ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກໄວ້ທຸກ ໄປຢ້ຽມຄາຣະວະສົບ ມື້ລາງ ສະມາຊິກ ສະພາສູງ ເອັດເວິຣ໌ດ ເຄນເນດີ້


ສະຫະຣັດ - ເຄນເນດີ້: ພວກໄວ້ທຸກ ທີ່ມາ ຈາກທຸກທິດ ແລະຈາກທຸກອາຊີບວຽກງານໄດ້ພາ ກັນຍ່າງຜ່ານ ແລະຄາຣະວະສົບ ຂອງມື້ລາງສະ ມາຊິກສະພາສູງ EDWARD KENNEDY ເພື່ອໄວ້ອາລັຍ ເປັນເທື່ອສຸດທ້າຍ ໃຫ້ແກ່ສະມາ ຊິກ ຣັຖສະພາ ທີ່ມີອິດທິພົນ ແລະສະມາຊິກ ຄົນສຸດທ້າຍ ຂອງຜູ້ນຳທາງການເມືອງ ຈາກຕະກຸນ KENNEDY ໃນຮຸ້ນນີ້. ມີຫລາຍໆພັນຄົນ ໄດ້ພາກັນຢືນເຂົ້າແຖວ ເພື່ອໄປຢ້ຽມສົບ ສະມາຊິກສະພາສູງ KENNEDY ທີ່ຫໍສະມຸດແລະຫໍພິພິທພັນ ປະທານາທິບໍດີ JOHN F. KENNEDY ຊຶ່ງເປັນອ້າຍຂອງທ່ານ ຢູ່ນະຄອນບອສຕັນ ຣັດ MASSACHUSETTS. ຫລັງຈາກ ການຢ້ຽມສົບ ສິ້ນສຸດລົງ ກໍຈະມີການຈັດພິທີີໄວ້ອາລັຍ ທີ່ບໍ່ມີການເປີດກວ້າງ ຢູ່ທີ່ຫໍສະມຸດດັ່ງກ່າວ. ກ່ອນໜ້ານີ້ ປະຊາຊົນ ຈຳນວນຫລາຍພັນຄົນ ໄດ້ພາກັນຢືນລຽງລາຍ ຢູ່ຕາມແຄມຖນົນຫົນທາງ ໃນມື້ວານນີ້ ເພື່ອເບິ່ງຂະບວນຣົດ ທີ່ໄດ້ແຫ່ສົບ ສະມາຊິກສະພາສູງ KENNEDY ໄປຍັງຫໍພິພິທພັນ ຈາກເຮືອນຂອງທ່ານ ທີ່ເມືອງ HYANNIS PORT.

ອັຟການິສຖານ: ມີລາຍງານວ່າ ການພົບປະ ແລະຮັບປະທານ ອາຫານທ່ຽງຮ່ວມກັນ ລະ ຫວ່າງທ່ານ HAMID KARZAI ປະທານາ ທິບໍດີ ອັຟການິສຖານ ທີ່ສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງຕື່ມອີກ ແລະທູດພິເສດ ຂອງສະ ຫະຣັດ ທ່ານ RICHARD HOLBROOKE ນັ້ນ ໄດ້ເຮັດໃຫ້ທ່ານ KARZAI ໂມໂຫ ເວ ລາທ່ານ HOLBROOKE ໄດ້ຍົກເອົາເຣື່ອງ ການປ່ອນບັດ ທີ່ຜິດຣະບຽບ ແລະການສໍ້ໂກງ ຄະແນນ ຂຶ້ນມາສົນທະນາຫາຣືກັນ. ເຈົ້າໜ້າທີ່ ຄົນນຶ່ງ ຂອງສະຫະຣັດ ກ່າວວ່າ ນຶ່ງມື້ ຫລັງຈາກການເລືອກຕັ້ງ ປະທານາທິບໍດີ ອັຟການິສຖານ ໃນວັນທີ 20 ສິງຫາ ທ່ານ HOLBROOKE ໄດ້ຮຽກຮ້ອງ ໃຫ້ທ່ານ KARZAI ເຄົາຣົບນັບຖື ຂັ້ນຕອນການເລືອກຕັ້ງ ບໍ່ວ່າຜົນຈະອອກມາ ເປັນແນວໃດ ຫລືວ່າ ການເລືອກຕັ້ງຮອບສອງ ມີຄວາມຈຳເປັນຫລືບໍ່? ເຈົ້າໜ້າທີ່ເວົ້າວ່າ ທ່ານ KARZAI ໄດ້ສະແດງອອກ ດ້ວຍຄວາມໂມໂຫ ໂຄສົກຍິງຄົນນຶ່ງ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ໄດ້ປະຕິເສດ ຕໍ່ລາຍງານຂ່າວທີ່ວ່າ ທ່ານ KARZAI ໄດ້ຍ່າງອອກ ຈາກບ່ອນປະຊຸມ ແລະພ້ອມນັ້ນ ໂຄສົກກໍໄດ້ກ່າວຢ້ຳ ເຖິງຖແລງ ຂ່າວກ່ອນໜ້ານີ້ ເຖິງທ່າທີທີ່ເປັນກາງ ຂອງຣັຖບານ ສະຫະຣັດ ກ່ຽວກັບຜົນ ຂອງການເລືອກຕັ້ງ.

ເກົາຫລີ: ເກົາຫລີເໜືອແລະເກົາຫຼີໃຕ້ ໄດ້ຕົກ ລົງທີ່ຈະຈັດໃຫ້ມີ ການພົບປະຮອບໃໝ່ ຂອງບັນ ດາຄອບຄົວ ທີ່ພັດພາກຈາກກັນ ລະຫວ່າງສອງ ເກົາຫລີ ໃນເດືອນໜ້ານີ້ ຊຶ່ງເປັນການພົບພໍ້ ເທື່ອທຳອິດ ໃນຮອບເກືອບ 2 ປີ. ເກົາຫລີທັງສອງ ໄດ້ບັນລຸການຕົກລົງກັນ ໃນມື້ວານນີ້ ລຸນຫລັງການເຈຣະຈາ ເປັນເວລາ 3 ມື້ ທີ່ພູ KUMGANG ບ່ອນຕາກອາກາດ ໃນເກົາຫລີເໜືອ. ທັງສອງຝ່າຍເວົ້າວ່າ ຕົນໄດ້ຕົກລົງ ຈະຈັດໃຫ້ມີີ ການພົບພໍ້ກັນ ເປັນເວລາ 6 ມື້ ທີ່ຈະມີຄອບຄົວ ເຂົ້າຮ່ວມທັງໝົດ 200 ຄອບຄົວ. ການພົບພໍ້ທີ່ວ່ານີ້ ຈະເລີ້ມຂຶ້ນ ໃນວັນທີ 26 ກັນຍາ ບໍ່ດົນກ່ອນ ວັນ CHUSEOK ຫລືວັນຂອບຄຸນພຣະເຈົ້າ ຂອງເກົາຫລີ ຊຶ່ງເປັນນຶ່ງ ໃນວັນພັກ ທີ່ສຳຄັນທີ່ສຸດ 2 ມື້ໃນເກົາຫລີ. ການຕົກລົງດັ່ງກ່າວ ແມ່ນຮ່ອງຮອຍຫລ້າສຸດ ທີ່ສະແດງໃຫ້ເຫັນເຖິງ ການຫລຸດຜ່ອນ ຄວາມເຄັ່ງຕຶງ ລະຫວ່າງເກົາຫລີທັງ 2 ຫລັງຈາກໄດ້ມີ ຄວາມເຄັ່ງຕຶງ ມາເປັນເວລາປີກວ່າໆ. ການພົບພໍ້ ຂອງຄອບຄົວທີ່ພັດພາກກັນ ເທື່ອລ່າສຸດ ມີຂຶ້ນໃນເດືອນຕຸລາ ປີ 2007. ຊາວເກົາຫລີ ຫລາຍລ້ານຄອບຄົວ ໄດ້ພັດພາກຈາກກັນ ໃນປາງສົງຄາມເກົາຫລີ ທີ່ສິ້ນສຸດລົງ ດ້ວຍຂໍ້ຕົກລົງຢຸດຍິງ ບໍ່ແມ່ນ ຂໍ້ຕົກລົງສັນຕິພາບ ໃນປີ 1953.

ມຽນມາ - ອົພຍົບ: ເຈົ້າໜ້າທີ່ຈີນ ກ່າວວ່າ ມີພົລເຮືອນ ຊາວມຽນມາ ໃນຈຳນວນເພີ້ມຂຶ້ນ ໄດ້ພາກັນ ຂ້າມຊາຍແດນ ເຂົ້າໄປໃນປະເທດ ຈີນເພື່ອຫຼົບໜີການສູ້ຣົບລະຫວ່າງທະຫານຣັຖ ບານ ແລະພວກກະບົດ ໃນພາກເໜືອຂອງມຽນ ມາ. ແຕ່ທ່ານ YU CHUNYAN ໂຄສົກຂອງ ຣັຖບານ ແຂວງຢຸນນານ ກ່າວຕໍ່ໜັງສືພິມ GLOBAL TIMES ຂອງຈີນວ່າ ເປັນການຍາກຫລາຍ ທີ່ຈະກະປະມານ ຈຳນວນອັນແທ້ຈິງ ຂອງຊາວ ມຽນມາ ທີ່ໄດ້ຂ້າມຊາຍແດນ ເຂົ້າໄປໃນຈີນ. ທ່ານ YU ເວົ້າວ່າ ອົພຍົບ ໃນເຂດພາກຕາເວັນຕົກສຽງໃຕ້ ຂອງແຂວງຢຸນນານ ທີ່ມີຊາຍແດນ ຕິດກັບເມືອງ NANSAN ກຳລັງໄດ້ຮັບ ການຊ່ອຍເຫຼືອ ທາງດ້ານ ມະນຸສທັມ. ສື່ມວນຊົນຂອງຈີນ ລາຍງານວ່າ ໃນຮອບ 3 ອາທິດ ຜ່ານມານີ້ ມີຊາວມຽນມາ ຢ່າງນ້ອຍ 10 ພັນຄົນ ໄດ້ຂ້າມຊາຍແດນ ເຂົ້າໄປໃນເຂດພາກໃຕ້ ຂອງແຂວງຢຸນນານຂອງຈີນ. ໜັງສືພິມ GLOBAL TIMES ລາຍງານວ່າ ຈີນໄດ້ເພີ້ມ ກຳລັງຕຳຣວດ ປະກອບອາວຸດ ຢູ່ຕາມບໍຣິເວນຊາຍແດນ ທີ່ຕິດກັບມຽນມາ ເພື່ອປ້ອງກັນບໍ່ໃຫ້ ການສູ້ຣົບ ລາມເຂົ້າໄປ ໃນດິນແດນຂອງຕົນ ແລະກະຊວງ ການຕ່າງປະເທດ ສະຫະຣັດ ກໍກ່າວວ່າ ຕົນກຳລັງຕິດຕາມເບິ່ງ ການເຄື່ອນໄຫວດັ່ງກ່າວນີ້ ຢູ່ໃນຂົງເຂດ.

ມຽນມາ - ຊູຈີ: ພວກທະນາຍຄວາມຂອງ ທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ກ່າວວ່າ ເຂົາເຈົ້າຈະຂໍອຸທອນຕໍ່ ການຕັດສິນຂອງສານເມື່ອໄວໆມານີ້ ທີ່ຕໍ່ອາ ຍຸການກັກບໍຣິເວນ ຂອງທ່ານນາງ ຕື່ມອີກ 1 ປີເຄິ່ງນັ້ນ. ທ່ານ NYAN WIN ນຶ່ງໃນພວກ ທະນາຍຄວາມ ກ່າວຕໍ່ພວກນັກຂ່າວ ໃນວັນ ພະຫັດ ວານນີ້ວ່າ ການຂໍອຸທອນ ຈະຍື່ນໃນອາທິດໜ້ານີ້ ທີ່ສານໃນເຂດ ນະຄອນຢ່າງກຸ້ງ. ສານພິເສດ ທີ່ຄຸກ INSEIN ຊຶ່ງຕັ້ງຢູ່ນອກ ນະຄອນຢ່າງກຸ້ງ ໄດ້ປະກາດ ໃນວັນທີ 11 ສິງຫາ ຜ່ານມານີ້ວ່າ ທ່ານນາງອອງຊານ ຊູຈີ ມີຄວາມຜິດ ໃນການລະເມີດເງື່ອນໄຂ ການກັກບໍຣິເວນ ທ່ານນາງກ່ອນນີ້ ເວລາທ່ານນາງ ໃຫ້ບ່ອນພັກເຊົາ ແກ່ຊາວອະເມຣິກັນຄົນນຶ່ງ ທີ່ໄດ້ຢ້ຽມເຮືອນ ຂອງທ່ານນາງ ໂດຍບໍ່ໄດ້ຮັບ ອະນຸຍາດ. ຊາວອະເມຣິກັນຄົນນີ້ ແມ່ນນາຍ JOHN YETTAW ໄດ້ຖືກຕັດສິນ ໂທດຈຳຄຸກ ອອກແຮງງານໜັກ ເປັນເວລາ 7 ປີ ຢູ່ໃນມຽນມາ ແຕ່ໄດ້ຖືກເນຣະເທດ ໃນສັບປະດາແລ້ວ ຫຼັງຈາກສະມາຊິກ ສະພາສູງ ສະຫະຣັດ JIM WEBB ເດີນທາງໄປຢ້ຽມຢາມ ປະເທດມຽນມາ.

ໄທ: ສານຂອງໄທໄດ້ຕັດສິນໂທດ ນັກເຄື່ອນໄຫວ ທາງການເມືອງ ທີ່ສຳຄັນຄົນນຶ່ງ ໃຫ້ຈຳຄຸກ ເປັນເວ ລາຍາວນານ ຍ້ອນໄດ້ໃຫ້ຄວາມເຫັນທີ່ເຫັນວ່າເປັນ ການໝິ່ນປມາດ ຕໍ່ຣາຊວົງ ຂອງກະສັດໄທ. ສານ ຂອງໄທໄດ້ຕັດສິນໂທດ ໃນມື້ວານນີ້ ໃຫ້ນາງ DARANEE CHARNCHOENGSILPAKUL ຈຳຄຸກເປັນເວລາ 18 ປີ ຍ້ອນໄດ້ລະເມີດ ກົດໝາຍວ່າດ້ວຍ ການໝິ່ນປມາດກະສັດ. ນາງໄດ້ຖືກພົບເຫັນວ່າ ມີຄວາມຜິດ 3 ກະທົງດ້ວຍກັນ ໃນການໝິ່ນປມາດກະສັດ ຊຶ່ງແຕ່ລະກະທົງ ມີໂທດຈຳຄຸກ 6 ປີ. ນາງ DARANEE ຊຶ່ງເປັນຜູ້ສນັບສນຸນ ອະດີດນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ຢ່າງແຂງຂັນ ທີ່ຮູ້ກັນໃນນາມ “ດາຕໍປີໂດ” ນັ້ນ ໄດ້ເຂົ້າຄຸກ ມາຕັ້ງແຕ່ປີກາຍ ຍ້ອນການກ່າວໂຈມຕີ ໃນລະຫວ່າງ ການໂຮມຊຸມນຸມ ສນັບສນຸນ ທ່ານທັກສິນ. ການດຳເນີນຄະດີ ຂອງນາງ ຊຶ່ງເລີ້ມມາແຕ່ ເດືອນມິຖຸນາ ໄດ້ມີການປິດລັບ ຍ້ອນເຫດຜົນ ທາງດ້ານຄວາມໝັ້ນຄົງແຫ່ງຊາດ ຊຶ່ງເປັນການເຄື່ອນໄຫວ ທີ່ໄດ້ຮັບ ການຕຳໜິຕິຕຽນ ຈາກອົງການ ນິຣະໂທດກັມສາກົນ ແລະກຸ່ມປົກປ້ອງ ສິດທິມະນຸດອື່ນໆ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG