ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນໂຈະການແລກປ່ຽນທາງທະຫານ ແລະຈະລົງໂທດ ບໍຣິສັດ ສະຫະຣັດ ທີ່ຂາຍອາວຸດໃຫ້ແກ່ໃຕ້ຫວັນ


ສະຫະຣັດ - ໃຕ້ຫວັນ - ຈີນ: ສື່ມວນຊົນ ຂອງທາງການຈີນ ແຈ້ງວ່າ ກະຊວງປ້ອງກັນປະ ເທດຂອງຈີນ ໄດ້ໂຈະ ການແລກປ່ຽນ ທາງທະ ຫານກັບສະຫະຣັດ ແລະຈະລົງໂທດ ຕໍ່ບັນດາ ບໍຣິສັດ ທີ່ຂາຍອາວຸດ ໃຫ້ໃຕ້ຫວັນ ຫລັງຈາກວໍ ຊິງຕັນກ່າວວ່າ ຕົນຕັ້ງໃຈ ທີ່ຈະຂາຍອຸບປະກອນ ທາງດ້ານທະຫານ ທີ່ມີມູນຄ່າ ຫລາຍກວ່າ 6 ພັນລ້ານໂດລາໃຫ້ແກ່ໃຕ້ຫວັນ. ໃນວັນເສົາມື້ນີ້ ອົງການຂ່າວຊິນຫວາ ຂອງທາງການຈີນ ໄດ້ພິມ ເຜີຍແຜ່ ຖແລງການສະບັບນຶ່ງ ທີ່ໃຊ້ຖ້ອຍຄຳຮຸນ ແຮງຂອງກະຊວງ ປ້ອງກັນປະເທດຈີນທີ່ກ່າວວ່າ ໝາຍກຳນົດການ ໃນການຢ້ຽມຢາມ ລະຫວ່າງ ເຈົ້າໜ້າທີ່ທະຫານ ຂອງປະເທດທັງສອງ ໄດ້ຖືກຍົກເລີກຍ້ອນຂໍ້ຕົກລົງຂາຍອາວຸດ ດັ່ງກ່າວ ນີ້. ຖແລງການສະບັບນຶ່ງ ຂອງກະຊວງການຕ່າງປະເທດຈີນ ຍັງເວົ້າວ່າ ຈີນ ຈະທຳການ ລົງໂທດ ຕໍ່ບັນດາບໍຣິສັດ ທີ່ພົວພັນໃນການຂາຍອາວຸດ ໃຫ້ແກ່ໃຕ້ຫວັນ. ກະຊວງປ້ອງກັນ ປະເທດ ສະຫະຣັດ ກ່າວໃນວັນສຸກວານນີ້ວ່າ ຕົນໄດ້ແຈ້ງ ໄປຍັງຣັຖສະພາ ຂອງສະຫະ ຣັດໃຫ້ຊາບກ່ຽວກັບການຂາຍອາວຸດ ທີ່ອາດມີຂຶ້ນ ໃນນັ້ນແມ່ນຮວມທັງເຮືອບິນເຮຣີຄອບ ເຕີ້ BLACK HAWK 60 ລຳ ຣະບົບ ຕໍ່ຕ້ານລູກສອນໄຟ PATRIOT ຣະບົບເຣດ້າ ແລະອຸບປະກອນສື່ສານຄົມມະ ນາຄົມຈຳນວນນຶ່ງ.

ອັຟການິສຖານ - ນາໂຕ້: ເຈົ້າໜ້າທີ່ອັຟກາ ນິສຖານກ່າວວ່າ ທະຫານ ຂອງອົງການນາໂຕ້ ໄດ້ປະທະກັນ ກັບທະຫານ ອັຟການິສຖານ ທີ່ ເປັນພັນທະມິດ ແລະໄດ້ຮ້ອງຂໍໃຫ້ມີການໂຈມ ຕີທາງອາກາດ ທີ່ເປັນເຫດໃຫ້ ທະຫານອັຟກາ ນິສຖານ 4 ຄົນເສັຽຊີວິດແລະອີກຢ່າງນ້ອຍ 6 ຄົນໄດ້ຮັບບາດເຈັບ. ທ່ານ SHAHIDULLAH SHAHID ໂຄສົກ ຂອງແຂວງ WARDAK ກ່າວວ່າ ທະຫານທັງສອງຈຸ ໄດ້ເລີ້ມຍິງກັນ ຫລັງຈາກໄດ້ມີການ ປະຕິບັດງານ ທາງທະຫານ ໃນເຂດດັ່ງກ່າວ. ອົງການຂ່າວເອພີລາຍງານວ່າ ກະຊວງປ້ອງກັນປະເທດອັຟການິສຖານ ໄດ້ປະນາມເຫດຮ້າຍໃນຄັ້ງນີ້ ແລະຈະນຳເອົາ ພວກທີ່ຮັບຜິດຊອບ ມາລົງໂທດ ຫລັງຈາກ ໄດ້ມີການສືບສວນ. ສ່ວນເຈົ້າໜ້າທີ່ອົງການນາໂຕ້ ກ່າວວ່າ ຕົນກຳລັງສືບສວນ ເບິ່ງເຫດ ການດັ່ງກ່າວນີ້ຢູ່ ແລະບໍ່ໄດ້ໃຫ້ລາຍລະອຽດໃດໆເພີ້ມຕື່ມ.

ອັຟການິສຖານ - ທາລີບານ: ກຸ່ມທາລີບານ ໄດ້ປະຕິເສດ ຕໍ່ລາຍງານຂ່າວ ທີ່ວ່າ ພວກຜູ້ນຳ ຂອງກຸ່ມດັ່ງກ່າວໄດ້ພົບປະ ກັບເຈົ້າໜ້າທີ່ອົງການ ສະຫະປະຊາຊາດ ເພື່ອສົນທະນາຫາຣື ກ່ຽວກັບ ຊ່ອງທາງໃນການສ້າງສັນຕິພາບຢູ່ໃນອັຟການິສ ຖານ. ກຸ່ມທາລີບານ ໄດ້ອອກຖແລງການສະບັບ ນຶ່ງ ໃນວັນເສົາມື້ນີ້ ເວົ້າວ່າ ລາຍ ງານຂ່າວທີ່ວ່າ ພວກເຂົາເຈົ້າ ໄດ້ພົບປະ ກັບທ່ານ KAI EIDE ຜູ້ຕາງໜ້າ ຂອງອົງການ ສະຫະປະຊາຊາດ ໃນ ອັຟການິສຖານນັ້ນ ເປັນຂ່າວລື ທີ່ບໍ່ມີມູນຄວາມ ຈິງ. ຖແລງການ ຂອງກຸ່ມຫົວຮຸນແຮງທາລີບານ ເວົ້າວ່າ ການປະຕິເສດບໍ່ຍອມເປີດການເຈຣະຈາ ຂອງພວກເຂົາເຈົ້າ ໄດ້ເຮັດໃຫ້ ກອງປະຊຸມນາໆ ຊາດ ເພື່ອສ້າງສະເຖັຽຣະພາບ ໃນອັຟການິສ ຖານ ຢູ່ທີ່ກຸງລອນດອນ ໃນສັບປະດານີ້ ຕ້ອງໄດ້ ປະສົບກັບ ຄວາມລົ້ມແຫລວ. ເຈົ້າໜ້າທີ່ອົງການ ສະຫະປະຊາຊາດ ທີ່ບໍ່ໄດ້ລະບຸຊື່ ທ່ານນຶ່ງ ທີ່ໄປຮ່ວມປະ ຊຸມຢູ່ທີ່ກຸງລອນດອນ ກ່າວໃນວັນພະຫັດ ຜ່ານມານີ້ວ່າ ພວກທາລີບານ ໄດ້ພົບປະ ຢ່າງເປັນທາງລັບ ກັບທ່ານ EIDE ກ່ຽວກັບ ຄວາມເປັນໄປ ໃນການລິເລີ້ມການ ເຈຣະຈາສັນຕິພາບ ກັບຣັຖບານ ອັຟການິສຖານ. ເຈົ້າໜ້າທີ່ເວົ້າວ່າ ການພົບປະທີ່ວ່ານີ້ ມີຂຶ້ນ ໃນວັນທີ 8 ມັງກອນ ທີ່ດູໄບ ແລະມີຂຶ້ນ ຕາມການຮ້ອງຂໍ ຂອງກຸ່ມຫົວຮຸນແຮງ ທາລີບານ.

ສະຫະຣັດ - ຜູ້ກໍ່ການຮ້າຍ: ເຈົ້າໜ້າທີ່ກ່າວ ວ່າ ຣັຖບານທ່ານ OBAMA ມີທ່າທາງວ່າ ຈະ ຍ້າຍການດຳເນີນຄະດີ ຜູ້ທີ່ຖືກກ່າວຫາວ່າ ເປັນ ຜູ້ວາງແຜນ ໃນການໂຈມຕີ ເມື່ອວັນທີ 11 ກັນ ຍາປີ 2001 ນັ້ນ ອອກຈາກນະຄອນນິວຢອກໄປ ຍັງບ່ອນອື່ນ ຍ້ອນຄ່າໃຊ້ຈ່າຍແພງ ແລະຄວາມ ວິຕົກກັງວົນ ໃນດ້ານ ຄວາມປອດພັຍທີ່ມີເພີ້ມ ຂຶ້ນ. ຂະນະທີ່ການຕັດສິນໃຈກ່ຽວກັບເຣື່ອງນີ້ ຍັງບໍ່ທັນມີການປະກາດຢ່າງເປັນ ທາງການເທື່ອ ກໍຈິງ ໂຄສົກຄົນນຶ່ງຂອງກະຊວງຍຸຕິທັມສະຫະຣັດກ່າວໃນວັນສຸກ ວານນີ້ວ່າ ເວລານີ້ ຣັຖບານທ່ານ OBAMA ກຳລັງພິຈາຣະນາ ເບິ່ງທາງເລືອກ ຕ່າງໆທີ່ມີຢູ່. ສ່ວນເຈົ້າໜ້າທີ່ ອະວຸໂສຄົນອື່ນໆ ຂອງຣັຖບານສະຫະຣັດ ທີ່ຂໍສງວນ ຊື່ກ່າວໃນມື້ວານນີ້ວ່າ ໄດ້ມີການ ວາງແຜນກ່ຽວກັບການດຳເນີນຄະດີນາຍ KHALID SHEIKH MOHAMMED ແລະ ພວກທີ່ຖືກກ່າວຫາວ່າສົມຮູ້ຮ່ວມຄິດອີກ 4 ຄົນນັ້ນ ໄວ້ຫລາຍໆບ່ອນ. ຣັຖມຸນຕຣີກະ ຊວງຍຸຕິທັມຂອງ ສະຫະຣັດ ທ່ານ ERIC HOLDER ປະກາດໃນປີກາຍນີ້ວ່າ ການ ດຳເນີນຄະດີຈະມີຂຶ້ນທີ່ສານ ຣັຖບານກາງແຫ່ງນຶ່ງ ໃນເກາະ MANHATTAN.

ໄນຈີເຣັຽ - ພວກຫົວຮຸນແຮງ: ກຸ່ມຫົວ ຮຸນແຮງທີ່ສຳຄັນ ໃນເຂດພາກໃຕ້ ທີ່ອຸດົມ ສົມບູນໄປດ້ວຍນຳມັນຂອງໄນຈີເຣັຽ ໄດ້ປະ ກາດຍົກເລີກ ການຢຸດຍິງ ເປັນເວລາ ສາມ ເດືອນກັບຣັຖບານ. ຂະບວນການປົດປ່ອຍ ເຂດສາມຫລ່ຽມ ປາກແມ່ນຳໄນເຈີ ໄດ້ອອກ ຖແລງການສະບັບນຶ່ງໃນວັນເສົາມື້ນີ້ ເວົ້າວ່າ ຕົນບໍ່ເຊື່ອວ່າ ຣັຖບານ ຈະສາມາດປະຕິບັດ ຕາມຄຳຮຽກຮ້ອງຕ້ອງການ ຂອງຕົນທີ່ຢາກ ຄວບຄຸມ ຊັພຍາກອນນຳມັນແລະດິນ ໃນເຂດສາມຫລ່ຽມ ປາກແມ່ນຳໄນເຈີຫລາຍຂຶ້ນນັ້ນ ໄດ້. ກຸ່ມຫົວຮຸນແຮງດັ່ງກ່າວນີ້ເວົ້າວ່າ ອຸສາຫະກັມນຳມັນ ຢູ່ໃນເຂດພາກໃຕ້ຂອງໄນຈີເຣັຽ ຄວນຄາດການວ່າ ຈະມີການໂຈມຕີຢ່າງເຕັມທີ່ຕໍ່ທໍ່ນຳມັນແລະພວກຄົນງານຂອງອຸສາຫະ ກັມ. ເກືອບ 4 ປີມາແລ້ວ ພວກຫົວຮຸນແຮງໃນເຂດສາມຫລ່ຽມປາກແມ່ນຳໄນເຈີ ໄດ້ທຳ ການໂຈມຕີທໍ່ສົ່ງນຳມັນ ລັກພາໂຕພວກຄົນງານຂຸດນຳມັນແລະສູ້ຣົບກັບທະຫານຣັຖບານ ໂດຍເວົ້າວ່າ ພວກຕົນພວມຊອກສແວງຫາຊ່ອງທາງເພື່ອ ໃຫ້ໄດ້ຮັບສ່ວນແບ່ງຫລາຍຂຶ້ນ ຈາກການ ຂາຍນຳມັນ ສຳລັບປະຊາຊົນໃນເຂດ ທ້ອງຖິ່ນ.

ໂອບາມາ - ງົບປະມານ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໃຫ້ ຄຳໝັ້ນສັນຍາວ່າ ຈະນຳເອົາ ການຂາດດຸນ ງົບປະມານຂອງປະເທດ ໃຫ້ຢູ່ພາຍໃຕ້ການ ຄວບຄຸມ ແລະທ່ານໄດ້ກ່າວເຖິງ ບາດກ້າວ ຕ່າງໆ ທີ່ທ່ານຈະເອົາ ໃນການດຳເນີນການ ດັ່ງກ່າວ. ໃນຄຳປາສັຍ ປະຈຳສັບປະດາ ຂອງທ່ານ ໃນວັນເສົາມື້ນີ້ ປະທານາທິບໍດີ OBAMA ໄດ້ກັບຄືນ ໄປເວົ້າເຖິງເຣື່ອງເນື້ອ ນັຍຂອງຄຳປາສັຍ ກ່ຽວກັບສະພາບການ ຂອງປະເທດຊາດ ຕໍ່ຣັຖສະພາ ແລະປະຊາ ຊົນອະເມຣິກັນ ຂອງທ່ານ ໃນສັບປະດານີ້ ແລະກ່າວວ່າ ການປັບປຸງເສຖກິດ ແມ່ນເຣື່ອງທີ່ ຮີບດ່ວນອັນດັບນຶ່ງຂອງ ທ່ານ. ແຕ່ທ່ານເວົ້າວ່າ ການຂາດດຸນງົບປະມານ ຈຳເປັນຕ້ອງ ໄດ້ດຳເນີນການ ເປັນຂັ້ນໆ ເພື່ອບໍ່ໃຫ້ມີຜົນກະທົບ ຕໍ່ຕລາດການເງິນ ແລະເປັນອຸບປະສັກ ຂັດຂວາງ ຕໍ່ການຟື້ນໂຕຄືນ ຂອງເສຖກິດ. ນອກນັ້ນແລ້ວ ປະທານາທິບໍດີ OBAMA ຍັງໄດ້ກ່າວຊົມເຊີຍສະພາສູງ ຂອງສະຫະຣັດ ກ່ຽວກັບການຟື້ນຟູຣະບຽບການ ໃນສັບປະ ດານີ້ ທີ່ບໍ່ໃຫ້ມີການຕັ້ງເປົ້າໝາຍ ໃນການຂາດດຸນງົບປະມານໄວ້ຢ່າງຕາຍໂຕຫຼືທີ່ເອີ້ນກັນ ວ່າ PAY-AS-YOU-GO ນັ້ນ.

ພັກຣີພັບຣີກັນ - ຄວາມໝັ້ນຄົງ: ສະມາຊິກອະວຸໂສ ຄົນນຶ່ງຂອງພັກຣີພັບລີກັນ ຢູ່ໃນສະພາສູງຂອງສະຫະຣັດ ໄດ້ຕັ້ງຄຳຖາມຕໍ່ຣັຖບານທ່ານ OBAMA ກ່ຽວກັບການປະ ຕິບັດຕໍ່ຜູ້ຊາຍຖືກຈັບ ທີ່ພົວພັນ ໃນການພະຍາຍາມ ວາງ ຣະເບີດໂຈມຕີເຮືອບິນໂດຍສານຂອງສະຫະຣັດ ໃນເດືອນ ແລ້ວນີ້. ໃນຄຳປາສັຍໂຕ້ຕອບ ຂອງພັກຣີພັບລີກັນ ໃນ ວັນເສົາມື້ນີ້ສະມາຊິກສະພາສູງ SUSAN COLLINS ໄດ້ ສະແດງຄວາມຕື່ນຕົກໃຈຂອງທ່ານນາງ ແລະຄວາມບໍ່ເຊື່ອ ທີ່ເຈົ້າໜ້າທີ່ສືບສວນ ຂອງຣັຖບານກາງ ສະຫະຣັດ ໄດ້ໃຊ້ ເວລາແຕ່ ພຽງ 50 ນາທີເພື່ອສອບປາກຄຳຜູ້ຕ້ອງສົງສັຍທ້າວ UMAR FAROUK AB DULMUTALLAB ກ່ອນທີ່ເຂົາເຈົ້າປ່ອຍໃຫ້ຜູ້ກ່ຽວພົບປະກັບທະນາຍຄວາມທີ່ ສານແຕ່ງ ຕັ້ງໃຫ້. ທ່ານນາງ COLLINS ເວົ້າວ່າ ເຈົ້າໜ້າທີ່ອົງການສືບລັບ FBI ໄດ້ຕັດສິນໃຈຕາມ ລຳພັງ ທີ່ໄດ້ປະຕິບັດຕໍ່ທ້າວ ABDULMUTALLAB ຄືກັນກັບຄົນ ຮ້າຍທົ່ວໆໄປ, ບໍ່ແມ່ນ ຄືກັນກັບເປັນຜູ້ກໍ່ການຮ້າຍຕ່າງປະເທດ ທີ່ມີການສົງສັຍ ວ່າຜູ້ກ່ຽວເປັນນັ້ນ ໂດຍປາສຈາກ ການປຶກສາຫາຣືກັບອົງການສືບລັບອື່ນໆຂອງ ສະຫະຣັດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG