບລາຍໃຫຍ່ອັນດັບນຶ່ງ ແລະອັນດັບສອງຕາມລໍາດັບໃຫ້ແກ່ຍີ່ປຸ່ນ.
XS
SM
MD
LG