ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຈະເລີ້ມ ພັດທະນາ ພະລັງງານນີວເຄລຍ ຄືນໃໝ່


ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao (ກາງ) ກ່າວວ່າ ຈີນຈະພັດທະນາພະລັງງານນີວເຄລຍຢ່າງປອດ ໄພ ແລະມີປະສິດທິຜົນ.
ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao (ກາງ) ກ່າວວ່າ ຈີນຈະພັດທະນາພະລັງງານນີວເຄລຍຢ່າງປອດ ໄພ ແລະມີປະສິດທິຜົນ.

ຈີນ ​ປະກາດໃນ​ອາທິດ​ນີ້​ວ່າ​ ຕົນ​ຈະເລີ່​ມໂຄງການ​ພະລັງງານ​ນີວ​ເຄລຍ ຄືນ​ໃໝ່ຫລັງ​
ຈາກເກືອບນຶ່ງ​ປີ​ທີ່​ໄດ້ໂຈະຫຼາຍໆໂຄງການ​ໄວ້ ​ລຸນ​ຫຼັງທີ່ໄດ້​ເກີດ​ອຸ​ບປະຕິ​ເຫດ​ທີ່​ໂຮງ​
ໄຟຟ້າ​ນີວ​ເຄລຍ Fukushima ​ຂອງຍີ່​ປຸ່​ນ.

ຜູ້​ນໍາ​ຂັ້ນ​ສູງ​ຂອງ​ພັກ ທ່ານ Wen Joabao ກ່າວ​ວ່າ ຈີນຈະພັດທະນາ​ພະລັງງານນີວ
ເຄລຍ​ຢ່າງ​ປອດ​ໄພ​ແລະ​ມີ​ປະສິດທິ​ຜົນ. ໃນ​ວັນ​ພຸດ ຜ່ານ​ມາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ພະລັງ
ງານ​ນີວ​ເຄລຍຂອງ​ຈີນ ​ໄດ້​ປະກາດ​ວ່າ ປັກ​ກິ່ງໄດ້​ຕັດ​ສີ​ນໃຈ​ຍົກ​ເລີກການ​ໂຈະ​ກ່ຽວ​ກັບ
ການສ້້າງ​ໂຮງ​ໄຟຟ້າ​ນີວເຄລຍ ທີ່​ໄດ້​ຮັບ​ການ​ອະນຸມັດ​ເພື່ອ​ໃຫ້​ກໍ່ສ້າງໄປແລ້ວນັ້ນ.

ຄໍາ​ປະກາດ​ກ່ຽວ​ກັບນະ​ໂຍບາຍ​ຂອງ​ຈີນທີ່​ວ່າ​ນີ້ ເປັນ​ຂີດ​ໝາຍຂອງ​ການ ປ່ຽນ​ແປງລຸນ​
ຫຼັງທີ່​ໄດ້​ເກີດວິ​ກິດ​ການນີວ​ເຄລຍ​ຢູ່ທີ່​ຍີ່​ປຸ່​ນ. ​ຫຼັງຈາກ​ນັ້ນ ປັກ​ກິ່ງ ​ໄດ້ສັ່ງ​ໃຫ້ໂຈະໂຄງ
ການ​ທີ່​ຍັງ​ບໍ່ທັນ​ໄດ້​ຮັບ​ການ​ອະນຸມັດ​ເທື່ອ ​ແລະໄດ້​ສະ​ເໜີ​ໃຫ້​ມີ​ການ​ກວດກາ​ຄວາມ​ປອດ
ໄພຢູ່​ທີ່ໂຮງ​ໄຟຟ້າທີ່​ໄດ້​ມີ​ການ​ເປີດ​ໃຊ້ແລ້ວ.

ພ​ະລັງ​ງານ​ນີວເຄລຍ ແມ່ນ​ຖື​ວ່າ​ເປັນ​ພາກສ່ວນ​ທີ່​ມີ​ຄວາມ​ຫຼໍ່​ແຫຼມສຳຄັນໃນ​ແຜນການ​
ຂອງ​ລັດຖະບານ​ເພື່ອຊອກ​ຫາ​ແຫຼ່ງພະລັງງານ​ແບບ​ຫຼາກຫຼາຍນອກ​ເໜືອ​ໄປ​ຈາກ​ຖ່ານ
ຫີນທີ່​ໃຊ້​ປັ່ນ​ໄຟຟ້າ​ປະມານ 80% ຢູ່​ໃນ​ປະ​ເທດ​ຈີນ​ນັ້ນ. ພ​ະລັງ​ງາ​ນນີວ​ເຄລຍ​ ຊຶ່ງ​ປ່ອຍ
ທາດຄາບອນ​ເກືອ​ບສູນ​ເປີ​ເຊັນ ຊຶ່ງ​ໃນ​ເວລາ​ນີ້ປະກອບ​ເປັນໜ້ອຍ​ກວ່າ​ສອງ​ເປີ​ເຊ​ນ
ຂອງການ​ນໍາໃຊ້ພະລັງງານ​ທັງ​ໜົດຂອງ​ປະ​ເທດ.

ເພື່ອ​ໃຫ້​ເປັນ​ທີ່​ພຽງພໍ​ຕໍ່ຄວາມ​ຕ້ອງການທີ່​ເພີ່ມ​ທະວີ​ຂຶ້ນ​ແລະ​ລົດ​ກາ​ນໃຊ້ພະລັງງານ​ທີ່​
ມີ​ມົນ​ລະ​ພິດນັ້ນ ຈີນມີ​ແຜນ​ທີ່ຈະ​ເພີ້ມການ​ພະ​ລິດພະລັງງານ​ນີວ​ເຄລຍ ຂື້ນເປັນ​ສອງເທົ້າ ​
ພາຍໃນ​ປີ 2020 ນີ້.

XS
SM
MD
LG