ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກູ້ພັຍ ຊ່ອຍຊີວິດຊາວໃຕ້ຫວັນ 700 ຄົນ ຫລັງຈາກເກີດ ລົມໄຕ້ຝຸ່ນມໍຣະກົດ


ເອເຊັຽ - ໄຕ້ຝຸ່ນ: ເຈົ້າໜ້າທີ່ໃຕ້ຫວັນ ກ່າວວ່າ ພວກກູ້ພັຍ ໄດ້ຊ່ອຍ 700 ຄົນ ຈາກຢ່າງນ້ອຍ 3 ບ້ານ ທີ່ຖືກດິນ ເຈື່ອນລົງມາຖົມ ຍ້ອນລົມໄຕ້ຝຸ່ນ ມໍຣະກົດ. ຫລາຍໆຄົນ ເປັນພວກທີ່ ລອດຊີວິດມາໄດ້ ຈາກບ້ານ SHIAO LIN ໃນ ເຂດເມືອງກາວຊຸງ ທາງພາກໃຕ້ ຂອງເກາະໃຕ້ຫວັນ. ພວກກູ້ພັຍ ໄດ້ຊອກຄົ້ນຫາ ພວກທີ່ລອດຊີວິດມາໄດ້ ແລະນຳເອົາ ເຄື່ອງບັນເທົາທຸກ ໄປຊ່ອຍເຂດ ທີ່ປະສົບພັຍ ຊຶ່ງໄດ້ຖືກຕັດຂາດ ຈາກໂລກພາຍນອກ ຫລັງຈາກ ດິນເຈື່ອນລົງ​ມາ ທຳລາຍຖນົນຫົນທາງ ແລະຂົວແຫ່ງຕ່າງໆ. ຈຳນວນຜູ້ເສັຽຊີວິດ ຍ້ອນລົມໄຕ້ຝຸ່ນ ມໍຣະກົດ ທີ່ໄດ້ພັດຖລົ່ມ ເກາະໃຕ້ຫວັນ ໃນມື້ວັນສຸກ ແລະວັນເສົາແລ້ວ ເວລານີ້ມີຢູ່ 63 ຄົນ ແລະອີກ 61 ຄົນ ຫາຍສາບສູນ. ມີຫລາຍເຖິງ 600 ຄົນ ຢ້ານວ່າຈະເສັຽຊີວິດ ຍ້ອນດິນເຈື່ອນ ທີ່ໄດ້ທຳລາຍ ເຮືອນຊານບ້ານຊ່ອງ ຂອງປະຊາຊົນ. ຕໍ່​ມາໃນມື້ວັນອາທິດ ໄຕ້ຝຸ່ນມໍຣະກົດ ໄດ້ພັດເຂົ້າຖລົ່ມ ພາກຕາເວັນອອກຂອງຈີນ ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 8 ຄົນ ແລະສ້າງ ຄວາມເສັຽຫາຍ ຫລືບໍ່ກໍທຳລາຍເຮືອນ ອີກປະມານ 10 ພັນຫລັງ.

ອິນໂດເນເຊັຽ: ເຈົ້າໜ້າທີ່ ອິນໂດເນເຊັຽ ກ່າວວ່າ ການກວດສອບ ທາງພັນທຸກັມ ໄດ້ພິສູດໃຫ້ເຫັນວ່າ ຜູ້ຊາຍ ທີ່ຖືກຂ້າຕາຍ ໃນລະຫວ່າງການບຸກ ເຂົ້າໄປກວດຄົ້ນ ຂອງຕຳຣວດ ເມື່ອສັບປະດາແລ້ວນີ້ ບໍ່ແມ່ນ ນັກວາງແຜນ ກໍ່ການຮ້າຍ ນາຍ NOORDIN MOHAMMED TOP. ທ່ານ EDDY SAPARWOKO ເຈົ້າໜ້າທີ່ ຕຳຣວດແຫ່ງຊາດ ຂອງອິນໂດເນເຊັຽ ກ່າວໃນວັນພຸດ ມື້ນີ້ວ່າ ສົບຂອງຜູ້ຊາຍທີ່ຕາຍ ໄດ້ຖືກສົ່ງໄປໃຫ້ ເຈົ້າໜ້າທີ່ ສັນນະສູດສົບ ເພື່ອຢາກຮູ້ວ່າ ຜູ້ກ່ຽວເປັນໃຜແທ້ ຫລັງຈາກຕຳຣວດ ໄດ້ບຸກເຂົ້າໄປ ໃນເຮືອນຫຼັງນຶ່ງ ຢູ່ໃນເຂດພາກກາງ ຂອງເກາະ JAVA ທີ່ຖືກໃຊ້ເປັນ ບ່ອນຫລົບລີ້ ຂອງພວກມຸສລິມ ຫົວຮຸນແຮງ. ນາຍ NOORDIN ແມ່ນເປົ້າໝາຍ ໃນການບຸກເຂົ້າໄປ ກວດຄົ້ນຄັ້ງນີ້. ຕຳຣວດເວົ້າວ່າ ເຂົາເຈົ້າໄດ້ພິສູດວ່າ ຜູ້ຕ້ອງສົງສັຍ ທີ່ໄດ້ເສັຽຊີວິດ ແມ່ນຜູ້ຊາຍທີ່ມີຊື່ວ່າ ນາຍ IBROHIM ຫລັງຈາກໄດ້ ປຽບທຽບ ອົງປະກອບ ທາງພັນທຸກັມ ຂອງຜູ້ຊາຍ ທີ່ເສັຽຊີວິດ ກັບຂອງຄອບຄົວລາວ.

ມຽນມາ -ຊູຈີ: ການຕັດສິນໃຈ ຂອງຣັຖບານ ທະຫານມຽນມາ ທີ່ຈະສືບຕໍ່ ກັກບໍຣິເວນ ທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ຕື່ມອີກ ເປັນເວລາ 1 ປີ ກັບ 6 ເດືອນນັ້ນ ໄດ້ຖືກຕຳໜິ ຕິຕຽນຢ່າງແຮງ ຈາກພວກຜູ້ນຳ ຂອງໂລກ. ສານແຫ່ງນຶ່ງ ຂອງມຽນມາ ໄດ້ຕັດສິນໂທດ ທ່ານນາງ ອອງຊານ ຊູຈີ ຜູ້ທີ່ເຄີຍ ໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ໃນວັນອັງຄານວານນີ້ ຍ້ອນໄດ້ລະເມີດ ເງື່ອນໄຂກ່ຽວກັບ ການກັກບໍຣິເວນ ລຸນຫລັງເຫດການ ທີ່ພົວພັນກັບ ຜູ້ຊາຍຊາວອະເມຣິກັນຄົນນຶ່ງ ໄດ້ລອຍນ້ຳ ໄປເຮືອນຂອງ ທ່ານນາງ ທີ່ຕັ້ງຢູ່ແຄມບຶງໂດຍ ບໍ່ໄດ້ຮັບການເຊື້ອເຊີນ ໃນເດືອນພຶສະພາ ຜ່ານມາ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ການຕັດສິນໂທດ ທີ່ວ່ານີ້ ແມ່ນເປັນການລະເມີດ ຕໍ່ຫລັກການສາກົນ ວ່າດ້ວຍສິດທິມະນຸດ. ສ່ວນນາຍົກ ຣັຖມຸນຕຣີອັງກິດ ທ່ານ GORDON BROWN ເອີ້ນການຕັດສິນ ຂອງມຽນມາວ່າ ໂຫດຮ້າຍ ແລະປະທານາທິບໍດີຝຣັ່ງ ທ່ານ NICOLAS SARKOZY ເວົ້າວ່າ ມັນເປັນ ການຕັດສິນ ທີ່ບໍ່ຍຸຕິທັມ ແລະບໍ່ມີ ຄວາມເປັນທັມ.

ຈີນ - ອອສເຕຣເລັຽ: ທີ່ປະເທດຈີນ ຄະນະໄອຍະການ ໄດ້ທຳການຈັບກຸມ ຢ່າງເປັນທາງການ ພະນັກງານ 4 ຄົນ ຂອງບໍຣິສັດບໍ່ແຮ່ ອັງກິດ-ອອສເຕຣເລັຽ RIO TINTO ໃນຂໍ້ຫາ ລະເມີດຄວາມລັບ ໃນການຄ້າຂາຍ ແລະໃຫ້ເງິນສິນບົນ. ອົງການຂ່າວຊິນຫວາ ຂອງທາງການຈີນ ກ່າວວ່າ ການສືບສວນ ໃນຂັ້ນຕົ້ນ ສະແດງໃຫ້ເຫັນວ່າ ພະນັກງານທັງ 4 ຂອງບໍຣິສັດດັ່ງກ່າວ ໄດ້ຮັບຂໍ້ມູນລັບ ທາງດ້ານການຄ້າ ກ່ຽວກັບ ອຸສາຫະກັມເຫລັກກ້າ ແລະແຮ່ເຫລັກ ຂອງຈີນ ໂດຍ ຜ່ານທາງທີ່ ອົງການຂ່າວເອີ້ນວ່າ ວິທີການ ທີ່ບໍ່ເໝາະສົມ. ພະນັກງານ 4 ຄົນ ຂອງບໍຣິສັດ RIO TINTO ທີ່ເປັນຄົນຈີນ 3 ຄົນ ແລະຄົນອອສເຕຣເລັຽ ຜູ້ນຶ່ງນັ້ນ ໄດ້ຖືກຈັບ ເມື່ອນຶ່ງເດືອນກ່ອນ ທີ່ນະຄອນຊຽງໄຮ້. ຄະດີນີ້ ໄດ້ເຮັດໃຫ້ ຄວາມສັມພັນ ລະຫວ່າງອອສເຕຣເລັຽ ແລະຈີນ ຊຶ່ງເປັນຄູ່ການຄ້າ ສຳຄັນນັ້ນ ຊຸດໂຊມລົງ. ບໍຣິສັດ RIO TINTO ໄດ້ປະຕິເສດວ່າ ຕົນບໍ່ໄດ້ ກະທຳຫຍັງຜິດ.

ສະຫະຣັດ - ອາຟຣິກາ: ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກຳລັງຢູ່ທີ່ ປະເທດໄນຈີເຣັຽ ບ່ອນທີ່ຄາດກັນວ່າ ທ່ານນາງຈະກ່າວຊຸກຍູ້ ການປົກຄອງທີ່ດີ ແລະການຕໍ່ຕ້ານ ການສໍ້ຣາດບັງຫລວງ. ທ່ານນາງ CLINTON ໄດ້ເດີີນທາງ ໄປເຖິງນະຄອນຫລວງ ABUJA ໃນຕອນແລງ ຂອງມື້ວານນີ້ ຊຶ່ງເປັນບ່ອນຢຸດແວ່ ບ່ອນທີ 5 ໃນການຢ້ຽມຢາມ 7 ປະເທດ ໃນອາຟຣິກາ. ທ່ານນາງ ໄດ້ພົບປະ ກັບຣັຖມຸນຕຣີ ການຕ່າງປະເທດ ໄນຈີເຣັຽ ທ່ານ OJO MADUEKWE ແລະມີກຳນົດ ທີ່ຈະພົບປະ ກັບປະທານາທິບໍດີ ໄນຈີເຣັຽ ທ່ານ UMARU YAR’ADUA ໃນວັນພຸດມື້ນີ້. ໃນມື້ວານນີ້ ທ່ານນາງ CLINTON ໄດ້ເດີນທາງ ໄປຍັງພາກ ຕາເວັນອອກ ຂອງສາທາຣະນະຣັດ ປະຊາທິປະໄຕ ຄອງໂກ ຊື່​ງຢູ່​ທີ່​ນັ້ນ ທ່ານນາງໄດ້ທວງໃຫ້ ຍຸຕິການຂົ່ມຂືນ ທີ່ມີຢູ່ຢ່າງແຜ່ກວ້າງ ແລະການໂຈມຕີ ຕໍ່ພວກແມ່ຍິງ ຢູ່ໃນຂົງເຂດ. ນອກນັ້ນ ທ່ານນາງ CLINTON ຍັງໄດ້ພົບປະ ກັບປະທານາທິບໍດີ ຄອງໂກ ທ່ານ JOSEPH KABILA ທີ່ເມືອງ GOMA ເມືອງເອກ ຂອງແຂວງກີວູເໜືອ ຊຶ່ງເປັນແຂວງ ທີ່ມີຄວາມຫລໍ່ແຫລມ ຂອງຄອງໂກນັ້ນ.

ອັຟການິສຖານ: ທະຫານມາຣີນ ອະເມຣິກັນ 400 ຄົນ ແລະທະຫານ ອັຟການິສຖານ ອີກ 1 ຮ້ອຍຄົນ ໄດ້ບຸກເຂົ້າໄປ ໃນເຂດພາກໃຕ້ ອັຟການິສຖານ ທີ່ຢູ່​ພາຍ​ໃຕ້​ ການ​ຄວບ​ຄຸມ​ ຂອງ​ພວກ​ທາ​ລີ​ບານ ​ໃນ​ວັນ​ພຸດ​ມື້​ນີ້ ອັນເປັນພາກສ່ວນນຶ່ງ ໃນການປະຕິບັດງານໃໝ່ ທີ່ແນໃສ່ ເພື່ອເຂົ້າຄວບຄຸມ ບໍຣິເວນດັ່ງກ່າວ ກ່ອນຈະມີ ການເລືອກຕັ້ງ ປະທານາທິບໍດີ ໃນອາທິດໜ້າ. ເຈົ້າໜ້າທີ່ ທະຫານສະຫະຣັດ ບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການບາດເຈັບລົ້ມຕາຍ ຂອງພວກທະຫານ. ພວກຫົວຮຸນແຮງ ທາລີບານ ຢູ່ໃນເຂດດັ່ງກ່າວ ປະກາດວ່າ ຕົນຈະຣົບກວນ ການເລືອກຕັ້ງ ປະທານາທິບໍດີ ໃນວັນທີ 20 ສິງຫາ ດ້ວຍການໂຈມຕີ ໜ່ວຍປ່ອນບັດ ແຫ່ງຕ່າງໆ ແລະຂົ່ມຂູ່ ຕໍ່ພວກທີ່ຈະໄປປ່ອນບັດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG