ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດການຍິງຕໍ່ສູ້ກັນຂຶ້ນໃນນະຄອນຫລວງ ກຸງຄາບູລ ອັຟການີສຖານ


ຄວາມວຸ້ນວາຍ​ໃນ​ອັຟກາ​ນີສຖານ: ພວກ​ມື​ປືນແລະ​ວາງ​ລະ​ເບີດ​ສະ​ລະ​ຊີບຕາ​ລີ​ບັນ ໄດ້​ທຳ​ການໂຈມ​ຕີ​ກະ ຊວງທະບວງ​ກົມ​ແລະ​ອາຄານ​ຕ່າງໆ​ຂອງຣັຖບານ ​ໃນ​ນະຄອນຫລວງ ກາບູລ​ຂອງອັຟກາ​ນີສຖານ ໃນວັນ​ຈັນ​ມື້​ນີ້ ກໍ່​ໃຫ້​ເກີດການ​ຍິງ​ຕໍ່ສູ້ກັນ ຢ່າງ​ດຸ​ເດືອດ ລະຫວ່າງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງຣັຖບານ​ແລະ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ ສົ່ງ​ຜົນ​ໃຫ້​ມີ 5 ຄົນ​ເສັຍ​ຊີວິດ ​ໂຮມ​ທັງເດັກ ນ້ອຍ​ນຶ່ງ​ຄົນ. ພົນລະ​ເຮືອນ​ແລະສມາ​ຊິກ​ຂອງ​ກຳລັງ​ປະສົມ​ ​ເກືອບ 40 ຄົນ​ໄດ້​ຮັບບາດ​ເຈັບ. ລາຍ​ງານຫລາຍ​ກະ​ແສ​ເວົ້າວ່າ ພວກ​ວາງລະເບີດ​ ສະລະ​ຊີບ ຢ່າງ​ນ້ອຍ 4 ຄົນ​ ຕາຍ. ການ​ຍິງ​ຕໍ່ສູ້​ກັນເກີດ​ຂຶ້ນ​ໃນ​ຕອນ​ເຊົ້າມື້​ນີ້ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ຢູ່​ໃຈ​ກາງ​ນະຄອນຫລວງ​ກາ​ບູລ ​ໄກ້ໆ​ກັບ​ທຳນຽບປະທານາທິບໍດີ. ລາຍ​ງານ​ສ່ື​ມວນ​ຊົນ​ກ່າວ​ວ່າ ການໂຈມ​ຕີກັນ​ໄດ້​ກະຈາຍ​ອອກໄປ​ກາຍບໍລິ​ເວນ​ໃຈກາງ​ເມືອງ ​ແລະ​ມີ​ລະ​ເບີດ​ແຕກ​ຂຶ້ນ​ໃນ​ໂຮງສາຍ​ຮູບ​ເງົາ​ແຫ່ງ​ນຶ່ງ. ປະທານ​າທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສ ຖານ​ກ່າວ​ວ່າ ສະພາບການໂດຍທົ່ວ​ໄປ​ ​ ​ຢູ່​ໃຕ້ການ​ຄວບ​ຄຸມ​ຂອງ​ເຈົ້າໜ້າທ່ີ​ແລ້ວ.
ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ ເຮຕີ : ສະຫະຣັດກຳລັງ​ສົ່ງ​ທະຫານເພ່ີມ​ຂຶ້ນ​ອີກ​ໄປ​ຍັງ Haiti ​ໃນ​ຂະນະ​ທ່ີ​ພວກ​ລອດ​ຊີວິດ​ມາ​ໄດ້​ຈາກ​ໄພ​ແຜ່ນດິນ​ໄຫວຫລາຍ​ໝື່ນ​ຄົນ​ ລໍຖ້າ​ຮັບ ເອົາ​ການ​ຊ່ອຍ​ເຫລືອ​ເຂົ້າປາ​ອາຫານ ​ແລະ​ການ​ຮັກສາ​ພະຍາບານ​ທ່ີ​ຕ້ອງການ​ທ່ີ​ສຸດ​ ທ່ີ​ສະຫະຣັດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄປ​ແລ້ວ​ນັ້ນ.
ອະດີດ​ປະທານາທິບໍດີ ບີ​ລ ຄລິນ​ຕັນ​ ກໍ​ຈະ​ບິ​ນ​ໄປ​ຍັງ Haiti ​ເຊັ່ນ​ກັນ​ໃນວັນ​ຈັນ​ມື້​ນີ້ ​ເພື່ອ​ນຳ​ເອົາ​ສະບຽງເຄື່ອງບັນ​ເທົາ​ທຸກ​ຕ່າງໆໄປ​ມອບ​ໃຫ້ ແລະ​ພົບ​ປະ​ກັບ​ປະທານາທິບໍດີ Rene Preval ພ້ອມ​ກັບ​ພວກ​ສະມາ ຊິກ​ຄົນ​ອື່ນໆຂອງຣັຖບານ Haiti. ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ ສະຫະ​ປະຊາ​ຊາດ ໃຫ້​ຄຳ​ໝັ້ນ​ສັນຍາທ່ີ​ຈະເລ່ງ​ລັດໃຫ້​ມີ​ການຈັດ​ສົ່ງ​ເຄື່ອງ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທັມ​ ຊຶ່ງ​ທ່ານ​ກ່າວ​ວ່າ ມີ​ຄວາມ​ຕ້ອງການເປັນຈຳນວນ​ມະຫາສານນັ້ນ ​ໄປ​ໃຫ້​ໂດຍ​ໄວ. ທ່ານ​ພັນ​ກິ​ມູນ ​ໄດ້​ໄປ​ຢ້ຽມຢາມ​ນະຄອນຫລວງ Port-au-Prince ​ເພື່ອ​ຊັ່ງ​ຊາຕີ​ລາຄາ​ເບິ່ງ​ຄວາມ​ພະຍາຍາມ​ໃນ​ການ​ຊ່ອຍ​ບັນ​ເທົາ​ທຸກ​ໃນ​ປັດຈຸບັນ ແລະ​ສະ​ແດງ​ການ​ ສະໜັບສະໜຸນ​ຕໍ່ປະຊາຊົນ Haiti.ສະຫະ​ປະຊາ​ຊາດ​ກ່າວ​ວ່າ ນຶ່ງ​ສ່ວນ​ ສາມ​ຂອງ​ປະຊາຊົນ Haiti ຕ້ອງ ການ​ຄວາມ​ຊ່ອຍ​ເຫລືອ ຫລັງ​ຈາກ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ໃນ​ສັບປະດາ​ຜ່ານ​ມາ ​ທີ່​ສົ່ງ​ຜົນ​ໃຫ້ຢ່າງ​ນ້ອຍ​ປະຊາຊົນ 1 ລ້ານ​ຄົນ​ບໍ່​ມີ​ ບ່ອນຢູ່ອາ​ໄສ.
ການ​ເລືອກ​ຕັ້ງ​ທີ່ຢູ​ເກຣນ: ຜົນ​ຂັ້ນ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ​ເກຣນສະ​ແດງ​ໃຫ້​ເຫັນ​ວ່າ ນາຍົກຣັຖມຸນຕີYulia Tymoshenko ​ແລະອະດີດ​ນາຍົກຣັຖມຸນ ຕີ Viktor Yanukovych ຈະ​ໄດ້ ​ແຂ່ງຂັນ​ກັນ​ໃນ​ການ​ເລືອກ​ຕັ້ງຮອບ ຕັດສິນ​ຊີ້​ຂາດ​ໃນ​ເດືອນ​ໜ້າ. ຄນະ​ກັມມະການ​ກຳກັບ​ການ​ເລືອກ​ຕັ້ງ​ ຂອງ​ຢູ​ເກຣນ ກ່າວ​ວ່າ ຈາກຜົນການ​ນັບ​ບັດ​ຄະ​ແນນ​ສຽງ​ ປະມານ 80 ​ເປີ​ເຊັນຂອງ​ບັດ​ທີ່​ໄດ້​ມາ​ແລ້ວ​ຈາກການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ Yanukovych ​ໄດ້​ຮັບ​ຄະ​ແນນ​ສຽງ​ປະມານ 36 ​ເປີ​ເຊັນ ​ແລະ​ທ່ານນາງ Tymoshenko ​ໄດ້​ຮັບ​ປະມານ 25 ​ເປີ​ເຊັນ. ສ່ວນປະທານາທິບໍດີ Viktor Yushchenko ​ໄດ້​ຮັບ​ຄະ​ແນນ​ສຽງ​ ໃນ​ອັນ​ດັບ 5.ມີ​ຜູ້​ສມັກ​ຮັບ​ເລືອກ​ຕັ້ງ​ອີກ 15 ທ່ານ​ເຂົ້າ​ປະ ກອບສ່ວນ​ໃນ​ການເລືອກ ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້​. ທ່ານ​ນາງ Tymoshenko ​ໄດ້​ກ່າວ​ມາ​ແລ້ວ​ວ່າ ທ່ານ​ນາງ​ຕຽມ​ພ້ອມ​ແລ້ວ​ທ່ີ​ຈະ​ທຳ​ການ​ພົບ​ປະ​ໂອ້​ລົມ​ກັນ​ກັບບັນດາ​ຜູ້​ທ່ີ​ທ່ານ​ນາງ​ເອີ້ນ​ວ່າ ກຳລັງ​ປະຊາທິປະ​ໄຕອື່ນໆ ​ເພື່ອ​ໃຫ້​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກ​ເຂົາເຈົ້າ​ໃນ​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ໃນ​ວັນ​ທີ7 ​ເດືອນ​ໜ້າ​ນີ້. ​ເຖິງ​ແມ່ນ​ທ່ານ​ບໍ່​ໄດ້​ຮັບ​ຄະ​ແນນ​ສຽງ​ຫລາຍ​ກໍ​ຕາມ ​ແຕ່​ປະທານາທິບໍດີ Yushchenko ກໍປະກາດ​ວ່າ ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສຳ​ເຣັດຜົນ ​ແລະ​ມັນສະ​ແດງ​ໃຫ້​ເຫັນ​ວ່າ ຢູ​ເກຣນ ​ເປັນ​ປະ​ເທດ​ປະຊາທິ ປະ​ໄຕ​ປະ​ເທດ​ນຶ່ງ​ໃນ​ຢູ​ໂຣບ.
ຜົນການ​ເລືອກ​ຕັ້ງ​ທີ່ Chile: ອະດີດ​ປະທານາທິບໍດີ Eduardo Frei ຍອມຮັບເອົາການປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ Chile ໃຫ້​ແກ່​ທ່ານ Sebastian Pinera ມະຫາ​ເສດ​ຖີພັນ​ລ້ານ​ຫົວ​ນິຍົມ​ແນວທາງ​ເດີມ. ຜົນ​ການ​ນັບ​ບັດ​ຄະ​ແນ​ງສຽງຂອງທາງ​ການ​ ຈາກ 99 ​ເປີ​ເຊັນຂອງ​ໜ່ວຍ​ປ່ອນ​ບັດໃນ​ທົ່ວ​ ປະ​ເທດ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Pinera ​ໄດ້​ຮັບ​ຄະແນນ​ສຽງ 52 ​ເປີ​ເຊັນ​ຂອງ​ບັດ​ຄະ​ແນນ​ສຽງທັງ​ໝົດ ​ແລະ​ທ່ານ Frei ​ໄດ້​ຮັບ​ຄະ​ແນນ​ສຽງ 48 ​ເປີ​ເຊັນ.ທ່ານ Frei ຍອມຮັບ​ເອົາ​ການ​ປາ​ໄຊ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ​ເຮັດ​ໃຫ້ການ​ປົກຄອງ​ຂອງຣັຖບານ​ກາງ​ອຽງ​ຊ້າຍ​ທ່ີ​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ 2 ທົດ​ສວັດ ​ຍຸຕິ​ລົງ​ໃນ Chile. ປະທານ​າທິບໍດີຄົນ​ໃໝ່​ຈະ​ຂຶ້ນ​ດຳຣົງຕຳ​ແໜ່​ງ​ ແທນ​ປະທານາທິບໍດີ Michelle Bachelet ທ່ີ​ຈະ​ພົ້ນ​ຈາກ​ຕຳ​ແໜ່​ງ​ໄປ ​ເນື່ອງ​ຈາກທ່ານ​ນາງສມັກເປັນ​ປະທານາທິບໍດີ​ ສະ​ໄໝ​ທີ​ສອງ​ລຽນຕິດ​ ​ບໍ່​ໄດ້. ທ່ານ Pinera ນັກ​ເສດຖະສາດ​ຈາກ​ມະຫາວິທຍາ​ໄລ Harvard ທ່ີ
ສະຫະຣັດ​ໄດ້​ເສັຍ​ການ​ເລືອກ​ຕັ້ງ​ໃຫ້​ທ່ານ​ນາງ Bachelet ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເທື່ອແລ້ວ​ນີ້​ໃນ​ປີ2006. ທ່ານ​ເປັນ​ເຈົ້າ​ຂອງ ສະຖານີ​ໂທຣະພາບ ​ເປັນ​ເຈົ້າ​ຂອງ​ທີ​ມບານ​ເຕະ ​ແລະ​ມີ​ຮຸ້ນ​ໃນ​ສາຍ​ການບິນ Lan Airlines. ຄາດ​ວ່າ​ທ່ານ​ຈະ​ນຳພາ​ Chile ​ທ່ີ​ມີ​ການ​ເສດຖະກິດ​ທຸ່ນ​ທ່ຽງ​ກ່ວາ​ໝູ່ໃນ​ທະວີບ​ອະ​ເມຣິກາ​ລາ​ຕິນ​ ​ໄປ​ສູ່​ການ​ມີ​ນະ​ໂຍບານ​ຕລາດ​ເສຣີຫລາຍ​ຂຶ້ນ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ: ​ເກົາຫລີ​ເໜື້ອ​ໄດ້ຮຽກຮ້ອງ​ຊ້ຳ​ອີກໃນ​ວັນ​ຈັນ​ມື້​ນີ້ ໃຫ້​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ຕົນ ກ່ອນ​ຕົນ​ຈະ​ກັບ​ຄືນ​ສູ່​ການ​ເຈລະຈາ​ວ່າ​ດ້ວຍ​ການ​ປົດ​ອາວຸດ​ນີວ​ເຄລັຍ ທ່ີ​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ນັ້ນ. ຖະ​ແຫລ​ງການ​ສະບັບ​ນຶ່ງ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ເໜືອ ຍັງໄດ້ຮຽກຮ້ອງ ​ຕື່ມ​ອີກ​ໃຫ້​ມີ​ການ​ເຈລະຈາ​ສັນຕິພາບ​ກັບ​ສະຫະຣັດ​ ແລະ​ໃຫ້​ເຊັນສົນທິສັນຍາ​ກັນຢ່າງ​ເປັນ​ທາງ​ການເພື່ອ​ຍຸດຕິສົງຄາມ​ເກົາ ຫລີ​ແຕ່​ປີ 1950 ຫາ 1953 ທ່ີ​ໄດ້​ຍຸດຕິລົງ​ດ້ວຍ​ການ​ຢຸດ​ຍິງ​ກັນ​ນັ້ນ. ​ເກົາຫລີ​ໃຕ້​ໄດ້​ປະຕິ​ເສດ​ຕໍ່​ ຄຳ​ຮຽກຮ້ອງ​ໃນ​ທຳນອງ​ດຽວ​ກັນ​ນີ້​ ຈາກ​ເກົາ ຫລີ​ເໜືອ​ໃນ​ສັບປະດາ​ຜ່ານ​ມາ ​ໂດຍ​ກ່າວ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ສາມາດ​ມີ​ຂຶ້ນ​ໄດ້​ ກໍຫລັງ​ຈາກຣັຖບານ​ພຽງ​ຢ້າງ​ກັບ​ຄືນ​ສູ່​ການ​ເຈລະຈາ​ 6 ຝ່າຍ​ ວ່າ​ດ້ວຍ​ໂຄງການ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ແລ້ວ​ເທົ່າ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ເກົາຫລີ​ໃຕ້ໄດ້ກ່າວ​ເຊ່ນ​ກັນ​ວ່າ ​ເກົາຫລີ​ເໜືອ​ຈະ​ຕ້ອງ ​ເອົາບາດກ້າວ ​ໄປ​ສູ່​ການເຮັດ​ໃຫ້ແຫລມເກົາຫລີ ປອດ​ອາວຸດ​ນີວ​ເຄລັຍ​ ​ເສັຍ​ກ່ອນ ກ່ອນທີ່ການ​ເຈຣະຈາ​ວ່າ​ດ້ວນ​ສົນທິສັນຍາ​ສັນຕິພາບ​ເພື່ອ​ຍຸດຕິ​ສົງຄາມ​ເກົາຫລີ ​ຈະ​ສາມາດ​ມີ​ຂຶ້ນ​ໄດ້​. ສະຫະຣັດກໍ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ ຂອງຣັຖບານ​ກຸງ​ພຽງ​ຢ້າງເຊັ່ນ​ກັນ ແລະ​ຮຽກຮ້ອງ​ໃຫ້​ເກົາຫລີ​ເໜືອ​ກັບ​ຄືນ​ສູ່​ການເຈຣະຈາວ່າ​ດ້ວຍໂຄງ ການ​ນີວ​ເຄລັຍ​ຂອງເກົາຫລີ​ເໜືອ​ນັ້ນ.
ການ​ເມືອງ​ທີ່ມຽນມ້າ: ພວກ​ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານ​ໃນ​ມຽນມ້າ ກ່າວ​ວ່າ ພວກ​ທ່ານ​ມີ​ຄວາມ​ເຫັນ​ໃນ​ແງ່​ດີ ທ່ີ​ສານ​ສູງ​ສຸດຈະຕັດ ສິນ​ຕ່າວ​ປີ້ນ​ຄຳ​ຕັດສິນ​ທ່ີ​ສັ່ງໃຫ້​ກັກ​ບໍລິ​ເວນທ່ານ​ນາງ​ ໃຫ້ຢູ່ແຕ່ໃນ​ບ້າ​ນ​ເຮືອນຕໍ່​ໄປ​ນັ້ນ. ທ່ານ​ນາງ​ອອງຊານ​ຊູ​ຈີ ວັຍ 64 ປີ ທ່ີ​ໄດ້​ຮັບລາງວັນ​ ໂນ​ແບນ​ຂະ​ແໜງ​ສັນຕິພາບ ​ໄດ້​ຖືກ​ສັ່ງກັກບໍລິ​ເວນ​ ຕື່ມ​ອີກ 18 ​ເດືອນ ໃນ​ເດືອນ​ສິງຫາ​ຜ່ານ​ມາ ຫລັງ​ຈາກ​ຖືກຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ເຫດ ການ​ທ່ີ​ຜູ້​ຊາຍ​ອະ​ເມຣິກັນ​ຄົນ​ນຶ່ງ​ລອຍ​ຂ້າມບຶງ​ ເຂົ້າ​ໄປອາ​ໄສ​ຢູ່​ໃນ​ບ້ານ​ພັກ​ຂອງ​ທ່ານ​ນາງ​ ໂດຍ​ບໍ່​ໄດ້ຮັບ​ເຊີນ​ນັ້ນ. ທ່ານ Kyi Win ຫົວໜ້າ​ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ກ່າວ​ວ່າ ສານ​ໄດ້​ຮັບ​ຟັງ​ຄຳ​ໃຫ້ການ​ຈາກ​ທັງ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ອຸ ທອນ​ຄຳ​ຕັດສິນ​ໃຫ້​ກັກ​ບໍລິ​ເວນ​ທ່ານ​ນາງ​ຕໍ່​ໄປ​ນັ້ນ ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ຄາດ​ວ່າ​ສານ​ຈະ​ອອກ​ຄຳຕັດສິນ​ຄະດີ​ ​ພາຍ​ໃນ​ອີກນຶ່ງ​ເດືອນ. ສານ​ຊັ້ນ​ຕົ້ນ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ອຸທອນ​ດັ່ງກ່າວ​ມາ​ເທື່ອ​ນຶ່ງ​ແລ້ວ​ ໃນ​ເດືອນ​ຕຸລາ​ຜ່ານ​ມາ. ທ່ານ Kyi Win ກ່າວ​ວ່າ ທ່ານ​ຄາດ​ວ່າ ສານ​ຈະ​ ຮັບ​ເອົາ​ຄຳ​ໂຕ້​ແຍ້ງ​ ຂອງ​ພວກ​ທ່ານ ​ແລະ​ປ່ອຍ​ໂຕ​ທ່ານ​ນາງ​ອອງຊານ​ຊູ​ຈີ. ທ່ານ Kyi Win ກ່າວ​ຄຕໍ່​ວ່າ ພວກ​ທ່ານ​ໄດ້ ​ໂຕ້​ແຍ່ງ​ວ່າ ຄຳ​ຕັດສິນ​ວ່າ​ລູກຄວາມ​ຂອງ​ພວກ​ທ່ານ​ມີ​ຄວາມ​ຜິດ​ນັ້ນ ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ເພາະວ່າ ມັນ​ແມ່ນ​ອີງໃສ່​ກົດໝາຍຣັຖທັມມະ​ນູນຂອງປະ​ເທດ​ ສະບັບ​ປີ 1974 ຊຶ່ງ​ປັດຈຸບັນ​ ບໍ່​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ.

XS
SM
MD
LG