ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກມີປືນ ໄດ້ຍິງສັງຫານ ນາຍທະຫານ ປາກິສຖານຄົນນຶ່ງ ທີ່ ນະຄອນຫລວງ ອິສລາມມາບັດ


ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ມືປືນໄດ້ສັງຫານ ນາຍທະຫານຊັ້ນສູງຜູ້ນຶ່ງ ແລະທະຫານ ອີກຄົນນຶ່ງ ໃນການດັກໂຈມຕີ ທີ່ນະຄອນຫລວງ ອິສລາມາບັດ. ເຈົ້າໜ້າທີ່ ກ່າວວ່າ ມືປືນ 2 ຄົນ ທີ່ຂີ່ຣົດຈັກ ໄດ້ຍິງປືນເຂົ້າໃສ່ ຣົດທະຫານ ໃນຕອນເຊົ້າ ຂອງວັນພະຫັດມື້ນີ້ ຢູ່ທີ່ຄຸ້ມບ້ານພັກ ໃນນະຄອນ ອິສລາມາບັດ ບ່ອນທີ່ພວກ ນາຍທະຫານຫລາຍໆຄົນ ອາສັຍຢູ່. ມີທະຫານອີກຄົນນຶ່ງ ທີ່ນັງຣົດໄປນຳ ໄດ້ຮັບບາດເຈັບ. ມືປືນທັງ 2 ໄດ້ພາກັນ ຫລົບໜີໄປ ແລະຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບເທື່ອ. ພວກຫົວຮຸນແຮງ ໄດ້ເລີ້ມທຳການໂຈມຕີ ໃນໄລຍະ ບໍ່ເທົ່າໃດອາທິດ ຜ່ານມານີ້ ໃສ່ເປົ້າໝາຍຕ່າງໆ ຮວມທັງສູນ ຝຶກແອບຕຳຣວດ ກອງບັນຊາການ ທະຫານບົກ ມະຫາວິທຍາລັຍ ສາສນາອິສລາມ ແລະສຳນັກງານ ຂອງອົງການ ສະຫະປະຊາຊາດ. ໂຮງຮຽນສ່ວນໃຫຍ່ ໃນທົ່ວປາກິສຖານ ຍັງມີກຳນົດ ທີ່ຈະປິດຕື່ມອີກ ໄປຈົນຮອດ ວັນອາທິດ ຍ້ອນມີຄວາມ ຢ້ານກົວວ່າ ຈະມີການໂຈມຕີເກີດຂຶ້ນ. ການໂຈມຕີທີ່ວ່ານີ້ ແມ່ນເບິ່ງກັນວ່າ ເປັນການຕອບໂຕ້ ຕໍ່ການທີ່ພວກທະຫານ ໄດ້ບຸກໂຈມຕີ ທີ່ໝັ້ນຂອງກະບົດ ທາລີບານ ໃນເຂດ WAZIRISTAN ໃຕ້.

ອັຟການິສຖານ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ທ່ານອາດຈະຍັງ ບໍ່ທັນຕັດສິນໃຈເທື່ອ ກ່ຽວກັບລະດັບ ຈຳນວນທະຫານ ສະຫະຣັດ ແລະແລະຍຸທສາດໃໝ່ ທາງທະຫານ ໃນອັຟການິສຖານ ໄປຈົນຮອດ ຫລັງຈາກການປ່ອນບັດ ເລືອກຕັ້ງ ປະທານາທິບໍດີຮອບ 2 ຢູ່ໃນປະເທດດັ່ງກ່າວ ເດືອນໜ້ານີ້. ໃນການໃຫ້ສຳພາດ ແກ່ໂທຣະພາບ NBC ຂອງສະຫະຣັດ ທ່ານ OBAMA ກ່າວວ່າ ເປັນໄປໄດ້ ທີ່ຣັຖບານຂອງທ່ານ ຈະມີຍຸທສາດໃໝ່ ພ້ອມແລ້ວ ສຳລັບກຳລັງ ທະຫານສະຫະຣັດ ໃນອັຟການິສຖານ ແຕ່ຈະບໍ່ປະກາດໃຫ້ຊາບ ຈົນກວ່າຫລັງຈາກ ການເລືອກຕັ້ງ ປະທານາທິບໍດີຮອບສອງ ໃນວັນທີ 7 ພະຈິກຈະມາ. ທ່ານ OBAMA ກ່າວວ່າ ທ່ານເອງ ແລະຄະນະທີມງານ ຂອງທຳນຽບຂາວ ຈະໃຊ້ເວລາ ເທົ່າທີ່ເຫັນວ່າ ມີຄວາມຈຳເປັນ ເພື່ອທຳການ ຕັດສິນໃຈ ຢ່າງຖືກຕ້ອງ ກ່ຽວກັບລະດັບທະຫານ ແລະລາຍລະອຽດອື່ນໆ ໃນການປະຕິບັດງານ ຂອງສະຫະຣັດ ໃນອັຟການິສຖານນັ້ນ.

ສະຫະຣັດ - ນິວເຄລັຽ: ຣັຖມຸນຕຣີ ປ້ອງກັນປະເທດ ສະຫະຣັດ ທ່ານ ROBERT GATES ກ່າວວ່າ ໂຄງການອາວຸດນິວເຄລັຽ ຂອງເກົາຫລີເໜືອ ໄດ້ມີຜົນກະທົບ ໃນການສ້າງຄວາມບໍ່ທຸ່ນທ່ຽງ ໃຫ້ແກ່ ທັງພູມີພາກ ແລະນາໆຊາດ. ທ່ານ GATES ໃຫ້ທັສນະດັ່ງກ່າວ ທີ່ກຸງໂຊລ ໃນວັນພະຫັດມື້ນີ້ ບ່ອນທີ່ທ່ານ ໄດ້ເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ ປະຈຳປີ ລະຫວ່າງສະຫະຣັດ ແລະເກົາຫລີໃຕ້. ທ່ານກ່າວວ່າ ສະຫະຣັດຈະສືບຕໍ່ ໃຫ້ຄວາມຄຸ້ມຄອງ ໃນການປົກປ້ອງເກົາຫລີໃຕ້ ຊຶ່ງເປັນປະເທດ ພັນທະມິດ ປະຊາທິປະໄຕ ຂອງສະຫະຣັດ ຮວມທັງ ການປ້ອງກັນ ໃນດ້ານນິວເຄລັຽ ນຳດ້ວຍ. ສະຫະຣັດ ແລະເກົາຫລີໃຕ້ ແມ່ນພາກສ່ວນ ໃນການເຈຣະຈາ 6 ຝ່າຍ ທີ່ແນໃສ່ ເພື່ອຊັກຊວນ ໃຫ້ພຽງຢາງ ປະຖິ້ມໂຄງການ ສ້າງອາວຸດນິວເຄລັຽ. ຄອມມູນິສເກົາຫລີເໜືອ ໄດ້ຖອນໂຕ ອອກຈາກກອງປະຊຸມ 6 ຝ່າຍ ໃນເດືອນເມສາປີນີ້ ຫລັງຈາກ ປະຊາຄົມນາໆຊາດ ໄດ້ຕິຕຽນ ເກົາຫລີເໜືອ ກ່ຽວກັບການຍິງ ລູກສອນໄຟ ທີ່ສົງສັຍວ່າ ເປັນການທົດລອງ ເທັກໂລໂລຈີລູກສອນໄຟ ທີ່ຍິງໄດ້ ໃນໄລຍະໄກນັ້ນ.

ມຽນມາ: ສະຫະຣັດ ກ່າວວ່າ ຕົນຈະສົ່ງຜູ້ແທນ ຄະນະນຶ່ງ ໄປຍັງມຽນມາ ພາຍໃນສອງສາມອາທິດ ຂ້າງໜ້ານີ້ອັນ ເປັນພາກສ່ວນນຶ່ງ ຂອງວິທີການໃໝ່ ໃນການພົວພັນໂຕຈິງ ທີ່ຣັຖບານທ່ານ OBAMA ຈະນຳໃຊ້ກັບມຽນມາ. ຣັຖມຸນຕຣີ ຊ່ອຍວ່າການ ກະຊວງການຕ່າງປະເທດ ສະຫະຣັດ ທ່ານ KURT CAMPBELL ກ່າວຕໍ່ສະມາຊິກ ຣັຖສະພາສະຫະຣັດ ໃນມື້ວານນີ້ວ່າ ຄະນະຜູ້ ແທນຈຸນີ້ ຈະໂອ້ລົມໂດຍກົງ ກັບເຈົ້າໜ້າທີ່ ຣັຖບານທະຫານມຽນມາ ຜູ້ຕາງໜ້າ ຊົນຊາດຊົນເຜົ່າກຸ່ມນ້ອຍ ແລະສະມາຊິກພັກຝ່າຍຄ້ານ ທີ່ນິຍົມປະຊາທິປະໄຕ ຮວມທັງທ່ານນາງອອງຊານຊູຈີ ທີ່ຖືກກັກບໍຣິເວນຢູ່ໃນເວລານີ້. ເມື່ອມີການຖາມວ່າ ມີສິ່ງໃດ ໂດຍສະເພາະບໍ ທີ່ສະຫະຣັດ ຫວັງຈະບັນລຸຜົນ ໃນການໄປ ມຽນມາຄັ້ງນີ້ ທ່ານ CAMPBELL ໄດ້ກ່າວເຖິງເປົ້າໝາຍຕ່າງໆ ໃນການຊຸກຍູ້ການສົນທະນາຫາຣື ລະຫວ່າງກຸ່ມຕ່າງໆ ໃນມຽນມາ ແລະຊອກຫາຊ່ອງ ທາງເພື່ອໃຫ້ການຄ້ຳປະກັນ ກ່ຽວກັບຄວາມວິຕົກກັງວົນ ຂອງສະຫະຣັດ ທີ່ມີໃນເຣື່ອງ ຄວາມສັມພັນລະວ່າງ ມຽນມາກັບເກົາຫລີເໜືອ.

ໄທ - ກຳປູເຈັຽ: ເຈົ້າໜ້າທີ່ໄທ ບໍ່ໄດ້ໃຫ້ຄວາມສຳຄັນໃດໆ ທີ່ນາຍົກຣັຖມຸນຕຣີ ກຳປູເຈັຽ ທ່ານຮຸນເຊນ ໄດ້ສເນີໃຫ້ ທ່ານທັກສິນ ຊິນນະວັດ ອະດີດ ນາຍົກຣັຖມຸນຕຣີ ທີ່ຖືກຂັບໄລ່ ອອກຈາກອຳນາດ ຂອງໄທ ລີ້ພັຍການເມືອງ ຢູ່ທີ່ກຳປູເຈັຽ. ທ່ານຮຸນເຊນ ໄດ້ທຳການສເນີດັ່ງກ່າວ ໃນມື້ວານນີ້ ຫລັງຈາກໄດ້ພົບປະ ກັບທ່ານຊະວະລິດ ຢົງໃຈຢຸດ ພັນທະມິດ ທາງການເມືອງ ທີ່ໃກ້ຊິດ ຂອງທ່ານທັກສິນ ທີ່ນະຄອນຫຼວງ ພະນົມເປັນ ຂອງກຳປູເຈັຽ. ທ່ານຮຸນເຊນ ໄດ້ກ່າວຢືນຢັນ ເຖິງມິຕພາບ ຂອງທ່ານ ກັບທ່ານທັກສິນ ແລະແມ່ນກະທັງ ໄດ້ສເນີໃຫ້ບ້ານພັກ ແກ່ທ່ານທັກສິນ ນຳດ້ວຍ. ເຈົ້າໜ້າທີ່ໄທ ໃນຣັຖບານ ຂອງນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ກ່າວວ່າ ພວກທ່ານເຂົ້າໃຈດີ ເຖິງຄວາມສັມພັນ ທີ່ຜູ້ນຳກຳປູເຈັຽ ມີກັບທ່ານທັກສິນ ແຕ່ພວກທ່ານ ໄດ້ກ່າວຢ້ຳວ່າ ຖ້າອະດີດ ນາຍົກຣັຖມຸນຕຣີ ທັກສິນຂອງໄທ ຫາກຍ້າຍໄປຢູ່ ທີີ່ກຳປູເຈັຽ ພວກທ່ານກໍຈະ ຊອກຫາຊ່ອງທາງ ເພື່ອໃຫ້ມີການສົ່ງໂຕ ທ່ານທັກສິນ ໃຫ້ແກ່ທາງການໄທ. ທ່ານທັກສິນ ໄດ້ຖືກໂຄ່ນລົ້ມ ໃນການກໍ່ຣັຖປະຫານ ໃນປີ 2006.

ຈີນ: ຈີນກ່າວວ່າ ເສຖກິດຂອງຕົນ ໄດ້ຖີບໂຕສູງຂຶ້ນ 8.9% ໃນໄຕຣມາສທີ 3 ຂອງປີ 2009 ຊຶ່ງຢູ່ໃນເສັ້ນທາງ ທີ່ຈະບັນລຸ ອັດຕຣາການເຕີບໂຕ ປະຈຳປີ 8% ທີ່ພວກຜູ້ນຳຂອງຈີນ ຢາກໃຫ້ເປັນໄປນັ້ນ. ຍອດຜລິດຮວມພາຍໃນ ຫລື GDP ຂອງຈີນ ໄດ້ເພີ້ມຂຶ້ນ 7.7% ໃນໄລຍະ 9 ເດືອນທຳອິດ ຂອງປີ 2009 ທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້. ຣັຖບານຈີນ ໄດ້ລິເລີ້ມ ການເອົາບາດກ້າວ ຫລາຍໆຢ່າງ ໃນໄລຍະ ທີ່ເສຖກິດຂອງໂລກ ໄດ້ຊັກຊ້າລົງ ຢ່າງຮ້າຍແຮງນັ້ນ ເພື່ອເສີມຂຍາຍ ເສຖກິດທີ່ ກາງຕໍ່ການສົ່ງອອກຂອງຕົນ ຮວມທັງແຜນການ ກະຕຸກຊຸກຍູ້ເສຖກິດ ມູນຄ່າ 586 ພັນລ້ານໂດລາ ທີ່ແນໃສ່ໂຄງການ ກໍ່ສ້າງໂຄງລ່າງພື້ນຖານຕ່າງໆ. ນອກນັ້ນແລ້ວ ຣັຖບານຈີນ ຍັງໄດ້ອະນຸມັດເງິນສົດ ເປັນຈຳນວນ ມະຫາສານ ໃຫ້ແກ່ຣະຣົບ ທະນາຄານ ເພື່ອສນັບສນຸນ ການໃຫ້ເງິນກູ້ຢືມ ການໃຊ້ຈ່າຍ ແລະ ການລົງທຶນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG