ລິ້ງ ສຳຫລັບເຂົ້າຫາ

ນາຍຄູຕາບອດ ຊຸກຍູ້ໃຫ້ ລູກສິດຕາພິການ ຮຽນພາສາອັງກິດ


ມີ​ເດັກນ້ອຍ​ຕາບອດ ປະມານ 70,000 ຄົນຢູ່ໃນ​ອິນ​ໂດ​ເນ​ເຊຍ
ອິງ​ຕາມ​ບົດ​ສຶກສາ​ບົດ​ນຶ່ງ​ເມື່ອ​ໄວໆ​ມານີ້ ຢູ່​ໃນ​ວາລະສານກ່ຽວ
​ກັບພະຍາດຕາ​ຂອງ​ອັງກິດ. ພວກ​ນັກ​ຄົ້ນ​ຄ້ວາ​ພົບ​ວ່າ 60 ສ່ວນ
​ຮ້ອຍ​ຂອງ​ເດັກນ້ອຍທີ່​ເຂົາ​ເຈົ້າ​ສຶກສາ ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຕາບອດ
​ເລີຍ. ມີ​ຢູ່​ເລື້ອຍໆ ທີ່ອາການ​ຫລາຍໆ​ຢ່າງທີ່​ປິ່ນປົວ​ໄດ້ ​ເຊັ່ນ​ພະ
ຍາດໝາກ​ສຸກ ຕາ​ຕໍ້ກະ ຈົກ ແລະຕາ​ຕໍ້​ຫິນ ​ພາ​ໃຫ້​ຕາບອດ ຖ້າ​ບໍ່
ໄດ້ຮັບ​ການ​ປິ່ນປົວ.

ທ່ານ Iyehezkiel Parudani ​ເສຍ​ສາຍຕາ ຕັ້ງ​ແຕ່​ອາຍຸ 6 ປີ
ຍ້ອນ​ເປັນ​ພະຍາດໝາກສຸກໝາກ​ໄສ. ​ເວລາ​ນີ້ ທ່ານ​ສອນ​ພາ
ສາ​ອັງກິດ ​ໃຫ້​ນັກຮຽນ​ຕາບອດ​ແລະພິການ​ທາງ​ສາຍຕາ ຢູ່
​ໂຮງຮຽນ​ພິ​ເສດ Pajajaran ​ໃນ​ເມືອງ Bandung.

ທ່ານ​ Iyehezkiel Parudani ກ່າວ​ວ່າ ການ​ຮຽນ​ພາສາ​ອັງກິດ​
ສາມາດ​ຊ່ວຍ​ຄົນ​ຕາບອດ ​ໃຫ້ມີຄວາມ​ຮູ້ສຶກ​ດີ​ກ່ຽວ​ກັບ​ຕົວ​ເຂົາ
​ເຈົ້າ​ເອງ ​ແລະ​ຊອກ​ວຽກ​ການເຮັ​ດ​ໄດ້.

ທ່ານເວົ້າ​ວ່າ “​ໂດຍ​ການ​ຮຽນ​ພາສາ​ອັງກິດ ພວກ​ເຂົາ​ເຈົ້າ​ຈະ​ສາມາດ​ເປັນ​
ຄູ​ສອນ​ພາສາ​ອັງກິດ​ໄດ້ ສາມາດ​ເປັນ​ນາຍ​ພາສາ​ໄດ້ ​ເປັນ​ນັກ​ແປ​ໄດ້ ​ແລະ​
ກໍ​ສາມາດ​ເປັນ​ຄົນ​ນຳ​ທ່ຽວ​ໄດ້​ ນຳ​ອີກ.”

ພວກ​ນັກ​ຮຽນຕາບອດ​ອ່ານໜັງສື ດ້ວຍ​ການ​ໃຊ້​ລະບົບ​ຕົວ​ອັກສອນ​ນູນໆ ທີ່​ເອີ້ນວ່າ ອັກ
ສອນ Braille. ສຳ​ຫລັບ​ການ​ຂຽນ​ນັ້ນ ພວກນັກ​ຮຽນ​ໃຊ້​ເຄື່ອງມື​ພິ​ເສດ ທີ່​ເອີ້ນ​ວ່າ slate
ທີ່​ເປັນ​ແຜງ ສຳ​ຫລັບ​ໃຫ້​ເອົາ stylus ທີ່​ມີ​ປາຍ​ແຫລມໆ ຂີດ​ຂຽນ​ເປັນ​ໂຕ​ໜັງສື​ລົງ​ໄປ.

ອຸປະກອນຂຽນໜັງສື ຂອງຄົນຕາບອດ

ອຸປະກອນຂຽນໜັງສື ຂອງຄົນຕາບອດ

ທ່ານ​ກ່າວ​ວ່າ ພວກຄົນ​ຕາບອດບໍ່​ຄວນ​ປ່ອຍ​ໃຫ້ ຂໍ້​ຈຳກັດ​ຮັດ
​ແຄບດ້ານ​ຮ່າງ​ກາຍ​ຂອງຕົນ ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໄຝ່ຝັນ
​ຂອງ​ຕົນ. ໃນປີ 2008 ມູນ​ນິທິ Ford ​ໄດ້​ມອບ​ທຶນ​ໃຫ້​ທ່ານ​ມາ​
ສຶກສາ​ຢູ່​ມະຫາວິທະຍາ​ໄລແຫ່ງເທັກ​ຊັສ ​ເປັນ​ເວລາ​ສອງ​ປີ.
ຢູ່​ທີ່​ນັ້ນ ທ່ານ​ໄດ້​ຮັບປະລິນຍາ​ໂທ ວິຊາ​ພັດທະນາ​ຫລັກສູດ.
ທ່ານ​ຢາກ​ໃຫ້​ນັກຮຽນ​ຂອງທ່ານຮຽນ​ພາສາ​ອັງກິດ ​ເພື່ອ​ວ່າ
​ເຂົາ​ເຈົ້າ​ຈະ​ໄດ້​ໄປ​ສຶກສາຢູ່​ຕ່າງປະເທດ ຄື​ກັນ​ກັບທ່ານ.

ທ່ານ Parudani ​ກ່າວ​ວ່າ “ຢູ່​ໃນ​ສະຫະລັດ ອັນໃດ​ກໍ​ສາມາ​ດ​ເຂົ້າ​ເຖິງ​ໄດ້. ຖ້າ
ຂ້າພະ​ເຈົ້າໄປ​ຮຽນ​ຢູ່​ມະຫາວິ​ທະຍາ​ໄລ ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ແມ່ນ​ຈະ​ມີໃຫ້ ເຊັ່ນ​
ປື້​ມອີ​ເລັກ​ໂທຣນິກ ຫລື
E-book ​ແລະ​ປື້​ມ Braille. ຢູ່​ ອິນ​ໂດເນ​ເຊຍ​ນີ້ ​ເຈົ້າ
​ຮູ້​ບໍ່
ມັນ​ຍາກ​ທີ່​ຈະ​ຊອກ​ຫາໜັງສື​ອ້າງ​ອິງ​ ແບບ​ປື້ມ E-book ຫລືປື້​ມ Braille
ໄດ້. ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ເອົາ​ເອງ. ​ແຕ່​ວ່າ​ຕອນ​ຂ້າພະ​ເຈົ້າ​ຢູ່​ສະຫະ​ລັດ ປື້​ມ
ທຸກໆ​ຢ່າງ ໜັງສື​ອ້າງ​ອິງ​ທຸກໆ​ຢ່າງ​ທີ່​ຂ້າພະ​ເຈົ້າ​ຕ້ອງການ ​ແມ່ນ​ມີ​ໃຫ້​ໃຊ້​ໄດ້​
ຢູ່​ໃນ​ຫ້ອງ​ສະມຸດ... ຂ້າພະ​ເຈົ້າ ສາມາດ​ເຄື່ອນ​ໄປບ່ອນ​ໃດ​ທີ່​ຢາກ​ໄປ ​ກໍ​ໄດ້​
ຢ່າງ​ງ່າຍດາຍ ​ເພາະວ່າ​ ທຸກຢ່າງ​ແມ່ນ​ອອກ​ແບບ​ ໃຫ້​ພວກ​ຄົນ​ທີ່​ຕາບອດ
​ເຂົ້າ​ໃຊ້ເຂົ້າ​ເຖິງ​ໄດ້​ອີ່ຫລີ.”

Eha Lestari ​ເຄີຍ​ເປັນລູກສິດເດັ່ນຄົນ​ນຶ່ງ​ຂອງທ່ານ Iyehezkiel Parudani. ນາງຕາ
ບອດ​ເກືອ​ບຢ່າງ​ສິ້ນ​ເຊີງ ຍ້ອນ​ເປັນ​ໂຣກຕາ​ຕໍ້ ​ຕອນ​ທີ່​ນາງມີ​ອາຍຸ​ພຽງ 4 ປີ. ນາງ​ກ່າວ​ວ່າ
ການ​ຮຽນ​ພາສາ​ອັງກິດ ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ນາງ​ປ່ຽນ​ໄປ.

Eha Lestari ​ເວົ້າ​ວ່າ “ຂ້ອຍ​ຮຽນ​ພາສາ​ອັງກິດ ກໍ​ເພາະ​ຂ້ອຍ​ມັກ​ພາສາ​ອັງກິດ​
ຫລາຍ​. ຂ້ອຍ​ຢາກ​ເປັນ​ນາຍ​ພາສາ. ມັນ​ເປັນຄວາມ​ໄຝ່ຝັນ​ອັນ​ນຶ່ງ​ຂອງ​ຂ້ອຍ.
ສະ​ນັ້ນ ​ມັນ​ຈຶ່ງເປັນ​ເຫດຜົນ​ທີ່​ຂ້ອຍ​ຢາກ​ຮຽນ ພາສາ​ອັງກິດ​ຫລາຍ...ຂ້ອຍ​ຢາກ
​ເປັນ​ນາຍ​ພາສາ ​ເພາະວ່າ​ຂ້ອຍ​ຢາກ​ໄປ​ປະ​ເທດ​ອື່ນໆ ​ແລະ​ຂ້ອຍ​ກໍ​ຢາກພົບ​ພໍ້​
ກັບ​ຄົນ​ອື່ນ​ໆ​ ຈາກ​ທົ່ວ​ໂລກ​ນຳ.”

ນາງ Eha Lestari ​ໄດ້​ເດີນທາງ​ໄປ San Francisco ​ແລະ Washington DC ​ຮ່ວມ​ກັບ​ນັກຮຽນ​ອີກ​ຫລາຍໆ​ຄົນ ໃນໂຄງການ​ຜູ້ນຳ​ເຍົາວະ​ຊົນ ອິນ​ໂດ​ເນ​ເຊຍ-ສະຫະລັດ. ​ການ​ເດີນທາງ​ດັ່ງກ່າວ​ໄດ້​ມີ​ຜົນສະທ້ອນ​ທີ່​ສຳຄັນ​ຕໍ່​ຊີວິດ​ຂອງ​ນາງ. ພຽງ​ເມື່ອ​ສອງ​ປີ​ກ່ອນ​ນີ້ ນາງ Eha ເວົ້າ​ພາສາ​ອັງກິດ​ຍັງ​ບໍ່ເກ່ງ​ເລີຍ ລອງ​ຟັງ​ເບິ່ງ.

“I want. I want can speak English. I want to speak English. Yes. Very good.”

“ຂ້ອຍ​ຢາກ ຂ້ອຍ​ຢາກ ສາມາດ ປາ​ກພາສາ​ອັງກິດ. ຂ້ອຍ​ຢາກ​ເວົ້າ ພາສາ​ອັງກິດ. ​
ແມ່ນ​ແລ້ວ. ​ເວົ້າ​ເກັ່ງໆ.”

ນາງ Eha ມັກ​ຮ້ອງ​ເພງ ຄື​ກັນ​ກັບ​ເພື່ອນ​ນັກຮຽນ​ຮ່ວມ​ຫ້ອງ​ຂອງນາງ​.

​ໂຮງຮຽນ​ພິ​ເສດ Pajajaran Special School ​ແມ່ນ​ເຕັມ​ໄປ​ດ້ວຍນັກ​ດົນຕີທີ່ບໍ່​ທຳ​ມະ​ດາ.
ຢູ່​ທີ່​ນີ້ ດົນຕີ​ແມ່ນ​ສ່ວນ​ນຶ່ງຂອງ​ຊີວິດ​ປະຈຳ​ວັນ. ​ແມ່ນ​ແຕ່ພວກ​ນັກຮຽນ​ທີ່​ບໍ່​ຮຽນ​ພາສາອັງ
ກິດ ກໍ​ສາມາດ​ຮ້ອງ​ເພງ​ພ໊ອບຮິ​ຕຂອງ​ຕາ​ເວັນ​ຕົກ​ໄດ້...ພວກ​ນັກ​ຮຽນກຳລັງ​ພາກັນ​ຮຽນ​ຮ້ອງ
ເວີ​ຊັ່ນ​ພິ​ເສດ​ທີ່​ເຂົາ​ເຈົ້າ​ດັດ​ແປງ​ເອງ ຂອງເພງ​ພ໊ອບຄລາສຊິກ​ຂອງ​ອາ​ເມຣິກາ ​ທີ່​ຊື່ “Stand By Me.”

[Students singing] “Stand by me. Please stand, stand by me. Stand by me.”

ທ່ານ Iyehezkiel Parudani ກ່າວ​ວ່າ ​ເພງ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ ສຳ​ຫລັບ​ພວກ​ນັກຮຽນ.

ທ່ານ​ກ່າວ​ວ່າ “​ໃນ​ຊີວິດ​ນີ້ ພວກ​ເຮົາ​ແມ່ນ​ຕ້ອງ​ການ​ອີກຄົນນຶ່ງ. ​ເຈົ້າ​ຕ້ອງ​ຢືນ​ຢູ່​ຄຽງ
​ຂ້າງ​ຂ້ອຍ. ຖ້າ​ເຈົ້າ​ບໍ່​ຢືນ​ຢູ່​ຄຽງ​ຂ້າງ​ຂ້ອຍ​ແລ້ວ ຂ້ອຍ​ກໍ​ບໍ່ມີ​ຄວາມ​ໝາຍ​ຫຍັງ.”

Eha Lestari ວາງ​ແຜ​ນຈະ​ໄປ​ຮຽນ​ຕໍ່​ມະຫາວິ​ທະຍາ​ໄລ ​ແລະ​ຮຽນ​ເອົາປະລິນຍາ​ໃນ​ພາສາ​ອັງກິດ. ສຳ​ຫລັບ​ເວລາ​ນີ້ ນາງ​ມີ​ຄຳ​ແນະນຳ​ບາງ​ຢ່າງ ສຳ​ຫລັບ​ຊາວ​ໜຸ່ມ​ຄົນ​ອື່ນໆ.

ນາງ​ກ່າວ​ວ່າ “ກະລຸນາ​ໃຊ້​ພາສາ​ອັງກິດ​ທຸກໆ​ມື້. ຢ່າ​ສຸ​ອາຍ ທີ່​ຈະ​ເວົ້າພາສາ​ອັງກິດ.
ຖ້າ​ຫາກ​ເຮົາ​ສາມາດ​ເວົ້າ​ພາສາ​ອັງກິດ​ໄດ້ ຖ້າ​ຫາກ​ເຮົາສາມາດ​ຫລິ້ນ​ດົນຕີ​ໄດ້
ຂ້ອຍ​ຄິດ​ວ່າ ອະນາຄົດ​ຂອງ​ເຮົາກໍຈະ​ດີ...ດີ​ຫລາຍ.”

​ແລະ​ນັ້ນ​ກໍ​ຄື​ລາຍ​ງານ​ການ​ສຶກສາ​ຂອງ​ວີ​ໂອ​ເອ ພະ​ແນ​ກຮຽນ​ພາສາ​ອັງກິດ.


There are an estimated 70,000 blind children in Indonesia, according to a recent study in the British Journal of Ophthalmology. The researchers found that 60 percent of the children they studied did not have to go blind. Treatable conditions like measles, cataracts, and glaucoma too often lead to blindness.

Iyehezkiel Parudani lost his eyesight at age six from chicken pox. He now teaches English to blind and visually impaired students at the Pajajaran Special School in the city of Bandung.

“What I would like you to do now is listing some professional jobs…professions.”

Iyehezkiel Parudani says learning English can help blind people feel better about themselves and find jobs.

“By learning English, they can be an English teacher. They can be an interpreter. They can be a translator, and also they can be a tourist guide.”

Students read using Braille, a writing system in which letters are represented by a series of raised dots. To write, students use special tools: a slate and stylus.

He says blind people should not let their physical limitations affect their dreams. In 2008, the Ford Foundation gave him a two-year scholarship to study at the University of Texas. There, he earned a Master’s degree in curriculum development. He wants his students to learn English so they too can study overseas.

“In the US everything is accessible. If I go to the university to study, everything is available—like E-book, Braille book. Here in Indonesia, you know, it’s difficult to find a reference book in E-book or in Braille. We have to make it ourselves. But when I was in the US, all books, references I need are available in the library…I can easily move wherever I want because everything designed really accessible for people with blindness."

Eha Lestari was one of Iyehezkiel Parudani’s star students. She is almost completely blind from an eye cataract she suffered when she was four years old. She says learning English has changed her life.

“I study English because I love English very much. I want to be an interpreter. It’s one of my dreams so that’s why I want to learn English very much…I want to be an interpreter because I want to go to the other countries and then I want to meet some people from around the world.”

Eha Lestari traveled to San Francisco and Washington DC as part of the Indonesia-U.S. Youth Leadership Program. The trip had a major effect on her life. Listen to her speaking English just two years ago.

“I want. I want can speak English. I want to speak English. Yes. Very good.”

Like her classmates, Eha loves to sing. The Pajajaran Special School is filled with extraordinary musicians. Here, music is part of daily life. Even the students who do not study English can sing the latest Western pop hits. The students worked on a special version of the classic American pop song “Stand By Me.”

[Students singing] “Stand by me. Please stand, stand by me. Stand by me.”

Iyehezkiel Parudani says the song has special meaning for the students.

“In this life, we need other person. You have to stand by me. Without you standing by me, I’m meaningless.”

Eha Lestari plans to go to college and major in English. For now, she has some advice for other young people.

“Please use English every day. Don’t be shy to speak English…If we can speak English, if we can play music, I think your future is good…is very good.”


This story was written and produced for VOA Learning English by Adam Brock. It was narrated by Christopher Jones-Cruise. The script was edited by George Grow.

XS
SM
MD
LG