ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທຍອມຮັບວ່າມີມົ້ງທີ່ຫ້ວຍນ້ຳຂາວຈຳນວນນຶ່ງອາດມີຄວາມກ່ຽວຂ້ອງ- ກັບCIA


ເຈົ້າໜ້າ​ທີ່​ທະຫານໄທ​ຍອມຮັມວ່າ​ໃນ​ການ​ ພິຈາ, ລະນາ​ພະຍານ​ຫຼັກຖານ​ ​ແລະ ການ​ສຳ​ພາດ​ບັນດາ​ ຊາວ​ມົ້ງຢູ່​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ, ​ໃນ​ໄລ​ຍະ​ທີ່​ຜ່ານ​ມານັ້ນ ພົບ​ວ່າ​ຊາວ​ມົ້ງສ່ວນ​ໃຫຍ່​ເປັນ​ຊາວ​ມົ້ງ​ທີ່ອົບ​ພະຍົບມາ​ໄທ​ໂດຍເຫດ​ຜົນ​ທາງ​ເສດຖະກິດ​ ດ້ວຍ​ເຫດ​ນີ້ ຈຶ່ງ​ມີ​ພຽງ​ແຕ່ 8% ​ເທົ່າ​ນັ້ນທີ່ເຊື່ອ ວ່າອາດມີສ່ວນພົວພັນກັບ CIA ຂອງ​ສະ​ຫະຣັດ​ໃນ​ໄລຍະ​ສົງຄາມ​ອີນ​ໂດ​ຈີນ.

​ໃນການ​ໃຫ້​ສຳ​ພາດ​ກັບ VOA ​ໂດຍ ທ່ານ ພັນ​ເອກ ປະສິດທິ​ພົງ ​ມູນ​ດີ ​ເສນາ​ທິການ​ປະຈຳ ຫນ່ວຍສະ​ເພາະ​ກິດ​ຂອງ​ກອງທັບ​ພາກ​ທີ່ 3 ຂອງ​ໄທ ຊຶ່ງ​ຮັບຜິດຊອບ​ວຽກງານ​ໃນ​ດ້ານ​ການ​ປະສານ​ງານ ​ເພື່ອ​ການ​ດຳ​ເນີນ​ການ​ກ່ຽວກັບ​ຊາວ​ມົ້ງ ​ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ຊາວ​ມົ້ງ ຈາກ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ, ​ໃນ​ເຂດອຳ​ເພີ​ເຂົາ​ຄໍ້, ຈັງ​ຫວັດ​ເພັດ​ຊະ​ບູນ ທາງ​ພາ​ກ​ເໜືອຕອນ​ຫລ່າງ​ຂອງ​ປະ​ເທດ​ໄທນັ້ນ ກັບ​ຄືນ​ໄປ​ປະ​ເທດ​ລາວ.

ທ່ານ ພັນ​ເອກ ປະສິດທິ​ພົງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ຈາ​ກການສຳ​ຫລວດ ​ແລະ ພິຈາລະນາ​ຈາກ​ບັນດາ​ພະຍາ​ຫລັກ​ຖານ​ຕ່າງໆ ຊຶ່ງ​ລວມ​ໄປ​ເຖິງ ການ​ສຳພາດ ຫລື ການ​ສອບ​ປາກຄຳ​ຊາວ​ມົ້ງອີກ ດ້ວຍ​ນັ້ນ ກໍ​ເຮັດ​ໃຫ້​ພົບ​ວ່າ ​ໃນ​ຈຳນວນ​ຊາວ​ມົ້ງຫລາຍ​ກວ່າ 8.000 ຄົນ ທີ່​ໄດ້​ພາກັນ​ເດີນທາງ​ ອອກຈາກ​ລາວ​ມາ​ພັກ​ອາ​ໃສ​ຢູ່​ໃນ​ເຂດບ້ານ​ຫ້ວຍນ້ຳຂາວຂອງໄທ, ​ນັບ​ຕັ້ງ​ແຕ່​ປີ, 2004 ​ເປັນຕົ້ນ ມານັ້ນ ສ່ວນໃຫຍ່​ກໍ​ຄື 92% ຂອງ​ຈຳນວນ​ຊາວ​ມົ້ງທັງໝົດນັ້ນ ​ເປັນຊາວມົ້ງທີ່ເດີນທາງ​ເຂົ້າມາ​ໄທ​ດ້ວຍ​ເຫດຜົນ​ທາງ​ເສດຖະກິດ. ຊຶ່ງ​ກໍໝາຍຄວາມ​ວ່າ ມີ​ຊາວ​ມົ້ງພຽງ​ແຕ່​ບໍ່​ເກີນ​ 8% ຂອງ​ຈຳນວນ​ທັງໝົດ​ເທົ່າ​ນັ້ນ ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ພວກ​ເຂົາ​ເຈົ້າ​ອາດເຄີຍມີ ສ່ວນພົວພັນກັບ CIA ຂອງ ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ໄລຍະ​ສົງຄາມ​ອິນດູຈີນ​ຢູ່​ໃນ​ປະ​ເທດ​ລາວ​ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ພັນ​ເອກ ປະສິດທິ​ພົງ ກໍ​ໄດ້ເນັ້ນຢ້ຳວ່າ, ຂໍ້​ມູນ ດັ່ງກ່າວ​ນີ້ ​ຍັງ​ຄົງ​ເປັນ​ພຽງ​ແຕ່​ຂໍ້​ມູນ​ໃນ​ຂັ້ນ​ເບື້ອງຕົ້ນ​ເທົ່າ​ນັ້ນ ຊຶ່ງ​ບໍ່ພຽງ​ແຕ່ຈະ​ເຮັດ​ໃຫ້​ຕ້ອງ​ມີ​ການ​ດຳ​ເນີນ​ການ​ພິສູດ​ບັນດາ​ພະຍານ​ ຫລັກ​ຖານ​ຕ່າງໆຕໍ່​ໄປ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ຍັງ​ຖື​ເປັນ​ຂໍ້​ມູນ​ທີ່​ບໍ່ສາມາດ​ທີ່​ຈະ​ໃຊ້​ປະກອບ​ການ​ ພິຈາລະນາ​ຕັດສິນ​ໃຈ​ເພື່ອ​ດຳ​ເນີນ​ການ​ແນວ​ໃດ​ແນວນຶ່ງ​ຕໍ່ຊາວ​ມົ້ງທີ່​ຈັດ​ ຢູ່​ໃນ​ກຸ່ມ​ດັ່ງກ່າວ​ນີ້ ​ໄດ້​ແຕ່​ຢ່າງ​ໃດ​ໃນ​ໄລຍະ​ນີ້. ຊຶ່ງ​ກໍໝາຍຄວາມ​ວ່າ ການ​ດຳ​ເນີນ​ການ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ນັ້ນ ກໍ​ຈະຍັງ​ຄົງ​ມີ​ການ​ດຳ​ ເນີນ​ສື​ບຕໍ່​ໄປ ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ກຳນົດ​ການທີ່​ທາງ​ການ​ລາວ ​ແລະ ​ໄທ ​ໄດ້​ຕົກລົງ​ໄວ້​ຮ່ວມ​ກັນ ຊຶ່ງ​ກໍ​ຄື ການ​ສົ່ງ ​ແລະ ຮັບ​ເອົາ​ຊາວ​ມົ້ງຈາກ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ, ກັບ​ຄືນ​ໄປ​ໃຫ້​ກັບ​ລັດຖະ ບານ​ລາວ​ໃຫ້​ໄດ້​ທັງໝົດພາຍ​ໃນທ້າຍປີນີ້.

​ນັບ​ຈາກ​ປີ 2007 ​ເປັນຕົ້ນມາ ທາງ​ການ​ໄທ ​ໄດ້​ສົ່ງ​ຊາວ​ມົ້ງກັນ​ຄືນ​ໄປໃຫ້​ກັບ​ທາງ​ການ​ລາວ​ແລ້ວ ຈຳນວນ​ຫລາຍ​ກວ່າ 3.000 ຄົນ ຊຶ່ງ​ກໍ​ຍັງ​ຄົງ​ເຮັດ​ໃຫ້​ເຫລືອ​ຊາວ​ມົ້ງ ອີກ​ປະມານ 4.000 ກວ່າ​ຄົນ ທີ່​ຈະ​ຖືກ​ທາງ​ການ​ໄທ​ສົ່ງ​ກັບ​ຄືນ​ໄປ​ລາວ ​ໃຫ້​ໄດ້​ຕາມ​ກຳນົດ​ການ​ທີ່​ວາງເອົາ​ໄວ້. ທັງ​ນີ້ ກໍ​ເນື່ອງ​ຈາກ​ທາງ​ການ​ລາວ ​ແລະ ​ໄທ ນັ້ນ ຖື​ວ່າຊາວ​ມົ້ງ​ເຫລົ່າ​ນີ້ ​ເປັນ​ພຽງ​ແຕ່​ບັນຫາ​ຄົນ​ເຂົ້າ​ເມືອງ​ໄທ​ໂດຍຜິດ​ກົດໝາຍ​ເທົ່າ​ນັ້ນ ຈຶ່ງ​ບໍ່ອານຸຍາດ​ ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ ຫລື ສຳນັກງານ​ທາດຫລວງ​ໃຫຍ່ ຜູ້​ລີ້​ໄພແຫ່ງອົງການສະຫະ​ປະຊາ​ຊາດ ຫລື UNHCR ນັ້ນ ​ເຂົ້າມາ​ຫຍຸ້ງ​ກ່ຽວ​ແຕ່​ຢ່າງ​ໃດ.

XS
SM
MD
LG