ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ຈັບໂຄສົກຂອງກຸ່ມທາລີບານ ໃນເຂດຮ່ອມພູສວາທ


ປາກິສຖານ: ກອງທັບປາກິສຖານ ກ່າວວ່າ ຕົນໄດ້ຈັບ ຜູ້ນຳອະວຸໂສ ຂອງກຸ່ມທາລີບານ 5 ຄົນ ຮວມທັງ ຫົວໜ້າໂຄສົກ ຂອງກຸ່ມດັ່ງກ່າວ ໃນເຂດຮ່ອມພູສວາທ. ໂຄສົກຂອງກອງທັບປາ ກິສຖານ ທ່ານ ATHAR ABBAS ກ່າວໃນ ວັນສຸກມື້ນີ້ວ່າ ພວກຫົວຮຸນແຮງ 2 ຄົນທີ່ຖືກ ຈັບ ຄືນາຍ MUSLIM KHAN ຊຶ່ງເປັນໂຄສົກ ຂອງກຸ່ມທາລີບານ ແລະນາຍ MAHMOOD KHAN ຜູ້ບັນຊາການ ຂອງທາລີບານ ຕ່າງກໍມີ ຄ່າຫົວ ໃນການຈັບປະມານ 120 ພັນໂດລາ. ທ່ານ ABBAS ເອີ້ນການຈັບ ພວກຜູ້ນຳທາລີ ບານໃນຄັ້ງນີ້ວ່າ ເປັນການປະຕິບັດງານ ທີ່ສຳເຣັດຜົນ. ທ່ານບໍ່ໄດ້ ໃຫ້ລາຍລະອຽດໃດໆ ກ່ຽວກັບການຈັບກຸມ ແຕ່ໜັງສືພິມພາສາອັງກິດ ທີ່ສຳຄັນສະບັບນຶ່ງ ຂອງປາກິສຖານ ລາຍງານວ່າ ພວກຜູ້ຊາຍຈຸນີ້ ແມ່ນໄດ້ພົວພັນ ໃນການເຈຣະຈາ ສັນຕິພາບ ກັບຣັຖບານ. ຣັຖມຸນຕຣີກະຊວງພາຍໃນ ປາກິສຖານ ໄດ້ປະຕິເສດ ກ່ຽວກັບເຣື່ອງນີ້ ໂດຍເວົ້າວ່າ ທາງເລືອກທາງດຽວ ສຳລັບພວກທາລີບານ ກໍຄືຖືກຂ້າ ຫລືບໍ່ຖືກຈັບທໍ່ນັ້ນ. ຣັຖບານປາກິສ ຖານ ເລີ້ມເປີດສາກໂຈມຕີ ພວກທາລີບານ ໃນທ້າຍເດືອນເມສາຜ່ານມາ ໂດຍແນໃສ່ ເພື່ອທຳການກວດລ້າງ ພວກຫົວຮຸນແຮງ ໃຫ້ອອກໄປຈາກ ເຂດຮ່ອມພູສວາທ.

ວັນທີ 11 ກັນຍາ: ວັນສຸກມື້ນີ້ ເປັນວັນຄົບ ຮອບປີທີ 8 ໃນການໂຈມຕີ ສະຫະຣັດ ເມື່ອ ວັນທີ 11 ກັນຍາປີ 2001 ແລະໃນທົ່ວ ປະເທດ ຜູ້ຄົນກໍພາກັນ ລະລຶກເຖິງວັນດັ່ງກ່າວ ດ້ວຍ ການຈັດພິທີ ໄວ້ອາລັຍ ການສະລະເວລາ ເພື່ອເຮັດການ ອາສາສະມັກ ແລະຊັກທຸງຊາດ ຂຶ້ນເຄິ່ງເສົາ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ປະກາດໃຫ້ມື້ນີ້ ເປັນ ວັນໃຫ້ການບໍຣິການຮັບໃຊ້ ແລະວັນລະລຶກເຖິງ ປະຈຳປີ. ແຕ່ພວກຕຳໜິຕິຕຽນເວົ້າວ່າ ການປະ ກາດໃຫ້ວັນຄົບຮອບ ກ່ຽວກັບການໂຈມຕີ ເປັນວັນໃຫ້ການ ບໍຣິການຮັບໃຊ້ນັ້ນ ອາດຈະຫັນເຫ ຜູ້ຄົນໄປຈາກ ການລະລຶກເຖິງ ພວກເຄາະຮ້າຍ ທີ່ເສັຽຊີວີີດ ໃນການໂຈມຕີ. ທ່ານ OBAMA ມີກຳນົດ ທີ່ຈະໄປເປັນ ປະທານພິທີ ໄວ້ອາລັຍ ທີ່ຈັດຂຶ້ນຢູ່ ທີ່ທຳນຽບ 5 ແຈ ຂະນະທີ່ ຮອງປະທານາທິບໍດີ JOE BIDEN ຈະໄປກ່າວຄຳປາສັຍ ໃນພິທີຢູ່ນະຄອນນິວຢອກ ແລະອະດີດ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານ COLIN POWELL ກໍຈະເປັນ ຜູ້ປະກອບພິທີ ໃນພິທີໄວ້ອາລັຍ ທີ່ເມືອງ SHANKVILLE ໃນຣັດ PENNSYLVANIA. ທ່ານ POWELL ເປັນຣັຖມຸນຕຣີ ການຕ່າງປະເທດ ເວລາເຫດຮ້າຍດັ່ງ ກ່າວເກີດຂຶ້ນ.

ໃຕ້ຫວັນ: ສານແຫ່ງນຶ່ງຂອງໃຕ້ຫວັນ ໄດ້ຕັດ ສິນໂທດ ອະດີດປະທານາທິບໍດີ CHEN SHUI BIAN ໃຫ້ຈຳຄຸກ ຕລອດຊີວິດ ໃນຂໍ້ຫາກ່ຽວກັບ ການສໍ້ຣາດບັງຫລວງ. ໂຄສົກຂອງສານ ໃນເຂດ ນະຄອນຫລວງໄທເປ ທ່ານ HUANG CHUN MING ກ່າວວ່າ ນາງ WU SHU-CHEN ພັລຍາຂອງທ່ານ CHEN ທີ່ນັ່ງລໍ້ຄົນພິການນັ້ນ ກໍໄດ້ຖືກຕັດສິນໂທດ ໃຫ້ຈຳຄຸກ ຕລອດຊີວິດຄື ກັນ. ທ່ານ HUANG ເວົ້າວ່າ ສານໄດ້ຕັດສິນ ໂທດໜັກທີ່ສຸດ ສຳລັບທ່ານ CHEN ກໍຍ້ອນ ທ່ານ ໄດ້ສ້າງຄວາມເສັຽຫາຍຮ້າຍແຮງ ໃຫ້ແກ່ໃຕ້ຫວັນ. ອະດີດ ຜູ້ນຳວັຍ 58 ປີ ຂອງໃຕ້ຫວັນທ່ານນີ້ ຖືກພົບເຫັນວ່າ ມີຄວາມຜິດ 6 ກະທົງ ແລະພັລຍາຂອງທ່ານ ໄດ້ຖືກປັບໃໝ ຫລາຍກວ່າ 15 ລ້ານໂດລາ. ທ່ານ CHEN ທີ່ໂຕ້ແຍ້ງວ່າ ທ່ານບໍ່ມີຄວາມຜິດນັ້ນ ບໍ່ໄດ້ໄປຮ່ວມການ ຕັດສິນໂທດໃນມື້ນີ້ ທີ່ໄດ້ມີການພົບເຫັນວ່າ ທ່ານໄດ້ສໍ້ໂກງເງິນ ຫລາຍກວ່າ 3 ລ້ານໂດລາ ຈາກກອງທຶນພິເສດ ຂອງປະທານາທິບໍດີ ໃນລະຫວ່າງ ທີ່ທ່ານດຳຣົງ ຕຳແໜ່ງເປັນ ປະທານາທິບໍດີແຕ່ປີ 2000 ຫາ 2008.

ອີຣັກ: ເອກອັຄຣັຖທູດ ສະຫະຣັດ ປະຈຳອີຣັກ ທ່ານ CHRISTOPHER HILL ກ່າວວ່າ ເຖິງແມ່ນ ການກໍ່ຄວາມຮຸນແຮງ ໄດ້ມີເພີ້ມຂຶ້ນ ເມື່ອໄວໆມານີ້ ແຕ່ວໍຊິງຕັນ ກຳລັງດຳເນີນການ ໄປຕາມເປົ້າໝາຍ ໃນການຖອນ ກຳລັງສູ້ຣົບ ທັງໝົດຂອງຕົນ ອອກ ຈາກອີຣັກ ພາຍໃນເດືອນສິງຫາ ປີ 2010. ໃນການ ໃຫ້ການຕໍ່ຣັຖສະພາ ສະຫະຣັດມື້ວານນີ້ ທ່ານ HILL ກ່າວວ່າ ການໂຈມຕີເຫລົ່ານີ້ ແມ່ນເປັນ ການດຳເນີນ ຄວາມພະຍາຍາມ ເພື່ອບ່ອນທຳລາຍ ຕໍ່ປະຊາຊົນອີຣັກ ຂະນະທີ່ ກຳລັງທະຫານ ສະຫະຣັດ ມີການຖອນອອກ ເທື່ອລະເລັກລະນ້ອຍ ຈາກອີຣັກ ພາຍໃຕ້ໝາຍກຳນົດການ ຂອງປະທານາທິບໍດີ BA-RACK OBAMA. ພາຍໃຕ້ຂໍ້ຕົກລົງ ອີກສະບັບນຶ່ງ ທີ່ໄດ້ບັນລຸກັນ ລະຫວ່າງ ຣັຖບານອີຣັກ ແລະ ຣັຖບານຂອງ ອະດີດປະທານາທິບໍດີ BUSH ນັ້ນ ກຳລັງຂອງ ສະຫະຣັດທັງໝົດ ຮວມທັງ ກຳລັງສນັບສນຸນ ຈະຕ້ອງໄດ້ຖອນ ອອກຈາກອີຣັກ ພາຍໃນປີ 2011. ເອກອັຄຣັຖທູດ HILL ກ່າວວ່າ ອີຣ່ານຍັງສືບຕໍ່ ແຊກແຊງເຂົ້າ ໃນການເມືອງພາຍໃນ ຂອງອີຣັກ ແລະໃຫ້ການຊ່ອຍເຫລືອ ທາງດ້ານອາວຸດ ແກ່ກຸ່ມຫົວຮຸນແຮງ ຕ່າງໆໃນອີຣັກ. ທ່ານກ່າວວ່າ ເຕຫະຣ່ານ ຈຳເປັນຕ້ອງໄດ້ ໃຫ້ການເຄົາຣົບ ຕໍ່ອະທິປະໄຕ ຂອງອີຣັກ ດີກວ່າທີ່ເປັນຢູ່ ໃນເວລານີ້.

ຈີນ - ຊີນຈຽງ: ເຈົ້າໜ້າທີ່ຈີນກ່າວວ່າ ມີການ ຈັບກຸມ ຜູ້ຕ້ອງສົງສັຍຈຸໃໝ່ 9 ຄົນ ທີ່ແຂວງຊິນ ຈຽງໃນພາກ ຕາເວັນຕົກຂອງຈີນ ຂະນະທີ່ປາ ກົດວ່າ ການໂຈມຕີດ້ວຍເຂັມ ໄດ້ແຜ່ຣະບາດ ອອກໄປ ນອກນະຄອນຫລວງ ຂອງເຂດດັ່ງກ່າວແລ້ວ. ໜັງສືພິມ CHINA DAILY ຂອງທາງການຈີນ ລາຍງານວ່າ ມີ 6 ຄົນໄດ້ຖືກຈັບ ໃນອາທິດນີ້ ທີ່ເມືອງ HOTAN 2 ຄົນ ທີ່ເມືອງ ALTAY ແລະຜູ້ນຶ່ງ ທີ່ເມືອງ KASHGAR. ນັບແຕ່ ອາທິດແລ້ວນີ້ ເປັນຕົ້ນມາ ມີລາຍງານວ່າ ຫລາຍກວ່າ 500 ຄົນທີ່ ນະຄອນຫຼວງອຸຣຸມຈີ ໄດ້ຖືກໂຈມຕີ ເຖິງແມ່ນວ່າ ມີພຽງແຕ່ປະມານ 100 ຄົນ ທີ່ໄດ້ສະແດງຫລັກຖານ ໃຫ້ເຫັນກ່ຽວກັບ ການຖືກແທງດ້ວຍເຂັມ. ໃນຕົ້ນເດືອນນີ້ ການໂຈມຕີທີ່ວ່ານີ້ ໄດ້ພາໃຫ້ມີ ການປະທ້ວງຄັ້ງໃຫຍ່ ຂອງຊາວຮັນ ຊຶ່ງເປັນຊົນ ກຸ່ມໃຫຍ່ຂອງຈີນ ເພື່ອຕໍ່ຕ້ານ ໃນອັນທີ່ ພວກປະທ້ວງເວົ້າວ່າ ຣັຖບານ ທີ່ບໍ່ມີສາມາດ ໃຫ້ການຄ້ຳປະກັນ ຄວາມປອດພັຍ ແກ່ພວກເຂົາເຈົ້ານັ້ນ. ເຈົ້າໜ້າທີ່ ແລະສື່ມວນຊົນ ຂອງທາງການຈີນ ໄດ້ຖີ້ມໂທດ ການໂຈມຕີ ທີ່ນະຄອນອຸຣຸມຈີ ໃສ່ພວກແບ່ງແຍກດິນແດນ ທີ່ຕັ້ງໃຈ ຈະທຳລາຍ ຄວາມສາມັກຄີ ລະຫວ່າງຊົນຊາດຊົນເຜົ່າ.

ຈີນ - ສະຫະຣັດ: ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ສະຫະຣັດແລະຈີນ ຈະເປີດການສົນທະ ນາຫາຣື ກ່ຽວກັບບັນຫາ ການຕໍ່ຕ້ານການກໍ່ການ ຮ້າຍພາຍໃນປີນີ້. ໃນການຖແລງ ທີ່ງານລ້ຽງຮັບ ຮອງອາຫານຄ່ຳ ເພື່ອຕ້ອນຮັບ ຫົວໜ້າຄະນະ ຜູ້ແທນຣັຖສະພາຂອງຈີນ ທ່ານ WU GANGGUO ໃນຄືນວານນີ້ ທ່ານນາງ CLINTON ກ່າວວ່າ ທັງສອງຝ່າຍ ຈຳເປັນຕ້ອງໄດ້ ຮ່ວມມືກັນ ກ່ຽວກັບເຣື່ອງຕ່າງໆ ໃນຂອບເຂດ ທີ່ກວ້າງຂວາງ. ທ່ານນາງເວົ້າວ່າ ນັ້ນແມ່ນຮວມທັງ ການປະເຊີນໜ້າ ທາງດ້ານນິວເຄລັຽ ກັບເກົາຫລີເໜືອ ແລະອີຣ່ານ ການປ່ຽນແປງ ຂອງດິນຟ້າອາກາດ ການແຜ່ຣະບາດ ຂອງພະຍາດໂຣຄາ ຕລອດທັງ ການຫລຸດຜ່ອນ ຄວາມທຸກຍາກ. ນອກນັ້ນ ທ່ານນາງ CLINTON ຍັງເວົ້າວ່າ ປະເທດທັງສອງ ຈະເປີດການ ສົນທະນາຫາຣືກັນ ກ່ຽວກັບການຕໍ່ຕ້ານ ພວກກໍ່ການຮ້າຍ ໃນໄລຍະ 2-3 ເດືອນຂ້າງໜ້າ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບວ່າ ຈະເປັນບັນຫາໃດ ທີ່ສະເພາະເຈາະຈົງ ທີ່ຈະມີ ການເຈຣະຈາຫາຣືກັນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG