ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍົກຣັຖມຸນຕຣີຢູເຄຣນ ຖອນຄຳຮ້ອງທຸກ ກ່ຽວກັບການເລືອກ ຕັ້ງ


ຢູເຄຣນ: ນາຍົກຣັຖມຸນຕຣີຢູເຄຣນ ທ່ານນາງ YULIA TYMOSHENKO ໄດ້ຂໍຖອນຄຳຮ້ອງ ທຸກ ກ່ຽວກັບການ ໄດ້ຮັບໄຊຊະນະ ຂອງຄູ່ແຂ່ງ ຂອງທ່ານນາງໃນການເລືອກຕັ້ງ ປະທານາທິບໍດີ ເມື່ອໄວໆມານີ້. ການຮ້ອງຂໍທີ່ບໍ່ຄາດຄິດດັ່ງກ່າວ ໃນວັນເສົາມື້ນີ້ ໄດ້ມີຂຶ້ນນຶ່ງມື້ ຫລັງຈາກ ນາຍົກ ຣັຖມຸນຕຣີ TYMOSHENKO ໄດ້ຮຽກຮ້ອງໃຫ້ ສານທີ່ນະຄອນຫລວງ KYIV ກວດກາເບິ່ງຢ່າງ ລະອຽດ ກ່ຽວກັບຫຼັກຖານທັງໝົດ ໃນການເລືອກ ຕັ້ງ ປະທານາທິບໍດີ ຮອບສອງ ຂອງຢູເຄຣນ ທີ່ ທ່ານນາງເວົ້າວ່າ ໄດ້ມີການສໍ້ໂກງ ຄະແນນສຽງ ນັ້ນ. ສານໄດ້ຮັບຟັງ ການຮ້ອງທຸກ ຂອງນາຍົກ ຣັຖມຸນຕຣີ TYMOSHENKO ເພື່ອຂັດຂວາງການສາບານໂຕ ເຂົ້າຮັບຕຳແໜ່ງຂອງຄູ່ແຂ່ງ ຂອງທ່ານນາງ ຄືທ່ານ VIKTOR YANUKOVYCH ໃນວັນພະຫັດ ຈະມາ. ໃນຕົ້ນສັບປະ ດານີ້ ສານໄດ້ສັ່ງໃຫ້ໂຈະ ການປະກາດ ຜົນການນັບຄະແນນສຽງ ໃນການເລືອກຕັ້ງປະທາ ນາທິບໍດີ ໃນເດືອນນີ້ ຈົນກວ່າສານ ຈະທຳການຕັດສິນ. ທ່ານນາງ TYMOSHENKO ກ່າວວ່າ ທ່ານນາງຈະຮັບເອົາ ການຕັດສິນຂອງສານ ຖ້າຫາກ ຫລັກຖານທັງໝົດ ກ່ຽວກັບ ການປ່ອນບັດ ເມື່ອວັນທີ 7 ກຸມພາ ຜ່ານມານີ້ ມີການກວດສອບເບິ່ງ ຢ່າງລະອຽດ.

ເນເທີແລນ: ນາຍົກຣັຖມຸນຕຣີເນເທີແລນກ່າວ ວ່າ ຣັຖບານປະສົມ ຂອງທ່ານ ໄດ້ພັງທະລາຍ ລົງແລ້ວໃນວັນເສົາມື້ນີ້ ເວລາ 2 ພັກການເມືອງ ທີ່ໃຫຍ່ທີ່ສຸດ ບໍ່ສາມາດ ຕົກລົງກັນໄດ້ ກ່ຽວກັບ ການຖອນທະຫານ ອອກຈາກອັຟການິສຖານ ພາຍໃນປີນີ້. ນາຍົກຣັຖມຸນຕຣີ JAN PETER BALKENENDE ກ່າວຕໍ່ ພວກນັກຂ່າວ ໃນ ຕອນເຊົ້າມື້ນີ້ວ່າ ພັກທີ່ໃຫຍ່ອັນດັບ 2 ໃນຄະນະ ຣັຖບານປະສົມ ຂອງທ່ານ ໄດ້ຖອນໂຕອອກ ຈາກຣັຖບານ ຍ້ອນມີຄວາມເຫັນແຕກຕ່າງທີ່ບໍ່ສາມາດ ຄືນດີກັນໄດ້ກ່ຽວກັບວ່າຈະຕໍ່ອາຍຸ ການປະຕິບັດງານ ທາງທະຫານຂອງເນເທີແລນ ໃນອັຟການິສຖານຫລືບໍ່. ພັກຄຣິສຕຽນ ເດໂມແຄຣັທທີ່ເປັນກາງອຽງຂວາ ຂອງທ່ານ BALKENENDE ຊຶ່ງເປັນພັກທີ່ໃຫຍ່ທີ່ສຸດ ໃນຄະນະຣັຖບານປະສົມ ໄດ້ສເນີຄວາມຄິດຄວາມເຫັນ ກ່ຽວກັບການສືບຕໍ່ ຮັກສາກຳລັງ ທະຫານ ໃນຈຳນວນ ທີ່ຫລຸດລົງ ຕື່ມອີກນຶ່ງປີ ກາຍກຳນົດເສັ້ນຕາຍ ໃນເດືອນສິງຫາ ປີ 2010. ແຕ່ຮອງນາຍົກ ຣັຖມຸນຕຣີ WOUTER BOS ທີ່ພັກແຮງງານຂອງທ່ານ ຢາກໃຫ້ ສິ້ນສຸດ ການປະຕິບັດງານ ທາງທະຫານ ໃນອັຟການິສຖານ ຕາມກຳນົດ ເວລາເສັ້ນຕາຍ ນັ້ນ ໄດ້ຄັດຄ້ານ ຕໍ່ຂໍ້ສເນີ ຂອງທ່ານ BALKENENDE ໃນລະຫວ່າງ ການເຈຣະຈາ ເປັນເວລາຫຼາຍໆຊົ່ວໂມງ ທີ່ນະຄອນ HAGUE.

ປາກິສຖານ: ກອງທັບປາກິສຖານກ່າວວ່າ ຕົນ ໄດ້ສັງຫານ ພວກຫົວຮຸນແຮງ 30 ຄົນ ໃນການ ໂຈມຕີທາງອາກາດ ໃສ່ບ່ອນຫຼົບລີ້ ຂອງພວກທາ ລີບານໃກ້ໆຊາຍແດນ ອັຟການິສຖານ. ກອງທັບ ປາກິສຖານ ກ່າວໃນຖແລງການ ສະບັບນຶ່ງວ່າ ບ່ອນຫຼົບລີ້ ຂອງພວກກະບົດໃນເຂດພູ SHAWAL ໄດ້ຖືກໂຈມຕີໃ ນວັນເສົາມື້ນີ້ ຫຼັງຈາກເຈົ້າໜ້າທີ່ ໄດ້ຮັບຂ່າວວ່າ ມີພວກກະບົດ ຫລົບລີ້ຢູ່ຫັ້ນ. ພູ SHAWAL ຕັ້ງຢູ່ໃນ WAZIRISTAN ໃຕ້ ຊຶ່ງເປັນເຂດຊົນເຜົ່າ ວຸ້ນວາຍ ທີ່ມີຊາຍແດນ ຕິດກັບອັຟການິສຖານ ບ່ອນທີ່ກອງທັບ ປາກິສຖານ ໄດ້ທຳການ ບຸກໂຈມຕີ ທັງທາງອາກາດ ແລະທາງພາກພື້ນດິນ ໃນເດືອນຕຸລາ ປີກາຍ ເພື່ອກວດລ້າງ ພວກກະບົດທາລີບານ ອອກໄປຈາກ ເຂດດັ່ງກ່າວ. ໃນອີກດ້ານນຶ່ງນັ້ນ ໃນວັນເສົາມື້ນີ້ ໄດ້ມີການໂຈມຕີ ສະລະຊີບ ໃສ່ປົດຕຳຣວດ 2 ແຫ່ງ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ. ການໂຈມຕີ ທີ່ເມືອງ MENSEHRA ແລະເມືອງ BALAKOT ເປັນເຫດໃຫ້ ຜູ້ບັນຊາການ ຕຳຣວດຄົນນຶ່ງ ເສັຽຊີວິດ ແລະຕຳຣວດອີກຫຼາຍໆຄົນ ໄດ້ຮັບບາດເຈັບ.

ຊູດານ: ພວກກະບົດທີ່ສຳຄັນກຸ່ມນຶ່ງ ໃນເຂດ ດາຟົວ ຂອງຊູດານ ກ່າວວ່າ ຕົນພ້ອມແລ້ວ ທີ່ຈະຕົກລົງຢຸດຍິງ ເປັນການຊົ່ວຄາວ ກັບຣັຖ ບານ. ໂຄສົກຄົນນຶ່ງ ຂອງຂະບວນການ ເພື່ອ ຄວາມຍຸຕິທັມແລະສເມີພາບ ກ່າວໃນວັນເສົາ ມື້ນີ້ວ່າ ການເຈຣະຈາ ກັບຣັຖບານຊູດານ ທີ່ ນະຄອນຫຼວງ ຂອງ CHAD ຊຶ່ງເປັນປະເທດ ເພື່ອນບ້ານນັ້ນ ໄດ້ຍັງຜົນໃຫ້ມີ ການກຳນົດຂອບ ສຳລັບການເຈຣະຈາກັນ ໃນອະນາຄົດ. ທ່ານ AHMED HUSSEIN ໂຄສົກຂອງ ຂະບວນ ການດັ່ງກ່າວ ຍັງເວົ້າວ່າ ບັນຫາເຫລົ່ານີ້ ແມ່ນຮວມທັງ ການແບ່ງປັນ ຄວາມຮັ່ງມີ ສຳລັບປະຊາຊົນ ໃນເຂດດາຟົວນຳ. ທ່ານ HUSSEIN ເວົ້າວ່າ ລາຍລະອຽດ ຂອງແຜນການ ສັນຕິພາບ ຂັ້ນສຸດທ້າຍ ຈະມີການຕົກລົງກັນ ໃນການເຈຣະຈາໂດຍກົງ ກັບຣັຖບານຊູດານ. ຍັງບໍ່ມີການ ໃຫ້ທັສນະຄວາມເຫັນໃດໆ ຈາກຣັຖບານຊູດານເທື່ອ ກ່ຽວກັບເຣື່ອງດັ່ງກ່າວນີ້. ແຕ່ແນວໃດກໍຕາມ ປະທານາທິບໍດີຊູດານ ທ່ານ OMAR AL-BASHIR ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ພວກເຂົາເຈົ້າ ຈະໄດ້ຮັບຂ່າວດີ ກ່ຽວກັບສະຖານະການ ໃນເຂດດາຟົວ.

ໄນເຈີ: ປະຊາຊົນຊາວໄນເຈີ ຈຳນວນຫລາຍໆ ຮ້ອຍ ຖ້າຫາກແມ່ນ ຫລາຍໆພັນຄົນ ໄດ້ພາກັນ ໂຮມຊຸມນຸມຢູ່ຕາມຖນົນຫົນທາງໃນນະຄອນຫຼວງ NIAMEY ໃນວັນເສົາມື້ນີ້ ເພື່ອສນັບສນຸນ ພວກທະຫານ ທີ່ເຂົ້າຢຶດອຳນາດ ໃນການກໍ່ຣັຖປະຫານ ໃນສັບປະດານີ້. ນອກນັ້ນແລ້ວ ພວກເດີນຂະບວນ ຍັງໄດ້ ໂຮມຊຸມນຸມກັນ ໃນມື້ວານນີ້ ເພື່ອສະແດງຄວາມສນັບສນຸນ ຕໍ່ການກໍ່ຣັຖປະຫານ ທີ່ໂຄ່ນລົ້ມ ປະທານາທິບໍດີ MAMADOU TANDJA ທີ່ບໍ່ໄດ້ຮັບ ຄວາມນິຍົມ ຈາກປະຊາຊົນ ຫຼາຍຂຶ້ນນັບມື້ນັ້ນ. ການເດີນຂະບວນ ສນັບສນຸນ ໄດ້ມີຂຶ້ນ ໃນຂະນະທີ່ ປະຊາຄົມນາໆຊາດ ໄດ້ພາກັນປະນາມ ການກໍ່ຣັຖປະຫານ ໃນໄນເຈີ. ໃນມື້ວານນີ້ ສະຫະພາບອາຟຣິກາ ໄດ້ໂຈະການເປັນສະມາຊິກ ຂອງໄນເຈີ ແລະທວງໃຫ້ ປະເທດດັ່ງກ່າວ ກັບຄືນໄປ ປົກຄອງດ້ວຍ ກົດໝາຍຣັຖທັມມະນູນ. ສ່ວນສະຫະພາບຢູໂຣບ ຝຣັ່ງ ຊຶ່ງເປັນອະດີດ ເຈົ້າອານານິຄົມ ທີ່ເຄີຍປົກຄອງໄນເຈີ ອົງການ ສະຫະປະຊາຊາດ ແລະອາຟຣິກາໃຕ້ ຕ່າງກໍຮຽກຮ້ອງໃຫ້ ພວກຜູ້ນຳທະຫານ ຟື້ນຟູການປົກຄອງ ດ້ວຍຣັຖທັມມະນູນ.

ໂມຣອັກໂກ: ເຈົ້າໜ້າທີ່ໃນພາກເໜືອຂອງໂມ ຣອັກໂກ ກ່າວວ່າ ມີຢ່າງນ້ອຍ 38 ຄົນ ເສັຽຊີ ວິດ ຫລັງຈາກຫໍຍອດແຫລມ ຂອງວັດສາສນາ ອິສລາມທີ່ມີຊື່ສຽງທາງປະວັດສາດແຫ່ງນຶ່ງໄດ້ ພັງລົງມາ ໃນລະຫວ່າງການສວດມົນພາວະນາ ໃນວັນສຸກວານນີ້. ນອກນັ້ນແລ້ວ ຍັງມີອີກ 70 ກວ່າຄົນ ໄດ້ຮັບບາດເຈັບ ໃນເຫດຮ້າຍ ທີ່ໄດ້ ເກີດຂຶ້ນ ຂະນະທີ່ ພວກໄປສວດມົນພາວະນາ ພວມແໜ້ນວັດ BAB BERDIEYINNE ໃນເມືອງປະວັດສາດ MEKNES ຊຶ່ງຕັ້ງຫ່າງຈາກ ນະຄອນຫຼວງ RABAT ປະມານ 130 ຫລັກກິໂລແມັດ. ເຈົ້າໜ້າທີ່ ໄດ້ຖິ້ມໂທດ ກ່ຽວກັບການພັງລົງ ຂອງຫໍຍອດແຫລມ ໃນຄັ້ງນີ້ວ່າ ເປັນຍ້ອນຝົນຕົກໜັກ ໃນໄລຍະສອງ-ສາມມື້ຜ່ານມາ. ພວກໄປສວດມົນພາວະນາ ທີ່ໄດ້ຮັບບາດເຈັບສ່ວນໃຫຍ່ ໄດ້ອອກຈາກ ໂຮງໝໍແລ້ວ ລຸນຫລັງທີ່ໄດ້ຮັບ ການປິ່ນປົວ ແຕ່ປະມານ 20 ຄົນ ຍັງສືບຕໍ່ ໄດ້ຮັບການພະຍາບານໂຕ ຢູ່ທີ່ໂຮງໝໍ. ເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ການປະຕິບັດງານກູ້ພັຍ ໄດ້ດຳເນີນໄປ ດ້ວຍຄວາມຊັກຊ້າ ທັງນີ້ກໍຍ້ອນ ວັດດັ່ງກ່າວ ຊຶ່ງໄດ້ສ້າງເມື່ອ 4 ສັຕວັດ ຜ່ານມາແລ້ວນັ້ນ ຕັ້ງຢູ່ໃນຄຸ້ມ ທີ່ແອອັດ ມີຜູ້ຄົນໄປມາ ຢ່າງຄັບຄັ່ງ ໃນເຂດເມືອງເກົ່າ. ພວກກູ້ພັຍ ໄດ້ໃຊ້ມືເປົ່າ ຂົນຊາກຫັກພັງ ອອກຈາກບ່ອນເກີດເຫດ.

ໂອບາມາ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ພວມທຳການ ພະຍາ ຍາມອີກເທື່ອນຶ່ງ ເພື່ອຈະໃຫ້ ຣັຖສະພາສະຫະ ຣັດ ຮັບຮອງເອົາ ແຜນການປະຕິຮູບ ຣະບົບ ຮັກສາສຸຂພາບ ຫລັງຈາກ ໄດ້ມີການປະຖິ້ມ ແຜນການທີ່ ມີຄວາມທະເຍີທະຍານຂອງທ່ານ ໃນຕົ້ນປີນີ້. ໃນຄຳປາສັຍ ທາງວິທຍຸແລະອິນເຕີ ແນັດປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ທ່ານ OBAMA ໄດ້ຮຽກຮ້ອງໃຫ້ ບັນດາສະມາ ຊິກ ຂອງທັງສອງພັກການເມືອງ ພາກັນໄປຮ່ວມ ກອງປະຊຸມນັດພິເສດ ຊຶ່ງຈະມີຂຶ້ນ ໃນອາທິດຈະມາ ເພື່ອສົນທະນາຫາຣື ກ່ຽວກັບບັນຫາດັ່ງກ່າວ ດ້ວຍຄວາມສຸຈຣິດໃຈ. ທ່ານເວົ້າວ່າ ການພົບປະທີ່ວ່ານີ້ ຈະທົດສອບ ບໍ່ພຽງແຕ່ວ່າ ຣັຖບານຈະສາມາດ ແກ້ໄຂບັນຫາໃດ ບັນຫານຶ່ງທໍ່ນັ້ນ ແຕ່ສາມາດແກ້ໄຂ ທຸກໆບັນຫາໄດ້. ແຕ່ບັນດາ ສະມາຊິກຂອງພັກຣີພັບບລິກັນ ໄດ້ພາກັນ ສະແດງ ຄວາມສົງສັຍ ບໍ່ແນ່ໃຈໄປແລ້ວ ກ່ຽວກັບຂັ້ນຕອນດັ່ງກ່າວ. ໃນຄຳປາສັຍຕອບໂຕ້ ປະຈຳສັບປະດາ ຂອງທ່ານນັ້ນ ສະມາຊິກສະພາຕ່ຳ DAVID CAMP ໄດ້ກ່າວຫາ ພັກເດໂມແຄຣັທວ່າ ພວມຮ່າງກົດໝາຍ ສະບັບໃໝ່ ຢ່າງເປັນທາງລັບ ແລະເວົ້າວ່າ ຖ້ານັ້ນຫາກເປັນຄວາມຈິງ ການປະຊຸມ ຄັ້ງຈະມາ ຈຶ່ງມີທ່າທາງວ່າ ຈະເປັນການທາຍ ປິສນາຫລາຍກວ່າ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG