ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟິລິບປິນເປັນພັນທະມິດທີ່ສຳຄັນຂອງສະຫະລັດ


<!-- IMAGE -->

ສາທາລະນະລັດຟິລິປປິນເປັນປະເທດພັນທະມິດທີ່ໄກ້ຊິດຂອງສະຫະລັດ ມາເປັນ ເວລາດົນນານ.ສາຍສຳພັນລະວ່າງສະຫະລັດ ແລະຟິລິປປິນແມ່ນຕັ້ງຢູ່ເທິງ ພື້ນຖານແຫ່ງຄວາມໝັ້ນໝາຍທີ່​ມີ​ຮ່ວມກັນ ຕໍ່​ການ​ສ້າງສັນຕິພາບ ຄວາມ ຈະເລີນຮຸ່ງເຮືອງ ຫລື​ວັທະນາ​ຖາວອນ ແລະຄຸນຄ່າປະຊາທິປະໄຕ ຕລອດທັງສາຍ​ພົວພັນ​ອັນກວ້າງຂວາງລະ​ວ່າງປະຊາຊົນຂອງພວກເຮົາ.

ປະເທດທັງສອງມີປະວັດການແຫ່ງຄວາມຮ່ວມມືກັນມາເປັນເວລາດົນ ນານແລ້ວ.ພວກສະຖາບັນຕ່າງໆແລະລະ ບອບການປົກຄອງທີ່​ມີ​ຜູ້​ແທນຕາງໜ້າ​ປະຊາຊົນ ຂອງຟິລິປປິນນັ້ນ ​ແມ່ນ​ຕັ້ງຂື້ນ​ມາ​ຕາມ​ແບບ​ຢ່າງຂອງສະ​ຖາ​ບັນ​ແລະ​ລະບອບ​ປົກຄອງ​ຂອງ​ສະຫະລັດ. ເຫລົ່າທະຫານຂອງທັງສອງປະເທດ ໄດ້ທຳການຕໍ່ສູ້ຄຽງ​ບ່າ​ຄຽງ​ໄຫລ່​ກັນຢູ່ໃນ ສະນາມລົບໃນປາງສົງຄາມໂລກຄັ້ງທີ່ສອງ.ແລະນັບຕັ້ງແຕ່ປີ 2002 ເປັນຕົ້ນມາ​ແລ້ວ ປະເທດທັງສອງ​ແມ່ນໄດ້ ຮ່ວມມືກັນ ຕໍ່ສູ້ປາບປາມພວກກໍ່ການ ຮ້າຍໃນຟິລິປປິນ ຊຶ່ງ​ໄດ້ເປັນບັນຫາທີ່ສ້າງຄວາມເປັນຫ່ວງ ຢູ່ໃນປະ​ເທດ ເກາະດອນ​ແຫ່ງ​ນັ້ນມາເປັນເວລາດົນນານ

ດ້ວຍການຊ່ວຍເຫລືອທາງທະຫານ ​ໃນດ້ານການເຝິກອົບຮົມແລະ ເຄຶ່ອງອຸປກອນ ຂອງສະຫະລັດນັ້ນ ກອງທັບ ຟິລິປປິນກໍໄດ້ເລີ່ມທຳຄວາມກ້າວໜ້າ ​ໃນການ​ປາບ ພວກກຸ່ມກໍ່ການຮ້າຍທັງຫລາຍ ທີ່ປະຕິບັດການຢູ່ໃນຫລາຍໆ ເກາະທາງ​ພາກ​ໃຕ້ ຂອງປະ​ເທດ ໂດຍສາມາດຍັບຍັ້ງການຂົ່ມຂູ່ຂອງ​ພວກ​ເຂົາ ​ແລະໄດ້ສັງຫານ ຫລືບໍ່​ກໍຈັບກຸມ ພວກຫົວຮຸນແຮງໄດ້ຫລາຍສິບຄົນ

ເມື່ອໝໍ່ໆມານີ້ ປະທານາທິບໍດີ ຟິລິປປິນ ທ່ານນາງກລໍຣິອາ ມາກາ ປາກາລ ອາ​ໂຣຍໂຢ ​ໄດ້ເປັນຜູ້ນຳຄົນທຳອິດ ຈາກຂົງເຂດເອເຊຍຕາ ເວັນອອກສ່ຽງໃຕ້ ທີ່ໄດ້ໄປຢ້ຽມຢາມທຳນຽບຂາວ ນັບຕັ້ງແຕ່ປະທານາ ທິບໍດີບາຣັກ ໂອບາມາ ຂື້ນດຳລົງຕຳແໜ່ງປະທານາທິບໍດີຂອງສະຫະ ລັດໃນເດືອນມັງກອນປີນີ້.ປະທານາທິບໍດີໂອບາມາ ໄດ້ສະແດງຄວາມຊົມ​ເຊີຍຕໍ່ປະທານາທິບໍດີ ອາ​ໂຣຍໂຢ ໃນຄວາມສຳເລັດຂອງລັດຖະບານຂອງທ່ານນາງໃນ ການຕໍ່ສູ້​ກັບພວກກໍ່ການຮ້າຍແລະ​ໃນການເອົາບາດກ້າວເມື່ອໝໍ່ໆມານີ້ ເພື່ອຮື້​ຟື້ນການເຈລະຈາສັນຕິພາບຄືນໃໝ່ ກັບກຸ່ມແນວ​ໂຮມປົດປ່ອຍອິສລາມໂມໂຣ ຫລື Moro Islamic Liber-ation Front ເອີ້ນ​ຫຍໍ້​ວ່າ MILF ໃນເກາະມິນດານາວຂອງຟິລິປປິນ ນັ້ນ.ນອກຈາກນີ້ແລ້ວ ປະທານາທິບໍດີໂອບາມາ ຍັງໃຫ້ຂໍ້ສັງເກດວ່າ ສະຫະລັດແມ່ນມີຄວາມກະຕືລືລົ້ນ ທີ່ຈະປະຕິບັດງານກັບຟິລິປປິນ ໃນຕຳ​ແໜ່ງ​ໃໝ່ຂອງຟິລິປປິນ ໃນຖານະ​ເປັນປະເທດ ປະສານງານຂອງສະຫະລັດ ກັບສະມາຄົມກຸ່ມປະເທດເອເຊຍຕາເວັນອອກສ່ຽງໄຕ້ ຫລື ອາຊຽນ ຊຶ່ງຟິລິປປິນເປັນສະມາຊິກກໍ່ຕັ້ງປະ​ເທດ​ນື່ງນັ້ນ. ໃນ​ຕຳ​ແໜ່​ງທີ່​ວ່ານີ້ ຟິລິປປິນແມ່ນຢູ່ໃນຖານະທີ່ຈະສາມາດ ຫລີ້ນບົດບາດທີ່ສຳຄັນຫລາຍຂື້ນໃນຂົງເຂດນີ້ ແລະຈະເປັນຜູ້ມີບົດບາດຕົວສຳຄັນ ໃນຂະນະທີ່ສະຫະລັດສືບຕໍ່​ການເຂົ້າພົວພັນກັບ ບັນດາປະເທດສະມາຊິກຂອງສະມາຄົມອາຊຽນ. ນອກຈາກນີ້ແລ້ວ ຄົນຟິລິປປິນ ຄືເອກ ອັກຄະລັດຖະທູດລີບຣານ ກາບັກຕູລານ ກໍ​ໄດ້ຈະເປັນປະທານຂອງກອງປະຊຸມ ທົບທວນຄືນ​ເບີ່​ງສົນທິສັນຍາ ຫ້າມແຜ່ຜາຍນີວເຄລຍປະຈຳປີ 2010 ຊຶ່ງສົນທິສັນຍາ ສະບັບນີ້ ເປັນປັດ​ໃຈອັນສຳຄັນໃນການສ້າງຄວາມເຂັ້ມ ແຂງໃຫ້​ແກ່ການ​ປະຕິບັດ​ງານ​ຕໍ່ຕ້ານ​ການ​ແຜ່ຜາຍ​ອາວຸດນີວເຄລຍ ອັນເປັນວັດຖຸປະສົງອັນສຳຄັນຂອງລັດຖະບານ​ຂອງສອງປະເທດເຮົາ

ປະທານາທິບໍດີ ໂອບາມາ ກ່າວວ່າ “ຄວາມສຳພັນລະວ່າງສະຫະລັດ ແລະຟິລິປປິນ ນັ້ນ ​ແມ່ນຍ້ອນ​ຫລັງຄືນ​ໄປຫລາຍ…ປີ ມັນເປັນມິດຕະພາບທີ່ຖືກຫລໍ່ຫລອມຂື້ນ​ມາ ບໍ່ແມ່ນແຕ່ໃນສົນທິສັນຍາຕ່າງໆໃນ ຄວາມສຳພັນດ້ານ ການຄ້າ ແລະດ້ານການ ທະຫານພຽງເທົ່ານັ້ນ ແຕ່ຍັງ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ແຂງ​ແຮງ​ຍິ່ງຂື້ນ ຍ້ອນ​ສາຍ​ພົວພັນ​ອັນ​ແໜ້ນ​ແຟ້ນ ລະ​ວ່າງປະເທດຂອງພວກເຮົາທັງສອງ ແລະດັ່ງນັ້ນ ພວກເຮົາຈະ ມີລາຍ ການປະຕິບັດ​ງານ​ຮ່ວມ​ກັນ​ທີ່ໜັກໜ່ວງ ເພື່ອລົດຜ່ອນພັຍຂົ່ມຂູ່ຂອງອາວຸດ ນີວເຄລຍຕ່າງໆ ພ້ອມ​ກັບປັບປຸງການເປັນພາຄີກັນແບບຫລາຍຝ່າຍ ໃນຂົງເຂດເອເຊຍ ທີ່ສາມາດສ້າງໃຫ້​ມີ ຄວາມໝັ້ນຄົງ ແລະຄວາມຈະເຣີນຮຸ່ງເຮືອງ ວັທະນາ​ຖາ​ອວອນ ທີ່ຍິ່ງໃຫຍ່ ຫລາຍຂື້ນສຳຫລັບໝົດ​ທຸກປະເທດ.

XS
SM
MD
LG