ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະຊາຊົນ ຊີເລ ທີ່ພາກັນຢ້ານກົວ ແຜ່ນດິນໄຫວເກີດຂຶ້ນຄັ້ງໃໝ່ ອອກໄປຫລັບນອນຢູ່ນອກບ້ານເຮືອນ


ຂ່າວ​ໄພ​ແຜ່ນດິນ​ໄຫວ​ທີ່ Chile : ພວກ​ປະຊາຊົນ Chile ທ່ີ​ພາກັນ​ຢ້ານ​ກົວ​ແຜ່ນດິນ​ໄຫວ​ອີກ​ຄັ້ງ​ໃໝ່​ຫລັງ​ຈາກ​ເກີດ​ແຜ່ນດິນ​ໄຫວຄັ້ງຮ້າຍ​ແຮງ​ນັ້ນ ໄດ້ພາກັນອອກ​ໄປ​ຫລັບ​ນອນ​ຢູ່​ນອກ​ບ້ານ​ເຮືອນ ໃນ​ວັນ​ອາທິດ​ມື້​ນີ້ 1 ມື້ ຫລັງຈາກ​ປະສົບ​ກັບ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງທ່ີ​ໄດ້​ສ້າງ​ຄວາມ​ເສັຍ​ຫາຍ​ຢ່າງ​ໜັກ​ໃນ​ຂົງ​ເຂດ​ພາກ​ກາງຂອງ​ປະ​ເທດ​ແລ້ວ. ​ແຜ່ນດິນ​ໄຫວ​ທ່ີ​ມີ​ຄວາມ​ແຮງ 8.8 ຕາມ​ເຄືອງ​ວັດ​ແທກແຜ່ນດິນ​ໄຫວ Richter ​ໄດ້​ປະ​ທະ​ປະ​ເທດ​ໃນ​ທະວີບ​ອາ​ເມຣິກາ​ໃຕ້​ແຫ່ງ​ນີ້ ​ໃນ​ຕອນ​ເຊົ້າ​ມືດ​ວັນ​ເສົາ​ວານ​ນີ້ ຊຶ່ງ​ຫລັງ​ຈາກນັ້ນ ແຜ່ນດິນ​ໄດ້​ສັ່ນ​ສະ​ເທືອ​ນຢ່າງ​ ແຮງ ມາ​ຕື່ມ​ອີກ​ຢ່າງ​ນ້ອຍ 87 ຄັ້ງ ​ຮວມທັງ​ຄັ້ງ​ນຶ່ງ​ຊຶ່ງ​ມີ​ຄວາມ​ແຮງ​ເຖິງ 6.9 . ໄພ​ແຜ່ນດິນ​ໄຫວ ​ຄັ້ງ​ນີ້​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ຫລາຍ​ກວ່າ 300 ຄົນ ແລະ​ໄດ້​ສ້າງ​ຄວາມ​ເສັຍ​ຫາຍ​ໃຫ້​ແກ່​ບ້ານ​ເຮືອນ​ຫລາຍ​ເຖິງ 1 ລ້ານ5 ແສນ​ຫລັງ. ປະທານາທິບໍດີ ທ່ານ​ນາງ Michelle Bachelet ​ໄດ້​ປະກາດສະພາ ວະ​ຫາ​ຍະ​ນະ ຢູ່ໃນ​ພາກ​ກາງຂອງ Chile ບ່ອນ​ທ່ີ​ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ພວກ​ຕຶກ​ອາຄານ​ພັງ​ທະລາ​ຍລົງ ພ້ອມ​ທັງ​ເຮັດ​ໃຫ້​ຍວດ​ຍານ ພາຫະນະ​ປິ້ນຂວ້ຳ ​ແລະ​ເຮັດ​ໃຫ້​ສາຍ​ໄຟຟ້າ​ແລະ​ໂທລະສັບ​ຕັດຂາດ​. ພວກ​ຂົວ​ສະພານ​ຫລາຍ​ແຫ່ງໄດ້​ເພພັງ​ລົງ​ ແລະ​ພວກ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ກໍ​ເຕັມ​ໄປ​ດ້ວຍ​ສິ່ງ​ຫັກເພພັງ. ​ ມີລາຍ​ງານ​ວ່າ​ ໄດ້​ເກີດໄຟ​ໄໝ້ຂຶ້ນຢູ່​ຫລາຍ​ບ່ອນ ​ແລະ​ໂຮງໝໍ​ຫລາຍ​ແຫ່ງ​ ກໍ​ໄດ້ເພພັງ​ລົງ​ເຊັ່ນ​ກັນ.
​ໄພ​ແຜ່ນດິນ​ໄຫວ​ນີ້ ​ໄດ້​ສ້າງ​ການ​ທ້າ​ທາຍ​ທ່ີ​ໜ້າ​ຢ້ານ​ກົວ​ອັນ​ທຳ​ອິດ​ໃຫ້​ແກ່​ມະຫາ​ເສດຖີ​ເງິນ​ພັນ​ລ້ານ​ທ່ານ Sebastian Pinera ທ່ີ​ຫາ​ກໍ​ຖືກ ເລືອກ​ເປັນ​ປະທາ​ນາ​ທິບໍດີ​ຂອງ Chile ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນີ້ ​ແລະ​ກຳນົດ​ຈະ​ຂຶ້ນ​ດຳຣົງຕຳ​ແໜ່​ງ​ໃນ​ອີກ 2 ສັບປະດາ​ຂ້າງ​ໜ້າ​.
ປະຕິກິຣິຍາ​ກ່ຽວ​ກັບ​ໄພ​ແຜ່ນດິນ​ໄຫວ​ທ່ີ Chile: ​ປະຊາ​ຄົມນາໆ​ຊາດ​ກຳລັງ​ສະ​ເໜີ​ໃຫ້ການ​ຊ່ອຍ​
ເຫລືອ​ແກ່ Chile ຫລັງ​ຈາກ​ເກີດ​ໄພພິບັດ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ໃນ​ວັນ​ເສົາ​ວານ​ນີ້.ປະທານາທິບໍດີ​
ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ ກ່າວ​ວ່າ ທ່ານ​ໄດ້​ຕິດ​ຕ່ໍ​ພົວພັນ​ກັບ​ປະທານາທິບໍດີ Michelle Bachelet ​ແລ້ວ​ເພື່ອ​ສະ​ເໜີ​ໃຫ້ ການ​ຊ່ອຍ​ເຫລືອ​ຂອງ​ສະຫະຣັດ​ ໃນ​ການ​ດຳ​ເນີນຄວາມພະຍາຍາມ​ເພື່ອກູ້​ໄພ​ແລະ​ຟື້ນໂຕ​ຄືນ​ນັ້ນ ຊຶ່ງ​ທ່ານ​ກ່າວ​ວ່າ​ສະຫະຣັດມີ​ກຳລັງ​ວັດຖຸ​ທ່ີ​ຕຽມ​ພ້ອມ​ທ່ີ​ຈະ​ສົ່ງ​ໄປ​ຍັງ Chile ເວລາ​ໃດ​ທ່ີ​ທາງຣັຖບານ Chile ຫາກ​ຕ້ອງການ​ການ​ຊ່ອຍ​ເຫລືອ​ນັ້ນ. ທ່ານ​ນາງ Hillary Clinton ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດກໍ ກ່າວ​ວ່າ ສະຫະຣັດກຳລັງ​ປະສານ​ງານ​ຢ່າງ​ໃກ້ຊິດ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ຂອງ Chile ​ແລະ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ທ່ານ​ນາງ​ຢາກ​ຈະ​ອອກເດີນທາງຕາມ​ກຳນົດ​ທ່ີ​ໄດ້​ວາງແຜນ​ໄວ່້ໃນ​ວັນອາທິດ​ມື້​ນີ້ ​ໄປ​ຍັງ ຂົງ​ເຂດ​ອາ​ເມຣິກາ​ໃຕ້ ​ທ່ີຮວມທັງ​ການ​ຢຸດ​ແວ່​ທ່ີ​ປະ​ເທດ Chile ນຳ. ສະຫະພາບ​ຢູ​ໂຣບ​ກໍໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ທ່ີ​ຈະ​ໃຫ້​ເງິນຊ່ອຍ​ເຫລືອ​ ຈຳ ນວນ 4 ລ້ານ​ດອນ​ລາ​ໃນ​ທັນທີ ​ແກ່​ CHILE. ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ຄວາມເສົ້າ​ເສັຍ​ໃຈນຳ​ການ​ເສັຍ​ຊີວິດ​ຈາກ​ໄພ​ແຜ່ນດິນ​ໄຫວ​ນີ້ ​ແລະ​ກ່າວ​ວ່າ ທ່ານ​ກຳລັງ​ຂໍເອົາການ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ສະຖານະ​ການ​ ຈາກຄນະ​ກັມ ມາທິການ​ວ່າດ້ວຍ​ເສດຖະກິດ​ຂອງ​ສະຫະ​ປະຊາ​ຊາດ ສຳລັບອາ​ເມຣິ ກາ​ລາ​ຕິນ​ແລະ​ເຂດ​ທະ​ເລແຄຣິບບຽນຢູ່ ຊຶ່ງ​ມີ​ສຳນັກງານ​ຕັ້ງ​ຢູ່​ໃນ​ ນະຄອນຫລວງ Santiago ຂອງ Chile ນັ້ນ. ອົງການ​ວ່າ​ດ້ວຍ​ປະ​ເທດ​ໃນ​ຂົງ​ເຂດ​ອາ​ເຣິກາ​ກໍ​ໄດ້​ສະ​ເໜີ​ຄວາມ​ເປັນ ເອກະ ​ພາບ​ເຊັ່ນ​ກັນ​ຕໍ່​ປະຊາຊົນ​ຂອງ Chile ນັ້ນ. ​ເລຂາທິການ​ໃຫຍ່​ຂອງ​ອົງການ​ປະ​ເທດ​ໃນ​ຂົງເຂດ​ອາ​ເມຣິກາ ຫລື OAS ທ່ານ Jose Miguel Insulza ທ່ີ​ມາ​ຈາກ​ປະ​ເທດ Chile ກ່າວ​ວ່າ ປະ​ເທດ​ຂອງທ່ານ​ສາມາດ​ກາງ​ຕໍ່​ການ ​ຮ່ວມ​ໄມ້​ຮ່ວມ​ມື​ທຸກ​ຢ່າງ​ ​ທ່ີ​ທາງ​ອົງການກຸ່ມ​ປະ​ເທດ OAS ສາມາດ​ອຳນວຍ​ໃຫ້​ໄດ້.
ກ່ຽວກັບຄື້ນຟອງຍັກສຶນາມິ: ໄພ​ແຜ່ນດິນ​ໄຫວ​ທ່ີ​ປະ​ເທດ Chile ​ໄດ້​ສົ່ງ​ຄື້ນຟອງຍັກສຶນາ​ມິ ​ຫລາຍ​ພັນ​ຫລັກ​ກິ​ໂລ​ແມັດ​ ຂ້າມ​ມະຫາສມຸດປາຊີ​ຟິກ​ໄປ​ຮອດແຄມ​ຝັ່ງ​ທະ​ເລ ​ຂອງຣັດຮາ​ວາຍ,New Zealand, ຍີ່ປຸ່ນ ຣັດ​ເຊັຍ​ແລະ​ໝູ່​ເກາະ​ຕ່າງໆ​ໃນພາກ​ໃຕ້​ຂອງ​ມະຫາສມຸດ​ປາຊີຟິກ ​ແຕ່​ບໍ່​ຮ້າຍ​ແຮງ ​ແລະ​ຫລາ​ຍໆ ບ່ອນ​ໄດ້ລົບ​ລ້າງ​ການ​ເຕືອນ​ໄພໃຫ້​ລະວັງ​ຄືນ​ຟ​ອງຍັກ​ສຶນາ​ມິ​ນັ້ນ. ສູນ​ກາງ​ເຕືອນ​ໄພ​ສຶນາ​ມິໃນ​ເຂດ​ປາຊີ​ຟິກ ທີ່​ ເກາະ​ຮາ​ວາຍ​ຂອງ​ສະຫະ ຣັດ ກໍ​ໄດ້​ປະກາດລົບ​ລ້າງ​ການ​ເຕືອນ​ໄພ​ໃນ​ທົ່ວ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກ ​ໃນ​ມື້​ນີ້ ຫລັງ​ຈາກ​ທີ່​ຄື້ນຟອງທີ່​ພັດ​ເຂົ້າປະ​ທະ​ 15 ຊົ່ວ​ໂມງ​ຫລັງ​ຈາກ​ເກີດໄພ​ແຜ່ນດິນ​ໄຫວ​ທີ່ CHILE ນັ້ນ ມີ​ຂະ​ນາດ​ນ້ອຍ​ກ່ວາ​ທີ່​ຄາດ ຄະ​ເນ​ໄວ້.ບໍ່​ມີໄດ້​ລາຍ​ງານ​ແຈ້ງ​ໃຫ້​ ຊາບ​ກ່ຽວ​ກັບ​ຄວາມ​ເສັຍຫາຍ ຫລື​ບາດ​ເຈັບ​ລົ້ມຕາຍ​ລາຍ​ສຳຄັນ​ໃດໆ​ ໃນຂົງ​ເ​ຂດ ​ມະຫາສມຸດປາຊີ​ຟິກນັ້ນ ຫລັງ​ຈາກທີ່​ໄດ້​ມີ​ການ​ຍົກຍ້າຍ​ປະຊາຊົນຫລາຍ​ແສນ​ຄົນ ອອກ​ໄປ​ຈາກ​ແຄມ ຝັ່ງ​ທະ​ເລ​ຢູ່​ໃນ​ຫລາຍໆ​ປະ​ເທດ ​ໂຮ​ມທັງ​ຟີ​ລິບ​ປີນ ​ແລະ​ນິວຊີ​ແລນ​ດ໌.​ເຖິງ​ຢ່າງ​ໃດ​ກໍ​ຕາມ ຄື້ນຟອງສຶນາ​ມິ ​ໄດ້​ເອົາ​ຊີວິດຜູ້​ຄົນ​ໄປ​ແລ້ວ​ ຢ່າງ ​ນ້ອຍ 5 ຄົນ​ເທິງ​ເກາະ​ນຶ່ງ​ຢູ່​ນອກ​ຝັ່ງ​ທະ​ເລ Chile ບ່ອນ​ເກີດ​ແຜ່​ນດິນ​ໄຫວນັ້ນ ແລະມີ​ລາຍ​ງານວ່າ​ ມີ​ 11 ຄົນ​ໄດ້​ຫາຍ​ສາບ​ສູນ​ໄປ​ເທິງ​ເກາະ Robinson Crusoc ​ໃນ​ເຂດ​ສອກຫລີກ​ຫ່າງ​ໄກ​ຂອງChile.
ທີ່ອັຟກາ​ນີສຖານ:ຣັຖບານອັຟກາ​ນີສຖານ​ໄດ້​ເລີ້ມ​ເຂົ້າ​ຄຸ້ມ​ຄອງ​ຄຸກ​ແຫ່ງ​ນຶ່ງ​ທ່ີ​ຢູ່ພາຍ​ໃຕ້ ການ​ຄວບ​ຄຸມ ​ຂອງ​ສະຫະຣັດທ່ີ​ຖານ​ທັບ​ອາກາດ Bagram ນັ້ນ​ແລ້ວ.ທ່ານ Mohammad Kaseem ຮອງຣັຖມຸນ ຕີ​ກະຊວງ​ຍຸຕິ​ທັມ​ອັຟກາ ນີສຖານ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທ່ີ​ກຸງ​ຄາ​ບູລ ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ​ຂັ້ນ​ຕອນໃນ​ການ​ເຂົ້າຄວບ​ຄຸມ​ຄຸກ​ດັ່ງກ່າວ ​ຈະ​ກິນ​ເວລາ​ເຖິງ 1 ປີ. ກອງທັບ​ສະຫະຣັດຈະທຳ​ການເຝິກອົບຮົມ​ພວກ​ທະຫານ​ອັຟກາ​ນີສຖານ​ປະມານ 300 ຄົນ ​ໃຫ້​ເປັນ​ຜູ້​ດູ​ແລຄຸກ​ດັ່ງກ່າວ ​ກ່ອນ​ພວກ​ເຂົາ​ເຈົ້າ​ຈະ​ຄວບ​ຄຸມ​ແລະເປັນ​ຜູ້​ບໍລິຫານຄຸກ ​ໂດຍ​ເຕັມ.ຄຸກ​ແຫ່ງ​ນີ້ ທ່ີ​ຕັ້ງ​ຢູ່​ໃກ້ໆ​ກັບ​ນະຄອນຫລວງ​ກຸງ​ຄາ​ບູລ ​ໄດ້​ຖືກ​ໃຊ້​ເປັນບ່ອນ​ຄຸມ​ຂັງ​ພວກ​ຜູ້​ຕ້ອງ​ສົງ​ໄສ​ ເປັນ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ທ່ີ​ຖືກ​ຈັບກຸມ​ໃນ​ລະຫວ່າງ​ໃນ​ບຸກ​ໂຈມ​ຕີ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະຣັດຕໍ່ ​ພວກ​ຕາ​ລີ​ບັນ​ໃນ​ຕົ້ນ​ປີ 2001 ນັ້ນ. ຄຸກ​ແຫ່ງ​ໃໝ່​ໄດ້​ໄຂ​ຂຶ້ນ​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້ ​ແລະ​ມີ​ວັດຖຸ​ປະສົງ​ເພື່ອ​ອຳນວຍ ​ສະພາບ​ການ​ເປັນ​ຢູ່​ທ່ີ​ດີ​ຂຶ້ນ​ໃຫ້​ແກ່​ພວກ​ນັກ​ໂທດກວ່າ​ຄຸກ​ແຫ່ງ​ກ່ອນ​ນັ້ນ.ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ກ່າວ​ຫາ​ວ່າ ​ໄດ້​ມີ​ການລະ​ເມີດ​ສິດ​ຂອງ​ພວກ​ນັກ​ໂທດ​ຢູ່​ໃນ​ຄຸກ​ທ່ີ​ຖານ​ທັບ​ອາກາດ Bagram ນັ້ນ ທ່ີ​ມີ​ຮວມທັງການ​ທຸບ​ຕີ​ແລະ​ຄຸມ​ຂັງ​ຢ່າງ​ດົນ​ນານ​ໂດຍ​ບໍ່​ມີ​ການ​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ພວກ​ທ່ີຖືກ​ຄຸມ​ຂັງ​ໄວ້​ນັ້ນ.
ຜົນ​ການ​ແຂ່ງ​ຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ແວນ​ຄູ​ເວີ: ມາ​ຮອດ​ປັດຈຸບັນ ປາກົດວ່າກາ​ນາ​ດາ ​ ປະ​ເທດ​ເຈົ້າພາບ ​ໄດ້​ຮັບ​ຫລຽນ​ຄຳ​ຫລາຍ​ກ່ວາ​ໝູ່ ລວມ​ເປັນ​ທັງ​ໝົດ 13 ຫລຽນ​ຄຳ​ ຫລັງ​ຈາກ​ທີ່​ໄດ້​ຮັບ​ຕື່ມ​ອີກ 3 ຫລຽນ​ໃນວັນ​ເສົາ​ວານ​ນີ້ ຊຶ່ງບໍ່​ເຄີຍ​ມີ​ປະ​ເທດໃດ​ໄດ້​ຮັບ​ມາ​ກ່ອນ​ໃນ​ມື້​ດຽວ ​ໃນ​ປະວັດ​ສາດ​ຂອງ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ​ແລະ​ເປັນຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫລວງ ຈາກ​ສອງ​ເທື່ອ​ກ່ອນ​ທີ່​ກາ​ນາ​ດາ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາໂອ​ລິ​ມປິກ​ລະດູ​ໜາວ ຄື​ໃນ​ປີ 1976 ທີ່​ນະຄອນ MONTREAL ​ແລະ​ໃນ​ປີ 1988 ທີ່​ເມືອງ ​CAL-GARY ຊຶ່ງ​ກາ​ນາ​ດາ​ບໍ່​ໄດ້​ຫລຽນ​ຄຳຈັກ​ຫລຽນ. ມາ​ເທື່ອ​ນີ້ ນອກຈາກ​ສ້າງ​ປະວັດ​ສາດ​ໃນ​ການໄດ້ຫລຽນ​ຄຳ 3 ຫລຽນ​ໃນ​ມື້​ດຽວ​ແລ້ວ ກາ​ນາ​ດາ​ຍັງ​ໄດ້ຫລຽນ​ຄຳ​ເທົ່າ​ກັບ​ສອງ​ປະ​ເທດ​ເຈົ້າພາບ​ກິລາ​ໂອ​ລິ​ມປິກ​ລະ​ດູ​ໝາ​ວ ທີ່​ເຄີຍ​ສ້າງ​ປະວັດ​ສາດ​ມາ​ແລ້ວ ຄື ອະດີດ​ສະຫະພາບ​ໂຊ​ວຽດ​ໃນ​ປີ 1976 ​ແ​ລະ​ນໍ​ເວ ​ໃນ​ປີ 2002. ລວມ​ທັງ​ໝົດແລ້ວ ກາ​ນາ​ດາໄດ້ 25 ຫລຽນ ມາ​ໃນ​ອັນ​ດັບ​ສາມ ​ໃນ​ຂະນະທີ່​ສະຫະຣັດຍັງ​ຄອງ​ຕຳ​ ແໜ່​ງອັນ​ດັນ​ນຶ່ງ​ຢູ່ ​ໂດຍ​ໄດ້ມາທັງ​ໝົດ 36 ຫລຽນ ມີ​ 9 ຫລຽນ​ຄຳ 14 ຫລຽນ​ເງິ​ນ ​ແລະ 13 ຫລຽນ​ທອງ​ແດງ. ອັນ​ດັບ​ສອງ​ແມ່ນ​ເຢັຍລະ​ມັນ ຊຶ່ງ​ໄດ້​ທັງ​ໝົດ 29 ຫລຽນ ມີ 10 ຫລຽນ​ຄຳ 12 ຫລຽນ​ເງິນ ​ແລະ 7 ຫລຽນ​ທອງ​ແດງ.

ກ່ຽວຂ້ອງກັນ

XS
SM
MD
LG