ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Abdullah ຖອນໂຕ ຈາກການກວດກາ ການນັບບັດ ຂອງ ສປຊ (ວີດີໂອ/ສະໄລດ໌)


AFGHANISTAN VO
please wait
Embed

No media source currently available

0:00 0:01:02 0:00

ຜູ້​ສະມັກ​ເປັນ ປະທານາທິບໍດີ ອັ​ຟກາ​ນິສຖານ ທ່ານ Abdullah
Abdullah ​ໄດ້ຖອນ​ໂຕ​ອອກ​ຈາກ​ການ​ກວດກາ ພາຍໃຕ້ການ
ກຳກັບຂອງອົງການສະຫະປະຊາຊາດກ່ຽວກັບການນັບ​ຄະ​ແນນ​ສຽງການເລືອກຕັ້ງປະທານາທິບໍດີຮອບ ສອງ ທີ່ເປັນບັນຫາຖົກ
ຖຽງໂຕ້ແຍ້ງ ເມື່ອເດືອນ​ມິຖຸນາຜ່ານມາ.

ການ​ເຄື່ອນ​ໄຫວ ​ຊຶ່ງລາຍ​ງານ​ໂດຍ​ໂຄສົກ​ຂອງ​ທ່ານ Abdullah
ແລະ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ​ໃນ​ວັນ​ພຸດ​ມື້​ນີ້ີ ຍິ່ງ​ເຮັດ​ໃຫ້​ເກີດ​
ຄວາມ​ສັບສົນຂຶ້ນຕື່ມກ່ຽວກັບ ​ການໂອນອຳນາດທາງການເມືອງ
ທີ່ເຄັງຕຶງຢູ່ແລ້ວນັ້ນ ຂອງອັ​ຟກາ​ນິສຖານ.

ຄະນະຂອງ​ທ່ານ Abdullah ​ໄດ້​ຈົ່ມວ່າ ກ່ຽວກັບບັນດາ​ຜູ້​ກວດກາ
ທີ່ບໍ່ຍອມ​ໂຍນ​ຖີ້ມ ບັດທີ່ສົງໄສວ່າເປັນການສໍ້ໂກງ​ ​ໂດຍ​ຮ້ອງ​ຂັ້ນ
ຕອນນັ້ນ​ວ່າ ​ເປັນ​ເລື້​ອງ “ຕະລົກ.”

ບັນດາ​ຜູ້​ກວດກາກຳລັງ​ຢູ່​ໃນ​ຂັ້ນ​ສຸດ​ທ້າຍ ​ຂອງ​ການກວດ​ສອບການ​ປ່ອນ​ບັດລົງ ຄະ
ແນນສຽງ​ຂອງແປດ​ລ້ານ​ຄົນໃນລະຫວ່າງການເລືອກຕັ້ງປະທານາທິບໍດີຮອບສອງເມື່ອ
ວັນ​ທີ 14 ​ເດືອນ​ມິຖຸນາ ​ລະຫວ່າງທ່ານ Abdullah ​ແລະ ທ່ານ Ashraf Ghani. ເຖິງ
ແມ່ນວ່າການ​ນັບບັດຄະ​ແນນ​ສຽງໃນ​ຂັ້ນ​ຕົ້ນ ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Ghani ​ມີ
ຄະແນນນຳ​ໜ້າ​ທ່ານ Abdullah ຢ່າງຫຼວງຫຼາຍກໍຈິງ ແຕ່ທັງ​ສອງ​ຕ່າງກໍອ້າງ​ວ່າ ​ຕົນເປັນ
ຜູ້ຊະນະ​ການ​ເລືອກ​ຕັ້ງ.

​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຄະນະ​ກຳມະການ​ເລືອກ​ຕັ້ງ ​ໄດ້​ປະກາດ​ຜົນ​ຢ່າງນ້ອຍຈາກ 72
ໜ່ວຍ​ປ່ອນ​ບັດ​ຂອງ​ປະ​ເທດ​ ຄືເກືອບ 4,000 ຫີບບັດ ຖືກປະກາດໃຫ້ເປັນໂມຄະ.

ການ​ກວດ​ສອບນີ້ ​ເປັນ​ພາກສ່ວນ​ຂອງ​ການ​ຕົກລົງ ​ທີ່ໄກ່ເກ່ຍ ໂດຍລັດຖະມົນຕີ​ ຕ່າງ
ປະ​ເທດສະຫະລັດ ທ່ານ John Kerry ​ແລະ​ຄວບ​ຄຸມ​ດູ​ແລ​ໂດຍອົງການ ສະຫະ​ປະຊາ
​ຊາດ. ວໍ​ຊິງ​ຕັນ​ຫວັງ​ວ່າ ຂັ້ນຕອນດັ່ງກ່າວ​ຈະ​ສຳ​ເລັດລົງ ​ແລະ​ການ​ເຂົ້າ​ຮັບ​ຕຳ​ແໜ່​ງ
ຂອງປະ​ທານາ​ທິບໍດີ​ຄົນ​ໃໝ່ ຈະ​ເລີ້ມຂຶ້ນ​ໃນ​ທ້າຍ​ເດືອນ​ນີ້.

​ໂຄສົກ​ຂອງທ່ານ Abdullah ກ່າວ​ຕໍ່ອົງການ​ຂ່າວ​ຝຣັ່ງ ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ການ​ເຈລະຈາ​
ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ​ກັບສະຫະ​ປະຊາ​ຊາດ ​ແຕ່​ທ່ານ​ກ່າວ​ວ່າ ຖ້າ​ຫາກວ່າ​ບໍ່ສາມາດບັນລຸ
ການ​ຕົກລົງ​ກັນແລ້ວ “ນີ້ແມ່ນ​ການ​ສີ້​ນສຸດ​ລົງ.”

XS
SM
MD
LG