ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະຍາດຖອກທ້ອງພາໃຫ້ຂອງເດັກນ້ອຍເສຍຊີວິດຫລາຍເຖິງ1ລ້ານ 5ແສນຄົນ ໃນແຕ່ລະປີ


ລາຍງານ​ໃໝ່ ຂອງອົງການສະຫະ​ປະຊາ​ຊາດເວົ້າວ່າ ໂຣກ​ຖອກທ້ອງ ຫລື​ ທ້ອງ​ຂີ້​ຮາກເປັນສາ​ເຫດ​ຂອງ​ການ​ຕາຍປະມານ 1/5 ຂອງເດັກ ນ້ອຍອາຍຸຕ່ຳກວ່າ, 5 ປີ ຈຳນວນ 8 ລ້ານ 8 ​ແສນຄົນ​ທີ່​ເສຍ ​ຊີວິດ​ໄປ​ໃນທົ່ວໂລກໃນ​ແຕ່ລະ​ປີ​. ພ້ອມ​ດຽວກັນລາຍ ງານສະບັບ​ນີ້ ຂອງອົງ ການ UNICEF ຫລື ກອງ​ທຶນ​ເດັກ ​ແລະ ອົງການອະນາ ໄມໂລກ ຫລື WHO ​ໄດ້​ວາງຍຸດ​ທະສາດ​ໄລຍະ​ຍາວ​ ທີ່​ມີ​ແຜນ​ປະຕິບັດ​ໃນ​ຫລາຍ​ດ້ານ ເພື່ອແນ​ໃສ່ເຮັດ​ໃຫ້ການຕາຍ ​ຍ້ອນ​ພະຍາດ​ດັ່ງກ່າວນີ້ ຫລຸດລົງໄດ້ ຢ່າງ​ຫລວງຫລາຍ.

ອີ​ງຕາມ​ບົດລາຍ​ງານຂອງສອງອົງການດັ່ງກ່າວ ຂອງສະຫະ​ປະຊາ​ຊາດ​ ແມ່ນ​ວ່າໃນທຸກໆ ປີ ​ມີເດັກນ້ອຍ​ຈຳນວນ 1 ລ້ານ 5 ​ແສນຄົນ​ ​ເສຍ​ຊີວິດ​ໄປ​ຍ້ອນໂຣກ​ຖອກທ້ອງ ຫລື ທ້ອງສຸ​ ຫລື​ ທ້ອງ​ຂີ້​ຮາກ ເຊິ່ງ​ແມ່ນຫລາຍ​ກວ່າ​ການ​ຕາຍ​ຍ້ອນ​ໂຣກເອດສ໌ໄຂ້ຍຸງ ຫລື ​ໄຂ້​ມາ​ເລ​ເຣຍ ແລະ ​ໂຣກໝາກສຸກໝາກ​ໃສ ລວມ​ເຂົ້າກັນ. ​ໂຣກ​ທີ່​ວ່າ​ນີ້ ພາ​ໃຫ້​ເດັກນ້ອຍ​ເສຍຊີວິດ​ໄດ້ ຍ້ອນວ່າມັນເຮັດ​ໃຫ້ຮ່າງກາຍ​ຂອງ​ພວກ​ເຂົາ​ເສຍ​ນ້ຳ, ​ຫລື ໃນ​ຮ່າງກາຍທາດ ແຫລວໄປຢ່າງ ​ຫລວງ​ຫລາຍ ແລະ ​ໂຣກນີ້​ມັກ​ຕິດຕາມມານຳໂຣກອື່ນໆ​ເຊັ່ນໂຣກໝາກ ສຸກໝາກ​ໃສ ​ແລະ ການ​ຕິດ​ເຊື້ອ​ໄວຣັສແບບຊ້ຳເຮື້ອ​.

ລາຍ​ງານນີ້​ເວົ້າຍັງຢ້ຳວ່າ, ​ໃນຈຳນວນເດັກນ້ອຍ​ທີ່​ເປັນໂຣກຖອກທ້ອງໃນບັນດາປະ​ເທດກຳລັງ ພັດທະນາມີ​ພຽງ 39% ເທົ່າ​ນັ້ນທີ່ໄດ້ຮັບການປິ່ນ​ປົວ​ຕາມ​ຄຳ​ແນະ​ນຳຂອງ​ແພດໂດຍ​ໃຫ້​ ກິນນ້ຳ,ຫລືອາຫານແຫລວປະເພດອື່ນ ເພື່ອທົດແທນນ້ຳໃນຮ່າງກາຍທີ່ເສຍໄປ ຊຶ່ງຖືວ່າເປັນວິທີປິ່ນປົວຫລັກສຳຫລັບໂຣກຖອກທ້ອງ.

ອີງ​ຕາມທ່າ​ນນາງ Elizabeth Mason ຈາກອົງການ ອານະໄມໂລກຫລື WHO​ແມ່ນ​ມີເດັກນ້ອຍ​ໃນ​ຈຳນວນ ນັບມື້ນັບ​ຫລາຍ​ຂື້ນບໍ່ໄດ້ຮັບການ​ໃຫ້ກິນນ້ຳ, ເພື່ອ​ທົດ ແທນນ້ຳໃນ່ຮ່າງກາຍທີ່ເສຍໄປນັ້ນ.

ທັງນີ້ ສ່ວນນຶ່ງກໍເປັນຍ້ອນວ່າການປຸກລະດົມ ເພື່ອສົ່ງ ເສີມວິທີປິ່ນປົວງ່າຍໆ ທີ່ມີປະສິດທິພາບສູງນີ້ ໄດ້ຫລຸດ​ນ້ອຍ​ຖອຍລົງ​ຢູ່​ໃນ​ທົ່ວ​ໂລກ ຍ້ອນມີບູລິ​ມະ​ສິດດ້ານ ສຸຂະພາບອື່ນໆ ເຂົ້າມາແທນທີ່. ທ່າ​ນນາງ Elizabeth Mason ກ່າວ​ຕໍ່​ໄປວ່າ​ ແລະ ​ນັ້ນກໍ​ເປັນ​ອີກ​ສາ​ເຫດ​ ນຶ່ງທີ່​ພາ​ໃຫ້​ມີ​ການ​ຊັກ​ຊ້າ ​ໃນ​ການນຳ​ໃຊ້ວິທີການປິ່ນ ປົວໃຫ້ນ້ຳແບບໃໝ່ທີ່​ຖືກ,​ປັບປຸງ​ໃຫ້​ດີ​ຂື້ນເພື່ອທົດ,​ ແທນການເສຍນ້ຳໃນຮ່າງກາຍທີ່ເອີ້ນຫຍໍ້ວ່າ, ສູດ O-R-S ຫລື ສູດໃຫ້ນ້ຳເກືອໃນລະດັບຕ່ຳລົງນັ້ນ, ຢູ່ໃນຫລາຍໆປະເທດ ບ່ອນທີ່ໂຣກ ຖອກທ້ອງ ເປັນພະຍາດຄຸກຄາມຢ່າງແຜ່ຫລາຍ.

ວິທີປິ່ນປົວ​ໂຣກທ້ອງສຸ ​ໂດຍ​ການໃຫ້ນ້ຳແບບໃໝ່ນີ້ ແມ່ນ​ໃຊ້ນ້ຳຕານ, ແລະ ເກືອ ໜ້ອຍລົງກວ່າວິທີເກົ່າ ຊື່​ງ ການປ່ຽນແປງເລັກໆນ້ອຍໆນີ້ ເຮັດໃຫ້ສູດ​ໃຫ້​ນ້ຳ,​ເກື​ອປະສົມ​ນໍ້າ ຕານ ຫລື ສູດ ORS ​ແບບ​ໃໝ່ນີ້ ມີ​ປະສິດທິພາບ ຫລື​ ໄດ້ຜົນ​ດີ​ຫລາຍ​ກ່ວາສູດ​ເກົ່າ ​ໃນການທົດແທນນ້ຳໃນຮ່າງກາຍຂອງເດັກນ້ອຍທີ່​ເສຍ​ໄປ​ຍ້ອນເປັນໂຣກຖອກທ້ອງ, ຫລື ທ້ອງສຸນັ້ນ.

ນອກນັ້ນ ລາຍ​ງານນີ້​ເວົ້າຍັງໄດ້ແນະນຳວິທີປ້ອງກັນໂຣກຖອກທ້ອງ 5 ວິທີອີກ, ເຊິ່ງໃນ ນັ້ນ ລວມມີການໃຫ້ລູກນ້ອຍທີ່​ເກີດ​ໃໝ່ ກິນນົມແມ່ຢ່າງໜ້ອຍ​ໄປຈົນຮອດ ອາຍຸ 6 ເດືອນ, ກິນໄວຕາມິນ ເອ ເສີມ, ກິນນ້ຳທີ່ມີຄຸນນະພາບ ຫລື ສະອາດ, ແລະ ຊຸກຍູ້ໃຫ້​ເດັກນ້ອຍ ລ້າງມື​ເລື້ອຍໆ.

ທ່ານນາງ Ann Veneman ຜູ້ອຳນວຍການຝ່າຍບໍລິຫານຂອງ ອົງການ UNICEF ໃຫ້ຄວາມເຫັນວ່າ ການລ້າງມືດ້ວຍສະບູ ແມ່ນນຶ່ງໃນຫລາຍໆວິທີ ທີ່ງ່າຍທີ່ສຸດ ເພື່ອປ້ອງ ກັນການແຜ່ລະບາດຂອງໂຣກຖອກທ້ອງ ຫລື ທ້ອງສຸນີ້ ແລະ ທັງເປັນວິທີການດ້ານສາ ທາລະນະສຸກ ໃນການລະງັບການແຜ່ຜາຍຂອງເຊື້ອໂຣກວິທີນື່ງ ທີ່ໃຊ້ເງິນ ໜ້ອຍທີ່ສຸດ.

XS
SM
MD
LG