ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທຂີດເສັ້ນຕາຍໃຫ້ແກ່ມົ້ງບ້ານຫ້ວຍນ້ຳຂາວໃນການສະມັກໃຈຈ ກັບໄປລາວ


ທາງການ​ໄທກຳໜົດເສັ້ນຕາຍໃຫ້ຊາວມົ້ງທີ່ ​ສູນຮອງຮັບຊົ່ວຄາວບ້ານ​ຫ້ວຍ​ນ້ຳຂາວຈະະ ຕ້ອງສະມັກໃຈກັບຄືນໄປ​ລາວພາຍໃນວັນ ທີ25ພະຈິກນີ້ຖ້າບໍ່ດັ່ງນັ້ນເຂົາເຈົ້າກໍຈະບໍ່ ໄດ້ຮັບສິດຜົນປະໂຫຍດອັນໃດເລີຍແລະ ກໍຈະຖືກບັງຄັບ​ໃຫ້ເດີນ​ທາງ​ກັບ​ຄືນ​ໄປ​ລາວ ສະຖານດຽວ.

ແກນ​ນຳ​ຊາວ​ມົ້ງລາວ​ທີ່​ພັກ​ອາ​ໃສ​ຢູ່​ສູນ​ຮອງ​ ຮັບຊົ່ວຄາວບ້ານຫ້ວຍ​ນ້ຳຂາວ, ອຳເພີເຂົາ ​ຄໍ້ຈັງຫວັດເພັດສະບູນທາງ​ພາກ​ເໜືອ​ຕອນ​ ຫລ່າງຂອງປະເທດໄທຊຶ່ງ​ໄດ້​ໃຫ້ການ​ຢືນຢັນວ່າ​ ຝ່າຍຄວາມໝັ້ນຄົງ​ຂອງ​ໄທ​ໄດ້​ປະກາດ​ກຳ ໜົດ​ເສັ້ນຕາຍ​ໃຫ້​ຊາວ​ມົ້ງລາວ​ທຸກໆ​ຄົນ​ຕ້ອງ​ສະມັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ລາວ​ພາຍ​ໃນ​ວັນ​ທີ່ 25 ພະ​ຈິ​ກນີ້. ​ຫຼັງຈາກ​ນັ້ນທາ​ງການ​ໄທ​ກໍ່​ຈະ​ດຳ​ເນີນ​ມາດ​ຕະກາ​ນທາງ​ກົດໝາຍ​ຕໍ່​ຊາວ​ມົ້ງ ທຸກໆ​ຄົນ​ທີ່​ບໍ່​ໄດ້​ສະມັກໃຈ​ເດີ​ນທາງ​ກັບ​ຄືນ​ໄປ​ລາວ​ພາຍ​ໃນ​ກຳໜົດ​ດັ່ງ​ກ່າວ.

ທັ້ງນີ້​ ມາດ​ຕະການ​ທີ່​ທາງ​ການ​ໄທຈະ​ດຳ​ເນີນ​ຕໍ່ບັນດາ​ຊາວ​ມົ້ງທີ່​ບໍ່​ສະມັກໃຈ​ເດີນທາງ ກັບ​ຄືນ​ໄປ​ລາວ​ຕາມ​ກຳນົດ​ດັ່ງ​ກ່າວ​ນັ້ນກໍ່​ຄື ​ການ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ​ວ່າ​ດ້ວຍ​ຄົນ ​ເຂົ້າ​ເມືອງ ​ເນື່ອງ​ຈາກ​ທາງ​ການ​ໄທ​ຄື​ວ່າ​ຊາວ​ມົ້ງ​ເຫຼົ່ານີ້​ເປັນ​ຄົນ​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດໝາຍ ຊຶ່ງ​ຈະ​ຕ້ອງ​ຖືກສົ່ງ​ກັບ​ຄືນ​ໄປ​ລາວ​ພຽງ​ສະຖານ​ດຽວ.

​ໃນ​ໄລຍະ​ທີ່​ຜ່ານ​ນັ້ນ ທາງ​ການ​ໄທ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ຊາວ​ມົ້ງທີ່​ໄດ້​ສະມັກ​ໃຈ​ເດີນ ທາງ​ກັບ​ຄືນ​ໄປ​ລາວ​ເປັນ​ເງິນ 5.000 ບາດ​ຕໍ່​ຄົນໃນ​ຂະ​ນະ​ທີ່​ທາງ​ການ​ລາວ​ກໍ່​ໄດ້​ໃຫ້ ການ​ຊ່ວຍ​ເຫຼືອເພີ່ມ​ຕື່ມ​ອີກຄົນ​ລະ 3 ​ແສນ​ກີບ. ຊາວ​ມົ້ງທີ່​ມີ​ເຮືອນແລະ​ທີ່​ດິນ​ທຳ​ກິນ​ໃນ​ລາວ ຫລືຍັງມີຍາດພີ່ນ້ອງຢູ່ໃນລາວ​ນັ້ນ ກໍ່​ຈະ​ຖືກສົ່ງ​ກັບ​ຄືນ​ໄປ​ພູມ​ລຳເນົາເດີມ. ສ່ວນຜູ້ ​ທີ່​ບໍ່​ເຫຼືອຫຍັງເລີຍ​ໃນ​ລາວ​ນັ້ນກໍ່​ຈະ​ຖືກສົ່ງ​ໄປ​ຢູ່​ໃນ​ເຂດ​ຈັດ​ສັນໃໝ່​ຢູ່​ເມືອງກາສີ ​ໃນ​ເຂດແຂວງ​ວຽງ​ຈັນ ​ໂດຍ​ທາງ​ການ​ລາວ​ຈະ​ໃຫ້ການ​ຊ່ວຍ​ເຫຼືອດ້ານປັດໃຈສີ່ ​ຈົນ​ກວ່າ​ວ່າ​ຊາວ ​ມົ້ງຈະ​ສາມາດ​ເພິ່ງ​ພາ​ຕົນ​ເອງ​ໄດ້.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າຊາວມົ້ງ ສ່ວນໃຫຍ່ໃນຈຳນວນ 4.000 ກວ່າຄົນ ທີ່ພັກອາໃສຢູ່ໃນສູນຮອງຮັບຊົ່ວຄາວດັ່ງ ກ່າວນັ້ນຍັງຄົງບໍ່ພາກັນສະມັກໃຈເດີນ ທາງກັບຄືນໄປລາວແລະກໍ່ຍັງຄົງຮວມ ຕົວກັນເປັນກຸ່ມເປັນກ້ອນເພື່ອຄັດຄ້ານ ແຜນການຂອງການໄທດ້ວຍການບໍ່ ຍອມໃຫ້ການຮ່ວມມືກັບທາງການໄທໃນ ທຸກໆດ້ານ.

ເພາະສະນັ້ນ ເມື່ອປະກອບກັບການທີ່ທາງ ການໄທເອງກໍ່ໄດ້ປະກາດນະໂຍບາຍຢ່າງ ຈະແຈ້ງແລ້ວວ່າຈະບໍ່ມີການບີບບັງຄັບໃຫ້ ຊາວມົ້ງກັບຄືນໄປລາວ ຈຶ່ງເຮັດໃຫ້ບໍ່ ສາມາດທີ່ຈະທຳການສົ່ງຊາວມົ້ງກັບຄືນໄປ ລາວໄດ້ຕາມເປົ້າໝາຍແຜນການທີ່ວາງ ເອົາໄວ້ດັ່ງກ່າວນັ້ນ.

XS
SM
MD
LG