ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄະນະກູ້ພັຍຕ່າງປະເທດ ຟ້າວເດີນທາງໄປໃຫ້ການຊ່ອຍເຫລືອ ແກ່ພວກທີ່ໄດ້ຮັບເຄາະ ຈາກແຜ່ນດິນໄຫວ ໃນອິນໂດເນເຊັຽ


ອິນໂດເນເຊັຽ: ຄະນະກູ້ພັຍສຸກເສີນຂອງຕ່າງ ປະເທດ ພວມພາກັນເລັ່ງລັດ ເດີນທາງໄປຍັງ ເຂດທີ່ເກີດ ແຜ່ນດິນໄຫວຮ້າຍແຮງໃນເກາະສຸ ມາຕຣາ ຂອງອິນໂດເນເຊັຽ ຂະນະທີ່ ຈຳນວນ ພວກທີ່ເສັຽຊີວິດ ຍັງສືບຕໍ່ ມີໂຕເລກເພີ້ມຂຶ້ນ. ເຈົ້າໜ້າທີ່ ອິນໂດເນເຊັຽ ເວົ້າວ່າ ໂຕເລກຜູ້ເສັຽ ຊີວິດ ຈາກແຜ່ນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 7.6 ຣິກເຕີ້ ໃນວັນພຸດ ຜ່ານມານີ້ ມີບໍ່ຕ່ຳກວ່າ 770 ຄົນແລ້ວ ແຕ່ມີທ່າທາງວ່າ ຈະເພີ້ມສູງກວ່ານີ້ຫລາຍເທົ່າ ຂະນະທີ່ເຊື່ອກັນ ວ່າ ຍັງມີຫລາຍພັນຄົນ ຖືກທັບຖົມຢູ່ ຕາມຊາກຫັກ ພັງ. ທ່ານ JOHN HOLMES ຫົວໜ້າບັນເທົາທຸກ ທາງດ້ານມະນຸສທັມ ຂອງອົງການ ສະຫະປະຊາຊາດ ກ່າວວ່າ ມີຜູ້ໄດ້ຮັບບາດເຈັບ ຫລາຍຮ້ອຍຄົນ ແລະຈຳນວນຜູ້ເສັຽຊີວິດ ອາດມີເຖິງ 1100 ຄົນ. ຄະນະນາຍແພດ ໝາສືບກິ່ນ ອຸບປະກອນການຂຸດ ແລະປັດຈັຍ ບັນເທົາທຸກສຸກເສີນອື່ນໆ ກຳລັງຫລັງໄຫລ ໄປຍັງເກາະ ສຸມາຕຣາ. ການປະຕິບັດງານ ກູ້ພັຍໃນເມືອງ PADANG ຊຶ່ງເປັນເມືອງເອກ ໃນເຂດສຸມາຕຣາ ຕາເວັນຕົກ ທີ່ມີປະຊາຊົນ ອາສັຍຢູ່ 900 ພັນຄົນນັ້ນ ໄດ້ດຳເນີນໄປ ແບບຊ້າໆ ຍ້ອນບໍ່ມີໄຟຟ້າໃຊ້ ແລະອຸບປະກອນໜັກ ເພື່ອຂົນຍ້າຍ ຊາກຫັກພັງ ຂອງຕຶກອາຄານ ແລະແຜ່ນຊີມັງ ຂນາດໃຫຍ່ ທີີ່ໄດ້ພັງລົງມານັ້ນ.

ລົມພາຍຸ - ເອເຊັຽ: ປະທານາທິບໍດີຟີລິບປິນ ທ່ານນາງ GLORIA ARROYO ໄດ້ປະກາດ ໃຫ້ຟີລິບປິນໝົດທັງປະເທດ ຢູ່ໃນສະພາບພັຍ ພິບັດຮ້າຍແຮງຂະນະທີ່ຟີລິບປິນພວມກະກຽມ ຮັບມືກັບລົມພາຍຸໃຫຍ່ທີ່ອາດມີຂຶ້ນພາຍໃນໄລ ຍະບໍ່ເທົ່າໃດມື້. ມີການພະຍາກອນວ່າ ໄຕ້ຝຸ່ນ PARMA ຈະພັດເຂົ້າຖລົ່ມ ພາກຕາເວັນອອກ ຂອງຟີລິບປິນ ໃນວັນເສົາ ຈະມານີ້ ໂດຍຈະນຳ ເອົາລົມ ທີ່ມີຄວາມແຮງ ເກືອບ 200 ຫລັກກິໂລແມັດ ຕໍ່ຊົ່ວໂມງ ມາພ້ອມ. ທ່ານນາງ ARROYO ໄດ້ສັ່ງໃຫ້ ຣັຖບານຢູ່ໃນ 6 ແຂວງ ຍົກຍ້າຍປະຊາຊົນ ອອກໜີຈາກ ເສັ້ນທາງຂອງ ລົມພາຍຸ. ນອກນັ້ນ ທ່ານນາງຍັງໄດ້ປະກາດ ໃຫ້ຟີລິບປິນ ໝົດທັງປະເທດ ຢູ່ໃນສະພາບ ພັຍພິບັດຮ້າຍແຮງ ເພື່ອວ່າ ຈະສາມາດນຳໃຊ້ ກອງທຶນຕ່າງໆ ເພື່ອຊ່ອຍຣັຖບານ ຮັບມືກັບ ເຫດການສຸກເສີນຕ່າງໆ. ເຈົ້າໜ້າທີ່ ຟີລິບປິນ ເຕືອນວ່າ ລົມໄຕ້ຝຸ່ນ PARMA ອາດຈະເຮັດໃຫ້ ພັຍນ້ຳຖ້ວມ ທີ່ເກີດຈາກ ລົມໄຕ້ຝຸ່ນເກສນາ ໃນສັບປະດາແລ້ວນີ້ ຮ້າຍແຮງຂຶ້ນຕື່ມ. ໄຕ້ຝຸ່ນເກສນາ ພາໃຫ້ເກີດ ພັຍນ້ຳຖ້ວມ ຮ້າຍແຮງສຸດ ໃນຟີລິບປິນ ໃນຮອບສີ່ທົສວັດ ແລະເຮັດໃຫ້ ມີຜູ້ເສັຽຊີວິດ ຫຼາຍກວ່າ 400 ຄົນ ໃນທົ່ວເຂດເອເຊັຽຕາເວັນ ອອກສຽງໃຕ້ ຊຶ່ງໃນນັ້ນຫຼາຍກວ່າ 290 ຄົນແມ່ນເສັຽຊີວິດໃນຟີລິບປິນ ເກືອບ 100 ຄົນໃນວຽດນາມ ຢ່າງນ້ອຍ 14 ຄົນ ໃນກຳປູເຈັຽ.

ໂອບາມາ - ໂອລິມປິກ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວ ຕໍ່ຄະນະກັມມະການ ກິລາໂອລິມປິກສາກົນວ່າ ນະຄອນ CHICAGO ບ່ອນທີ່ທ່ານຖືວ່າເປັນ ບ້ານໃໝ່ ຂອງທ່ານນັ້ນ ພ້ອມແລ້ວ ແລະກໍກະ ຕືລືລົ້ນ ທີ່ຈະເປັນເຈົ້າພາບ ຈັດການ ແຂ່ງຂັນກິລາ ໂອລິມປິກ ໃນປີ 2016. ທ່່ານ OBAMA ໄດ້ກ່າວຖແລງ ບໍ່ເທົ່າໃດຊົ່ວໂມງ ລຸນຫລັງທີ່ໄດ້ ເດີນທາງໄປເຖິງ ນະຄອນຫລວງ COPENHAGEN ຂອງເດນມາຣ໌ຄ ບ່ອນທີ່ຄະນະກັມມະການ ກິລາໂອລິມປິກສາກົນ ກຳລັງປະຊຸມກັນ ເພື່ອຄັດເລືອກເອົາ ຫົວເມືອງທີ່ຈະໄດ້ ເປັນເຈົ້າພາບ ຈັດການແຂ່ງຂັນ ກິລາໂອລິມປິກ. ປະທານາທິບໍດີ ສະຫະຣັດ ໄດ້ກ່າວເຖິງ ຄວາມຮັກ ແລະຫລົງໄຫລ ຂອງທ່ານ ກ່ຽວກັບ ນະຄອນດັ່ງກ່າວ ບ່ອນທີ່ທ່ານ ໄດ້ຍ້າຍເຂົ້າໄປຢູ່ ໃນຖານະ ຜູ້ຈັດຕັ້ງ ປະຊາຄົມ ເມື່ອ 25 ປີກ່ອນ. ທ່ານເວົ້າວ່າ ນະຄອນ CHICAGO ໄດ້ຕ້ອນຮັບ ໃນຄວາມຫລາກຫຼາຍ ຂອງບັນດາຊົນຊາດຊົນເຜົ່າ ໂດຍເອີ້ນວ່າ ເປັນບ່ອນທີ່ ຄວາມສາມັກຄີ ຂອງພວກເຮົາ ແມ່ນສີສັນ ທີ່ໄດ້ມີການສະແດງອອກ.

ມຽນມາ: ເຈົ້າໜ້າທີ່ມຽນມາກ່າວວ່າ ສານແຫ່ງ ນຶ່ງໄດ້ປະຕິເສດ ຕໍ່ການຂໍອຸທອນ ຂອງທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ໃນມຽນມາ ກ່ຽວກັບ ການຕັດສິນໂທດເມື່ອບໍ່ດົນມານີ້. ໃນ ວັນສຸກມື້ນີ້ ສານທີ່ນະຄອນຢ່າງກຸ້ງ ໄດ້ຕັດສິນ ເຫັນພ້ອມ ກ່ຽວກັບການລົງໂທດ ທ່ານນາງອອງ ຊານ ຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ທີ່ວ່າທ່ານນາງ ໄດ້ລະເມີດເງື່ອນໄຂ ໃນການກັກບໍຣິເວນ ທ່ານນາງ. ທ່ານນາງໄດ້ຖືກຕັດສິນໂທດ ໃຫ້ກັກບໍຣິເວນຕື່ມອີກ 1 ປີເຄິ່ງ ໃນເດືອນສິງຫາ ຜ່ານມາ ຫລັງຈາກຜູ້ຊາຍ ຊາວອະເມຣິກັນຄົນນຶ່ງ ໄດ້ລອຍນ້ຳ ແບບບໍ່ໄດ້ຮັບການເຊື້ອເຊີນ ໄປຍັງເຮືອນ ຂອງທ່ານນາງ. ໃນລະຫວ່າງ ການຮັບຟັງ ການພິຈາຣະນາ ກ່ຽວກັບການຂໍອຸທອນນັ້ນ ທະນາຍຂອງທ່ານນາງ ອອງຊານຊູຈີ ໄດ້ໂຕ້ແຍ້ງວ່າ ກົດໝາຍທີ່ທ່ານນາງ ໄດ້ຖືກຕັດສິນໂທດໄປນັ້ນ ແມ່ນອີງຕາມ ຣັຖທັມມະນູນ ທີ່ໝົດອາຍຸ ແລະດັ່ງນັ້ນ ຈຶ່ງບໍ່ສົມບູນ. ທ່ານ NYAN WIN ນຶ່ງໃນທະນາຍຄວາມ ຂອງທ່ານນາງ ອອງຊານຊູຈີ ກ່າວວ່າ ຕົນຈະຍື່ນຂໍອຸທອນ ຕໍ່ສານສູງຕື່ມອີກ ບ່ອນທີ່ຍັງມີຄວາມຫວັງ ເຫລືອຢູ່.

ສະຫະຣັດ - ວຽດນາມ: ຣັຖມຸນຕຣີການ ຕ່າງປະເທດ ສະຫະຣັດທ່ານນາງ HILLARY CLINTON ໄດ້ພົບປະ ກັບຣັຖມຸນຕຣີການ ຕ່າງປະເທດ ວຽດນາມ ໃນມື້ວານນີ້ ເພື່ອປຶກສາຫາຣື ກ່ຽວກັບເຣື່ອງການຄ້າ ສິດທິມະນຸດ ຄວາມໝັ້ນຄົງ ແລະການຊ່ອຍເຫລືອພວກ ທີ່ປະສົບພັຍ ລົມໄຕ້ຝຸ່ນເກສນາ ໃນຕົ້ນອາທິດນີ້. ທ່ານນາງ CLINTON ແລະຣັຖມຸນຕຣີ ການຕ່າງປະເທດ PHAM GIA KHIEM ໄດ້ຖແລງ ຕໍ່ພວກນັກຂ່າວ ລຸນຫລັງການພົບປະກັນ ຊຶ່ງທ່ານ KHIEM ເວົ້າວ່າ ການເຈຣະຈາ ໄດ້ດຳເນີນໄປ ພາຍໃຕ້ບັນຍາກາດ ທີ່ສັນມິດ ສ້າງສັນ ແລະກົງໄປກົງມາ. ທ່ານເວົ້າວ່າ ປະເທດທັງສອງ ຈຳເປັນຕ້ອງໄດ້ ເສີມສ້າງຄວາ ມສັມພັນສອງຝ່າຍ ທີ່ພວມມີການ ເຕີບໃຫຍ່ຂຍາຍໂຕ ຂຍາຍຄວາມສັມພັນ ທາງດ້ານການຄ້າ ການສຶກສາ ແລະເທັກໂນໂລຈີ. ທ່ານນາງ CLINTON ກ່າວວ່າ ທ່ານນາງໄດ້ສະແດງ ຄວາມເສົ້າເສັຽໃຈເປັນທີ່ສຸດ ຕໍ່ວຽດນາມ ກ່ຽວກັບການພັດຖລົ່ມ ແລະການສູນເສັຽຊີວິດ ຈາກລົມໄຕ້ຝຸ່ນເກສນາ. ທ່ານນາງເວົ້າວ່າ ສະຫະຣັດ ພ້ອມແລ້ວ ທີ່ຈະໃຫ້ການຊ່ອຍເຫລືອ ແກ່ປະຊາຊົນວຽດນາມ ເພື່ອໃຫ້ຟື້ນໂຕຄືນ ຈາກພັຍພິບັດດັ່ງກ່າວ.

ປາກິສຖານ: ເຈົ້າໜ້າທີ່ ສືບລັບປາກິສຖານ ກ່າວວ່າ ຜູ້ນຳຫົວຮຸນແຮງ ຊາວ UZBEKIS TAN ທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ AL-QAIDA ນັ້ນ ເຊື່ອວ່າ ໄດ້ຖືກຂ້າຕາຍ ແລ້ວໃນການໂຈມຕີ ດ້ວຍລູກສອນໄຟ ຂອງ ສະຫະຣັດ ໃນເຂດພາກຕາເວັນຕົກ ສຽງເໜືອຂອງປາກິສຖານ. ເຈົ້າໜ້າທີ່ ກ່າວໃນວັນສຸກ ມື້ນີ້ວ່າ ນາຍ TAHIR YULDASHEV ຜູ້ນຳຂະບວນການ ອິສລາມແຫ່ງ UZBEKISTAN ໄດ້ຮັບບາດເຈັບ ໃນການໂຈມຕີ ໂດຍເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ທີ່ແຂວງ WAZIRISTAN ໃຕ້ ເມື່ອທ້າຍເດືອນສິງຫາ ຜ່ານມາ ໃນບໍຣິເວນຊາຍແດນ ຕິດກັບ ອັຟການິສຖານ. ມີລາຍງານວ່າ ຜູ້ກ່ຽວໄດ້ເສັຽຊີວິດ ໃນເວລາ ບໍ່ເທົ່າໃດມື້ຕໍ່ມາ. ຖ້າຫາກໄດ້ຮັບການຢືນຢັນ ການເສັຽຊີວິດ ຂອງນາຍ YULDASHEV ຈະເປັນການເສັຽຫາຍ ຮ້າຍແຮງ ສຳລັບກຸ່ມຫົວຕໍ່ສູ້ ແລະເປັນການເພີ້ມ ກຳລັງໃຈ ໃຫ້ແກ່ກອງທັບ ປາກິສຖານ ທີ່ກຳລັງວາງແຜນ ກວດລ້າງຄັ້ງໃຫຍ່ ຢູ່ໃນຂົງເຂດດັ່ງກ່າວ. ອົງການຂ່າວເອພີ ໄດ້ອ້າງຄຳເວົ້າ ໂຄສົກຄົນນຶ່ງ ຂອງກຸ່ມທາລີບານ ທີ່ກ່າວວ່າ ລາຍງານທີ່ວ່ານີ້ ບໍ່ມີມູນຄວາມຈິງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG