ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານອັບດຸລລາຖອນໂຕຈາກການເລືອກຕັ້ງ ພາໃຫ້ເກີດຄວາມປັ່ນປ່ວນ ທາງການເມືອງອີກເທື່ອໃໝ່ ໃນອັຟການິສຖານ


ອັຟກາ​ນິສຖານ: ທ່ານ ABDULLAH ABDULLAH ຜູ້​ສະມັກ​ເລືອກ​ຕັ້ງປະທານ​າທິບໍ​ດີ ອັຟກາ​ນິສ ຖານ ກ່າວ​ວ່າທ່ານ​ຈະ​ບໍ່ເຂົ້າ ປະກອບສ່ວນ​ໃນ​ການ​ເລືອກ​ຕັ້ງຮອບ​ສອງ ທີ່​ຈະ​ມີ​ຂື້ນ​ໃນໄວໆ​ນີ້ ​ຊື່​ງຄຳ​ປະກາດ​ດັ່ງກ່າວ​ ຂອງ​ທ່ານ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ປັ່ນ​ປ່ວນ​ທາງ​ການ​ເມືອງ​ບັ້ນ​ໃໝ່​ຂື້ນ​ມາ ​ໃນ​ເວລາ​ພຽງ 6 ​ມື້ກ່ອນ​ການ​ເລືອກ​ຕັ້ງ. ທ່ານ​ອັບ​ດຸລລາ ປະກາດ​ຂ່າວການ​ຕັດສິນ​ໃຈ​ທີ່​ຈະ​ບໍ່ເຂົ້າຮ່ວມ​ໃນ​ການ​ເລືອກ​ຕັ້ງ ຄັ້ງວັນ​ທີ 7 ​ເດືອນ​ນີ້​ໃຫ້​ຮູ້ ໃນ​ກອງ​ປະຊຸມ​ພວກ​ຜູ້ນຳ​ຊົນ​ເຜົ່າ​ແລະ​ຜູ້​ສະ​ນັບ​ສະ​ນູນທ່ານ ທີ່​ຖືກ​ຖ່າຍ​ທອດ​ອອກ​ທາງ​ໂທລະພາບ ໃນ​ເຊົ້າວັນ​ອາທິດ​ມື້​ນີ້ ທີ່​ນະ​ຄອນ​ຫລວງ​ກາ​ບູລ​. ທ່ານ​ກ່າວ​ວ່າ ການ​ເລືອກ​ຕັ້ງທີ່​ໂປ່​ງ​ໃສ ຈະ​ເປັນ​ໄປ​ບໍ່​ໄດ້ ຖ້າ​ບໍ່​ມີ​ການ​ປ່ຽນ​ແປງ​ຕ່າງໆ ທີ່ທ່ານ​ໄດ້ຮຽກຮ້ອງ​ຕໍ່​ຄະນະກຳມະການ​ເລືອກ​ຕັ້ງ. ຕໍ່​ມາ ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ ທ່ານ​ໄດ້​ຮຽກຮ້ອງ​ພວກ​ສະ​ນັບ​ສະ​ນູນທ່ານ ບໍ່​ໃຫ້​ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ເພື່ອ​ສະ​ແດງ​ຄວາມ​ຜິດ​ຫວັງ​ ນຳ​ການ ຖອນ​ໂຕ​ຂອງ​ທ່ານ​ອອກ​ຈາກ​ການ​ເລືອກ​ຕັ້ງນັ້ນ ​ແລະ​ທ່ານ​ກໍບໍ່​ໄດ້ຮຽກຮ້ອງ​ໃຫ້ເຂົາ​ເຈົ້າ ​ພາກັນ​ຂ້ວາ​ມ ບາດ​ການ​ເລືອກ​ຕັ້ງ​ແຕ່​ຢ່າງ​ໃດ. ທາງ​ປະທານາທິບໍດີ HAMID KARZAI ນັ້ນ ​ໂຄສົກ​ຝ່າຍໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ ​ໄດ້​ອອກ​ມາ​ຖະ​ແຫລ​ງວ່າການ​ເລືອກ​ຕັ້ງຮອບ​ສອງ​ຄວນຈະ​ມີ​ຂື້ນ​ຕາມ​ແຜນ ​ເຖິງ​ແມ່ນວ່າ​ທ່ານ​ອັບ​ດຸລລາ​ໄດ້​ຕັດສິນ​ໃຈ​ບໍ່ເຂົ້າຮ່ວມ​ກໍ​ຕາມ. ​ຝ່າຍ​ເຈົ້າໜ້າ​ທີ່​ເລືອກ​ຕັ້ງຂອງ​ອັຟການິສຖານ​ ຍັງ​ບໍ່​ໄດ້ມີ​ຄວາມ​ເຫັນ​ເທື່ອ ກ່ຽວ​ກັບ​ວ່າ​ຈະ​ເຮັດ​ແນວ​ໃດ​ ກ່ຽວ​ກັບ​ການຖອນ​ໂຕ​ຂອງ​ທ່ານ​ອັບ​ດຸລລາ ຊື່​ງ​ເຮັດ​ໃຫ້ຍັງເຫລືອ​ແຕ່​ຜູ້​ສະມັກ​ແຂ່ງຂັນ​ພຽງ​ຄົນ​ດຽວ ຄື​ປະທານາທິບໍດີ KARZAI ​ເທົ່ານັ້ນ.

​ໃນ​ອີກ​ຂ່າວ​ນື່ງນັ້ນ ເຈົ້າໜ້າທີ່ອັຟການີສຖານກ່າວວ່າ ເຂົາເຈົ້າໄດ້ຈັບກຸມຢ່າງ​ນ້ອຍ 6 ຄົນ ທີ່ເຊື່ອວ່າມີສ່ວນ ພົວ ພັນກັບການໂຈມຕີຂັ້ນຮ້າຍແຮງ ຕໍ່ບ້ານພັກຂອງອົງການສະຫະ ປະຊາຊາດທີ່ນະຄອນຫລວງກາບູລ ເມື່ອວັນ ພຸດຜ່ານມາ. ທ່ານ Amrullah Saleh ຫົວໜ້າສືບລັບຂອງອັຟການີສຖານປະກາດຂ່າວການຈັບກຸມ ເມື່ອວັນເສົາວານນີ້ ແລະ​ເວົ້າວ່າ ການໂຈມຕີດັ່ງກ່າວ ແມ່ນວາງແຜນໂດຍພວກຫົວຮຸນແຮງອາລ ຄາອີດາ. ທ່ານຍັງກ່າວອີກວ່າ ພວກຖືກຈັບ​ ໄດ້​ກ່າວອ້າງວ່າ ພວກໂຈມຕີສາມຄົນທີ່​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ ແມ່ນມາຈາກເຂດຮ່ອມພູ Swat ທາງຕາເວັນຕົກສຽງ ເໜືອຂອງອັຟການີສຖານ. ການໂຈມຕີດັ່ງກ່າວຂອງ​ພວກຕາລິບານ ໄດ້​ເອົາ​ຊີວິດພະນັກງານອົງການສະຫະປະຊາຊາດ ຫ້າຄົນ ແລະຄົນຍາມຊາວ ອັຟການີສ ຖານອີກ ຢ່າງນ້ອຍ ສອງຄົນ. ພວກຫົວຮຸນແຮງທີ່​ໃສ່​ເສື້ອ​ກັ໊ກບັນຈຸລະ​ເບີດ​ສລະ​ຊີບໄດ້ບຸກ​ໂຈມ​ຕີບ້ານພັກ ຂອງອົງການສະຫະປະຊາຊາດ ຕອນ​ໃກ້ແຈ້ງຂອງວັນພຸດຜ່ານມາ. ພວກເຈົ້າໜ້າທີ່ຮັກສາຄວາມປອດ​ໄພ ໄດ້ທຳການຕໍ່ສູ້ກັບພວກໂຈມຕີ ປະມານນຶ່ງຊົ່ວໂມງ ກ່ອນທີ່ກຳລັງທະຫານເນໂຕ ແລະຕຳຫລວດອັຟກາ ນີສຖານ ຈະ​ໄປ​ຮອດບ່ອນເກີດເຫດ.

ປາ​ກີ​ສຖານ: ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ລະ​ເບີດ​ໂຮງຮຽນ​ຂອງ​ເດັກນ້ອຍ​ແມ່ຍິງ​ແຫ່ງ​ນື່ງ ​ໃນ​ເຂດ KHYBER ຂອງ​ພວກ​ຊົນ​ເຜົ່າ. ​ເຈົ້າໜ້າທີ່​ເວົ້າວ່າ ມີ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ຜ່ານ​ມາ ກຸ່ມ AL-QAIDA ​ແລະ​ພວກ​ຫົວ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ພວກຕາ​ລີ​ບານ ທີ່​ຄັດຄ້ານ​ຕໍ່​ການ​ໃຫ້ການ​ສຶກສາແກ່​ພວກແມ່ ຍິງ​ ​ໄດ້​ໂຈມ​ຕີ​ແລະ​ທຳລາຍ​ໂຮງຮຽນຂອງ​ເດັກນ້ອຍ​ແມ່ຍິງ ຫລາຍ​ຮ້ອຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ຢູ່ເຂດ​ອື່ນໆ ​ອີກ​ໃນ​ພາກຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປາ​ກິ​ສຖານ ກອງທັບປາ​ກິ​ສຖານ​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ເສົາ​ວານ​ນີ້​ວ່າ ກອງທະຫານ​ໄດ້​ສັງ​ຫານ​ພວກ​ຫົວ​ຮຸນ​ແຮງ 33 ຄົນ ​ໃນ​ການ​ໂຈມ​ຕີຄັ້ງຫລ້າສຸດໃນ​ເຂດ​ຊົນເຜົ່າ​ດັ່ງກ່າວ ຢູ່​ເລາະ​ຕາມ​ຊາຍ​ແດນຕິດ​ກັບ​ປະ​ເທດ​ອັຟກາ​ນິສຖານນັ້ນ.

ອິຣັກ: ຕຳຫລວດກ່າວວ່າ ລະເບີດສາມລູກໄດ້ສັງຫານ ຢ່າງນ້ອຍ ເຈັດຄົນ ແລະ​ເຮັດ​ໃຫ້ ບາດເຈັບອີກ ຫລາຍກວ່າ 40 ຄົນ ​ໃນ​ວັນ​ອາທິດ​ມື້​ນີ້. ທາງການຕຳຫລວດກ່າວວ່າ ລູກລະເບີດທີ່ຜູກຕິດກັບ ລົດຖີບໄດ້ ລະເບີດ ຂື້ນທີ່ຕລາດແຫ່ງນຶ່ງ ທີ່ຜູ້​ຄົນ​ນິຍົມໄປ​ຈັບ​ຈ່າຍ​ຊື້​ຂອງ​ກັນຫລາຍ ໃນເມືອງ Mussayab ຢູ່ທາງທິດ​ໃຕ້ຂອງນະ ຄອນຫລວງແບກແດດ ປະມານ 60 ຫລັກກິໂລແມດ. ມີຜູ້ເສຍ ຊີວິດ ຢ່າງນ້ອຍຫ້າຄົນ ແລະບາດເຈັບອີກ 37 ຄົນ​ໃນເຫດ ລະເບີດຄັ້ງນີ້.

ໃນຂະນະດຽວກັນ ຕຳຫລວດ​ໃນເມືອງ Ramadi ຊຶ່ງຕັ້ງຢູ່ຫ່າງ​ຈາກເມືອງຫລວງແບກແດດ ປະມານ 100 ກິໂລແມດ ທາງ ກ້ຳຕາເວັນຕົກ ກ່າວວ່າ ລະເບີດອີກສອງລູກໄດ້​ແຕກຂື້ນ ​ໃນ​ເວລາ​ຫ່າງ​ກັນບໍ່ພໍ ເທົ່າໃດນາທີ ​ເຮັດ​ໃຫ້ມີຜູ້ເສຍຊີວິດສອງຄົນ ແລະບາດເຈັບອີກ 4 ຄົນ. ການໂຈມຕີ ດ້ວຍລະເບີດ ຄັ້ງນີ້ ຍັງບໍ່ມີຜູ້ໃດອ້າງ ຮັບຜິດຊອບ. ເມື່ອນື່ງອາທິດຜ່ານມານີ້ ການ​ໂຈມ​ຕີ​ດ້ວຍລະເບີດລົດ ພະລັງ​ແຮງສອງບັ້ນ ໃນແບກແດດ ທີ່ແນເປົ້າໝາຍໃສ່ກະຊວງຍຸຕິທຳຂອງອີຣັກ ແລະຕຶກລັດຖະບານແຂວງຫລັງ​ນື່ງ ​ໄດ້​ສົ່ງ​ຜົນ​ໃຫ້ມີຜູ້ເສຍຊີວິດ 155 ຄົນ ແລະບາດເຈັບອີກ 500 ຄົນ. ກຸ່ມນື່ງທີ່ພົວພັນກັບອາລຄາອີດາ ໄດ້ອ້າງ​ເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຄັ້ງນີ້.

ສະຫະລັດ​ກັບ​ພາກ​ຕາ​ເວັນ​ອອກ​ກາງ: ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ນາງ HILLARY CLINTON ​ໄດ້​ຮຽກຮ້ອງ​ໄປ​ຍັງ​ອິສຣາ​ແອ​ລ​ແລະ​ຊາວ​ປາ​ແລ​ສຕາຍ​ນ໌ ​ໃຫ້​ກັບ​ຄືນ​ໄປ​ສູ່​ການ​ເຈລະຈາ​ສັນຕິພາບ​ໃນທັນທີ ​ແລະ​ໂດຍ​ປາດ​ສະ​ຈາກເງື່ອນ​ໄຂ​ໃດໆ. ທ່ານ​ນາງຄລິນ​ຕັນ ​ໄດ້​ທຳ​ການ​ຮຽກຮ້ອງ​ດັ່ງກ່າວ​ໃນ​ວັ​ນ​ເສົາ​ວານ​ນີ້ ​ໃນ​ລະ​ວ່າງ​ການ​ໃຫ້​ສຳພາດ​ຂ່າ​ວ ຮ່ວມ​ກັນ​ກັບນາ​ຍົກລົດ​ຖະມົນຕີ​ອິສຣາ​ແອ​ລ ທ່ານ BENJAMIN NATANYAHU ທີ່​ນະຄອນ JERUSALEM.

ທ່ານ​ນາງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ອິສຣາ​ແອ​ລ​ໄດ້ສະ​ເນີ​ທີ່​ຈະ​ທຳ​ການ​ຈຳກັດ ຢ່າງ​ທີ່ບໍ່​ເຄີຍເຮັດ​ມາ​ກ່ອນ ຕໍ່​ການຂະຫຍາຍ​ການ​ສ້າງບ້ານ​ເຮືອນ​ຂອງ​ຊາວ​ຍິວ​ໃນ​ເຂດ​ຂອງ​ປາ ແລ​ສຕາຍ​ນ໌ ທີ່ຢູ່​ໃຕ້​ການຄອບ​ຄອງຂອງ​ອິສຣາ​ແອ​ລນັ້ນ ໃນ​ການ​ສະໜອງ​ຕອບ​ຕໍ່​ຄຳ​ຮຽກຮ້ອງຂອງຝ່າຍ​ປາ​ແລ​ສຕາຍ​ນ໌ ກ່ຽວ​ກັບ​ການ​ໄຂ​ການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່. ທັງ​ທ່າ​ນນາງ ຄລິ​ນຕັນ​ແລະ​ທ່ານ NETANYAHU ກ່າວ​ວ່າ ຜ່ານ​ມາ ຝ່າຍປາ​ແລ​ສຕາຍ​ນ໌ ບໍ່​ເຄີຍ​ໄດ້​ຮຽກຮ້ອງ​ໃຫ້​ອິສຣາ​ແອ​ລ​ໂຈະ​ການ​ສ້າງ​ບ້ານ​ເຮືອນ​ໄວ້ ​ໃນ​ຖານະ​ເປັນ​ເງື່ອນ​ໄຂໃນ​ການ​ຮື້​ຟື້ນ​ການ​ເຈລະຈາ​ນັ້ນຈັກ​ເທື່ອ. ກ່ອນ​ໜ້ານັ້ນ ​ໃນເຊົ້າວານ​ນີ້ ທ່ານ​ນາງຄລິນຕັນ​ໄດ້​ພົບ​ປະ​ສົນທະນາ​ກັບ​ປະທານາທິບໍດີ​ປາ​ແລ​ສຕາຍ​ນ໌ ທ່ານ MAHMOUD ABBAS ຢູ່ ABU DHABI ຊື່​ງຜູ້ນຳ​ປາ​ແລ​ສຕາຍ​ນ໌​ໄດ້​ຮຽກຮ້ອງ​ ໃຫ້ອິສຣາ​ແອ​ລ​ໂຈະ​ການ​ສ້າງ​ບ້ານ​ເຮືອນ​ໃໝ່​ຢູ່​ໃນ​ເຂດ WEST BANK ຢ່າງ​ສີ້​ນ​ເຊີງ ກ່ອນ​ທີ່​ການ​ເຈລະຈາ​ສັນຕິພາບຈະ​ເລີ່​ມຂື້ນ​ຄືນ​ໃໝ່​ໄດ້.

ອິຣ່ານ: ຜູ້​ສະມັກ​ເລືອກ​ຕັ້ງປະທານ​າທິບໍດີ​ອິຣ່ານທີ່​ປາ​ໄຊ ໃນ​ການ​ເລືອກ​ຕັ້ງຄັ້ງ​ເດືອນ​ມີ​ຖຸນາ​ຜ່ານ​ມາ ທ່ານ MIR HOSSEIN MOUSAVI ​ໄດ້​ຮຽກຮ້ອງ​ພວກ​ສະ​ນັບສະ​ນູນທ່ານ ​ໃຫ້​ພາກັນ​ສືບ​ຕໍ່​ການ​ຕໍ່ສູ້​ຂອງເຂົາ​ເຈົ້າ​ເພື່ອ​ໃຫ້​ມີ​ການ​ປ່ຽນ​ແປງ​ທາງການ​ເມື​ອງນັ້ນ. ໃນ​ຄຳ​ຖະ​ແຫລ​ງທີ່​ລົງ​ພິມ​ເຜີຍ​ແຜ່​ທາງ​ເວ​ບ​ໄຊ້ທ໌ຂອງ​ທ່ານ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ MOUSAVI ກ່າວ​ວ່າ ຂະ​ບວນການ​ຂອງທ່ານ​ຍັງ​ຄົງ​ຍຶດໜັ້ນຕໍ່​ຂໍ້​ຮຽກຮ້ອງ​ຕ່າງໆ​ຂອງ​ຕົນ. ພວກ​ສະ​ນັບ​ສະ​ນູນຝ່າຍ​ຄ້ານເວົ້າວ່າ​ ​ໄດ້​ມີ​ການ​ສໍ້​ໂກງການ​ເລືອກ​ຕັ້ງ ຄັ້ງວັນ​ທີ 12 ມີ​ຖຸນານັ້ນ ​ເພື່ອ​ໃຫ້​ປະທານາທິບໍດີ MAHMOUD AHMADINEJAD ​ໄດ້​ຮັບ​ໄຊຊະນະ. ຄຳ​ຖະ​ແຫລ​ງທາງ​ເວ​ບ​ໄຊ້ທ໌ຂອງ​ທ່ານ MOUSAVI ຍັງ​ຊຸກຍູ້​ເປັນໃນໆ ​ໃຫ້ພວກ​ສະ​ນັບ​ສະສູນ​ທ່ານ ພາກັນ​ປະກອບສ່ວນ​ໃນ​ການ​ໂຮມ​ຊຸມນຸມ​ໃນ​ວັນພຸດ ຈະ​ມາ​ເຖິງ​ນີ້ ​ເພື່ອ​ເປັນ​ຂີດ​ໝາຍວັນ​ຄົບຮອບ​ການ​ຍຶດ​ເອົາ​ສະຖານ​ທູດຂອງ​ສະຫະລັດ​ອາ​ເມ​ລິ​ກາ ໃນ​ນະຄອນຫລວງ​ເຕຣ່ານ ໂດຍ​ພວກ​ນັກ​ສຶກສາ ​ເມື່ອ 30 ປີ​ກ່ອນ. ທາງ​ເຈົ້າໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ອິຣ່ານ ​ໄດ້​ອອກ​ຄຳ​ສັ່ງຫ້າມ​ພວກຝ່າຍ​ຄ້ານທຳ​ການ​ເດີນ​ຂະ​ບວນ ​ໃນ​ວັນ​ທີ 4 ພະຈິກ​ນີ້.

ມຽນມາ: ສື່ມວນຊົນ​ແຫ່ງ​ລັດ​ຂອງມຽນມາ ລາຍງານ​ໃນວັນ ອາທິດມື້ນີ້ວ່າ ລັດຖະບານທະຫານມຽນມາ ໄດ້ຈູດຢາເສບຕິດ ມູນຄ່າເກືອບ 20 ລ້ານດອລລ່າ ທີ່ຍຶດໄດ້ໃນລະວ່າງການປະຕິບັດ​ງານຕໍ່ຕ້ານກຳລັງ ຂອງພວກກະບົດຊົນເຜົ່າ ໃນເຂດຕາເວັນ ອອກສ່ຽງເໜືອ ຕິດກັບຊາຍແດນຈີນ. ໜັງສືພິມລາຍວັນ The New Light of Myanmar ເວົ້າວ່າ ນາຍົກລັດຖະມົນຕີ​ ເທນ ​ເຊນ ກໍໄດ້ເຂົ້າຮ່ວມໃນພິທີຈູດຢາເສບຕິດ ເມື່ອວັນເສົາວານນີ້ ທີ່ເມືອງ Kokang ຊຶ່ງເປັນຂົງເຂດທີ່​ມີຊົນເຜົ່າຈີນອາ​ໃສ​ຢູ່​ເປັນສ່ວນໃຫຍ່ ​ໃນລັດ Shan ບ່ອນທີ່ການສູ້ລົບກັນກັບກຸ່ມ ກະບົດ Kokang ເມື່ອໝໍ່ໆມານີ້ ​ໄດ້ເປັນເຫດໃຫ້ປະຊາຊົນ ຫລາຍ ກວ່າ 30,000 ຄົນ ພາກັນຫລົບໜີເຂົ້າໄປຍັງປະເທດຈີນ. ລາຍງານເວົ້າວ່າ ຢາກະຕຸ້ນປະສາດປະມານ 12 ລ້ານເມັດ ແລະຢາເສບຕິດຊະນິດອື່ນໆອີກ ຖືກຍຶດໄດ້ ໃນການສູ້ລົບກັນ ທີ່​ດຳ​ເນີນ​ໄປ​ຕັ້ງ​ແຕ່ ວັນທີ່ 11 ເດືອນສິງຫາ ຈົນເຖິງວັນທີ່ 24 ເດືອນຕຸລາຜ່ານມານີ້. ລາຍງານຂ່າວເວົ້າອີກວ່ານາຍົກລັດຖະມົນຕີ ​ເທນ ​ເຊນ ​ໄດ້​ກ່າວເຖິງຄວາມຈຳເປັນຂອງການຕໍ່ສູ້ຕ້ານການຜລິດ ແລະການລັກລອບນຳເຂົ້າຢາເສບຕິດ ທັງຫລາຍ ແລະຄວາມ​ຈຳ​ເປັນ​ໃນ​ການພະຍາຍາມປັບປຸງ ເສດຖະກິດ ໃນຂົງເຂດ ​ໂດຍ​ອິງໃສ່ການຜລິດ ດ້ານການກະເສດ.

​ເຊີ​ເບຍ: ອີກປະ​ເທດນື່ງທີ່​ກຳລັງ​ທຳ​ການ​ປາບ​ປາມ​ຢາ​ເສບ​ຕິດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ ກໍ​ຄື​ເຊີ​ເບຍ. ມີ​ລາຍ​ງານ​ຂ່າວ​ວ່າ ຕຳຫລວດເຊີ​ເບຍໄດ້​ທຳ​ການຈັບກຸມ ຫລາຍ​ກ່ວາ 500 ຄົນ ​ໃນ​ທົ່ວ​ປະ​ເທດ ​ໃນ​ການ​ປະຕິ ບັດ​ງານກວາດ​ລ້າງ​ພວກ​ຄ້າ​ຢາ​ເສບ​ຕິດຄັ້ງ​ໃຫຍ່​ ທີ່ໄຊ້ກຳລັງ​ຕຳຫລວດ 2 ພັນ​ຄົນ. ລັດຖະມົນຕີພາຍ​ໃນ​ຂອງ​ເຊີ​ເບຍ ທ່ານ IVICA DACIC ກ່າວ​ວ່າ ການກວາດລ້າງ​ໃນ​ມື້ວັນ​ເສົາ​ວານ​ນີ້ ​ແມ່ນ​ເປັນ​ການ​ປະຕິ ບັດ​ງານ​ຢ່າງ​ພ້ອມພຽງ​ກັນທຳນອງ​ນີ້​ເທື່ອ​ທຳ​ອິດ ຊື່​ງຕຳຫລວດ​ໄດ້ເຂົ້າຄົ້ນບໍລິສັດທຸລະ​ກິດ​ແລະ​ບ້ານ​ເຮືອນ​ຂອງ​ເອກ​ກະ​ຊົນຫລາຍ​ກ່ວາ 600 ​ແຫ່ງແລະ​ຍຶດ​ໄດ້​ອາວຸດ​ປືນ ພ້ອມລຸກ​ກະ​ສູນ ຈຳ​ນວນຫລວງຫລາຍ ລົດ​ທີ່​ຖືກ​ລັກຂະ​ໂມ​ຍ​ໄປ​ຫລາຍ​ຄັນ ​ເງິນ​ປອມ ​ແລະ​ຢາ​ເສບ​ຕິດ​ອີກ​ຫລາຍ​ຊະນິດ​ ເປັນ​ຈຳນວນ​ຫລວງ ຫລາຍ. ທ່ານ DACIC ​ເວົ້າວ່າການ​ປະຕິງານ​ຄັ້ງນີ້​ໄດ້​ລົບ​ກວນ​ການ​ດຳ​ເນີນ​ງານ​ຂອງ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ ທີ່​ລັກລອບເອົາຢາ​ເສບ​ຕິດ​ໄປ​ຂາຍ ຢູ່​ໃນ​ໂຮງຮຽນ ​ໃນ​ບາຣ໌ ​ແລະ​ສະຖານ​ທີ່​ອື່ນໆ​ອີກ​ທີ່​ດຶງດູດ​ເອົາ​ພວກ​ຊາວ​ໜຸ່ມ.


XS
SM
MD
LG