ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລິເໜືອເວົ້າວ່າ ການເຈຣະຈາ 6 ຝ່າຍ ຂຶ້ນຢູ່ກັບ ການເຈ ຣະຈາ ລະຫວ່າງສະຫະຣັດ ກັບເກົາຫລີເໜືອ


ເກົາຫລີເໜືອ - ຈີນ: ເກົາຫລີເໜືອ ກ່າວວ່າ ຕົນພ້ອມແລ້ວ ທີ່ຈະກັບຄືນເຂົ້າຮ່ວມການເຈຣະ ຈາ 6 ຝ່າຍກ່ຽວກັບ ໂຄງການນິວເຄລັຽຂອງຕົນ ຖ້າຫາກ ມີຄວາມກ້າວໜ້າ ໃນການເຈຣະຈາກັບ ສະຫະຣັດ. ຖແລງຂ່າວໄດ້ນຳອອກເຜີຍແຜ່ ໃນ ວັນອັງຄານມື້ນີ້ ໂດຍສື່ມວນຊົນ ຂອງທາງການ ເກົາຫລີເໜືອ. ອົງການຂ່າວ KCNA ເວົ້າວ່າ ຄວາມພ້ອມຂອງພຽງຢາງ ທີ່ຈະກັບຄືນເຂົ້າຮ່ວມ ການເຈຣະຈາຫລາຍຝ່າຍ ແມ່ນຂຶ້ນຢູ່ກັບ ຜົນ ຂອງການເຈຣະຈາ ກັບສະຫະຣັດ. ທ່ານ IAN KELLY ໂຄສົກກະຊວງ ການຕ່າງປະເທດ ສະຫະຣັດ ກ່າວໃນມື້ວານນີ້ວ່າ ສະຫະຣັດ ຍັງສືບຕໍ່ເຕັມໃຈ ທີ່ຈະພົວພັນ ກັບເກົາຫລີເໜືອ ແບບສອງຝ່າຍ ພາຍໃຕ້ຂອບ ຂອງຂັ້ນຕອນ ການເຈຣະຈາ 6 ຝ່າຍ ເພື່ອຊັກຊວນໃຫ້ ເກົາເຫລີເໜືອ ປະຖິ້ມໂຄງການ ສ້າງອາວຸດນິວເຄລັຽ. ໃນມື້ວານນີ້ ຂະນະທີ່ ນາຍົກຣັຖມຸນຕຣີຈີນ ເດີນທາງໄປຢ້ຽມຢາມ ເກົາຫລີເໜືອນັ້ນ ຈີນໄດ້ປະກາດວ່າ ຈະເສີມຂຍາຍ ຄວາມສັມພັນ ກັບເກົາຫລີເໜືອ. ການເດີນທາງ ໄປຢ້ຽມຢາມ ຂອງທ່ານ WEN JIABAO ແມ່ນເພື່ອສເລີມສລອງ ວັນຄົບຮອບ 60 ປີ ໃນການສ້າງຕັ້ງ ຄວາມສັມພັນ ຢ່າງເປັນທາງການ ລະຫວ່າງຈີນ ແລະເກົາຫລີເໜືອ.

ອົງດາໄລ ລາມະ: ອົງດາໄລລາມະໄດ້ສະເດັດ ມາເຖິງ ກຸງວໍຊິງຕັນ ເພື່ອປະພາດເປັນເວລາ 5 ມື້ ໂດຍທີ່ພຣະອົງ ຈະໄດ້ພົບປະ ກັບສະມາຊິກ ຣັຖສະພາສະຫະຣັດ ແລະຜແນກ ປະສານງານ ໃໝ່ກ່ຽວກັບບັນຫາທິເບດຂອງກະຊວງການຕ່າງ ປະເທດ ສະຫະຣັດ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ບໍ່ມີກຳນົດ ທີ່ຈະພົບ ປະກັບຜູ້ນຳ ທາງດ້ານຈິດໃຈ ທີ່ລີ້ພັຍ ຢູ່ໃນຕ່າງປະເທດ ຂອງຊາວທິເບດ ໃນລະຫວ່າງ ການສະເດັດປະພາດ ຂອງພຣະອົງ. ຫົວໜ້າ ນັກການທູດ ຂອງອົງດາໄລ ລາມະ ໄດ້ກ່າວປ້ອງກັນ ກ່ຽວກັບແຜນການ ດັ່ງກ່າວ ໃນມື້ວານນີ້. ທ່ານ LODI GYARI ເວົ້າວ່າ ອົງດາໄລລາມະ ຈະບໍ່ພົບປະ ກັບປະທານາທິບໍດີ ຍ້ອນວ່າ ພວກທ່ານ ໄດ້ຕົກລົງກັນວ່າ ຈະພົບປະກັນ ຫລັງຈາກ ກອງປະຊຸມ ສຸດຍອດ ລະຫວ່າງສະຫະຣັດ ກັບຈີນ ໃນເດືອນພະຈິກ ຈະມາ. ທ່ານ GYARI ເວົ້າວ່າ ອົງດາໄລລາມະ ຫວັງວ່າ ຄວາມສັມພັນ ທີ່ມີການຮ່ວມມືກັນ ລະຫວ່າງສະຫະຣັດ ກັບຈີນ ຈະຊ່ອຍສນັບສນຸນ ຜົນປໂຍດ ຂອງທິເບດ.

ປາກິສຖານ: ພວກທາລີບານ ໃນປາກິສຖານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ກ່ຽວກັບການ ໂຈມຕີ ສະລະຊີບ ທີ່ສຳນັກງານໃຫຍ່ຂອງໂຄງ ການອາຫານໂລກ ຂອງສະຫະປະຊາຊາດ ທີ່ ນະຄອນຫລວງອິສລາມາບັດ. ໂຄສົກ ຂອງກຸ່ມ ທາລີບານ ນາຍ AZAM TARIQ ກ່າວໃນມື້ ນີ້ວ່າ ກຸ່ມຂອງລາວ ເປັນຜູ້ຢູ່ເບື້ອງຫລັງ ເຫດຣະເບີດ ໃນມື້ວັນຈັນວານນີ້ ທີ່ເປັນເຫດໃຫ້ ພະນັກງານຢ່າງນ້ອຍ 5 ຄົນ ຂອງອົງການ ສະຫະປະຊາຊາດ ເສັຽຊີວີີດ ແລະອີກ 5 ຄົນ ໄດ້ຮັບບາດເຈັບ. ກະຊວງພາຍໃນ ປາກິສຖານ ໄດ້ຖິ້ມໂທດໃສ່ ພວກຫົວຮຸນແຮງ ທາລີບານວ່າ ທຳການຕອບໂຕ້ ຕໍ່ການປະຕິບັດງານ ທາງທະຫານ ຂອງກອງທັບ ໃນເຂດຮ່ອມພູສວາທ ແລະ WAZIRISTAN ໃຕ້. ທ່ານ REHMAN MALIK ຣັຖມຸນຕຣີ ກະຊວງພາຍໃນ ຂອງປາກິສຖານ ກ່າວວ່າ ພວກໂຈມຕີ ໃນມື້ວານນີ້ ທີ່ໄດ້ນຸ່ງເຄື່ອງແບບ ເຈົ້າໜ້າທີ່ ຮັກສາຄວາມປອດພັຍ ໄດ້ບີບຄະນວນ ຣະເບີດທີ່ໜັກ ປະມານ 8 ກິໂລ ໃຫ້ແຕກຂຶ້ນ ໃນບໍຣິເວນລະບຽງ ຂອງສຳນັກງານ ໂຄງການອາຫານໂລກ. ຣັຖມຸນຕຣີ ກະຊວງພາຍໃນ ປາກິສຖານ ຍັງເຕືອນ ໃຫ້ປະຊາຊົນກະກຽມ ຮັບມືກັບ ການໂຈມຕີ ທີ່ອາດຈະມີເພີ້ມຕື່ມ ໃນໄລຍະ ສອງ-ສາມມື້ ຂ້າງໜ້ານີ້.

ອັຟການິສຖານ: ຣັຖມຸນຕຣີ ກະຊວງປ້ອງກັນ ປະເທດ ສະຫະຣັດທ່ານ ROBERT GATES ກ່າວວ່າ ຈະບໍ່ມີການຖອນ ກຳລັງທະຫານສະຫະ ຣັດ ອອກຈາກອັຟການິສຖານ ບໍ່ວ່າຜົນຈະເປັນ ຈັ່ງໃດຈາກການທົບທວນ ເບິ່ງຍຸທສາດ ຂອງປະ ທານາທິບໍດີ ສະຫະຣັດ ທ່ານ BARACK OBAMA. ທ່ານ GATES ກ່າວຕໍ່ໂທຣະພາບ CNN ໃນຕອນແລງ ຂອງມື້ວານນີ້ວ່າ ທຳນຽບຂາວ ພວມທຳການ ຕັດສິນໃຈ ກ່ຽວກັບການ ເອົາບາດກ້າວຕ່າງໆ ໃນຂັ້ນຕໍ່ໄປ ຊຶ່ງຈະກຳນົດ ໃນການໄດ້ຮັບ ໄຊຊະນະ ຕໍ່ພວກຫົວຮຸນແຮງ ທາລີບານ ໃນອັຟການິສຖານ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ຊຶ່ງທາງໂທຣະພາບ CNN ໄດ້ທຳການສຳພາດ ຄືກັນນັ້ນ ເວົ້າວ່າ ຣັຖບານທ່ານ OBAMA ຢາກຈະໃຊ້ວິທີ ທີ່ດີທີ່ສຸດ ເພື່ອໃຫ້ບັນລຸ ເປົ້າໝາຍຂອງ ສະຫະຣັດ ຢູ່ໃນຂົງເຂດ ດັ່ງກ່າວ. ຣັຖມຸນຕຣີ ປ້ອງກັນປະເທດ GATES ກ່າວວ່າ ການຕັດສິນໃຈ ຂອງທ່ານ OBAMA ກ່ຽວກັບບັນຫາ ດັ່ງກ່າວນີ້ ຈະເປັນນຶ່ງ ໃນບັນຫາ ທີ່ສຳຄັນທີ່ສຸດ ໃນລະຫວ່າງ ການເຂົ້າຮັບຕຳແໜ່ງ ປະທານາທິບໍດີ ຂອງທ່ານ.

ກາຊັກສະຖານ - ຝຣັ່ງ: ກາຊັກສະຖານ ໄດ້ລົງນາມ ໃນຂໍ້ຕົກລົງ ສະບັບນຶ່ງ ກັບຝຣັ່ງ ໂດຍໄດ້ ອະນຸຍາດໃຫ້ ມີການສົ່ງ ເຈົ້າໜ້າທີ່ ທະຫານຝຣັ່ງແລະອຸບປະກອນ ຜ່ານປະເທດ ໃນເຂດເອເຊັຽກາງດັ່ງກ່າວນີ້ ໄປຍັງອັຟການິສ ຖານໄດ້. ປະທານາທິບໍດີກາຊັກສະຖານທ່ານ NURSULTAN NAZARBAYEV ແລະປະ ທານາທິບໍດີຝຣັ່ງທ່ານ NICOLAS SARKOZY ທີ່ກຳລັງຢູ່ໃນ ລະຫວ່າງ ການຢ້ຽມຢາມ ກາຊັກສະຖານ ໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ໃນການລົງນາມ ກ່ຽວກັບຂໍ້ຕົກລົງ ການຂົນສົ່ງ ໂດຍຣັຖມຸນຕຣີ ການຕ່າງປະເທດ ຂອງປະເທດທັງສອງ ໃນວັນອັງຄານມື້ນີ້. ໃນຕົ້ນປີນີ້ ກາຊັກສະຖານ ກໍໄດ້ຕົກລົງ ທີ່ຈະອະນຸຍາດໃຫ້ ສະຫະຣັດ ສົ່ງປັດຈັຍ ທີ່ບໍ່ແມ່ນອາວຸດຮ້າຍແຮງ ໄປໃຫ້ທະຫານຂອງຕົນ ໃນອັຟການິສຖານ ຜ່ານດິນແດນ ຂອງກາຊັກສະຖານໄດ້. ສະຫະຣັດ ແລະຣັດເຊັຽ ກໍໄດ້ລົງນາມ ໃນຂໍ້ຕົກລົງສະບັບນຶ່ງ ທີ່ອະນຸຍາດໃຫ້ ສະຫະຣັດ ຈັດສົ່ງອາວຸດ ໄປຍັງອັຟການິສຖານ ຜ່ານດິນແດນ ຣັດເຊັຽໄດ້.

ສະຫະຣັດ:ຣັຖບານ ປະທານາທິບໍດີ OBAMA ໄດ້ປະກາດ ໃນວັນອັງຄານມື້ນີ້ ກ່ຽວກັບ ແຜນການໃໝ່ ໃນການຄຸມຂັງ ພວກຄົນເຂົ້າເມືອງ ຜິດກົດໝາຍ ທີ່ກຳລັງລໍຖ້າ ການຖືກ ເນຣະເທດຢູ່ນັ້ນ. ພາຍໃຕ້ ຣະບຽບການໃໝ່ນີ້ ຜແນກ ກວດຄົນເຂົ້າເມືອງ ແລະພາສີຂອງສະຫະຣັດ ຈະໄດ້ ຈັດຕັ້ງຣະບົບ ເພື່ອພິຈາຣະນາເບິ່ງວ່າ ພວກຄົນເຂົ້າ ເມືອງຜູ້ໃດ ຄວນຈະຖືກຄຸມຂັງ ແລະຜູ້ໃດ ຄວນຈະຖືກ ຄວບຄຸມ ຕາມສະຖານທີ່ ທີ່ບໍ່ເຄັ່ງຄັດປານໃດ. ພາຍໃຕ້ຣະບົບ ໃນປັດຈຸບັນ ພວກຄົນເຂົ້າເມືອງ ທີ່ຮຸນແຮງ ແລະບໍ່ຮຸນແຮງ ແມ່ນໄດ້ຖືກ ຄວບຄຸມໂຕໄວ້ຊົ່ວຄາວ ຢູ່ຕາມຄຸກທ້ອງຖິ່ນ ຂອງຣັດ ແລະຣັຖບານກາງຕ່າງໆ. ມີເກືອບ 4 ແສນຄົນ ໄດ້ຖືກຄຸມຂັງ ໃນຣະບົບດັ່ງກ່າວ ໃນແຕ່ລະປີ ໂດຍໄດ້ເສັຽຄ່າ ໃຊ້ຈ່າຍປະມານ 2 ພັນລ້ານໂດລາ. ຂໍ້ສເນີໃໝ່ ຈະຄຸມຂັງ ພວກຄົນເຂົ້າ ເມືອງຜິດກົດໝາຍ ທີ່ບໍ່ຮຸນແຮງ ເຊັ່ນແມ່ຍິງ ແລະເດັກນ້ອຍ ໄວ້ຕາມໂຮງແຮມຕ່າງໆ ເຮືອນຜູ້ເຖົ້າ ແລະສະຖານທີ່ອື່ນໆ. ນອກນັ້ນ ຣັຖບານທ່ານ OBAMA ຍັງໄດ້ພິຈາຣະນາ ທີ່ຈະສ້າງ ສູນຄຸມຂັງໃໝ່ ຂຶ້ນອີກ 2 ແຫ່ງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG