ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກວິທະຍາສາດຍັງພາກັນສືບຕໍ່ຄົ້ນຄວ້າຫາທາງຕໍ່ຕ້ານມະເລເຣຍ


ໂຣກໄຂ້ມະເລເຣຍ ຫລື ໄຂ້ຍຸງຍັງ​ສືບຕໍ່ຄຸກ​ ຄາມຢູ່​ໃນ​ທົ່ວ​ໂລກ ​ແລະ ພວກນັກວິທະຍາ ສາດ ຍັງ​ພາກັນ​ສືບຕໍ່ຄົ້ນຄວ້າ​ ເພື່ອຊອກ​ຫາ​ ວິທີ​ທາງຕໍ່ຕ້ານກັບໂຣກນີ້ຢູ່.

ພວກນັກວິທະຍາສາດກຳລັງ​ພາກັນ​ສືບຕໍ່ຄົ້ນ ຄວ້າ​ເພື່ອ​ຊອກ​ຫາ​ອາວຸດ​ຕໍ່ຕ້ານ ກັບ​ໂຣກ ໄຂ້ມະເລເຣຍ ຫລື ໄຂ້ປ່າ. ໃນ​ແຕ່ລະ​ປີ ມີ​ຄົນທີ່​ເປັນໄຂ້ນີ້ຫລາຍຮ້ອຍລ້ານຄົນໃນ​ທົ່ວ​ໂລກ​,​ ​ແລະ ​ໃນນັ້ນ ມີ​ປະມານ 1 ລ້ານຄົນ ເສຍຊີວິດ​ໄປ, ເຊິ່ງສ່ວນ​ໃຫຍ່ ​ແມ່ນຢູ່ໃນທະ ວີບ​ອາ​ຟຣິກ ກາ. ການ​ສູນ​ເສຍ ຫລື ສິ້ນ ​ເປືອງທາງ ​ເສດຖະກິດຍ້ອນໂຣກນີ້ຕົກ​ເປັນ​ເງິນປະມານ 1% ຂອງ​ມູນ​ຄ່າ​ເສດຖະກິດ​ທັງໝົດ​ຂອງ ທະວີບອາ​ຟຣິກກາ​ໃນ​ແຕ່ລະ​ປີ.

ທ່ານ George Dimopoulos ​ເຊິ່ງເປັນ​ອາຈານ​ອາວຸ​ໂສ ທີ່ສະ​ຖາ​ບັນຄົ້ນຄວ້າ​ ດ້ານພະ ຍາດ​ມາ​ເລ​ເຣຍ ຂອງ​ມະຫາວິທະຍາ​ໄລ Johns Hopkins ທີ່ Baltimore, ລັດ Maryland ​ເວົ້າວ່າ:
"42% ຂອງປະຊາກອນໂລກ ດຳລົງ​ຊີວິດ​ຢູ່​ເຂດທີ່ມີ​ຍຸງ​ທີ່​ນຳເຊື້ອມາ​ເລ​ເຣຍ​ໄປແຜ່​ຜາຍ​ຢ່າງ​ຫລວງຫລາຍ. ປະຊາຊົນ​ທັງໝົດ ຢູ່​ໃນ​ເຂດ​ນີ້ ມີ​ຄວາມ​ສ່ຽງຕໍ່ການຕິດ​ເຊື້ອໄຂ້ມາ​ເລ​ເຣຍ. ​ແຕ່ສິ່ງ​ທີ່ໜ້າ​ເສົ້າ​ໃຈ ກໍ​ຄື​ວ່າ ຄົນ​ສ່ວນ​ໃຫຍ່​ທີ່​ເສຍ​ຊີວິດໄປ ຍ້ອນມາ​ເລ​ເຣຍນັ້ນ ​ແມ່ນ​ເດັກນ້ອຍ ​ເພາະວ່າ​ລະບົບ​ພູມ​ຕ້ານທານ​ຂອງ​ພວກ​ເຂົາ​ບໍ່​ເຂັ້ມ​ແຂງ​ພຽງພໍ​ ທີ່​ຈະ​ຕ້ານທານ​ກັບ​ການ​ຕິດ​ເຊື້ອ​ໂຣກນີ້ໄດ້.”

​ໄຂ້ມາ​ເລ​ເຣຍ​ເກີດ​ຂຶ້ນ​ຈາກ​ເຊື້ອກາ​ຝາກ​ທີ່​ມີ​ຊື່ວ່າ Plasmodium. ​ເຊື້ອຈຸລິນ​ຊີ ດັ່ງກ່າວ​ນີ້ ​ໄດ້​ຖືກ​ສີດ​ເຂົ້າ​ໄປ​ໃນຮ່າງກາຍຂອງ​ຄົນ ໃນ​ເວລາ​ຍຸງ​ກັດ. ພະຍາດມາ​ເລ​ເຣຍ​ສາມາດ​ປົວ​ໄດ້ ​ແຕ່​ວ່າ ຢູ່​ບາງ​ຂົງ​ເຂດເຊື້ອກາ​ຝາກຊະນິດ​ນີ້ ສາມາດ​ມີ​ຄວາມ​ຕ້ານທານກັບຢາ​ຫລາຍໆ ຊະນິດ​ແຕກ​ຕ່າງ​ກັນ​ໄດ້.

ທ່ານອາຈານ George Dimopoulos ແລະ ​ທິມງານ​ຂອງ​ເພິ່ນ ກຳລັງ​ສຶກສາ​ເບິ່ງ​ວິທີ​ທາງ ​ທີ່​ຈະ​ເຮັດ​ໃຫ້ຍຸງ​ຕ້ານທານ​ຕໍ່ການ​ຕິດ​ເຊື້ອກາ​ຝາກ​ປະ​ເພດນີ້. ​ມີຍຸງຢູ່​ຫລາຍຮ້ອຍຊະນິດ​ຢູ່​ໃນ​ໂລກ ​ແລະ ສ່ວນ​ໃຫຍ່ພວກ​ຍຸງ​ເຫ​ລົ່ານີ້ ບໍ່ນຳ​ເອົາເຊື້ອມະ​ເລ​ເຣຍ​ໄປ​ແຜ່ຜາຍ ​ແລະ ມີ​ຍຸງ​ບາງ​ຈຳພວກທີ່​ມີ​ລະບົບ​ພູມ​ຕ້ານທານ​ຂອງຮ່າງກາຍ​ທີ່​ສາມາດ​ຂ້າ​ເຊື້ອກາ​ຝາກ Plasmodium ​ໄດ້.

ພວກ​ນັກຄົ້ນຄວ້າ​ກຸ່ມ​ນີ້ໄດ້​ພັດທະນາ ວິທີນຶ່ງທີ່​ປ່ຽນກຳມະພັນຂອງ​ຍຸງ​ 3 ຊະນິດທີ່ຮູ້ວ່າ​ນຳ​ເອົາ​ເຊື້ອມະ​ເລ​ເຣຍ​ໄປ​ແຜ່​ຜາຍ. ການ​ປ່ຽນ​ແປງ​ນີ້ ​ເຮັດໃຫ້​ລະບົບພູມ​ຕ້ານທານຮ່າງກາຍ​ຂອງ​ພວກ​ເຂົາ​ໂຈມຕີ​ເຊື້ອກາ​ຝາກ ​ແລະ ຕ້ານບໍ່​ໃຫ້​ເຊື້ອພະຍາດ​ນີ້ຂະ​ຫຍາ​ຍ​ໂຕ. ພວກ​ນັກ ຄົ້ນຄວ້າ​ກຸ່ມອື່ນອີກ ກໍກຳລັງພາກັນ​ຄົ້ນຄວ້າ​ເພື່ອ​ຊອກຫາ ວິທີທີ່​ຈະ​ເອົາ​ພວກ​ໂຕ​ຍຸງທີ່​ຖືກ​ປັບປ່ຽນກຳມະພັນ​ເຫລົ່ານີ້​ ​ເຂົ້າ​ໄປປະ​ປົນຢູ່​ໃນໝູ່ຝູງ​ຍຸງ​ທົ່ວ​ໄປ.

ທ່ານອາຈານ Dimopoulos ກ່າວ​ວ່າ ການ​ເຮັດ​ແບບ​ນັ້ນ ຍັງ​ໄກ​ຫລາຍ​ທີ່​ຈະ​ປະສົບ​ຜົນສຳ​ເລັດ ​ແຕ່​ວ່າ ການຄົ້ນຄວ້າກ່ຽວກັບພະຍາດມາ​ເລ​ເຣຍ ມີ​ຄວາມ​ເປັນ​ໄປ​ໄດ້​ສູງຫລາຍ.

ຢາ​ວັກ​ຊິນ​ຊະໜິດ​ໃໝ່ສຳລັບປ້ອງ​ກັນມາ​ເລ​ເຣຍ ກຳ​ລັງ​ຢູ່​ໃນ​ການ​ທົດ​ລອງ​ຂັ້ນ​ສຸດ​ທ້າຍ. ຜ່ານ​ມາ​ຢານີ້​ໄດ້​ພິສູດ​ໃຫ້​ເຫັນ​ແລ້ວວ່າ ມີ​ປະສິດທິພາບ​ໃນການປ້ອງ​ກັນໂຣກນີ້ ​ໂດຍ​ມັນ ສາມາດ​ປ້ອງ​ກັນ ພວກ​ທີ່​ໄດ້ຮັບການ​ສັກ​ຢາວັກ​ຊິນຊະນິດ​ນີ້​ໄວ້​ໄດ້​ເຖິງ​ເຄິ່ງນຶ່ງ​ຂອງ​ຈຳນວນ ທັງໝົດ ​ເຊິ່ງ​ແມ່ນ​ຫລາຍ​ກວ່າ​ເມື່ອ​ກອ່ນ.

​ແລະ ຢູ່​ສະ​ຖາ​ບັນຄົ້ນຄວ້າ​ພະຍາດມາ​ເລ​ເຣຍ ທີ່​ເມືອງ Macha ​ໃນປະ​ເທດ Zambia ພວກ​ນັກຄົ້ນຄວ້າ ກໍກຳລັງພາກັນ​ພັດທະນາ ​ປັບປຸງ​ວິທີກວດ​ຫາພະຍາດມາ​ເລ​ເຣຍ ທີ່​ງ່າຍ​ຂຶ້ນກວ່າເກົ່າ. ການ​ທົດ​ລອງ​ໂດຍ​ໃຊ້ທາດນ້ຳລາຍ​,ແທນ​ໃຫ້ການໃຊ້​ເລືອດ​ເພື່ອກວດ​ເບິ່ງ​ວ່າ ຜູ້​ປ່ວຍ​ມີ​ການ​ຕິດ​ເຊື້ອພະຍາດ​ມາ​ເລ​ເຣຍ ຫລື ບໍ່.

ຄວາມ​ພະຍາຍາມ​ໃນ​ການ​ຄວບ​ຄຸມການຂະ ຫຍາຍໂຕ​ຂອງພະຍາດມາ​ເລ​ເຣຍ ​ໃນ​ປັດຈຸ ບັນ ສ່ວນ​ຫລາຍ​ແມ່ນ​ອີງ​ໃສ່ ການໃຊ້​ຢາຂ້າ ແມງ​ໄມ້ ​ແລະ ມຸ້ງ​ຍ້ອມ​ນ້ຳຢາ. ​ແຕ່ທ່ານ George Dimopoulos ໃຫ້​ຄຳ​ເຫັນ​ວ່າ ມາ​ເລ​ເຣຍ ຄວນ​ຈະຖືກກຳຈັດ​ໂດຍ​ການ​ໃຊ້​ທັງ ຢາປົວ, ຢາ​ວັກ​ຊິນປ້ອງ​ກັນ, ໃຊ້ມຸ້ງກາງ ​ນອນ​, ແລະ ​ອັນ​ໃດ​ກໍ​ໄດ້​ທີ່​ນັກຄົ້ນຄວ້າ​ຊອກ​ຫາ​ໄດ້.

ສະນັ້ນ ທ່ານອາຈານ George Dimopoulos ກ່າວສະຫລຸບເພີ້ມ​ເຕີມ​ວ່າ ພະຍາດມາ​ເລ​ເຣຍຄວນ​ຈະຖືກຕໍ່ຕ້ານໂດຍ​ການ​ໃຊ້​ອາວຸດ​ຫລາຍ​ຊະນິດພ້ອມ​ກັນ ​ເພາະ ວ່າ ບໍ່ມີ​ລູກ​ປືນວິ​ເສດ​ອັນ​ນຶ່ງ​ອັນ​ດຽວ​ເພື່ອ​ຄວບ​ຄຸມພະ​ຍາດ​ນີ້​ໄດ້.

XS
SM
MD
LG