ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸງປັກກິງ ກ່າວວ່າ ການຂາຍອາວຸດຂອງສະຫະຣັດ ແກ່ໄຕ້ຫວັນ ເປັນອັນຕະລາຍ ຕໍ່ຄວາມປອດໄພແຫ່ງຊາດຂອງຕົນ


ການ​ຂາຍ​ອາວຸດ​ຂອງ​ສະຫະຣັດ​ໃຫ້ແກ່ໄຕ້​ຫວັນ : ຣັຖມຸນຕີ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ​ແຜນການ​ຂອງ​ສະຫະຣັດທ່ີ​ຈະ​ຂາຍ ອາວຸດ​ໃຫ້​ໄຕ​ຫວັນ​ ເປັນ​ອັນຕະລາຍ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແລະ​ຄວາມ​ພະຍາຍາມ​ຂອງ​ຈີນ​ທ່ີ​ຈະ​ທ້ອນໂຮມ​ໄຕ້​ຫວັນ​ເຂົ້າ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ​ນັ້ນ. ໃນ​ຖ້ອຍ​ຖະ​ແຫລ​ງທ່ີ​ມີ​ລາຍ​ງານ​ ຂ່າວ​ໃຫ້​ຊາບໃນ​ວັນ​ອາທິດ​ມື້​ນີ້ ທ່ານ Yang Jiechi ຣັຖມຸນຕີ​ຕ່າງປະ​ເທດ​ຈີນ​ໄດ່​ກ່າວ​ຢູ່ທ່ີ​ເກາະ Cyprus ​ໃນວັນ​ເສົາວານ​ນີ້​ວ່າ ຈີນ​ໄດ້​ຄັດຄ້ານ​ຢ່າງ​ແຂງ​ແຮງ​ຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ສະຫະລັດ ຊຶ່ງທ່ານ​ກ່າວ​ວ່າ ​ເປັນ​ການ​ຂັດ​ກັນ​ກັບ​ຄຳ​ໝັ້ນ​ໝາຍ​ຂອງ​ສະຫະຣັດ ທ່ີວ່າ​ຈະ​ສະໜັບສະໜຸນ​ການ​ເຕີບ​ໂຕຢ່າງ​ສັນຕິຂອງ​ສາຍ​ພົວພັນ​ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນນັ້ນ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ນະ​ໂຍບາຍ​ຂອງ​ສະຫະຣັດຕໍ່​ໄຕ້​ຫວັນ ​ແມ່ນ​ມີ​ສ່ວນ​ຊ່ວຍສ້າງ​ສະຖຽນ​ລະ​ພາບ​ ແລະຄວາມ​ໝັ້ນຄົງ​ປອດ​ໄພ​ໃນ​ຂົງ​ເຂດ.
ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດປະກາດ​ແຜນການ​ໃຫ້​ຊາບ​ໃນ​ວັນ​ສຸກ​ແລ້ວ​ນີ້ທ່ີ​ຈະ​ຂາຍ​ອຸບປະກອນ​ທາງ​ດ້ານ​ທະ ຫານ​ໃຫ້​ແກ່​ໄຕ້​ຫວັນ​ເປັນ​ມູນ​ຄ່າ 6ພັນ 400 ລ້ານ​ດອນ​ລາ​.ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ວ່າ ການ​ ຂາຍ​ອຸບປະກອນ​ທະຫານດັ່ງກ່າວ​ຈະ​ເປັນ​ໄພ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ຮ່ວມ​ມື​ກັນ​ລະຫວ່າງ​ສະຫະຣັດ​ແລະ​ຈີນ.
​ໃນ​ວັນ​ເສົາ​ວານ​ນີ້ ຈີນ​ໄດ້​ງົດ​ການ​ໂອ​ລົມ​ເລື້ອງ​ການ​ແລກປ່ຽນ​ທາງ​ທະຫານ​ແລະ​ດ້ານ​ຄວາມ​ປອດ​ໄພ​ກັບ​ສະ ຫະຣັດຂອງ​ຕົນ​ໄວ້​ ນອກ​ນັ້ນຈີນຍັງ​ທຳ​ການ​ຂົ່ມຂູ່​ທ່ີ​ຈະ​ລົງ​ໂທດ​ຕໍ່​ພວກ​ບໍລິສັດ​ໃດ​ກໍ​ຕາມ​ຂອງ​ສະຫະຣັດ
ທ່ີ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ​ນັ້ນ​ນຳ. ທ່ີ​ໄຕ້​ຫວັນ ປະທານາທິບໍດີ Ma Ying-jeou ກ່າວ​ວ່າ ຂໍ້​ຕົກລົງ ​ຂາຍ​ອາວຸດ​ນີ້​ຈະ​ສົ່ງ​ເສີມ​ການ​ປ້ອງ​ກັນ​ຂອງ​ເກາະ​ໄຕ້​ຫວັນໃຫ້​ແຂງ​ແຮງ​ຂຶ້ນ ​ແລະເຮັດ​ໃຫ້​ໃຕ້​ຫວັນມີ​ຄວາມ​ຮູ້​ສຶກປອດ​ໄພ​ ​ໃນ​ຂະນະ​ທ່ີ​ຕົນເສີມ​ສ້າງ ສາ​ຍພົວພັນ​ທ່ີ​ໃກ້ຊິດ​ຂຶ້ນ​ກັບ​ຈີນ​ແຜ່ນດິນ​ໃຫຍ່​ນັ້ນ.
ສະຫະຣັດແລະອິຣ່ານ : ສື່ມວນຊົນສະຫະລັດລາຍງານວ່າ ສະຫະລັດກຳລັງເລັ່ງລັດຕິດຕັ້ງ ລະບົບຕໍ່ ຕ້ານລູກສອນໄຟໃນສີ່ປະເທດຢູ່ຂົງເຂດອ່າວເປີເຊຍ ໃນ ການສືບຕໍ່ປະເຊີນໜ້າກັບອິຣ່ານກ່ຽວກັບໂຄງການ ນິວເຄລຍ ຂອງ ອິຣ່ານນັ້ນ. ລາຍງານເວົ້າວ່າ ນອກຈາກນີ້ແລ້ວສະຫະລັດກໍ ກຳລັງເພີ່ມ ການມີໜ້າ ດ້ານກອງທັບເຮືອຂອງຕົນໃນຂົງເຂດ ດັ່ງກ່າວ ​ໂດຍ​ການ​ສົ່ງເຮືອລົບພິເສດ ທີ່ມີຄວາມສາມາດຍິງທຳລາຍ ລູກສອນໄຟໄດ້ ​ໄປ​ປະຈຳການ​ຢູ່​ໃນ​ເຂດ​ນັ້ນ.ອີງຕາມທາງການ ທະຫານຂອງສະຫະລັດ ສີ່ປະ ເທດໃນ ຂົງເຂດອ່າວ ເປີເຊຍ ທີ່ໄດ້ຕົກລົງຈະຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟຂອງສະຫະ ລັດ​ແລ້ວ ມີຄືປະເທດ ຄາຕ້າ ຄູເວທ ສະຫະລັດອາຫລັບ Emirates ແລະ ບາເຣນ.ການຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟນີ້ ເປັນພາກສ່ວນຂອງການປຸກ ຣະດົມຢ່າງກວ້າງຂວາງຂອງລັດ ຖະບານໂອບາມາ ເພື່ອເພີ່ມຄວາມກົດ ດັນຕໍ່ອິຣ່ານ ທີ່ປະຕິເສດຂໍ້ກ່າວຫາວ່າຕົນກຳລັງພະຍາຍາມສ້າງອາວຸດ ນິວເຄລຍແບບລັບໆນັ້ນ.
ທີ່ເຢ​ເມນ: ບັນດາ​ເຈົ້າ​ໜ້າ​ທ່ີ​ເຢ​ເມນ ກ່າວ​ວ່າ ​ໄດ້​ເກີດການ​ສູ້ຣົບກັນ​ຂຶ້ນ​ໃນ​ວັນ​ອາ ທິດ​ມື້​ນີ້​ລະຫວ່າງ ກຳ ລັງຂອງ​ກອງທັບເຢ​ເມນ ​ແລະ​ພວກ​ກະບົດມຸສລິ​ມ ນິກາຍ Shi’ite ​ເຮັດ​ໃຫ້​ປະຊາຊົນ​ເສັຍ​ຊີວິດ​ໄປ​ຢ່າງ​ນ້ອຍ20ຄົນ. ການ​ສູ້ຣົບກັນ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ 1 ມື້​ ຫລັງ​ຈາກ​ຜູ້ນຳ​ກຸ່ມ​ກະບົດ​ໃນ​ພາກ ເໜືອຂອງ​ເຢ​ເມນກ່າວ​ວ່າ ຜູ້ກ່ຽວ​ຢາກ​ໃຫ້​ການປະ​ທະ​ກັນຍຸດຕິ​ລົງແລະ​ ຈະຮັບ​ເອົາ​ເງື່ອນ​ໄຂ​ຕ່າງໆ​ຂອງ​ຝ່າຍຣັຖບານ​ສຳລັບ​ການ​ຢຸດ​ຍິງ​ກັນ​ນັ້ນ.

ແຕ່ເຈົ້າ​ໜ້າ​ທ່ີຣັຖບານ​ທ່ານ​ນຶ່ງ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຣັຖບານ Sanaa ບໍ່​ຍອມຮັບ​ເອົາ​ ການ​ຢຸດ​ຍິງ​ນັ້ນ ​ເນື່ອງ​ຈາກ​ພວກກະບົດ​ບໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ ວ່າຈະ​ຢຸດ​ການ​ໂຈມ​ຕີ​ຕໍ່ Saudi Arabia.
ນາຍ Abdul-Malik al-Houthi ຜູ້ນຳ​ກຸ່ມ​ກະບົດ​ກ່າວ​ໃນ​ວັນ​ເສົາວານ​ ນີ້​ວ່າ ຕົນ​ໄດ້​ຕົກລົງ​ຮັບ​ເອົາເງື່ອນ​ໄຂ​ສຳລັບການ​ຢຸດ​ຍິງຂອງ​ຝ່າຍຣັຖ ບານ​ ກໍເພື່ອ​ຍຸດຕິ​ການ​ນອງ​ເລືອດ​ກັນ ​ແລະ​ຫລີກ​ລ້ຽງ​ໃນອັນ​ທ່ີ​ຜູ້ກ່ຽວ ​ເອີ້​ນວ່າ ການ​ຂ້າ​ລ້າງດັບ​ສູນພວກ​ພົນລະ​ເຮືອນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ການ​ເຄື່ອນ​ໄຫວໃນ​ຂັ້ນຕໍ່​ໄປ​ ແມ່ນ​ຂຶ້ນ​ຢູ່​ກັບຣັຖບານ​ເຢ​ເມນ.
ກ່ຽວກັບເຮຕີ: ກອງທັບສະຫະລັດໄດ້ໂຈະຖ້ຽວບິນ ລຳລຽງພວກເຄາະຮ້າຍ ຈາກ​ໄພ​ແຜ່ນດິນ​ໄຫວ​ທີ່​ເຮ​ຕີ ໄປຮັກສາພະຍາບານໃນສະຫະລັດນັ້ນ ໄວ້ຊົ່ວ ຄາວ ຫລັງ​ຈາກທີ່ໄດ້​ເກີດ​ມີ​ການ​ຖົກ​ຖຽງ​ກັນ ກ່ຽວກັບວ່າຜູ້ໃດຈະເປັນ ຜູ້ຮັບຜິດຊອບຈ່າຍຄ່າຮັກສາພະຍາບານໃນສະຫະລັດນັ້ນ.ດອກເຕີ Barth Green ນາຍໝໍອາເມລິກັນຄົນນຶ່ງ ທີ່​ໄດ້​ມີ​ສ່ວນ​ພົວ ພັນ​ໃນການ​ດຳ​ເນີນຄວາມພະຍາຍາມບັນເທົາທຸກ ໃນນະຄອນຫລວງ Port Au Prince ໄດ້ທຳນາຍເມື່ອວັນເສົາວານນີ້ວ່າ ຖ້າຫາກບໍ່ມີ ການເຄຶ່ອນໄຫວໃດໆ​ເພື່ອແກ້​ໄຂເລຶ່ອງນີ້ແລ້ວ ມັນ​ກໍອາດຍັງຜົນໃຫ້ ພວກຄົນເຈັບຈຳນວນ ຫລາຍເຖິງນຶ່ງຮ້ອຍຄົນ ເສຍຊີວິດໄປ ​ໃນ​ເວລາ​ພຽງບໍ່ພໍເທົ່າໃດມື້ໄດ້ ຊຶ່ງທ່ານເວົ້າຕື່ມວ່າ ພວກຄົນເຈັບຄວນ​ໄດ້ຖືກສົ່ງ ໄປປີ່​ນປົວ​ຢູ່ໂຮງພະຍາບານທີ່ດີກວ່າ ຢູ່​ໃນ​ເຮ​ຕີ.
ທາງ​ກອງ​ທັບສະຫະລັດກ່າວວ່າ ຕົນໄດ້ຍຸຕິຖ້ຽວບິນຂົນສົ່ງພວກ ຄົນເຈັບ ດັ່ງກ່າວເມື່ອວັນພຸດຜ່ານມານີ້ ຫລັງຈາກລັດຖະບານຂອງ​ບາງ​ລັດ​ໄດ້ ສະ​ແດງ​ຄວາມເປັນຫ່ວງວ່າ ໃຜຈະເປັນຜູ້ຈ່າຍຄ່າປິ່ນປົວພວກຄົນເຈັບ ອົພະຍົບເຫລົ່ານັ້ນ.
ທີ່ຮອງ​ກົງ: ບັນດາ​ເຈົ້າ​ໜ້າ​ທ່ີ​ຮອງ​ກົງ​ໄດ້​ປະກາດ​ໃຫ້​ຊາບ ແຜນການທີ່​ຈະ​ທຳ​ການ​ກວດກາ​ພວກ​ຕຶກ​ອາ ຄານ​ຕ່າງໆ ປະມານ 4 ພັນ​ຫລັງ ທ່ີເກົ່າຮອດ ​ 50 ປີ​ແລ້ວ​ ຫລື​ຫລາຍ​ກວ່າ​ນັ້ນ ຫລັງ​ຈາກ​ຕຶກ​ອາຫານ​ບ່ອນຢູ່ຫລັງ​ນຶ່ງ ໄດ້ພັງ​ລົງໃນ​ວັນ​ສຸກ​ສັບປະດາ​ແລ້ວ​ນີ້ ​ສົ່ງ​ຜົນ​ໃຫ້​ຢ່າງ​ນ້ອຍ 4 ຄົນ ​ເສັຍ​ຊີວິດ​.
ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງຣັຖບານ​ຮອງ​ກົງ​ແຈ້ງ​ ໃນ​ວັນ​ເສົາວານ​ນີ້​ ກ່າວ​ວ່າ ພວກເຈົ້າ​ໜ້າ​ທ່ີ​ກວດກາ​ອາ​ຊີບ ແລະ​ເຈົ້າ​ໜ້າ​ທ່ີ​ດ້ານ​ເທັກ​ນິກ 40 ທີ​ມ​ ຈະ​ດຳ​ເນີນ​ການ​ກວດກາ​ພວກ​ຕຶກ​ອາຄານ​ໃນຫລາຍເຂດ​ຂອງ​ ຮອງ​ກົງ​ ​ເກາະ​ເກົາ​ຫລຸ​ນ ​ແລະ​ໃນເຂດ​ດິນ​ແດນ​ໃໝ່​ ທີ່​ເອີ້ນ​ວ່າ New Territories ນັ້ນ.ພວກ​ທີ​ມກວດກາ​ທ່ີ​ວ່າ​ນີກຳນົດ​ຈະ​ເລີ້ມ​ເຮັດ​ວຽກ​ໃນວັນ​ທີ1 ກຸມພາ​ມື້​ອື່ນ ​ນີ້ ​ແລະ​ຄາດ​ວ່າ​ຈະ​ເສັດ​ສິ້ນ​ໂຄງການ​ກວດກາ​ດັ່ງກ່າວ​ ພາຍ​ໃນ​ປະ​ມານ​ນຶ່ງ​ເດືອນ. ຫລັງ​ຈາກ​ນັ້ນ​ ທາງຣັຖບານ​ຈະ​ສືບ​ຕໍ່​ປະຕິບັດ​ ໃນອັນທ່ີ​ເອີ້ນ​ວ່າ ການ​ຊ່ອມ​ແປງ​ແກ້​ໄຂ​ທີ່​ຈຳ​ເປັນ​ຕ່າງໆ.
ກອງປະຊຸມສຸດຍອດອະຟຣິກາ: ກອງປະຊຸມສຸດຍອດຂອງສະຫະພາບອາຟ ຣິກາໄດ້​ໄຂຂື້ນໃນວັນອາທິດ ມື້ນີ້ ທີ່ນະຄອນຫລວງ​ເອດີສອະບາບາຂອງອີທິໂອເປຍ ​ແລະ​ໄດ້​ເລືອກ​ເອົາ ປະທານາທິບໍດີ​ປະ​ເທດ Malawi ​Bingu wa Mutharika ເປັນ​ປະທາ​ນຄົນ​ໃໝ່​ຂອງ​ອົງການ ທີ່​ປະກອບ​ດ້ວຍ​ສະມາຊິກ 53 ປະ​ເທດ​ນັ້ນ ລຸນ​ຫລັງ​ກອງ​ປະຊຸມ​ທີ່​ມີ​ການ​ໂຕ້​ແຍ້​ງຖົກ​ຖຽງ​ກັນ​ຂອງ​ສະພາ​ບໍລິ ຫານ​ຂອງ​ອົງການ.
ຕາມ​ປະ​ເພນີ​ແລ້ວ ຕຳ​ແໜ່​ງປະທານ​ຂອງ​ອົງການ​ສະຫະພາບ​ອັຟຟຣິ ກາ ​ແມ່ນ​ໝຸນ​ວຽນ​ກັນ​ໃນ​ແຕ່ລະ​ປີ ​ໃນ​ລະ​ວ່າງ 5 ຂົງ​ເຂດ​ຂອງ​ທະວີບ ອັຟຟຣິກາ ຊື່​ງ​ໃນ​ປີ​ນີ້​ແມ່ນ​ຜຽນ​ຂອງ​ຜູ້ນຳ​ປະ​ເທ​ດ​ໃດ​ນຶ່ງ​ໃນເຂດພາກ​ໃຕ້ຂອງ​ທະວີ​ບ ຕ້ອງ​ໄດ້​ເປັນ​ປະ​ທານ.ທ່ານພັນຄິມູນ ເລຂາທິການອົງການສະຫະປະຊາຊາດ ເປັນ ຜູ້ນຶ່ງທີ່​ໄດ້ ກ່າວເປີດກອງປະຊຸມດັ່ງກ່າວນີ້ ຊຶ່ງປະຊຸມ​ກັນ​ພາຍ​ໃຕ້ຫົວຂໍ້ ​ເທັກ​ໂນ ໂລ​ຈີດ້ານຂໍ້ມູນຂ່າວສານ ຫລື IT.

XS
SM
MD
LG