ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ປະນາມ ຄຳປາໄສ ຕໍ່ສະມັດຊາໃຫຍ່ ສປຊ ຂອງທ່ານ Abbas


ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ແລະ ລັດຖະມົນຕີການຕ່າງປະເທດ ທ່ານ Riyad al-Maliki (ຂວາ) ໄປຮ່ວມກອງປະຊຸມສຸກເສີນ ສັນນິບາດອາຣັບ ທີ່ນະຄອນໄຄໂຣ (7 ກັນຍາ 2014)
ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ແລະ ລັດຖະມົນຕີການຕ່າງປະເທດ ທ່ານ Riyad al-Maliki (ຂວາ) ໄປຮ່ວມກອງປະຊຸມສຸກເສີນ ສັນນິບາດອາຣັບ ທີ່ນະຄອນໄຄໂຣ (7 ກັນຍາ 2014)

ສະຫະລັດ ໄດ້ປະຕິເສດ ຕໍ່ຄຳປາໄສ ຂອງປະທານາທິບໍດີປາ
ແລສໄຕນ໌ ທ່ານ Mamoud Abbas ທີ່ກ່າວຢູ່ກອງປະຊຸມສະ
ມັດຊາໃຫຍ່ອົງການສະຫະປະຊາຊາດໃນວັນສຸກວານນີ້ ໂດຍ
ເວົ້າວ່າ ມັນຮວມທັງການສະແດງອອກຊຶ່ງເຈດຕະນາໃນແບບ
ທີ່ບໍ່ເພິງປາດຖະນາ.

ໃນຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ
ນັ້ນ ທ່ານ Abbas ໄດ້ທວງໃຫ້ ມີການຕັ້ງກຳນົດເວລາອັນແນ່
ນອນ ກ່ຽວກັບການຖອນໂຕ ຂອງອິສຣາແອລ ອອກຈາກດິນ
ແດນປາແລສໄຕນ໌. ພ້ອມກັນນີ້ ທ່ານຍັງໄດ້ກ່າວຫາ ອິສຣາ-
ແອລວ່າ ກໍ່ອາຊະຍາກຳສົງຄາມໃນລະຫວ່າງບັນຫາຂັດແຍ້ງ
ເມື່ອໄວໆມານີ້ກັບກຸ່ມຫົວຮຸນແຮງຮາມັສຂອງປາແລສໄຕນ໌ຢູ່ໃນເຂດກາຊາ.

ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ ການໃຊ້ຖ້ອຍ ຄຳແບບທ້າທາຍດັ່ງກ່າວແມ່ນບໍ່ສ້າງສັນ ແລະບ່ອນທຳລາຍ ຕໍ່ການດຳເນີນຄວາມພະຍາ ຍາມ ເພື່ອຟື້ນຟູຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ ຂອງທັງສອງຝ່າຍ.

ທ່ານ Abbas ເວົ້າວ່າ ທ່ານຈະຊອກຫາຊ່ອງທາງເພື່ອໃຫ້ມີການອອກມະຕິຂອງສະຫະປະ ຊາຊາດ ເພື່ອຕັ້ງກຳນົດເວລາໃຫ້ອິສຣາແອລຖອນໂຕອອກໄປ. ບັນດາຜູ້ຊ່ອຍຂອງທ່ານ Abbas ເວົ້າວ່າ ກຳນົດເວລາດັ່ງກ່າວ ຈະແມ່ນ 3 ປີ.

ອິສຣາແອລໄດ້ຮັບເອົາຄວາມຄິດກ່ຽວກັບການແກ້ໄຂແບບມີສອງປະເທດຢູ່ຄຽງຄູ່ກັນແຕ່ ຄະນະເຈລະຈາຂອງອິສຣາແອລ ແລະປາແລສໄຕນ໌ຍັງມີຄວາມເຫັນຂັດແຍ້ງກັນກ່ຽວກັບ ເຂດແດນຂອງລັດປາແລສໄຕນ໌ໃນອະນາຄົດ.

ທ່ານ Abbas ໄດ້ປາກົດໂຕ ຢູ່ທີ່ອົງການສະຫະປະຊາຊາດ ນຶ່ງມື້ຫລັງຈາກອົງການຟາຕ້າ ຂອງທ່ານແລະກຸ່ມຮາມັສ ໄດ້ປະກາດວ່າລັດຖະບານສາມັກຄີຊາດຂອງພວກເຂົາເຈົ້າຈະ ເຂົ້າຄວບຄຸມເຂດກາຊາ.

ອົງການຟາຕ້າແລະກຸ່ມຮາມັສຊຶ່ງປົກຄອງກາຊາໃນເວລານີ້ໄດ້ຕົກລົງທີ່ຈະສ້າງຕັ້ງລັດຖະ ບານສາມັກຄີຊາດຂຶ້ນ ຫລັງຈາກການເຈລະຈາສັນຕິພາບ ລະຫວ່າງອິສຣາແອລແລະອຳ ນາດການປົກຄອງປາແລສໄຕນ໌ ຕົກຢູ່ໃນສະພາບບໍ່ໄປບໍ່ມາ ເມື່ອຕົ້ນປີນີ້.

PALESTINIANS GAZA VOSOT
please wait

No media source currently available

0:00 0:00:53 0:00

XS
SM
MD
LG