ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານພູຕິນ ຊົມເຊີຍທ່ານໂອບາມາ ທີ່ໄດ້ຍົກເລີກ ແຜນການສ້າງ ຣະບົບຕໍ່ຕ້ານລູກສອນໄຟ ໃນຢູໂຣບ


ຣະບົບຕໍ່ຕ້ານລູກສອນໄຟ: ນາຍົກຣັຖມຸນຕຣີ ຣັດເຊັຽ ທ່ານ VLADIMIR PUTIN ກ່າວວ່າ ການຕັດສິນໃຈ ຂອງປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ທີ່ຈະຍົກເລີກແຜນ ການສ້າງ ຣະບົບຕໍ່ຕ້ານລູກສອນໄຟ ທີ່ໂປແລນ ແລະສາທາຣະນະຣັດເຊັກນັ້ນ ເປັນການຕັດສິນ ໃຈທີ່ຖືກຕ້ອງ ແລະກ້າຫານ. ໃນການກ່າວ ຄຳ ປາສັຍທາງໂທຣະພາບ ໃນວັນສຸກ ມື້ນີ້ ທ່ານ PUTIN ເວົ້າວ່າ ທ່ານຫວັງວ່າ ມາຕການອື່ນໆ ກ່ຽວກັບການປັບປຸງ ຄວາມສັມພັນ ລະຫວ່າງປະ ເທດທັງສອງ ຈະຕິດຕາມມາ. ປະທານາທິບໍດີ OBAMA ໄດ້ປະກາດ ໃນມື້ວານນີ້ວ່າ ທ່ານໄດ້ຍົກເລີກ ແຜນການສ້າງ ຣະບົບຕໍ່ຕ້ານ ລູກສອນໄຟ ໃນເຂດພາກກາງ ຂອງຢູໂຣບ ເພື່ອເຫັນພ້ອມ ກັບອັນທີ່ທ່ານເອີ້ນວ່າ ວິທີການໃໝ່ ໃນການປ້ອງກັນ ສະຫະຣັດ ແລະພັນທະມິດ ນາໂຕ້. ທ່ານເວົ້າວ່າ ວິທີການໃໝ່ນີ້ ຈະເປັນວິທີການປ້ອງກັນ ທີ່ເຂັ້ມແຂງກວ່າ ສລາດກວ່າ ແລະໄວກວ່າ ແລະເປັນຣະບົບທີ່ ຄວາມສາມາດ ໄດ້ຮັບການພິສູດ ແລະຄຸ້ມຄ່າ. ເລຂາທິການໃຫຍ່ ຂອງອົງການນາໂຕ້ ທ່ານ ANDERS FOGH RASMUSSEN ກ່າວໃນມື້ວານນີ້ວ່າ ແຜນການປ້ອງກັນ ລູກສອນໄຟໃໝ່ ຂອງວໍຊິງຕັນ ຈະບໍ່ເຮັດໃຫ້ ການປ້ອງກັນປະເທດ ຂອງພັນທະມິດ ປະເທດໃດ ມີຄວາມອ່ອນແອ.

ອີຣ່ານ: ປະທານາທິບໍດີອີຣ່ານ ທ່ານ MAH MOUD AHMADINEJAD ອີກຄັ້ງນຶ່ງເອີ້ນ ການສັງຫານໝູ່ຊາວຢິວ ໃນສມັຍ ຮິດເລີ້ນັ້ນ ວ່າເປັນການຕົວະລ່າຍຂອງປະເທດຕາເວັນຕົກ ທີ່ແນໃສ່ ເພື່ອຈະໃຊ້ເປັນຂໍ້ອ້າງ ໃນການສ້າງ ຕັ້ງປະເທດອິສຣາແອລ ຂອງຊາວຢິວຂຶ້ນມາ. ທ່ານ AHMADINEJAD ໃຫ້ທັສນະດັ່ງກ່າວ ໃນວັນສຸກມື້ນີ້ ຂະນະທີ່ ຊາວອີຣ່ານຈຳນວນ ຫລາຍສິບພັນຄົນ ພາກັນລົງຖນົນຫົນທາງ ໃນນະຄອນຫລວງເຕຫະຣ່ານ ໃນການໂຮມ ຊຸມນຸມ ປະຈຳປີ ທີ່ໄດ້ຮັບ ການອຸບປະຖັມ ໂດຍຣັຖບານເພື່ອສະແດງ ຄວາມສນັບສນຸນ ຕໍ່ຊາວປາແລສໄຕນ໌ແລະປະນາມອິສຣາແອລ. ປະທານາທິບໍດີອີຣ່ານ ເອີ້ນການສັງຫານໝູ່ຊາວ ຢິວ ໃນສມັຍຮິດເລີ້ນັ້ນວ່າ ເປັນພຽງນິທານ ແລະການຂີ້ຕົວະ ທີ່ພິສູດບໍ່ໄດ້ ທີ່ແນໃສ່ ເພື່ອໃຫ້ການຊຸກຍູ້ ສນັບສນຸນອິສຣາແອລ. ກຸ່ມຝ່າຍຄ້ານ ກໍໄດ້ເຂົ້າຮ່ວມ ໃນການໂຮມຊຸມນຸມມື້ນີ້ ທັງໆທີ່ໄດ້ຮັບການ ເຕືອນ ຈາກກຳລັງ ຮັກສາຄວາມສະງົບ ບໍ່ໃຫ້ມາຍຸ່ງກ່ຽວ. ພວກນັກເຄື່ອນໄຫວຝ່າຍຄ້ານ ໄດ້ສວຍໃຊ້ ການໂຮມຊຸມນຸມ ຂນາດໃຫຍ່ດັ່ງກ່າວນີ້ ປະທ້ວງການເລືອກເອົາ ທ່ານ AHMADINEJAD ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ຕື່ມອີກ.

ຕາເວັນອອກກາງ: ທູດພິເສດ ຮັບຜິດຊອບ ກ່ຽວກັບພາກຕາເວັນອອກກາງຂອງສະຫະຣັດ ທ່ານ GEORGE MITCHELL ໄດ້ເດີນທາງ ໄປມາ ລະຫວ່າງ ນະຄອນເຈຣູຊາແລັມ ແລະ ເມືອງ RAMALLAH ໃນເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ໃນການເຈຣະຈາຫາຣືກັບ ຜູ້ນຳອິສຣາແອລ ແລະປາແລສໄຕນ໌ໃນຄວາມ ພະຍາຍາມ ເພື່ອຈະໃຫ້ມີການບັນລຸ ຂໍ້ຕົກ ລົງສັນຕິພາບ ໃນພາກຕາເວັນອອກກາງ. ເຈົ້າໜ້າທີ່ ໃກ້ຊິດ ກັບອະດີດສະມາຊິກ ສະພາສູງຂອງສະຫະຣັດ ທ່ານນີ້ກ່າວວ່າ ທ່ານ MITCHELL ໄດ້ພົບປະ ກັບນາຍົກຣັຖມຸນຕຣີ ອິສຣາແອລ ທ່ານ BENJAMIN NETANYAHU ໃນຕອນເຊົ້າມື້ນີ້ ຕໍ່ຈາກນັ້ນ ກໍເດີນທາງໄປຍັງ ເມືອງ RAMALLAH ເພື່ອຫາຣື ກັບປະທານາທິບໍດີ ປາແລສໄຕນ໌ ທ່ານ MAHMOUD ABBAS. ເຈົ້າໜ້າທີ່ ອິສຣາແອລ ກ່າວວ່າ ຫລັງຈາກນັ້ນ ທ່ານ MITCHELL ກໍຈະພົບປະເປັນຄັ້ງທີ 2 ກັບທ່ານ NETANYAHU. ສະຫະຣັດ ກຳລັງພະຍາຍາມ ຊອກຫາຊ່ອງທາງ ເພື່ອຢາກຈັດ ກອງປະຊຸມສາມຝ່າຍ ກັບພວກຜູ້ນຳ ປາແລສໄຕນ໌ ແລະອິສຣາແອລ ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ຊຶ່ງຈະມີຂຶ້ນ ໃນອາທິດໜ້ານີ້.

ປາກິສຖານ: ການໂຈມຕີສະລະຊີບ ດ້ວຍຣົດ ຣະເບີດ ເຮັດໃຫ້ມີຜູ້ເສັຽຊີວິດຢ່າງນ້ອຍ 25 ຄົນ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ໃກ້ບໍຣິເວນຊາຍແດນທີ່ຕິດກັບ ອັຟການິສຖານ. ເຫດຣະເບີດໄດ້ເກີດຂຶ້ນທີ່ຕລາດແຄມທາງແຫ່ງ ນຶ່ງ ນອກເມືອງ KOHAT ໃນຕອນເຊົ້າ ຂອງ ວັນສຸກມື້ນີ້. ຕຳຣວດກ່າວວ່າ ມີຫ້າງຮ້ານຫຼາຍ ຫລັງແລະຣົດຫລາຍຄັນ ໄດ້ຖືກທຳລາຍດ້ວຍ ເຫດຣະເບີດ ດັ່ງກ່າວ. ການໂຈມຕີ ທີ່ວ່ານີ້ ແມ່ນຄັ້ງທີ 2 ພາຍໃນເວລາ 2 ມື້ ທີ່ເມືອງ ນ້ອຍໆ. ໃນມື້ວານນີ້ ມີຫລາຍໆຄົນ ໄດ້ຮັບບາດເຈັບ ເວລາຣະເບີດ ໄດ້ແຕກຂຶ້ນ ຢູ່ນອກຮ້ານ ຂາຍເຄື່ອງແຫ່ງນຶ່ງ. ປະຊາຊົນ ໃນເມືອງ KOHAT ສ່ວນໃຫຍ່ແລ້ວ ນັບຖືສາສນາອິສລາມ ນິກາຍຊີໄອທ໌ ແຕ່ພົລເມືອງ ປາກິສຖານສ່ວນໃຫຍ່ ນັບຖືສາສນາອິສລາມ ນິກາຍຊຸນນີ່ ຂະນະທີ່ ກຸ່ມທາລີບານ ແລະພວກຫົວຮຸນແຮງ ມຸສລິມຈຸອື່ນໆ ໄດ້ແຊກຊຶມເຂົ້າໄປ ໃນເຂດທີ່ມີ ຄວາມຫລໍ່ແຫຼມດັ່ງກ່າວ. ເຄີຍມີປະວັດ ຄວາມຮຸນແຮງມາແລ້ວ ລະຫວ່າງພວກຊຸນນີ່ ແລະພວກຊີໄອທ໌ ຢູ່ໃນເຂດນີ້. ຣັຖບານປາກິສຖານ ໄດ້ເລີ້ມທຳການ ບຸກໂຈມຕີ ໃນທ້າຍເດືອນເມສາຜ່ານມາ ເພື່ອກວດລ້າງ ພວກຫົວຮຸນແຮງ ອອກໄປຈາກເຂດດັ່ງກ່າວ.

ເກົາຫລີເໜືອ: ສື່ມວນຊົນຂອງທາງການຈີນ ລາຍງານວ່າ ຜູ້ນຳຂອງ ເກົາຫລີເໜືອ ທ່ານ KIM JONG IL ກ່າວວ່າ ທ່ານເຕັມໃຈທີ່ຈະ ເຂົ້າຮ່ວມ ທັງການເຈຣະຈາ 2 ຝ່າຍ ແລະ ການເຈຣະຈາຫລາຍຝ່າຍ ກ່ຽວກັບໂຄງການ ນິວເຄລັຽ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງຂອງ ເກົາຫລີເໜືອ. ອົງການຂ່າວຊິນຫວາ ຂອງ ທາງການຈີນ ແຈ້ງວ່າ ທ່ານ KIM ໄດ້ກ່າວຕໍ່ ທ່ານ DAI BINGGUO ທູດພິເສດຂອງຈີນ ທີ່ກຳລັງຢ້ຽມຢາ ມເກົາຫຼີເໜືອ ໃນວັນສຸກມື້ນີ້ວ່າ ເກົາຫລີເໜືອ ຈະສືບຕໍ່ ດຳເນີນການ ໄປສູ່ເປົ້າໝາຍ ໃຫ້ແຫລມເກົາຫລີ ເປັນເຂດປອດ ອາວຸດນິວເຄລັຽ. ອົງການຂ່າວຊິນຫວາ ເວົ້າວ່າ ທ່ານ KIM ໄດ້ກ່າວຕໍ່ ເຈົ້າໜ້າທີ່ຈີນ ທ່ານນີ້ວ່າ ປະເທດຂອງທ່ານ ເຕັມໃຈທີ່ຈະແກ້ໄຂ ບັນຫາຕ່າງໆ ດ້ວຍການ ເຈຣະຈາສອງຝ່າຍ ແລະການ ເຈຣະຈາຫລາຍຝ່າຍ. ທ່ານ DAI ເດີນທາງໄປຢ້ຽມຢາມ ເກົາຫລີເໜືອ ໃນອາທິດນີ້ ໃນຖານະ ທູດພິເສດ ຂອງປະທານ ປະເທດຈີນ ທ່ານ HU JINTAO. ຈີນເປັນພັນທະມິດ ທີ່ສຳຄັນ ຂອງເກົາຫລີເໜືອ ແລະເປັນເຈົ້າພາບ ຈັດການເຈຣະຈາ ປົດອາວຸດ 6 ຝ່າຍ ທີ່ເລີ້ມມາແຕ່ປີ 2003.

ມຽນມາ: ສານແຫ່ງນຶ່ງຂອງມຽນມາ ໄດ້ຮັບຟັງ ການຂໍອຸທອນ ຈາກພວກທະນາຍຂອງທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ກ່ຽວກັບການຕັດສິນ ໃຫ້ທ່ານນາງມີຄວາມຜິດ ທາງອາຍາເມື່ອໄວໆມານີ້. ທ່ານ NYAN WIN ທະນາຍຄວາມຂອງຈຳເລີຍ ກ່າວຕໍ່ພວກນັກ ຂ່າວ ກ່ອນການຮັບຟັງ ກ່ຽວກັບການຂໍອຸທອນ ທີ່ສານເຂດ ໃນນະຄອນຢ່າງກຸ້ງ ໃນວັນສຸກ ມື້ນີ້ວ່າ ທ່ານມີຄວາມເຊື່ອໝັ້ນວ່າ ການຂໍອຸທອນ ທີ່ວ່ານີ້ ແມ່ນອີງຕາມ ຂໍ້ໂຕ້ແຍ້ງ ທາງກົດໝາຍ ທີ່ສົມເຫດສົມຜົນ. ເຈົ້າໜ້າທີ່ ໄດ້ປະຕິເສດ ຕໍ່ການຮ້ອງຂໍ ຂອງທ່ານນາງ ອອງຊານ ຊູຈີ ທີ່ຢາກໄປຮ່ວມ ຮັບຟັງການຂໍອຸທອນ ໃນມື້ນີ້. ບົດບັນນາທິການ ຂອງໜັງສືພິມ ທາງການມຽນມາ ຫລາຍໆສະບັບ ໃນມື້ວານນີ້ ໄດ້ກ່າວປ້ອງກັນ ການຕັດສິນໃຈ ຂອງຣັຖບານ ໂດຍເວົ້າວ່າ ຈຳເລີຍບໍ່ມີສິດ ທີ່ຈະໄປຟັງ ຖ້າຜູ້ກ່ຽວ ຫາກຍັງ ຖືກໂທດຢູ່. ທ່ານນາງອອງຊານຊູຈີ ທີ່ໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນເດືອນແລ້ວນີ້ ຍ້ອນໄດ້ລະເມີດ ເງື່ອນໄຂ ໃນການກັກບໍຣິເວນ ທ່ານນາງ ເວລາທ່ານນາງ ອະນຸຍາດໃຫ້ ຊາວອະເມຣິກັນຄົນນຶ່ງ ພັກຢູ່ທີ່ເຮືອນ ຂອງທ່ານນາງ ທີ່ຕັ້ງຢູ່ແຄມບຶງ ໃນນະຄອນ ຢ່າງກຸ້ງນັ້ນ ເປັນເວລາ 2 ມື້ ໃນເດືອນພຶສະພາ ຜ່ານມາ ຫລັງຈາກຜູ້ກ່ຽວ ໄດ້ລອຍນ້ຳ ໄປທີ່ນັ້ນ ໂດຍບໍ່ໄດ້ຮັບ ການເຊື້ອເຊີນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG