ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອັຟການິສຖານ ຈະເປີດເຜີຍ ຜົນການເລືອກຕັ້ງບາງສ່ວນ ໃນວັນ ອັງຄານໜ້າ


ອັຟການິສຖານ: ຄະນະກັມມະການເລືອກຕັ້ງ ໃນອັຟການິສຖານ ກ່າວວ່າ ຕົນຈະເປີດເຜີຍ ຜົນການນັບ ຄະແນນສຽງບາງສ່ວນ ຈາກການ ເລືອກຕັ້ງ ປະທານາທິບໍດີ ໃນສັບປະດາແລ້ວ ໃນວັນອັງຄານອາທິດ​ໜ້າ ແຕ່ຜົນການນັບຄະ ແນນສຽງຂັ້ນຕົ້ນ ຢ່າງຄົບຖ້ວນ ໃນທົ່ວປະເທດ ຈະຕ້ອງໄດ້ມີການລໍຖ້າຕື່ມອີກ 10 ມື້. ຂະນະທີ່ ຜູ້ຄົນ ກຳລັງລໍຖ້າຟັງ ຜົນການນັບຄະແນນສຽງ ຢ່າງເປັນທາງການຢູ່ນັ້ນ ຣັຖມຸນຕຣີກະຊວງການ ເງິນ ອັຟການິສຖານທ່ານ HAZRAT OMR ZAKHIWAL ໄດ້ກ່າວອ້າງວ່າ ການ​ເລືອກ​ຕັ້ງ ເປັນໄຊຊະນະຢ່າງຈະແຈ້ງ ຂອງປະທານາທິບໍດີ HAMID KARZAI. ທ່ານ ZAKHIWAL ກ່າວ ໃນມື້ວານນີ້ວ່າ ປະທານາທິບໍດີ KARZAI ໄດ້ ຮັບຄະແນນສຽງ 68%. ແຕ່ໂຄສົກ ຂອງຄູ່ແຂ່ງ ທີ່ສຳຄັນສຸດ ຂອງທ່ານ KARZAI ຄືອະດີດຣັຖມຸນຕຣີ ການຕ່າງປະເທດ ABDUALLAH ABDULLAH ໄດ້ປະຕິເສດ ຕໍ່ການກ່າວອ້າງ ທີ່ວ່ານີ້. ​ໃນດ້ານການເມືອງນັ້ນ ທູດພິເສດ ຂອງອົງການ ສະຫະປະຊາຊາດ ປະຈຳອັຟການິສຖານ ທ່ານ KAI EIDE ໄດ້ຮ້ອງຂໍ ໃຫ້ອົດທົນ ຂະນະທີ່ເຈົ້າໜ້າທີ່ ອັຟການິສຖານ ພວມສືບສວນເບິ່ງ ການກ່າວຫາ ກ່ຽວກັບການສໍ້ໂກງ ຄະແນນສຽງ.

ປະເທດໄທ - ຣະເບີດ: ເຈົ້າໜ້າທີ່ໄທກ່າວ ວ່າ ພວກທີ່ສົງສັຍວ່າ ເປັນກະບົດມຸສລິມ ໃນ ເຂດພາກໃຕ້ ທີ່ວຸ້ນວາຍຂອງໄທ ໄດ້ທຳການ ໂຈມຕີ ດ້ວຍຣະເບີດຣົດ ໃນວັນອັງຄານມື້ນີ້ ຢູ່ນອກຮ້ານອາຫານແຫ່ງນຶ່ງ ທີ່ແອອັດໄປດ້ວຍ ພະນັກງານຣັຖບານເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ຢ່າງນ້ອຍ 42 ຄົນ. ເຈົ້າໜ້າທີ່ເວົ້າວ່າ ຣະເບີດ ໄດ້ເຊື່ອງໄວ້ໃນຣົດພິກອັຟຄັນນຶ່ງ ແລະຄົນ​ຮ້າຍບີບຄະນວນໃຫ້ແຕກຂຶ້ນໃນບໍຣິເວນ ໃຈກາງເມືອງ ນະຣາທິວາດ ໃນຕອນກິນເຂົ້າທ່ຽງ. ມີຜູ້ເສັຽຊີວິດໄປແລ້ວ ປະມານ 3 ພັນ 700 ຄົນ ນັບແຕ່ການກໍ່ກະບົດ ແບ່ງແຍກດິນແດນ ໄດ້ເລີ້ມຂຶ້ນເມື່ອ 5 ປີກ່ອນ ຢູ່ທີ່ຈັງຫວັດ ນະຣາທິວາດ ປັດຕະນີ ແລະຢະລາ.

ປະເທດໄທ - ການເມືອງ: ນາຍົກຣັຖມຸນ ຕຣີໄທໄດ້ເຕືອນ ໃນວັນອັງຄານມື້ນີ້ວ່າ ທ່ານ ຈະນຳໃຊ້ ກົດໝາຍວ່າດ້ວຍ ຄວາມໝັ້ນຄົງ ພາຍໃນ ທີ່ເຄັ່ງຄັດ ເພື່ອຮັບມືກັບ ແຜນການ ປະທ້ວງຄັ້ງໃຫຍ່ ຂອງພວກເສື້ອແດງ ຊຶ່ງເປັນ ພວກຕໍ່ຕ້ານຣັຖບານ ທີ່ບາງກອກ ໃນວັນອາທິດຈະມານີ້. ພວກສນັບສນຸນ ອະດີດນາຍົກຣັຖມຸນຕຣີທັກສິນ ຊິນນະວັດ ກຳລັງກະກຽມ ທີ່ຈະຈັດ ການໂຮມຊຸມນຸມ ໃນວັນອາທິດຈະມາ ເພື່ອຊຸກຍູ້ໃຫ້ ນາຍົກຣັຖມຸນຕຣີອະພິຊິດ ເວດຊາຊີວະ ຍຸບຄະນະຣັຖບານ ແລະຮຽກໃຫ້ມີ ການເລືອກຕັ້ງໃໝ່. ທ່ານອະພິຊິດ ກ່າວຕໍ່ພວກນັກຂ່າວວ່າ ຄະນະຣັຖບານຂອງທ່ານ ໄດ້ຕົກລົງ ທີ່ຈະນຳໃຊ້ ກົດໝາຍວ່າດ້ວຍ ການຮັກສາຄວາມໝັ້ນຄົງພາຍໃນ ​ເລີ້ມ​ແຕ່ວັນເສົາຈະມາ ໄປຈົນຮອດວັນທີ 1 ກັນຍາ. ກົດໝາຍດັ່ງກ່າວນີ້ ອະນຸຍາດໃຫ້ ກຳລັງຮັກສາຄວາມສະງົບ ປະກາດຫ້າມ ອອກນອກເຮືອນ ແລະຈຳກັດການເຄື່ອນ​ໄຫວ​ໄປມາ ໃນສະຖານະການ ທີ່ເຫັນວ່າ ເປັນພັຍອັນຕະລາຍ ຕໍ່ຄວາໝັ້ນຄົງແຫ່ງຊາດ.

ເກົາຫລີໃຕ້ - ຈະຣວດ: ເກົາຫລີໃຕ້ໄດ້ຍິງ ຈະຣວດ ເພື່ອສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນ ໃນວັນອັງຄານມື້ນີ້ ແຕ່ປາກົດວ່າ ດາວທຽມ ສັງເກດການ ທີ່ຖືກສົ່ງຂຶ້ນໄປນັ້ນ ບໍ່ໄດ້ໄປເຖິງ ວົງໂຄຈອນ ຕາມທີ່ຕັ້ງໃຈໄວ້. ທ່ານ AHN BYONG-MAN ຣັຖມຸນຕຣີ ກະຊວງສຶກສາ ວິທຍາສາດ ແລະເທັກໂນໂລຈີຂ ອງເກົາຫລີໃຕ້ ກ່າວຕໍ່ພວກນັກຂ່າວວ່າ ພວກນັກວິທຍາສາດ ເກົາຫຼີໃຕ້ ແລະຣັດເຊັຽ ກຳລັງທຳການສຶກສາເບິ່ງ ບັນຫາດັ່ງກ່າວຢູ່ ​ແຕ່ບໍ່ໄດ້ເວົ້າວ່າ ພວກເຂົາເຈົ້າ ຈະສາມາດ ແກ້ບັນຫານີ້ ໄດ້ຫລືບໍ່. ການຍິງຈະ ຣວດ ຂອງເກົາຫລີໃຕ້ ຊຶ່ງຣັດເຊັຽ ເປັນຜູ້ຊ່ອຍ ສ້າງນັ້ນ ໄດ້ມີການເລື່ອນເວລາ ມາແລ້ວຫລາຍໆເທື່ອ. ການຍິງຈະຣວດ ​ໃນ​ມື້​ນີ້ ຈາກສູນກາງ ອະວະກາດ NARO ທີ່ຕັ້ງຢູ່ ທາງທິດໃຕ້ ຂອງກຸງໂຊລນັ້ນ ແມ່ນນັບເປັນເທື່ອທຳອິດ ທີ່ເກົາຫຼີໃຕ້ ໄດ້ສົ່ງດາວທຽມ ພາຍໃນປະເທດ ຂຶ້ນສູ່ວົງໂຄຈອນ ຢູູ່ໃນດິນແດນ ຂອງຕົນເອງ. ກ່ອນນີ້ ເກົາຫລີໃຕ້ ໄດ້ສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນ ຈາກສູນກາງສົ່ງ ໃນຕ່າງປະເທດ ​ໂດຍໃຊ້ຈະຣວດ ຂອງຕ່າງປະເທດ ນຳສົ່ງ​ຂື້ນ.

ເກົາຫລີເໜືອ - ນິວເຄລັຽ: ລາຍງານຂ່າວ ຈາກເກົາຫລີໃຕ້ ແຈ້ງວ່າ ເກົາຫລີເໜືອໄດ້ເຊື້ອ ເຊີນໃຫ້ທູດພິເສດຂອງສະຫະຣັດ ເດີນທາງໄປ ຢ້ຽມຢາມຄອມມູນິສເກົາຫລີເໜືອໃນເດືອນໜ້າ ເພື່ອເຈຣະຈາຫາຣື ກ່ຽວກັບໂຄງການ ສ້າງອາ ວຸດນິວເຄລັຽ. ຖ້າລາຍງານຂ່າວ ຂອງສື່ມວນຊົນ ເກົາຫລີໃຕ້ ຫາກຖືກຕ້ອງ ການເດີນທາງຂອງ ທູດພິເສດ ສະຫະຣັດ ຮັບຜິດຊອບ ເຣື່ອງເກົາຫລີເໜືອ ທ່ານ STEVEN BOSWORTH ກໍຈະເປັນຂີດໝາຍ ໃນການເຈຣະຈາ ກ່ຽວກັບນິວເຄລັຽ ຢ່າງເປັນທາງການ ເທື່ອທຳອິດ ລະຫວ່າງວໍຊິງຕັນ ແລະພຽງຢາງ ພາຍໃຕ້ຣັຖບານ ຂອງປະທານາທິບໍດີ ທ່ານ OBAMA. ສະຖານທູດ ສະຫະຣັດທີ່ກຸງໂຊລ ຍັງບໍ່ທັນໃຫ້ຄວາມເຫັນໃດໆ ກ່ຽວກັບລາຍງານຂ່າວ ທີ່ວ່ານີ້. ໃນມື້ວານນີ້ ສະຫະຣັດ ໄດ້ສະແດງຄວາມຊົມເຊີຍ ການຕິດຕໍ່ ໃນລະດັບສູງ ລະຫວ່າງເກົາຫລີເໜືອ ກັບເກົາຫລີໃຕ້ ແຕ່ກ່າວວ່າ ບໍ່ໄດ້ມີການ​ທຳຄວາມກ້າວໜ້າໃດໆ ກ່ຽວກັບການຍຸຕິໂຄງການ ສ້າງອາວຸດນິວເຄລັຽ ຂອງເກົາຫລີເໜືອ.

ອົງການຊີໄອເອ: ຫົວໜ້າກະຊວງຍຸຕິທັມ ສະຫະຣັດ ໄດ້ຕັດສິນໃຈ ທີ່ຈະທຳການສືບສວນຄືນໃໝ່ ກ່ຽວກັບ ການສອບປາກຄຳ ຜູ້ຕ້ອງສົງສັຍວ່າ ເປັນຜູ້ກໍ່ການຮ້າຍ ໃນລະຫວ່າງຣັຖບານ ຂອງອະດີດ ປະທານາທິບໍດີ GEORGE W BUSH. ຣັຖມຸນຕຣີ ກະຊວງຍຸຕິທັມ ສະຫະຣັດທ່ານ ERIC HOLDER ກ່າວໃນມື້ວານ ນີ້ວ່າ ໄອຍະການ JOHN DURHAM ຈະທຳການ ສືບສວນເບິ່ງວ່າ ເຈົ້າໜ້າທີ່ ຂອງອົງການ ສືບລັບຊີໄອ ເອ ໄດ້ລະເມີດ ກົດໝາຍຫລືບໍ່ ເວລາສອບປາກຄຳ ພວກທີ່ສົງສັຍວ່າ ເປັນຜູ້ກໍ່ການຮ້າຍ. ໃນມື້ວານນີ້ ອົງການສືບລັບ ຊີໄອເອ ຊື່​ງຖືກກົດດັນ ທາງ​ດ້ານກົດໝາຍ ຈາກສະຫະພັນ ອິສຣະພາບ ພົລເຮືອນອະເມຣິກັນ ໄດ້ນຳອອກເຜີຍແຜ່ ລາຍງານສະບັບນຶ່ງ ຊຶ່ງກ່ອນໜ້ານີ້ ຖືເປັນລາຍງານປິດລັບ ກ່ຽວກັບການ ສອບປາກຄຳ. ລາຍງານເວົ້າວ່າ ການສອບປາກຄຳ ໃນບາງຄັ້ງຄາວໄດ້ໃຊ້ເທັກນິກ ທີ່ບໍ່ໄດ້ຮັບອະນຸຍາດ ຍ້ອນພວກເຂົາເຈົ້າເຊື່ອວ່າ ຜູ້ຕ້ອງສົງສັຍ ບໍ່ຍອມເວົ້າຄວາມຈິງ. ລາຍງານຊຶ່ງ​ເຮັດ​ແລ້ວ ໃນປີ 2004 ແນະໃຫ້ເຫັນວ່າ ການໃຊ້ວິທີສອບປາກຄຳ ທີ່ຮຸນແຮງ ບໍ່ໄດ້ພາໃຫ້ໄດ້ຮັບ ຂໍ້ມູນ ທີ່ເປັນປະໂຍດ ແຕ່ປະການໃດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG