ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວໄດ້ຮັບຜົນກະທົບດ້ານລົບຈາກການຂຸດຄົ້ນບໍ່ແຮ່ຫຼາຍຂຶ້ນນັບມື້


ເຈົ້າໜ້າທີ່ຂັ້ນສູງຍອມຮັບວ່າ ລາວໄດ້ຮັບ ຜົນກະທົບດ້ານລົບຈາກການຂຸດຄົ້ນບໍ່ແຮ່ ຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນຜົນກະ ທົບຕໍ່ສະພາບແວດລ້ອມທຳມະຊາດທີ່ເກີດ ຂຶ້ນຈາກການບໍ່ປະຕິບັດຕາມກົດໝາຍ ແລະ ສັນຍາລົງທຶນຢ່າງແທ້ຈິງ.

ທ່ານລັງສີ ສີບຸນເຮືອງ ຮອງປະທານ ໄອຍະ ການສານປະຊາຊົນສູງສຸດຂອງລາວ ໄດ້ ຖະແຫຼງຍອມຮັບວ່າ ການລະເມີດ ກົດໝາຍ ແລະ ຂໍ້ຕົກລົງຫຼືສັນຍາຕ່າງໆ ໃນຕະຫຼອດ ໄລຍະປີ 2009 ທີ່ຜ່ານມາຍັງມີ ທ່າອ່ຽງເພີ້ມຫຼາຍຂຶ້ນຢ່າງຕໍ່ເນື່ອງທັງໃນທາງແພ່ງ ແລະ ທາງອາດຍາໂດຍຈະເຫັນ ໄດ້ຈາກການຟ້ອງຮ້ອງຄະດີຄວາມຕໍ່ສານປະຊາຊົນລາວໃນຕະຫຼອດ ຊ່ວງນຶ່ງປີທີ່ ຜ່ານມານັ້ນມີຈຳນວນທັງໝົດເຖິງ 8.000 ຄະດີ ແລະ ຫລາຍກວ່າ 42% ໃນ ຈໍານວນ ດັ່ງກ່າວນີ້ ກໍ່ເປັນຄະດີອາດຍາອີກດ້ວຍ.

ຍິ່ງໄປກວ່ານັ້ນ ຜົນທີ່ໄດ້ຮັບຈາກການສືບ ສວນ ສອບສວນໃນທາງລັບຕາມການຮ້ອງຮຽນ ຂອງປະຊາຊົນລາວໃນທ້ອງຖິ່ນຕ່າງໆ ກໍ່ຍັງ ເຮັດໃຫ້ຮູ້ອີກດ້ວຍວ່າໄດ້ມີການລະເມີດກົດ ໝາຍ ແລະ ຂໍ້ຕົກລົງ ໃນສັນຍາລົງທຶນຕ່າງໆ ເກີດຂຶ້ນຢ່າງກ້າງຂວາງໂດຍສະເພາະແມ່ນ ການລະເມີດຂໍ້ຕົກລົງ ໃນສັນຍາລົງທຶນໃນພາກ ອຸດສາຫະກຳຂຸດຄົ້ນບໍ່ແຮ່ນັ້ນຍັງໄດ້ສົ່ງ ຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດຢ່າງຫຼີກລ້ຽງບໍ່ໄດ້.

ນອກຈາກນີ້ ການຂຸດຄົ້ນແຮ່ຄຳແລ້ວ ຢູ່ໃນແຂວງຊຽງຂວາງກໍ່ຍັງຈະມີໂຄງ ການຂຸດຄົ້ນແລະຕັ້ງໂຮງງານຫຼອມແຮ່ ເຫລັກ, ທອງແດງ, ດີບຸກ, ສັງກະສີ ແລະ ແຮ່ໂປແຕສ ໃນໝໍ່ໆນີ້ອີກດ້ວຍ.

ໃນປັດຈະບັນນີ້ທາງການລາວໄດ້ອະນຸ ມັດໃຫ້ບໍລິສັດເອກກະຊົນລາວ ແລະ ຕ່າງປະເທດຈຳນວນ154 ລາຍດຳ ເນີນການສຳຫຼວດ ແລະ ຂຸດຄົ້ນແຮ່ ທາດໃນທົ່ວປະເທດລາວເຊິ່ງຮວມ ກັນເປັນ 266 ໂຄງການ ແລະ ຫລາຍກວ່າເຄິ່ງນຶ່ງ ຂອງໂຄງການທັງໝົດນັ້ນ ກໍ່ເປັນ ການອະນຸມັດໃຫ້ແກ່ບໍລິສັດຕ່າງຊາດ 118 ລາຍ.

ຍິ່ງປະກວ່ານັ້ນ ຈາກລາຍງານຂອງກະຊວງ ພະລັງງານ ແລະ ບໍ່ແຮ່ຂອງລາວເອງຍັງໄດ້ ລະບຸອີກດ້ວຍ ວ່າໃນຈຳນວນໂຄງການທັງໝົດທີ່ໄດ້ອະນຸມັດ ໄປແລ້ວນັ້ນມີພຽງແຕ່ 49 ໂຄງການ ເທົ່ານັ້ນທີ່ໄດ້ທຳການຂຸດຄົ້ນ ແລະຜະຫລິດແຮ່ທາດແລ້ວ. ສ່ວນອີກ 217 ໂຄງ ການທີ່ເຫຼືອຍັງຄົງ ຢູ່ໃນຂັ້ນຕອນຂອງການສຳຫລວດ ແລະ ຈັດທຳບົດວິພາກເສດຖະກິດ ເປັນ ສ່ວນໃຫຍ່ຊຶ່ງຮວມເຖິງໂຄງການສຳຫລວດນໍ້າມັນ ແລະ ອາຍແກັສ ໃນແຂວງສະ ຫວັນນະເຂດ ແລະ ສາລະວັນກັບ ໂຄງການຂຸດຄົ້ນແຮ່ບ໋ອກໄຊ໌ ແລະ ການກໍ່ສ້າງໂຮງ ງານແປຮູບແຮ່ທາດອະລູມີນຽມ ຢູ່ໃນແຂວງສະລະວັນ, ຈໍາປາສັກ ແລະ ອັດຕະປື ຢູ່ ທາງພາກໃຕ້ຂອງລາວອີກດ້ວຍ.

ພ້ອມກັນນີ້ທາງການລາວຍັງໄດ້ວາງ ເປົ້າໝາຍໄວ້ວ່າຈະຊຸກຍູ້ການສົ່ງອອກ ແຮ່ທາດໄປຕ່າງປະເທດໃນຕະຫຼອດປີ 2010 ນີ້ໃຫ້ເພີ່ມຂຶ້ນຈາກປີ 2009 ບໍ່ໜ້ອຍກວ່າ 8% ທີ່ຖືວ່າເປັນແຮ່ ທາດທີ່ຈະສ້າງລາຍຮັບເປັນເງິນຕາ ຕ່າງປະເທດໄດ້ຫຼາຍທີ່ສຸດ. ນັ້ນກໍ່ຄື ແຮ່ຄຳ ແລະ ທອງແດງທີ່ຄາດໝາຍ ວ່າ ຈະມີມູນຄ່າ ການສົ່ງອອກ ລວມກັນເຖິງ 800 ລ້ານ ໂດລາ ຈາກການສົ່ງອອກແຮ່ຄຳ 2 ແສນອອນສ ແລະ ແຮ່ທອງແດງ 1 ແສນໂຕນ.

ເພາະສະນັ້ນ ຖ້າຫາກວ່າທາງການລາວຂາດມາດຕະການ ກວດກາທີ່ມີປະສິດທິພາບ ທີ່ແທ້ຈິງເພື່ອຮອງຮັບ ໂຄງການລົງທຶນຕ່າງໆເຫຼົ່ານັ້ນກໍ່ຍ່ອມຈະເຮັດໃຫ້ປະຊາຊົນລາວ ຕ້ອງປະເຊີນກັບໄພອັນ ຕະລາຍຈາກບໍ່ແຮ່ເຫຼົ່ານັ້ນຫຼາຍຂຶນນັບມື້ ແລະ ສະພາບແວດ ລ້ອມ ທຳມະຊາດທີ່ກໍ່ຈະຖືກທຳລາຍໄປຢ່າງກ້າງຂວາງເຊັ່ນດຽວກັນ.

XS
SM
MD
LG