ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Abbott ວ່າ ຜູ້ຈັບໂຕປະກັນ ຢູ່ອອສເຕຣເລຍ ມີຈິດໃຈ ບໍ່ປົກກະຕິ ແລະວຸ້ນວາຍ


ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbott ​ໄດ້
​ບັນ​ລະ​ຍາຍ ການ​ຈັບ​ໂຕ​ປະກັນ ຢູ່​ທີ່ຮ້ານ​ອາຫານ​ໃນ​ນະຄອນ
ຊິດ​ນີ ວ່າ​ເປັນ “ຄວາມ​ໄຝ່ຝັນ​ແບບຈິດໃຈບໍ່ສົມປະກອບ
ຂອງບຸກຄົນຜູ້​ມີ​ແຕ່ຄວາມວຸ້ນວາຍ.”

ນາຍົກລັດຖະມົນຕີ Abbott ​ພ້ອມ​ກັນ​ກັບ​ຊາວ​ອອສ​ເຕຣ​ເລຍ
ໄດ້​ພາກັນ ຮ່ວມ​ໄວ້ອາ​ໄລ ​ແກ່ບັນດາ​ຜູ້​ເຄາະ​ຮ້າຍ ໃນ​ການຈັບ
​ໂຕ​ປະກັນ​ຄັ້ງນີ້ ຊຶ່ງ​ສິ້ນສຸດ​ລົງ​ ໃນ​ເວລາ​ຕຳຫລວດ ປະຕິບັດ​
ການ​ບຸກໂຈມຕີ ​ໃນ​ຕອນ​ເຊົ້າໆ​ ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ໂຕ​ປະກັນ
​ໃຫ້​ເປັນ​ອິດ​ສະລະ. ​ໂຕ​ປະກັນ​ສອງ​ຄົນ ​ຮວມທັງມືປືນ ​ເສຍ​ຊີວິດ
​ໃນ​ການ​ຍິງ​ຕອບ​ໂຕ້​ກັນ.

ຫຼັງຈາກ​ທີ່​ໄດ້​ວາງ​ດອກ​ໄມ້​ຕ່າງໆ ຢູ່​ສະຖານທີ່ເກີດເຫດ​ເພື່ອ​ໄວ້ອາໄລ ແລ້ວ ທ່ານ Abbott ​
ໄດ້​ບັນ​ລະ​ຍາຍ ​ເຖິງຜູ້ຕ້ອງ​ສົງ​ໄສ​ທີ່​ເກີດ​ຢູ່​ປະເທດອີຣ່ານ ວ່າ​ເປັນ​ຄົນ​ທີ່ “ວຸ້ນວາຍ​ຢ່າງ​
ເລິກ​ເຊີ່ງ”
​ ແລະ ກ່າວ​ຕໍ່​ໄປ​ວ່າ ຜູ້ກ່ຽວ​ມີ​ປະຫວັດ​ອາ​ຊະ​ຍາ​ກຳອັນ​ຍາວ​ນານ ພ້ອມ​ກັບ
ສະພາບ​ຈິດ​ທີ່​ບໍ່​ທຸ່ນ​ທ່ຽງ ​ແ​ລະ ພົວພັນ​ກັບ​ພວກຫົວຮຸນແຮງຈັດ.

ຜູ້​ຕ້ອງ​ສົງ​ໄສ ທີ່​ຖືກ​ລະບຸ​ໂຕ​ ວ່າ​ແມ່ນ ທ້າວ Man Haron Monis ​ໄວ 50 ປີ ຊຶ່ງບັນ​ດາ
ເຈົ້າໜ້າ​ທີ່​ອອສ​ເຕຣ​ເລຍ​ຮູ້​ຈັກຜູ້ກ່ຽວ​ດີ ​ແຕ່​ທ່ານ Abbott ກ່າວ​ວ່າ ຜູ້ກ່ຽວ​ບໍ່​ປາກົດ​ວ່າ
ເປັນຜູ້​ກໍ່​ການ​ຮ້າຍ ທີ່ຢູ່ໃນ​ບັນຊີ ຕິດຕາມ​ເບິ່ງ​.

ຜູ້ກ່ຽວ​ໄດ້​ອ້າງ​ຕົນ​ວ່າ​ເປັນ​ນັກ​ສອນ​ສາສະໜາ​ມຸສລິ​ມ ​ແມ່ນ​ໄດ້​ຖືກ​ປ່ອຍ​ ດ້ວຍ​ການປະກັນ
ໂຕ ຫຼັງຈາກຖືກ​ກ່າວ​ຟ້ອງ ໃນ​ຄະດີ​ທີ່​ກ່ຽວ​ພັນ​ເຖິງ ​ການ​ຄາດ​ຕະກຳ​ອະດີດພັນ​ລະ​ຍາ​
ຂອງ​ຜູ້ກ່ຽວໃນປີ 2013. ຜູ້ກ່ຽວຍັງໄດ້ຖືກ ສານຕັດສິນວ່າ ມີຄວາມຜິດໃນຂໍ້ຫາ ສົ່ງຈົດ
ໝາຍຂົ່ມຂູ່ ໄປໃຫ້ບັນດາພໍ່ແມ່ ຂອງພວກທະຫານອອສເຕຣເລຍ ທີ່​ເສຍ​ຊີວິດຢູ່ໃນ
ອັຟກາ​ນິສຖານ.

​ໃນ​ລະຫວ່າງ​ການປະເຊີນໜ້າ​ກັນ​ນັ້ນ ທ້າວ Monis ​ໄດ້​ບັງ​ຄັບ​ໃຫ້​ບັນດາ​ໂຕ​ປະກັນ ຍົກ​ທຸງ
​ ທີ່​ມີ​ຂໍ້ຄວາມ​ຂຽນ​ເປັນ​ພາສາ​ອິສລາມ​ຂອງສາ ສະໜາອິສລາມຂຶ້ນ. ​ໃນ​ຄຳ​ຖະ​ແຫລ​ງຕໍ່​ສື່​
ມວນຊົນນັ້ນ ທ້າວ Monis ກ່າວ​ວ່າ ລາວ​ສະໜັບສະໜຸນ​ກຸ່ມ​ພວກ​ຫົວ​ຮຸນ​ແຮງ​ລັດອິສລາມ.

ບັນດາ​ເຈົ້າໜ້າ​ທີ່​ອອສ​ເຕຣ​ເລຍ ​ໄດ້​ກ່າວ​ເນັ້ນວ່າ ທ້າວ Moni ບໍ່​ປາກົດ​ວ່າ​ ​ພົວພັນ​ກັບ​ກຸ່ມ​
ກໍ່​ການ​ຮ້າຍ​ໃດໆ​ເລີຍ. ຕຳຫລວດລັດ New South Wales ​ເອີ້ນ​ການ​ໂຈມ​ຕີຄັ້ງນີ້ວ່າ​ເປັນ
“​ເຫດການ​ທີ່​ໂດດ​ດ່ຽວ.”

AUSTRALIA HOSTAGES CNPK
please wait

No media source currently available

0:00 0:02:35 0:00

XS
SM
MD
LG