ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີເໜືອຍົກເລີກຂໍ້ຈຳກັດຮັດແຄບທ່ີເຂັ້ມງວດໃນການໄປມາຂ້າມຊາຍແດນກັບເກົາຫລີໃຕ້


ສາຍ​ພົວພັນ​ລະຫວ່າງ​ສອງ​ເກົາຫລີ : ​ເກົາຫລີ​ເໜືອ​ໄດ້​ຍົກ​ເລີກ​ຂໍ້​ຈຳກັດ​ຮັດ​ແຄບ​ທ່ີ​ເຂັ້​ມງວດ​ ໃນ​ການ​ໄປມາ​ຂ້າມ​ຊາຍ​ແດນ​ກັບ​ເກົາຫລີ​ໃຕ້ ​ໂດຍ​ເຮັດ​ໃຫ້ການຫລັ່ງ​ໄຫລ​ຂອງສິນຄ້າ​ແລະ​ພະນັກງານ ໄປຍັງ​ແລະມາ​ຈາກ​ເຂດ​ອຸດສາຫະກັມ​ຮ່ວມ​ໃນ​ເກົາຫລີ​ເໜືອນັ້ນ ​ກັບ​ຄືນ​ສູ່​ສະພາບ​ປັກ​ກະຕິ. ໂຄສົກ​ຍິງ​ປະຈຳ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຂອງ​ເກົາຫລີ​ໃຕ້​ກ່າວ​ວ່າ ດ່ານ​ຊາຍ​ແດນ​ຈະ​ເປີດ​ ມື້​ນຶ່ງ 23​ເທື່ອ ​ ສຳລັບ​ການໄປມາຫາ ​ຍັງ​ເມືອງເກ​ຊອງ ຊຶ່ງ​ເພີ່ມ​ຂຶ້ນ​ຈາກ​ມື້​ລະ 6 ​ເທ່ືອ​ໃນ​ປັດຈຸບັນ​ນີ້. ໂຄສົກ​ຍິງ​ທ່ານ​ນີ້​ຍັງ​ເວົ້າ​ຕື່ມ​ວ່າ ຈະ​ບໍ່​ມີ​ການ​ຈຳກັດ​ຈຳນວນ​ຜູ້​ຄົນ​ແລະ​
ຍວດ​ຍານພາຫະນະ​ ທ່ີ​ຂ້າມ​ດ່ານ​ຊາຍ​ແດນ​ໃນ​ແຕ່ລະ​ເທື່ອ​ນັ້ນອີກ​ແລ້ວ. ​ເຂດ​ອຸດສາຫະກັມເກ​ຊອງ ເປັນ​ບ່ອນ​ຕັ້ງ​ໂຮງງານຂອງ​ພວກ​ນັກ​ລົງທຶນ​ຊາວ​ເກົາຫລີ​ໃຕ້ ​ ຈຳນວນປະມານ 110 ​ແຫ່ງ​ ທ່ີ​ວ່າ​ຈ້າງ​ຄົນ​ງານເກົາ ຫລີ​ເໜືອ​ປະມານ 40 ພັນ​ຄົນ. ການ​ເປີດ​ດ່ານ​ຂ້າມ​ຊາຍ​ແດນ​ທ່ີ​ວ່າ​ນີ້ ​ເປັນ​ນຶ່ງໃນຮ່ອງຮອຍ​ຫລາຍ​ຢ່າງທີ່​ພຽງ​ຢ້າງ​ໄດ້ສະ​ແດງອອກ ​ຫວ່າງ​ໄວໆ​ມານີ້ ​ໃນອັນທີ່​ເຫັນ​ໄດ້​ວ່າເປັນ​ ຄວາມ​ພະຍາຍາມ​ຢ່າງ​ຈະ​ແຈ້ງ​ເພື່ອ​ປັບປຸງ​ສາຍ​ພົວພັນ​ກັບກຸງ​ໂຊນ​ໃຫ້​ດີ​ຂຶ້ນ. ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເຣີ່ມຊຸດ​ໂຊ​ມລົງ​ໃນ​ຕົ້ນ​ປີກາຍ​ນີ້ ​ເວລາທ່ານ​ Lee Myung-bak ທ່ີ​ນິຍົມ​ແນວທາງ​ເດີມ ຂຶ້ນ​ດຳຣົງຕຳ​ແໜ່​ງປະທານາທິບໍດີ​ເກົາຫລີ​ໃຕ້.
ຈີນ​ແລະ​ໄຕ້​ຫວັນ: ພັກຣັຖບານ​ໄຕ້​ຫວັນ​ໃນ​ປັດຈຸບັນ​ກ່າວ​ວ່າ ຈີນ​ໄດ້ຍົກ​ເລີກ ຫລືບໍ່​ກໍ​ເລື່ອນ ເຫດການ​ຫລາຍ​ຢ່າງອອກ​ໄປ ​ຫລັງ​ຈາກ​ຣັຖບານ​ໄຕ​ເປ​ໄດ້​ຕັດສິນ​ໃຈ​ເຊື້ອ​ເຊີນ​ອົງ​ດາ​ໄລລາ​ມະ ຜູ້ນຳ​ດ້ານ​ຈິດ​ໃຈຂອງ​ຊາວທິ​ເບ​ດທ່ີ​ລີ້​ໄພ​ໃນ​ຕ່າງປະ​ເທດ​ ໄປ​ຢ້ຽມຢາມ​ເກາະ​ໄຕ້​ຫວັນ​ນັ້ນ. ​ທ່ານ​ນາງ Chen Shu-rong ໂຄສົກພັກ​ຈີນ​ຄນະ​ຊາດ ກ່າວວ່າ ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ອາວຸ​ໂສ​ຂອງ​ພົກ​ຄອມ​ມີ​ວນິດ​ຈີນ​ທ່ານ​ນຶ່ງ​ ຈາກ​ເມືອງຊຽງ​ໄຮ້ ​ແລະ​ຜູ້​ແທນ​ພັກ​ກຸ່ມ​ນຶ່ງ​ຈາກ​ເມືອງ Nanjing ຕ່າງ​ກໍໄດ້ລົບ​ລ້າງ​ແຜນ ການ​ໄປ​ຢ້ຽມຢາມ​ໄຕ້​ຫວັນ. ທ່ານ​ນາງ Chen ກ່າວ​ວ່າ ຍັງ​ບໍ່​ເປັນ​ທ່ີ​ແຈ້ງ​ຂາວ​ເທື່ອ​ວ່າ ການລົບ​ລ້າງ​ທ່ີ​ວ່າ​ນີ້​ແມ່ນ​ເປັນ​ຍ້ອນ​ການ​ຢ້ຽມຢາມ​ຂອງ​ອົງ​ດາ​ໄລລາ​ມະ​ຫລື​ບໍ? ແຕ່​ທ່ານ​ນາງ​ກ່າວ​ວ່າ ພັກ​ຈີນ​ຄນະ​ຊາດ​ໄດ້​ເພີ່ມ​ທະວີ​ການ​ຕິດ​ຕໍ່​ສື່ສານ​ກັນຫລາຍ​ຂຶ້ນ​ກັບ​ກຸງ​ປັກ​ກິ​ງ​ ເພື່ອ​ຜ່ອນ ຄາຍ​ຜົນ​ກະທົບ​ໃດໆ​ທ່ີ​ອາດ​ຈະ​ມີ​ຂຶ້ນ​ໄດ້​ນັ້ນ. ອົງ​ດາ​ໄລລາ​ມະ​ເດີນທາງ​ໄປ​ຮອດ​ໄຕ້​ຫວັນ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ໃນ ​ການສະເດັດ​ປະພາດ​ເພື່ອ​ປອບ​ໃຈ​ໃຫ້​ຄວາມ​ອົບ​ອຸ່ນ​ ແກ່​ພວກ​ທ່ີ​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ລົມ​ໄຕ້​ຟຸຸ່ນມໍຣະກົດ ຊຶ່ງ​ໄດ້​ປະ​ທະເກາະ​ໄຕ້​ຫວັນ​ໃນ​ເດືອນ​ແລ້ວ​ນີ້ ຍັງ​ຜົນ​ເຮັດ​ໃຫ້​ປະຊາຊົນ​ເສັຍ​ຊີວິດ ຫລື​ຫາຍ​ສາບ​ສູນ​ໄປ​ຈຳນວນ​ຫລາຍ​ກວ່າ 700 ຄົນ​ນັ້ນ. ຜູ້ນຳ​ດ້ານ​ຈິດ​ໃຈ​ຂອງຊາວ​ທິ​ເບ​ດທ່ີ​ກຳລັງ​ລີ້​ໄພ​ໃນ​ຕ່າງປະ​ເທດ ກ່າວ​ວ່າ ການ​ຢ້ຽມຢາມ​ຂອງ​ພຣະອົງ​ບໍ່​ມີ​ສ່ວນ​ພົວພັນ​ກັບ​ການ​ເມືອງ ​ແຕ່ທາງຈີນ ​ບໍ່​ເຫັນ​ພ້ອມນຳ​ການ​ກ່າວ​ອ້າງ​ຂອງ​ພຣະອົງ​.
ຄວາມ​ບໍ່​ສງົບ​ທ່ີ​ມຽນມ້າ : ທາງ​ການ​ຈີນ​ໄດ້​ເລີ່​ມມ້າງ​ຕູບ​ຜ້າ​ຕັ້ງ ​ທີ່​ໄດ້​ປຸກ​ໃຫ້​ຊາວ​ອົບ​ພະຍົບມຽນ ມ້າ​ຢູ່​ນັ້ນ ລົງ​ແລ້ວ ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທ່ີ​ອົບ​ພະຍົບຫລາຍ​ພັນ​ຄົນ​ພາ​ກັບ​ເດີນທາງ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ຫລັງ​ຈາກ ການ​ປະ​ທະ​ກັນ​ເປັນ​ເວລາ​ຫລາຍ​ມື້ ລະຫວ່າງ​ກຳລັງຝ່າຍຣັຖບານ​ແລະ ພວກ​ກະບົດ​ຊົນ​ກຸ່ມ​ນ້ອຍ ຍຸດຕິ​ລົງ. ຢ່າງ​ນ້ອຍ​ປະຊາຊົນ​ຈຳນວນ 30 ພັນ​ຄົນ ​ໄດ້ໜີອອກ​ຈາກ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ມຽນມ້າ​ໄປ​ອາ​ໄສ​ຢູ່​ໃນ​ປະ​ເທດ​ຈີນ​ໃນ​ວັນ​ເສົາ​ແລະ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ເພື່ອ​ຫລົບໜີ​ຈາກ​ການ​ສູ້ຣົບກັນ​ໃນ​ເຂດ Kokang ຊຶ່ງ​ເປັນ​ເຂດ​ຂອງ​ຊົນ​ເຜ່ົ່າ​ຈີນ​ໃນ ຣັດ Shan ຂອງ​ມຽນມ້າ. ຈີນ​ບໍ່​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ​ ຕົນ​ຖື​ວ່າພວກ​ຊາວ​ຈີນ​ແລະ ຊາວ​ມຽນມ້າທ່ີ​ຫລົບໜີ​ຈາກ​ເຂດ Kokang ​ເປັນ​ອົບ​ພະຍົບ ​ແຕ່​ກໍ​ໄດ້ ໃຫ້ການ​ຊ່ອຍ​ເຫລືອ​ເຂົ້າປາ​ອາຫານ​ແລະ​ນ້ຳ​ດື່ມ​ນ້ຳ​ໃຊ້​ ແລະ​ໃຫ້​ບ່ອນ ​ພັກ​ບ່ອນ​ເຊົາ ​ເປັນ​ເວລາ​ຊົ່ວຄາວ​ ແກ່​ເຂົາ​ເຈົ້າ.
ພວກ​ທ່ີ​ເດີນທາງ​ກັບ​ຄືນ​ສູ່​ບ້ານ​ເຮືອນ​ຂອງ​ຕົນ​ບາງ​ຄົນກ່າວ​ວ່າ ​ເຂົາ​ເຈົ້າ​ຍັງຢ້ານແລະ​ບໍ່​ໄວ້​ໃຈ​ຄຳ​ກ່າວ​ອ້າງ​ຂອງຣັຖບານ​ມຽນມ້າ​ ທ່ີ​ວ່າການ​ສູ້ຣົບ ກັນ​ໄດ້ຍຸດຕິ​ລົງ​ແລ້ວ​ນັ້ນ. ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຣັຖບານ​ກຸງ​ວໍ​ຊິງ​ຕັນ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລີກ​ເຊິ່ງ ກ່ຽວ​ກັບ​ຄວາມ​ຮຸນ ແຮງ​ທ່ີ​ວ່າ​ນີ້ ​ແລະ​ທ່ານ​ໄດ້​ຮຽກຮ້ອງຣັຖບານ​ທະຫານ​ມຽນມາ ໃຫ້​ທຳ​ການ​ໂອ້​ລົມສົນທະນາ​ກັນ​ກັບ​ພວກ​ກຸມ​ກະບົດ​ເຫລົ່າ​ນີ້ ຕລອດ​ທັງພັກ​ຝ່າຍຄ້ານ​ທ່ີ​ນິຍົມ​ລະບອບ​ປະຊາທິປະ​ໄຕ​ໃນ​ມຽນມ້າ​ນັ້ນ.
ກ່ຽວ​ກັບ​ຜູ້​ຊາຍອາ​ເມຣິກັນ​ທີ່ຮ່ວມ​ເພດ​ກັບ​ເດັກ ນ້ອຍໃນ​ກຳປູ​ເຈັຍ: ຜູ້​ຊາຍ​ອະ​ເມຣິກັນ 3 ຄົນ​ທ່ີ​ຖືກ​ເນຣະ​ເທດ​ອອກ​ຈາກ​ກຳປູ​ເຈັຍ​ໄດ້​ກັບ​ຄືນ​ໄປ​ຍັງຣັດ California ​ແລ້ວ​ເພື່ອ​ປະ​ເຊີນ​ກັບ​ຂໍ້​ຫາ​ຖານ​ຮ່ວມເພດ​ ກັບ​ເດັກນ້ອຍ​ກຳປູ​ເຈັຍ. ຊາຍ​ທັງ​ສາມ​ຄົນ​ນີ້​ເດີນທາງ​ໄປ​ຮອດ​ນະຄອນ Los Angeles​ ໃນ​ວັນ​ຈັນ​ວານ​ນີ້.
ຕຳຫລວດ​ກຳປູ​ເຈັຍໄດ້​ຈັບ​ກຸມ​ທັງ 3 ຄົນ​ ຄື​ນາຍ Ronald Boya-jian, Erik Peeters ​ແລະ Jack Sporich ​ໃນ​ເດືອນ​ກຸມພາປີ​ນີ້. ນາຍ Boyajian ຖືກ​ກ່າວ​ຫາ​ວ່າ ຮ່ວມ​ເພດ​ກັບ​ເດັກນ້ອຍ​ແມ່ຍິງ ວັຍ 10 ຂວບ ​ແລະ​ນາຍ Peeters ຖືກ​ກ່າວ​ຫາ​ວ່າ​ຈ່າຍ​ເງິນ​ໃຫ້ເດັກນ້ອຍ ​ຜູ້​ຊາຍ 3 ຄົນ​ເພື່ອ​ແລກປ່ຽນ​ກັບ​ການ​ຮ່ວມ​ເພດ. ຜູ້​ຊາຍ​ທັງ3 ຄົນ​ນີ້ ​ປະ​ເຊີນ​ກັບ​ການ​ຖືກ​ລົງ​ໂທດ​ຈຳ​ຄຸກ​ເຖິງ 30 ປີ​ ຖ້າ​ຫາກ​ຖືກສານ​ຕັດສິນ ວ່າ​ມີ​ຄວາມ​ຜິດ​ແທ້.
ທີ່​ອັຟກາ​ນີສຖານ: ທະຫານ​ສະຫະຣັດ 2 ຄົນ​ເສັຍ​ຊີວິດ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຢູ່ຄົນ​ລະ​ບ່ອນ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ​ໃນ​ວັນ​ຈັນ​ວານ​ນີ້ ​ເຮັດ​ໃຫ້​ເດືອນ​ສິງຫາ​ເປັນເດືອນ​ທ່ີ​ທະຫານ​ສະຫະຣັດ​ເສັຍ​ຊີວິດ​ ​ຫລາຍ​ທ່ີ​ສຸດ​ໃນ ​ອັຟກາ​ນີສຖານ ນັບແຕ່ຣັຖບານ​ພາຍ​ໃຕ້​ການ​ນຳພາ​ຂອງ​ກຸ່ມ​ຕາ​ລີ​ບັນ​ຖືກ​ຂັບໄລ່​ອອກ​ຈາກ​ປະ​ເທດ​ໃນ​ປີ 2001 ​ເປັນ​ຕົ້ນ​ມາ. ມີ​ທະຫານ​ອະ​ເມຣິກັນ​ຢ່າງ​ນ້ອຍ 47 ຄົນ​ເສັຍຊີວິດ​ໃນ​ເດືອນແລ້ວ​ນີ້ ​ສົມ​ທຽບ​ກັບ 44 ຄົນ​ໃນ​ເດືອນ​ກ່ອນ​ນັ້ນ. ການ​ເສັຍ​ຊີວິດ​ຄັ້ງ​ຫລ້າ​ສຸດ​ ​ແມ່ນ​ມີ​ຂຶ້ນ​ໃນມື້​ດຽວ​ກັນ​ກັບ​ທ່ີ​ຜູ້​ບັນຊາ​ການ ທະຫານ​ສະຫະຣັດ​ແລະ​ກຳລັງ​ກຸ່ມ​ເນ​ໂຕ​ໃນ​ອັຟກາ​ນີສຖານ​ກ່າວ​ວ່າ ສະຖານະ​ການ​ໃນ​ປະ​ເທດ​ກຳລັງ​ຮ້າຍ​ແຮງ​ຂຶ້ນ ​ແຕ່​ວ່າສົງຄາມ​ທ່ີ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 8 ປີນັ້ນ ຍັງ​ມີ​ທາງເອົາ​ຊະນະ​ໄດ້ຢູ່. ນາຍ​ພົນ Stanley McChrystal ຈາກກອງທັບ​ບົກ​ສະຫະຣັດ​ ໄດ້​ໃຫ້ການທົບ​ທວນຄືນ​ເບິ່ງ​ສະຖານະ​ການ​ ທີ່​ໃຜໆກໍ​ລໍຖ້າ​ຟັງ ກ່ຽວ​ກັບ​ສົງຄາມຕໍ່ຕ້ານ​ກຸ່ມ​ຕາ​ລີ​ບັນ​ແລະ​ເຄືອ​ຂ່າ​ນ al-Qaida ​ໃນ​ອັຟກາ​ນີສ ຖານນັ້ນ​ ໃນ​ວັນ​ຈັນ​ວານ​ນີ້.
ນາຍ​ພົນ McChrystal ກ່າວ​ວ່າ ສະຫະຣັດ​ແລະ​ພວກ​ປະ​ເທດ​ພັນທະ ມິດ​ຈະ​ຕ້ອງ​ໄດ້​ປ່ຽນ​ຍຸດທະວິທີ ​ແລະເພິ່ມທະວີ​ການ​ຮ່ວມ​ມື​ກັນຂື້ນ​ອີກ​ ເພື່ອ​ຫັນປ່ຽນທິດ​ທາງ​ຂອງສົງຄາມ​. ພ້ອມ​ດຽວ​ກັນ ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ຂຍາຍ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນີສຖານ​ອອກ​ອີກ ​ແລະ​ໃຫ້​ປ່ຽນ​ແປງປັບປຸງຍຸດ​ທະ​ສາດ​ໃນ​ການ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ນັ້ນ.

XS
SM
MD
LG