ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ມອບຄຳຕອບ ກ່ຽວກັບຂໍ້ຕົກລົງຢູເຣນຽມ ໃຫ້ແກ່ອົງການ ພະລັງງານ ປະຣະມະນູສາກົນແລ້ວ


ອີຣ່ານ - ນິວເຄລັຽ: ປະທານາທິບໍດີອີຣ່ານ ທ່ານ MAHMOUD AHMADINEJAD ກ່າວວ່າ ປະເທດ ຂອງທ່ານ ຈະບໍ່ຍອມປະຖິ້ມ ໂຄງການນິວເຄລັຽຂອງ ຕົນ ແຕ່ກໍພ້ອມແລ້ວ ທີ່ຈະຮ່ວມມື ກັບມະຫາອຳນາດ ຕາເວັນຕົກ ກ່ຽວກັບຂໍ້ຕົກລົງ ເຊື້ອໄຟນິວເຄລັຽ ທີ່ໄກ່ເກັ່ຽໂດຍ ອົງການສະຫະປະຊາຊາດນັ້ນ. ທ່ານ AHMADINEJAD ກ່າວໃນການປາສັຍ ທາງໂທຣະພາບ ທີ່ເມືອງ MASHAD ໃນພາກຕາເວັນອອກ ສຽງເໜືອ ຂອງອີຣ່ານ ໃນວັນພະຫັດ ມື້ນີ້ວ່າ ບັນດາປະເທດ ຕາເວັນຕົກ ໄດ້ເຄື່ອນໄຫວ ຈາກການປະເຊີນໜ້າ ໄປສູ່ການຮ່ວມມືກັນ. ຂໍ້ສເນີຂອງ ອົງການພະລັງງານ ປະຣະມະນູສາກົນ ແມ່ນຈະໃຫ້ອີຣ່ານ ສົ່ງທາດຢູເຣນຽມ ຂອງຕົນ ໄປກັ່ນໃນຣະດັບຕ່ຳ ຢູ່ຕ່າງປະເທດ ເພື່ອໃຊ້ກັບ ເຕົາແຍກນິວເຄລັຽ ສຳລັບ ການຄົ້ນຄວ້າ. ແຜນການທີ່ວ່ານີ້ ແມ່ນແນໃສ່ ເພື່ອປ້ອງກັນ ບໍ່ໃຫ້ອີຣ່ານ ກັ່ນທາດຢູເຣນຽມເອງ ຈົນເຖິງຈຸດ ທີ່ອີຣ່ານສາມາດ ນຳໄປສ້າງ ອາວຸດນິວເຄລັຽໄດ້.

ປາກິສຖານ: ຣັຖມຸນຕຣີ ການຕ່າງປະເທດສະ ຫະຣັດ ທ່ານນາງ HILLARY CLINTON ໄດ້ພົບປະ ກັບພວກນັກສຶກສາ ເຈົ້າໜ້າທີ່ ແລະ ພວກຜູ້ນຳ ທາງດ້ານສາສນາ ຂອງປາກິສຖານ ທີ່ນະຄອນລາຮໍ ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ທາງດ້ານການທູດ ທີ່ແນໃສ່ ເພື່ອເຮັດໃຫ້ ພາບພົດຂອງ ສະຫະຣັດດີຂຶ້ນ. ນຶ່ງມື້ ລຸນຫລັງທີ່ໄດ້ມີ ການໂຈມຕີ ດ້ວຍຣະເບີດ ຣົດ ທີ່ເມືອງ PESHAWAR ຊຶ່ງເຮັດໃຫ້ມີ ຜູ້ເສັຽຊີວິດ 105 ຄົນນັ້ນ ທ່ານນາງ CLINTON ໄດ້ຮຽກຮ້ອງ ໃຫ້ພວກນັກສຶກສາ ທີ່ວິທຍາລັຍລາຮໍ ຂອງຣັຖບານ ຕ້ານຢັນກັບ ພວກຫົວຮຸນແຮງ ທີ່ເປັນພັຍຂົ່ມຂູ່ ເຮັດໃຫ້ປາກິສຖານ ບໍ່ມີສະເຖັຽຣະພາບ. ມີຫລາຍໆຄົນ ໄດ້ຖາມທ່ານນາງ CLINTON ວ່າ ຈະເຮັດແບບໃດ ກ່ຽວກັບການ ຂາດຄວາມເຊື່ອໝັ້ນ ລະຫວ່າງປາກິສຖານ ແລະສະຫະຣັດ. ທ່ານນາງຕອບວ່າ ໃນເວລານີ້ ປະເທດທັງສອງ ກຳລັງມາເຖິງຈຸດ ທີ່ທັງສອງຝ່າຍ ສາມາດເສີມສ້າງ ຄວາມສັມພັນໃໝ່ ອີງຕາມການມີ ຜົນປໂຍດຮ່ວມກັນ ຫລາຍກວ່າ ການຂັດແຍ້ງກັນ.

ສະຫະຣັດ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ເດີນທາງ ໃນຄືນວານ ນີ້ ໄປຍັງຖານທັບ ອາກາດແຫ່ງນຶ່ງ ທີ່ຣັດ DELAWARE ເພື່ອຕ້ອນຮັບເຮືອບິນ ທີ່ບັນທຸກສົບ ທະຫານ ແລະພົລເຮືອນ ອະເມຣິກັນ 18 ຄົນ ທີ່ເສັຽຊີວິດ ໃນອັຟການິສຖານ ເມື່ອໄວໆມານີ້. ທ່ານ OBAMA ໄດ້ເດີນທາງ ອອກຈາກເດີ່ນ ທຳນຽບຂາວ ໂດຍເຮືອບິນ ເຮຣີຄອບເຕີ້ ປະທານາທິບໍດີ ໃນຕອນແລງ ຂອງຄືນວັນພຸດ ໄປຍັງຖານທັບອາກາດ DOVER. ການເດີນທາງດັ່ງກ່າວ ໄດ້ມີການແຈ້ງ ໃຫ້ນັກຂ່າວ ຈຸນ້ອຍໆຈຸນຶ່ງຊາບ ຍ້ອນຖືເປັນຄວາມລັບ. ປະທານາທິບໍດີ OBAMA ໄດ້ພົບປະ ກັບບັນດາຄອບຄົວ ຂອງຊາວອະເມຣິກັນ ທີ່ເສັຽຊີວິດ ທີ່ໂບດແຫ່ງນຶ່ງ ຂອງຖານທັບອາກາດດັ່ງກ່າວ. ເຮືອບິນຂົນສົ່ງ ຂອງກອງທັບອາກາດ ສະຫະຣັດລຳນຶ່ງ ໄດ້ລຳລຽງສົບ ທະຫານອະເມຣິກັນ 8 ຄົນ ທີ່ເສັຽຊີວິດ ໃນມື້ວັນອັງຄານ ຜ່ານມາ ໃນການໂຈມຕີ ດ້ວຍຣະເບີດຫລາຍໆຄັ້ງ ຢູ່ໃນພາກໃຕ້ ອັຟການິສຖານ ບວກໃສ່ທະຫານ ອະເມຣິກັນອີກ 7 ຄົນ ແລະເຈົ້າໜ້າທີ່ ຕໍ່ຕ້ານຢາເສບຕິດ 3 ຄົນ ທີ່ເສັຽຊີວິດ ນຶ່ງມື້ກ່ອນ ຍ້ອນເຮືອບິນ ເຮຣີຄອບເຕີ້ທະຫານ ປະສົບອຸບັດຕິເຫດຕົກ.

ອັຟການິສຖານ: ເຈົ້າໜ້າທີ່ເລືອກຕັ້ງ ອັຟກາ ນິສຖານ ກ່າວວ່າ ຕົນມີແຜນການ ທີ່ຈະເພີ້ມ ຈຳນວນໜ່ວຍປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ ຮອບສອງ ໃນອາທິດໜ້ານີ້ ເຖິງແມ່ນໄດ້ມີ ຄວາມວິຕົກກັງວົນຢ້ານວ່າ ຈະມີການສໍ້ໂກງ ຄະແນນສຽງ ຫຼາຍກວ່າ ການເລືອກຕັ້ງ ເທື່ອທຳອິດກໍຕາມ. ຄະນະສັງເກດການເລືອກຕັ້ງ ຕ່າງປະເທດ ໄດ້ໃຫ້ຄຳແນນຳ ຫຼຸດໜ່ວຍປ່ອນບັດ ທີ່ມີຫລາຍກວ່າ 6 ພັນໜ່ວຍ ໃນການເລືອກຕັ້ງ ເທື່ອທຳອິດນັ້ນລົງ ຫຼັງຈາກ ຄະນະກວດກາ ພົບວ່າ ໄດ້ມີການປ່ອນບັດ ແບບສໍ້ໂກງ ຫລາຍກວ່າ 1 ລ້ານບັດ. ເປັນທີ່ເຊື່ອກັນວ່າ ບັດປອມຫລາຍໆບັດ ແມ່ນມາຈາກ ໜ່ວຍປ່ອນບັດ ທີ່ຢູ່ສອກຫລີກຫ່າງໄກ ທີ່ບໍ່ເຄີຍໄດ້ເປີດ ຫລືບໍ່ມີ ພວກນັກສັງເກດການ ຕິດຕາມເບິ່ງ ການປ່ອນບັດ. ຄະນະກັມມະການເລືອກຕັ້ງ ທີ່ເປັນອິສຣະ ຂອງອັຟການິສຖານ ກ່າວໃນວັນພະຫັດ ມື້ນີ້ວ່າ ຕົນຈະເພີ້ມ ຈຳນວນໜ່ວຍປ່ອນບັດ ຂຶ້ນໜ້ອຍນຶ່ງ ເປັນ 6,322 ບ່ອນ ແລະມີ ພະນັກງານພຽງພໍ ທີ່ຈະຄ້ຳປະກັນ ຄວາມໜ້າເຊື່ອຖືໄດ້.

ຈີນ - ສະຫະຣັດ: ສະຫະຣັດ ແລະຈີນ ໄດ້ເປີດການ ເຈຣະຈາ ທາງດ້ານການຄ້າ ໃນຂະນະທີ່ ທັງສອງຝ່າຍ ຕ່າງກໍຊອກຫາ ພື້ນຖານຮ່ວມກັນ ກ່ຽວກັບບັນຫາຕ່າງໆ ນັບແຕ່ການປ່ຽນແປງ ຂອງດິນຟ້າອາກາດ ຕລອດເຖິງ ການຂັດແຍ້ງ ທາງດ້ານການຄ້າ. ໃນການໃຫ້ຄວາມ ເຫັນ ເວລາເປີດ ກອງປະຊຸມເຈຣະຈາ ທີ່ເມືອງຫັງໂຈວ໌ ທາງພາກຕາເວັນອອກ ຂອງຈີນນັ້ນ ຣັຖມຸນຕຣີ ກະຊວງການຄ້າ ຂອງສະຫະຣັດ ທ່ານ GARY LOCKE ກ່າວວ່າ ມັນເປັນສິ່ງສຳຄັນ ທີ່ທັງສອງຝ່າຍ ຈະຕ້ອງໄດ້ ສ້າງຄວາມກ້າວໜ້າ ຢ່າງຈະແຈ້ງ ແລະພິສູດໄດ້ ໃນລະຫວ່າງ ການປະຊຸມກັນນີ້. ທ່ານ LOCKE ກ່າວວ່າ ມັນເປັນສິ່ງສຳຄັນ ທີ່ປະເທດທັງສອງ ຕ້ອງໄດ້ສະແດງໃຫ້ ປະຊາຊົນຂອງຕົນ ເຫັນວ່າ ສະຫະຣັດ ແລະຈີນ ສາມາດດຳເນີນງານ ຮ່ວມກັນໄດ້. ການປະຊຸມ ປະຈຳປີ ຂອງຄະນະ ກັມມາທິການຮ່ວມ ສະຫະຣັດຈີນ ກ່ຽວກັບ ເຣື່ອງພານິດ ແລະການຄ້າ ໄດ້ມີຂຶ້ນ ບໍ່ເທົ່າໃດອາທິດ ກ່ອນທີ່ ປະທານາທິບໍດີ BARACK OBAMA ເດີນທາງໄປຢ້ຽມຢາມ ປະເທດຈີນ ເປັນເທື່ອທຳອິດ.

ເສຖກິດ - ເອເຊັຽ: ອົງການ ກອງທຶນສາກົນ IMF ກ່າວວ່າ ຂະນະທີ່ເອເຊັຽ ພວມນຳໜ້າໂລກ ອອກຈາກສະພາບ ເສຖກິດຕົກຕ່ຳຢູ່ນັ້ນຂົງເຂດດັ່ງ ກ່າວ ຈະຕ້ອງໄດ້ປັບໂຕ ຮັບມືກັບຄວາມຕ້ອງການ ທາງດ້ານສິນຄ້າ ທີ່ຫລຸດໜ້ອຍລົງ ຈາກຕລາດການສົ່ງອອກ ໃນປະເທດຕາເວັນຕົກ ທີ່ສຳຄັນໆ. ໃນການທຳນາຍ ກ່ຽວກັບເສຖກິດ ສະບັບລ່າສຸດ ທີ່ນຳອອກ ເຜີຍແຜ່ໃນວັນພະຫັດມື້ນີ້ ອົງການ IMF ຄາດຄະເນ ໃນສິ່ງທີ່ອົງການດັ່ງກ່າວ ເອີ້ນວ່າ “ການຟື້ນໂຕຄືນຢ່າງໜ້າພໍໃຈ” ໂດຍທີ່ຂົງເຂດັ່ງກ່າວ ຈະຂຍາຍການເຕີບໂຕ ເປັນຫລາຍເຖິງ 5.75% ໃນປີ 2010 ຈາກຣະດັບ ທີ່ມີການ ຄາດຄະເນໄວ້ 2.75% ສຳລັບປີນີ້. ແນວໃດກໍຕາມ ອົງການ IMF ເຕືອນວ່າ ຄວາມຕ້ອງການ ສິນຄ້າຈາກກຸ່ມເສຖກິດ G-7 ມີທ່າທາງວ່າ ຍັງຈະສືບຕໍ່ ມີຄວາມອ່ອນແອ ໄປຊົ່ວອີກ ໄລຍະນຶ່ງ ໂດຍມີຄວາມຈຳກັດ ກ່ຽວກັບສິນຄ້າ ທີ່ສົ່ງອອກ ຂອງເຂດເອເຊັຽ. ລາຍ ງານເວົ້າວ່າ ສິ່ງດັ່ງກ່າວນີ້ ຈະເຮັດໃຫ້ອັດຕຣາ ການເຕີບໂຕ ໃນປີໜ້າ ຕ່ຳກວ່າອັດຕຣາສະເລັ່ຽ 6.6% ຂອງເຂດເອເຊັຽ ໃນຮອບ 10 ປີຜ່ານມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG