ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮູບພາບວີດີໂອ ສະແດງໃຫ້ເຫັນວ່າ ຜູ້ໂຈມຕີຄ້າຍຊີໄອເອ ມີຄວາມສັມພັນ ກັບຜູ້ນຳທາລີບານ


ປາກິສຖານ - ຊີໄອເອ: ຮູບພາບວີດີໂອໃໝ່ ທີ່ຫາກໍມີການເປີດເຜີຍ ໄດ້ສະແດງໃຫ້ເຫັນ ຜູ້ ຊາຍທີ່ກ່າວກັນວ່າ ເປັນຜູ້ໂຈມຕີ ດ້ວຍຣະເບີດ ສະລະຊີບ ທີ່ເຮັດໃຫ້ເຈົ້າໜ້າທີ່ສືບລັບ ຂອງສະ ຫະຣັດ 7 ຄົນເສັຽຊີວີີດ ທີ່ອັຟການິສຖານນັ້ນ ປະກາດວ່າ ຈະແກ້ແຄ້ນໃຫ້ ແກ່ຜູ້ນຳທາລີບານ ໃນປາກິສຖານ ທີ່ຕາຍໄປແລ້ວນາຍ BAITUL LAH MEHSUD. ຮູບພາບວີດີໂອ ທີ່ອອກອາ ກາດໃນວັນເສົາມື້ນີ້ໂດຍໂທຣະພາບ AAJ ຂອງ ປາກິສຖານ ແລະໂທຣະພາບ ພາສາອາຣັບ AL JAZEERA ສະແດງໃຫ້ເຫັນວ່ານາຍ HUMAN KHALIL ABU-MULAL AL-BALAWI ທີ່ໃສ່ ເຄື່ອງນຸ່ງ ພື້ນເມືອງອັຟການິສຖານ ໄດ້ນັ່ງຢູ່ໃກ້ໆ ກັບຜູ້ນຳທາລີບານ ປາກິສຖານ ຄົນໃໝ່ ນາຍ HAKIMULLAH MEHSUD. ນາຍ BALAWI ທີ່ກ່າວວ່າ ລາວເປັນຄົນຈໍແດັນນັ້ນເວົ້າວ່າ ໜ່ວຍສືບລັບສະຫະຣັດແລະຈໍແດັນ ໄດ້ສເນີໃຫ້ ເງິນລາວ ຫລາຍລ້ານໂດລາ ເພື່ອສອດແນມເບິ່ງ ພວກທາລີບານ. ແຕ່ລາວກ່າວວ່າ ແທນ ທີ່ຈະຮັບເອົາເງິນ ລາວໄດ້ໄປເຂົ້າກັບພວກທາລີບານ ແລະບອກໃຫ້ພວກເຂົາຮູ້ທຸກສິ່ງຢ່າງ.

ຊີໄອເອ - ອັຟການິສຖານ: ຫົວໜ້າອົງການ ສືບລັບ CIA ຂອງສະຫະຣັດ ໄດ້ກ່າວປ້ອງກັນ ອົງການ CIA ທີ່ຖືກກ່າວຫາວ່າຍ້ອນຄວາມເລີ້ນ ເລີ້ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ ອົງການ CIA 7 ຄົນ ເສັຽຊີວິດ ໃນການໂຈມຕີ ສະລະຊີບ ທີ່ປະເທດ ອັຟການິສຖານໃນເດືອນແລ້ວນີ້. ໃນບົດສະແດງ ຄວາມເຫັນ ທີ່ພິມເຜີຍແຜ່ ໂດຍໜັງສືພິມ WASHINGTON POST ໃນວັນເສົາມື້ນີ້ທ່ານ LEON PANETTA ກ່າວວ່າ ບໍ່ຕ່າງຫຍັງ ກັບ ພວກທະຫານ ເຈົ້າໜ້າທີ່ສືບລັບ CIA ຕ້ອງໄດ້ ສ່ຽງ ເພື່ອປະເຊີນໜ້າ ກັບສັດຕຣູ ທີ່ຮ້າຍກາດ ຊຶ່ງໃນບາງຄັ້ງ ຕ້ອງໄດ້ສູນເສັຽ ຢ່າງໜັກ. ທ່ານກ່າວວ່າ ເຈົ້າໜ້າທີ່ CIA ໄດ້ຣະມັດຣະວັງ ໂດຍໃຫ້ຂໍ້ສັງເກດວ່າ ຜູ້ໂຈມຕີ ໄດ້ຖືກຢຸດ ຢູ່ຫ່າງໆ ຈາກເຈົ້າໜ້າທີ່ສືບລັບ ຄົນອື່ນໆ ແລະ ພວມຈະຖືກ ກວດຄົ້ນໂຕ ເວລາຜູ້ກ່ຽວ ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ. ສື່ມວນຊົນ ຂອງສະຫະຣັດ ໄດ້ອ້າງຄຳເວົ້າ ຂອງພວກເຈົ້າໜ້າທີ່ສືບລັບ ທີ່ກ່າວວ່າ ຜູ້ໂຈມຕີ ເປັນນາຍໝໍ ຄົນຈໍແດັນ ແລະເປັນສາຍລັບສອງຝ່າຍ ຂອງກຸ່ມກໍ່ການຮ້າຍ AL-QAIDA. ທ່ານ PANETTA ເວົ້າວ່າ ທາງອົງການ CIA ບໍ່ສາມາດເວົ້າໄດ້ ຢ່າງເປັນການເປີດເຜີຍ ກ່ຽວກັບໄຊຊະນະ ທີ່ສຳຄັນໆຂອງຕົນ ແຕ່ກ່າວວ່າ ໄຊຊະນະເຫລົ່ານີ້ ແມ່ນເຫດຜົນ ທີ່ພາໃຫ້ ພວກຫົວຮຸນແຮງ ຕອບໂຕ້.

ສາຍການບິນ - ຄວາມປອດພັຍ: ໜຸ່ມນ້ອຍ ຊາວໄນຈີເຣັຽ ທີ່ຖືກກ່າວຫາວ່າ ພະຍາຍາມບີບ ຄະນວນຣະເບີດໃຫ້ແຕກຂຶ້ນ ຢູ່ເທິງເຮືອບິນໂດຍ ສານຂອງສະຫະຣັດ ທີ່ພວມເດີນທາງ ມາຍັງນະ ຄອນ DETROIT ໃນມື້ວັນບຸນ ຄຣິສຕ໌ມາສນັ້ນ ຮ້ອງຮຽນຕໍ່ສານວ່າ ລາວບໍ່ມີຄວາມຜິດ ໃນຂໍ້ຫາ ທັງໝົດ. ໄດ້ມີການ ຮ້ອງຮຽນຕໍ່ສານ ໃນນາມ ນາຍ UMAR FAROUK ABDULMUTAL LAB ອາຍຸ 23 ປີ ຜູ້ທີ່ຖືກໃສ່ໂສ້ ໃນລະຫວ່າງ ການໄປປາກົດໂຕເປັນເວລາສັ້ນ ທີ່ສານແຫ່ງນຶ່ງ ໃນນະຄອນ DETROIT. ນີ້ແມ່ນເທື່ອທຳອິດທີ່ ນາຍ ABDULMUTALLAB ໄດ້ໄປປາກົດໂຕ ທີ່ສານ ນັບແຕ່ຜູ້ກ່ຽວ ໄດ້ຖືກຈັບ ໃນເດືອນແລ້ວ. ຄະນະຕຸລາການ ຂອງຣັຖບານກາງສະ ຫະຣັດ ໄດ້ກ່າວຫາ ຜູ້ຊາຍຊາວໄນຈີເຣັຽຄົນນີ້ ດ້ວຍຄວາມຜິດ ທາງອາຍາ 6 ກະທົງ ຮວມທັງ ພະຍາຍາມ ທີ່ຈະໃຊ້ອາວຸດ ທີ່ມີອະນຸພາບຮ້າຍແຮງ ໃນການທຳລາຍ ແລະພະ ຍາຍາມຂ້າຄົນ. ລາວອາດຈະໄດ້ຮັບໂທດ ຈຳຄຸກຕລອດຊີວິດ ຖ້າຫາກຖືກພົບເຫັນວ່າ ມີຄວາມຜິດ. ຄະນະໄອຍະການ ໄດ້ກ່າວຫາ ນາຍ ABDULMUTALLAB ວ່າ ພະຍາຍາມ ທີ່ຈະບີບຄະນວນຣະເບີດ ທີ່ເຊື່ອງໄວ້ ໃນສົ້ງສະລີບຂອງລາວ ໃຫ້ແຕກຂຶ້ນ ໃນລະຫວ່າງຖ້ຽວບິນ ທີ່ເດີນທາງມາແຕ່ ນະຄອນ AMSTERDAM.

ສະຫະຣັດ - ອີຣັກ: ກະຊວງ ການຕ່າງປະ ເທດສະຫະຣັດ ກ່າວວ່າ ຕົນຈະທົບທວນເບິ່ງ ການຕັດສິນ ຂອງສານ ສະຫະຣັດ ເມື່ອບໍ່ດົນ ມານີ້ ທີ່ໄດ້ຍົກເລີກການກ່າວຫາ ຕໍ່ພວກຍາມ ຫລືເຈົ້າໜ້າທີ່ ຮັກສາຄວາມປອດພັຍ ເອກກະ ຊົນອະເມຣິກັນ 5 ຄົນທີ່ຖືກກ່າວຫາວ່າໄດ້ສັງ ຫານພົລເຮືອນຊາວອີຣັກ 17 ຄົນ ໃນປີ 2007 ຜ່ານມານັ້ນ. ໃນເດືອນແລ້ວນີ້ສານຣັຖບານກາງ ແຫ່ງນຶ່ງຂອງສະຫະຣັດໄດ້ຍົກເລີກຂໍ້ຫາຕໍ່ພວກ ຍາມ ຂອງບໍຣິສັດ BLACKWATER ໂດຍເວົ້າວ່າ ຄະນະໄອຍະການ ຂອງຣັຖບານກາງ ໄດ້ລະເມີດ ສິດທິຕາມຣັຖທັມມະນູນ ຂອງພວກເຂົາເຈົ້າ ທີ່ໄດ້ໃຊ້ຄຳເວົ້າຕ່າງໆ ຂອງພວກເຂົາເຈົ້າ ທີ່ໄດ້ກ່າວໄປ ພາຍໃຕ້ສະພາບການ ທີ່ໃຫ້ເວົ້າໄດ້ ໂດຍບໍ່ເອົາຜິດ. ການຕັດສິນທີ່ວ່ານີ້ ໄດ້ສ້າງຄວາມໂກດແຄ້ນ ໃຫ້ແກ່ຣັຖບານອີຣັກ ທີ່ກ່າວວ່າ ຕົນໄດ້ຍື່ນສຳນວນຟ້ອງ ບໍຣິສັດ ຮັກສາຄວາມປອດພັຍ ເອກກະຊົນດັ່ງກ່າວນີ້ແລ້ວ. ໃນມື້ວານນີ້ ທ່ານ P.J. CROWLEY ໂຄສົກ ກະຊວງການຕ່າງປະເທດ ສະຫະຣັດ ກ່າວໃນຖແລງຂ່າວ ສະບັບນຶ່ງວ່າ ການຕັດສິນ ຂອງຜູ້ພິພາກສາ ບໍ່ໄດ້ປົດເປື້ອງ ຄວາມຜິດຂອງຈຳເລີຍ ຫລືຢຸດເຊົາ ການດຳເນີນການ ທາງກົດໝາຍ ແຕ່ປະການໃດ.

ອັຟການິສຖານ - ການເມືອງ: ປະທານາທິ ບໍດີອັຟການິສຖານ ທ່ານ HAMID KARZAI ໄດ້ພະຍາຍາມ ແຕ່ງຕັ້ງ ຄະນະຣັຖບານ ອີກ ເທື່ອນຶ່ງ ໂດຍຫວັງວ່າ ລາຍຊື່ຄະນະຣັຖບານ ທີ່ທ່ານແຕ່ງຕັ້ງ ຄັ້ງທີ 2 ນີ້ ຈະໄດ້ຮັບການອະ ນຸມັດ ຈາກສະມາຊິກ ສະພາແຫ່ງຊາດ. ທ່ານ KARZAI ໄດ້ນຳສເນີ ລາຍຊື່ 16 ທ່ານ ຕໍ່ສະ ພາແຫ່ງຊາດ ໃນວັນເສົາມື້ນີ້ ເພື່ອເຂົ້າກຳຕຳ ແໜ່ງ ທີ່ສຳຄັນໆ ຮວມທັງ ຣັຖມຸນຕຣີ ການຕ່າງປະເທດ. ເປັນທີ່ຄາດກັນວ່າ ສະມາຊິກ ສະພາແຫ່ງຊາດ ອັຟການິສຖານ ຈະອະພິປາຍ ກ່ຽວກັບ ພວກທີ່ຖືກ ແຕ່ງຕັ້ງໃໝ່ ເປັນເວລາຫລາຍໆມື້ ກ່ອນຈະລົງຄະແນນສຽງ ເພື່ອຮັບຮອງເອົາ ຜູ້ທີ່ຖືກແຕ່ງຕັ້ງ ແຕ່ລະຄົນ. ໃນສັບປະດາແລ້ວ ສະພາແຫ່ງຊາດ ອັຟການິສຖານ ໄດ້ປະຕິເສດ ບໍ່ຮັບເອົາ ຜູ້ທີ່ປະທານາທິບໍດີ KARZAI ແຕ່ງຕັ້ງ 17 ຄົນ ຈາກຈຳນວນ ທັງໝົດ 24 ຄົນ ໃນການລົງຄະແນນສຽງ ຢ່າງເປັນທາງລັບ ຮວມທັງຣັຖມຸນຕຣີ ພະລັງງານ ທ່ານ ISMAIL KHAN ທີ່ໄດ້ຖືກສເນີ ໃຫ້ເຂົ້າຮັບ ຕຳແໜ່ງຄືນໃໝ່ນັ້ນ. ຜູ້ນຳອັຟການິສຖານ ບໍ່ໄດ້ແຕ່ງຕັ້ງຜູ້ໃດ ໃຫ້ເຂົ້າຮັບຕຳແໜ່ງ ແທນທ່ານ KHAN ອະດີດຂຸນເສິກ ທີ່ຖືກກ່າວຫາວ່າ ໄດ້ລ່ວງລະເມີດ ສິດທິມະນຸດ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຜູ້ບັນຊາການ ກຸ່ມຫົວຮຸນແຮງຄົນນຶ່ງ ໄດ້ຂ້າໂຕ ຕາຍ ດ້ວຍຣະເບີດມື ເພື່ອຫລົບໜີການຈັບກຸມ ໃນລະຫວ່າງ ການບຸກເຂົ້າໄປກວດຄົ້ນ ຂອງຕຳ ຣວດ. ເຈົ້າໜ້າທີ່ເວົ້າວ່າ ຕຳຣວດ 4 ຄົນ ໄດ້ ຮັບບາດເຈັບ ເວລາຜູ້ບັນຊາການ ກຸ່ມຫົວຮຸນ ແຮງ ທີ່ມີຊື່ວ່າ IRFAN ໄດ້ຂ້າໂຕຕາຍ ທີ່ເມືອງ PESHAWAR. ນອກນັ້ນແລ້ວ ໃນວັນເສົາມື້ນີ້ ຕຳຣວດຍັງເວົ້າວ່າ ກຳລັງ ຮັກສາຄວາມສະງົບ ໄດ້ສັງຫານ ຜູ້ບັນຊາການ ພວກຫົວຮຸນແຮງ ອີກ 2 ຄົນ ໃນລະຫວ່າງ ການປະຕິບັດງານ ຢູ່ໃນເຂດ ຮ່ອມພູສວາທ. ຂະນະດຽວກັນ ຣັຖມຸນ ຕຣີກະຊວງພາຍໃນ ປາກິສຖານ ທ່ານ REHMAN MALIK ກ່າວວ່າ ບໍ່ຈຳເປັນ ທີ່ຈະຕ້ອງ ສົ່ງກຳລັງທະຫານ ເຂົ້າໄປຮັກສາ ຄວາມປອດພັຍ ໃນນະຄອນ ກາຣາຈີ. ພວກຜູ້ນຳ ໃນເຂດທ້ອງຖິ່ນ ມີຄວາມວິຕົກກັງວົນເພີ້ມຂຶ້ນ ກ່ຽວກັບການແຜ່ຂຍາຍ ຂອງຄວາມຮຸນແຮງ ທີ່ນະຄອນ ກາຣາຈີ ຊຶ່ງເປັນສູນກາງການຄ້າ ຂອງປາກິສຖານ. ມີຄວາມວິຕົກກັງວົນສູງຂຶ້ນ ຫລັງຈາກ ຜູ້ທີ່ສົງສັຍວ່າ ເປັນພວກຫົວຮຸນແຮງ 8 ຄົນ ໄດ້ເສັຽຊີວິດ ເວລາພວກເຂົາ ເຮັດໃຫ້ຣະເບີດແຕກຂຶ້ນ ດ້ວຍຄວາມບັງເອີນ ຢູ່ເຮືອນບ່ອນທີ່ພວກເຂົາ ຫລົບລີ້ຢູ່ຫລັງນຶ່ງ ໃນນະຄອນ ກາຣາຈີ ມື້ວານນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG