ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຈະລົງຄະແນນສຽງ ກ່ຽວກັບ ສະຖານະພາບ ຂອງ ປາແລສໄຕ


ຜູ້ນໍາ ປາແລສໄຕ ທ່ານ Mahmoud Abbas ຈະເດີນທາງໄປປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ເພື່ອຍົກລະດັບ ອໍານາດການປົຄອງ
ຜູ້ນໍາ ປາແລສໄຕ ທ່ານ Mahmoud Abbas ຈະເດີນທາງໄປປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ເພື່ອຍົກລະດັບ ອໍານາດການປົຄອງ
ຜູ້​ນໍາປາ​ແລ​ສ​ໄຕ ທ່ານ Mahmoud Abbas ຈະ​ເດີນ​ທາງ​
ໄປຮ່ວມກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໃນ​
ວັນ​ພະຫັດມື້​ນີ້​ໂດຍ​ໄດ້​ຮັບ​ການ​ສະໜັບສະໜຸນ​ຢ່າງໃຫຍ່ໃນ​
ການດຳ​ເນີນ​ຄວາມ​ພະຍາຍາມ ຂອງ​ທ່ານທີ່​ຈະຍົກ​ລະດັບ
ສະຖານະ​ພາບ​ຂອງອຳນາດ​ການ​ປົກຄອງ​ປາ​ແລ​ສໄຕ ຈາກ
​ການ​ເປັນອົງການ​ນຶ່ງ ຂຶ້ນມາ​ເປັນ​ລັດ​ທີ່​ບໍ່​ແມ່ນ​ສະມາຊິກ.

ກອງ​ປະຊຸມສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ​ຈະ​ລົງ​ຄະ​ແນນ​ສຽງກ່ຽວ ກັບມາດ​ຕະການ​ດັ່ງກ່າວ ຊຶ່ງ​ໄດ້​ຮັບ​ການ​ຄັດ​ຄ້ານ​ໂດຍສະຫະລັດ​ແລະ ອິສຣາແອ​ລ.

ປະມານ 60 ປະ​ເທດ​ ພາກັນ​ຮ່ວມ​ສະ​ເໜີ​ຍັດຕິ​ສະບັບ​ນີ້ ​ແລະ
ຄາດ​ວ່າ ທ່ານ Abbas ​ຈະ​ຕ້ອງການ​ແຕ່ຄະ​ແນນ​ສຽງ​ສ່ວນ
​ຫລາຍ​ເທົ່າ​ນັ້ນ ຈາກບັນດາ​ປະ​ເທດ​ສະມາຊິກສະຫະ​ປະຊາ​ຊາດ​ ທີ່ມີ 193 ​ປະ​ເທດ. ຖານະດັ່ງກ່າວ​ຈະ​ອຳນວຍ​ໃຫ້ຊາວ​ປາ​ແລ​ສ​ໄຕ ເຂົ້າຫາສານ​ອາຍາ​ນາ​ໆຊາດ​ໄດ້ ບ່ອນ
ທີ່ພວກ​ເຂົາ​ເຈົ້າ​ຈະ​ຮ້ອງ​ຂໍ​ໃຫ້ໄອ​ຍະ​ການ ທຳ​ການສືບສວນກ່ຽວ​ກັບ​ ການ​ປະ​ພຶດຂອງ
ອິສຣາ​ແອ​ລ ຢູ່​ໃນ​ດິນ​ແດນຂອງ​ເຂົາ​ເຈົ້ານັ້ນ.

​ແຕ່​ວ່າ ການ​ອະນຸມັດ​ຖານະ "ສັງ​ເກດ​ການແກ່​ລັດ​ທີ່​ບໍ່​ແມ່ນ​ສະມາຊິກ” ​ໃຫ້ປາ​ແລ​ສໄຕ​ນັ້ນ ແມ່ນ​ຍັງ​ບໍ່​ເຖິງ​ຂັ້ນການ​ເປັນ​ສະມາຊິກໂດຍເຕັມ ຂອງສ​ະຫະປະຊາ​ຊາດ ຊຶ່ງ​ເປັນ​ສິ່ງ​ທີ່​ເຂົາ​ເຈົ້າບໍ່​ສາມາດ​ບັນລຸ​ໄດ້​ໃນ​ປີ​ແລ້ວ​ນີ້.

ກ່ຽວຂ້ອງກັນ

XS
SM
MD
LG