ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຄາດໝາຍວ່າ ອຸດສະຫະກຳທ່ອງທ່ຽວຈະຂະຫຍາຍໂຕພີ້ມຂຶ້ນ


ອົງການທ່ອງທ່ຽວແຫ່ງຊາດລາວຄາດໝາຍວ່າ ນັກທ່ອງທ່ຽວຊາວຕ່າງ ຊາດຈະເດີນທາງເຂົ້າ ໄປໃນລາວ ເພີ້ມຂຶ້ນໃນປີ 2010 ​ເຊິ່ງເປັນປີ ຄົບຮອບ 450 ປີຂອງການສະຖາປະນານະຄອນ ຫຼວງວຽງຈັນ ແລະ ກໍເຊື່ອໝັ້ນວ່າທຸລະກິດ ໃນ ພາກບໍລິການ ແລະ ການທ່ອງທ່ຽວ ຂອງລາວ ຈະຍັງຄົງມີການຂະຫຍາຍ ຕົວ ເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ.

ທ່ານສົມພົງ ມົງຄົນວິໄລ ປະທານອົງການທ່ອງ ທ່ຽວແຫ່ງຊາດລາວໄດ້ ສະແດງຄວາມເຊື່ອໝັ້ນ ວ່າ ທຸລະກິດໃນພາກບໍລິການ ແລະ ການທ່ອງທ່ຽວ ຂອງລາວ ຈະຍັງຄົງມີການຂະຫຍາຍຕົວ ເພີ້ມ ຂຶ້ນຢ່າງຕໍ່ເນື່ອງ. ເຖິງແມ່ນວ່າ ໃນໄລຍະທີ່ຜ່ານມາ ລາວຈະໄດ້ຮັບຜົນກະທົບຈາກວິກິດການທາງ ເສດຖະກິດ ແລະ ການເງິນໂລກ ຄືກັບປະເທດ ອື່ນໆ ກໍ່ຕາມ, ຫາກແຕ່ວ່າໃນໄລຍະແຜນການປະຈຳ ປີ 2008-2009 ທີ່ຜ່ານມານີ້ກໍ່ຍັງປາກົດວ່າ ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າໄປໃນລາວ ເພີ້ມຂຶ້ນຈາກປີກ່ອນ. ຊຶ່ງກໍ່ຄື ນັກທ່ອງທ່ຽວຊາວຕ່າງຊາດໄດ້ເດີນທາງເຂົ້າໄປໃນລາວເພີ້ມຂື້ນຈາກ 1 ລ້ານ 7 ແສນ ກວ່າຄົນໃນແຜນການປີ 2007-2008 ເປັນ 1 ລ້ານ 8 ແສນຄົນກວ່າຄົນ ໃນແຜນ ການປີ 2008-2009 ທີ່ຜ່ານມາ ແລະ ກໍເຮັດໃຫ້ທຸລະກິດ ໃນພາກບໍລິການ ແລະ ທ່ອງທ່ຽວໃນລາວ ມີລາຍຮັບເປັນເງິນຕາ ຕ່າງປະເທດຄິດເປັນ ມູນຄ່າລວມຫຼາຍກວ່າ 290 ລ້ານໂດລາ.

ສຳລັບໃນໄລຍະແຜນການປີ 2009-2010 ນີ້ອົງການທ່ອງ ທ່ຽວ ແຫ່ງຊາດລາວກໍ່ໄດ້ຄາດໝາຍວ່າ ຈະມີນັກທ່ອງທ່ຽວ ຊາວຕ່າງຊາດ ເດີນທາງເຂົ້າໄປໃນລາວ ເຖິງ 2 ລ້ານຄົນຊຶ່ງ ກໍຈະເຮັດໃຫ້ທຸລະກິດ ໃນພາກບໍລິການ ແລະ ທ່ອງທ່ຽວ ຂອງລາວມີລາຍຮັບ ເປັນເງິນຕາ ຕ່າງປະເທດຫຼາຍກວ່າ 320 ລ້ານໂດລາ ຢ່າງແນ່ນອນ. ທັງນີ້ໂດຍອົງການທ່ອງ ທ່ຽວແຫ່ງຊາດລາວຈະໃຊ້ ໂອກາດໃນການສະຖາປະນາ ນະຄອນຫຼວງວຽວຈັນຄົບຮອບ 450 ປີໃນປີ 2010 ນັ້ນ ໃຫ້ເປັນໃຫ້ເປັນປະໂຫຍດ ດ້ວຍການທີ່ຈະດໍາເນີນການໂຄ ສະນາປະຊາສັມພັນໃຫ້ຕໍ່ເນື່ອງກັບ ການເປັນເຈົ້າພາບຈັດ ການແຂ່ງຂັນກິລາຊີເກມຄັ້ງທີ່ 25 ຢູ່ນະຄອນຫຼວງວຽງ ຈັນທີ່ກຳລັງດຳເນີນໄປຢູ່ໃນຂະນະນີ້ນັ້ນເອງ.

ສຳລັບໃນໄລຍະຂອງການເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມດັ່ງກ່າວທີ່ໄດ້ມີຂຶ້ນໃນລະຫວ່າງວັນທີ 9-18 ທັນວານີ້ ອົງການທ່ອງທ່ຽວແຫ່ງຊາດລາວ ກໍ່ຄາດວ່າຈະມີຊາວຕ່າງຊາດເດີນທາງເຂົ້າໄປໃນນະ ຄອນຫຼວງວຽງຈັນ ຫຼາຍ ກວ່າ 6 ຫມື່ນຄົນ ຄືເປັນຂີດໝາຍທີ່ດີສຳລັບການພັດທະນາການທ່ອງທ່ຽວ ຂອງລາວໃນໄລຍະຍາວທີ່ມີການຕັ້ງເປົ້າໝາຍທີ່ຈະຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 3.4 ລ້ານຄົນ ໃນປີ 2015 ຊຶ່ງກໍ່ຈະເຮັດໃຫ້ທຸລະກິດ ພາກບໍລິການ ແລະ ທ່ອງທ່ຽວໃນລາວ ມີລາຍຮັບ ເປັນເງິນຕາຕ່າງປະເທດ ຫຼາຍກວ່າ 500 ລ້ານໂດລາ.

ຍິ່ງໄປກວ່ານັ້ນ ຖ້າຫາກວ່າການດໍາເນີນງານ ເປັນໄປຕາມ ແຜນການ ແລະ ເປົ້າໝາຍທີ່ອົງການທ່ອງທ່ຽວແຫ່ງຊາດ ລາວ ວາງເອົາໄວ້ດັ່ງກ່າວ ກໍ່ຍັງເຊື່ອວ່າຈະມີນັກທ່ອງທ່ຽວ ຊາວຕ່າງຊາດ ເດີນທາງເຂົ້າໄປໃນລາວ ເພີ່ມຂື້ນ ເປັນ 4 ລ້ານຄົນພາຍໃນປີ 2020 ແລະ ກໍ່ຈະເຮັດໃຫ້ພາກທຸລະ ກິດບໍລິການ ແລະ ທ່ອງທ່ຽວໃນລາວມີລາຍຮັບເຖິງ 700 ລ້ານໂດລາ ກັບທັ້ງຍັງຈະສ້າງວຽກເຮັດງານ ທຳໃຫ້ກັບ ປະຊາຊົນລາວເຖິງ 3 ແສນຄົນອີກດ້ວຍ.

ແຕ່ຢ່າງໃດກໍ່ຕາມ ທາງການລາວກໍ່ໄດ້ຢືນຢັນມາໂດຍຕະ ຫຼອດວ່າ ການພັດທະນາການທ່ອງທ່ຽວຂອງລາວ ຈະ ເນັ້ນໜັກໃນດ້ານປະຫວັດສາດ, ສິລະປະວັດທະນາທຳ ແລະ ທຳມະຊາດ ເຊິ່ງເປັນອັນທີ່ ເອີ່ນວ່າ Eco-Tour ນັ້ນ ເປັນສຳຄັນ.

XS
SM
MD
LG