ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຂ່າວອະເມຣິກັນ ເດີນທາງກັບຄືນປະເທດ ຫລັງຈາກໄດ້ຖືກ ຄຸມຂັງ ທີ່ເກົາຫລີເໜືອ


ເກົາຫລີເໜືອ - ນັກຂ່າວ: ນັກຂ່າວອະເມຣິ ກັນ 2 ຄົນ ກຳລັງເດີນທາງກັບຄືນບ້ານເກີດຫຼັງ ຈາກໄດ້ຖືກຄຸມຂັງ ຢູ່ເກົາຫລີເໜືອ ມາໄດ້ເກືອບ 5 ເດືອນ. ເປັນທີ່ຄາດກັນວ່າ ເຮືອບິນທີ່ບັນທຸກ ນາງ LAURA LING ແລະນາງ EUNA LEE ຈະເດີນທາງໄປເຖິງນະຄອນ LOS ANGELES ຣັດຄາລີຟໍເນັຽ ໃນວັນພຸດມື້ນີ້. ນັກຂ່າວທັງສອງ ໄດ້ເດີນທາງ ໄປພ້ອມອະດີດ ປະທານາທິບໍດີ BILL CLINTON ທີ່ໄດ້ຊ່ອຍ​ເຈລະຈາ ໃຫ້ມີ ການປ່ອຍພວກເຂົາເຈົ້າ ໃນມື້ວານນີ້ຫລັງຈາກ ໄດ້ເດີນທາງ ໄປນະຄອນຫລວງພຽງຢາງ ແລະ ພົບປະ ກັບຜູ້ນຳ ເກົາຫລີເໜືອ ທ່ານ KIM JONG IL. ທັງສອງຄົນ ໄດ້ຖືກຈັບ ໃນເດືອນມີນາ ຜ່ານມາ. ຕໍ່ມາ ສານຂອງເກົາຫຼີເໜືອ ໄດ້ຕັດສິນໂທດຈຳຄຸກ ໃຫ້ອອກແຮງງານໜັກ ເປັນເວລາ 12 ປີ ຍ້ອນໄດ້ຂ້າມຊາຍແດນຈີນ ເຂົ້າໄປໃນເກົາຫລີເໜືອ ແບບຜິດກົດໝາຍ ແລະດຳເນີນການ ທີ່ເປັນປໍຣະປັກ ຕໍ່ປະເທດດັ່ງກ່າວ. ນັກຂ່າວທັງສອງ ກຳລັງເຮັດ ສາຣະຄະດີເຣື່ອງນຶ່ງ ກ່ຽວກັບອົພຍົບ ຊາວເກົາຫລີເໜືອ ໃຫ້ແກ່ໂທຣະພາບ CURRENT ທີ່ມີສຳນັກງານ ໃນສະຫະຣັດ ຊຶ່ງເປັນອົງການຂ່າວ ທີ່ກໍ່ຕັ້ງຮ່ວມ ໂດຍທ່ານ AL-GORE ຮອງປະທານາທິບໍດີ ຂອງ ທ່ານ BILL CLINTON.

ຟິລິບປິນ - ອາກີໂນ: ແຂກຜູ້ມີກຽດຈຳນວນ ຫຼາຍພັນຄົນ ໄດ້ພາກັນໄປຮ່ວມພິທີສົ່ງສະການ ຢ່າງອຸ່ນໜາ ໃຫ້ແກ່ອະດີດ ປະທານາທິບໍດີຟີ ລິບປິນ ທ່ານນາງ CORAZON AQUINO ທີ່ພຣະວິຫານ ໃນນະຄອນຫລວງ ມະນີລາ. ປະທານາທິບໍດີ ຕີມໍຕາເວັນອອກທ່ານ JOSE RAMOS-HORTA ແມ່ນນຶ່ງ ໃນບັນດາ ແຂກຜູ້ມີກຽດ ທີ່ໄດ້ໄປຮ່ວມ ການຢ້ຽມຄຳນັບສົບ ຜູ້ນຳປະຊາທິປະໄຕ ຟິລິບປິນ ທີ່ໄດ້ເຖິງແກ່ ມໍຣະນະກັມ ໃນມື້ວັນເສົາແລ້ວ ຮວມອາຍຸໄດ້ 76 ປີ ຫລັງຈາກ ໄດ້ຕໍ່ສູ້ ມາເປັນເວລາດົນນານ ກັບໂຣກມະເຮັງ ໃນລຳໃສ່ໃຫຍ່. ປະຊາຊົນ ອີກຫລາຍສິບພັນຄົນ ທີ່ບໍ່ເອົາຫົວຊາ ນຳຝົນ ທີ່ຫລັ່ງລົງມາຢ່າງແຮງ ພາກັນ​ຢືນເບິ່ງ ພິທີໄວ້ອາລັຍ ທີ່ມີການຖ່າຍທອດສົດ ທາງໂທຣະພາບຈໍໃຫຍ່ ຢູ່ຂ້າງນອກ ພຣະວິຫານ ແລະຢືນລຽງລາຍ ຢູ່ຕາມຖນົນ ທາງ​ຜ່ານ ​ຂອງຂະບວນແຫ່ສົບ ທີ່ນຳ​ຫີບ​ສົບ​ ທີ່ປົກ​ຄຸມດ້ວຍ ທຸງຊາດ ຟີລິບປິນ ຂອງທ່ານນາງ AQUINO ໄປຍັງສຸສານ ຂອງນະຄອນຫລວງ ມະນີລາ ບ່ອນທີ່ສົບ ຂອງທ່ານນາງ ໄດ້ຖືກນຳ ໄປຝັງໄວ້ ຄຽງຂ້າງ ກັບສາມີ ຂອງທ່ານນາງ ຄືທ່ານ BENIGNO “NINOY” AQUINO ທີ່​ຖືກ ລອບສັງຫານ ໃນປີ 1983 ຂະນະທີ່ທ່ານ ເດີນທາງກັບຄືນ ຈາກການລີ້ພັຍ ຢູ່ໃນສະຫະຣັດ.

ອີຣ່ານ: ປະທານາທິບໍດີ ອີຣ່ານ ທ່ານ MAH MOUD AHMADINEJAD ເລີ້ມການເຂົ້າດຳ ຣົງຕຳແໜ່ງ ເປັນສມັຍທີ 2 ໃນພິທີສາບານໂຕ ຊຶ່ງຈັດຂຶ້ນ ຢ່າງເປັນທາງການ ທີ່ນະຄອນຫລວງ ເຕຫະຣ່ານ. ທ່ານ AHMADINEJAD ໄດ້ສາ ບານໂຕ ເຂົ້າຮັບຕຳແໜ່ງ ໃນວັນພຸດມື້ນີ້ ຕໍ່ໜ້າສະມາຊິກ ສະພາແຫ່ງຊາດ ຂອງອີຣ່ານ. ທ່ານເອີ້ນ ການຖືກຮັບເລືອກ ເຂົ້າຮັບຕຳແໜ່ງ ຕື່ມອີກຂອງທ່ານວ່າ ເປັນໄຊຊະນະ ອັນ​ຍິ່ງ​ໃຫຍ່ ທີ່ບໍ່ເຄີຍມີມາກ່ອນ ຂອງປະຊາຊົນ ອີຣ່ານ ແລະສະຖາບັນ ສາສນາ ອິສລາມ. ຂນະ​ດຽວ​ກັນ ພວກທີ່ ເຫັນເຫດການ ກ່າວວ່າ ຕຳຣວດ ໃນນະຄອນຫລວງ ເຕຫະຣ່ານ ໄດ້ຈັບຢ່າງນ້ອຍ 1 ຄົນ ຂະນະທີ່ ທຳ​ການທັບມ້າງ ການເດີນຂະບວນ ຂອງພວກປະທ້ວງ ຕໍ່ຕ້ານຫຼາຍຮ້ອຍ ຄົນ ທີ່ບໍ່ພໍໃຈ ກັບການໄດ້ຖືກ ຮັບເລືອກ ເຂົ້າຮັບຕຳແໜ່ງຕື່ມອີກ ຂອງທ່ານ AHMADINEJAD. ພວກຝ່າຍຄ້ານ ໃນອີຣ່ານ ໄດ້ຮຽກຮ້ອງ ໃຫ້ມີການ ລົງສູ່ຖນົນ ທຳການປະທ້ວງ ຮອບໃໝ່​ ໃນ​ເວລາ​ດຽວ​ກັນ ກັບພິທີ ສາບານໂຕ ເຂົ້າຮັບຕຳແໜ່ງ ຂອງ​ທ່ານ AHMADINEJAD. ເຂົາເຈົ້າເວົ້າວ່າ ການເລືອກຕັ້ງ ໃນວັນທີ 12 ມິຖຸນາ ຜ່ານມາ ເປັນການເລືອກຕັ້ງ ທີ່ມີການສໍ້ໂກງຄະແນນ ແຕ່ທາງການອີຣ່ານ ເວົ້າວ່າ ການເລືອກຕັ້ງ ໄດ້ເປັນໄປ ຢ່າງຍຸຕິທັມ.

ປາກິສຖານ: ພວກຍາດພີ່ນ້ອງ ຂອງນາຍ BAITULLAH MEHSUD ຜູ້ນຳຂອງກຸ່ມທາ ລີບານ​ໃນປາກິສຖານກ່າວວ່າ ພັນລະຍາຂອງ ຜູ້ກ່ຽວຄົນນຶ່ງໄດ້ເສັຽຊີວິດໃນການໂຈມຕີດ້ວຍ ລູກສອນໄຟ ທີ່ສົງສັຍວ່າ ເປັນຂອງສະຫະຣັດ ໃສ່ເຮືອນພໍ່ເຖົ້າ ຂອງ​ເຂົາ. ນອກນັ້ນ ຍັງມີອີກ ຄົນນຶ່ງ ເສັຽຊີວິດ ໃນການໂຈມຕີ ທີ່ສົງສັຍວ່າ ເປັນເຮືອບິນ ບໍ່ມີຄົນຂັບ ຂອງສະຫະຣັດ ໃນຕອນເຊົ້າ ວັນພຸດມື້ນີ້ ທີ່ເຂດຊົນເຜົ່າ WAZARISTAN ໃຕ້. ພວກຍາດພີ່ນ້ອງ ເວົ້າຕື່ມວ່າ ມີ 4 ຄົນ ໄດ້ຮັບບາດເຈັບ ​ແຕ່ພໍ່ເຖົ້າ ນາຍ MEHSUD ບໍ່ໄດ້ຮັບບາດເຈັບ ແຕ່ປະການໃດ. ການໂຈມຕີ ທີ່ວ່ານີ້ ແມ່ນເທື່ອລ່າສຸດ ໃນຈຳນວນ ຫລາຍໆຄັ້ງ ທີ່ມີມາ ເປັນລຳດັບ ຊຶ່ງສົງສັຍວ່າ ເປັນການໂຈມຕີ ດ້ວຍລູກສອນໄຟ ຂອງສະຫະຣັດ ໃນບໍ່ເທົ່າໃດ ອາທິດຜ່ານມານີ້ ທີ່ແນໃສ່ ນາຍ MEHSUD. ນອກນັ້ນແລ້ວ ກອງທັບປາກິສຖານ ກໍໄດ້ຍິງຖລົ່ມ ທີ່ໝັ້ນແຫ່ງຕ່າງໆ ຂອງພວກທາລີບານ ໃນ WAZIRISTAN ໃຕ້ ກ່ອນດຳ​ເນີນ​ການ ຕາມລ່າຫາໂຕຜູ້ກ່ຽວ. ເຈົ້າໜ້າທີ່ ປາກິສຖານ ໄດ້ຖິ້ມໂທດ ໃສ່ນາຍ MEHSUD ວ່າ ເປັນຜູ້ຮັບຜິດຊອບ ໃນການໂຈມຕີ ເປົ້າໝາຍຂອງຣັຖບານ ແລະພົລເຮືອນ ຈຳນວນນຶ່ງ ແລະຖືວ່າ ເປັນພັນທະມິດ ທີ່ສຳຄັນ ຂອງກຸ່ມກໍ່ການຮ້າຍ AL-QAIDA ໃນປາກິສຖານ.

ສະຫະຣັດ - ເຄນຢາ: ຣັຖມຸນຕຣີການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ຮຽກຮ້ອງໃຫ້ຜູ້ນຳ ຂອງອາຟຣິ ກາ ຊຸກຍູ້ໃຫ້ມີ ການປົກຄອງທີ່ດີ ແລະແກ້ໄຂ ບັນຫາ ການສໍ້ຣາດບັງຫລວງ ແລະອາຊຍາກັມ ທີ່ທ່ານນາງເວົ້າວ່າ ກຳລັງຂັດຂວາງ ຖ່ວງດຶງ ຄວາມກ້າວໜ້າທາງດ້ານເສຖກິດນັ້ນ. ທ່ານນາງ CLINTON ໄດ້ຖແລງໃນວັນພຸດມື້ນີ້ ທີ່ນະຄອນ ຫຼວງເຄນຢາ ໃນພິທີເປີດ ກອງປະຊຸມ ກ່ຽວກັບ ເຣື່ອງການຄ້າ ຂອງປະມານ 40 ປະເທດ ຈາກອາຟຣິກາ ທີ່ມີສິດພິເສດ ທາງດ້ານການຄ້າ ໃນຕລາດ ຂອງສະຫະຣັດ. ທ່ານນາງ CLINTON ເວົ້າວ່າ ຄວາມກ້າວໜ້າ ທາງດ້ານເສຖກິດ ຢ່າງແທ້ຈິງ ໃນອາຟຣິກາ ແມ່ນກາງຕໍ່ ນຳຣັຖບານ ທີ່​ມີຄວາມຮັບຜິດຊອບ ທີ່ປະຕິເສດຕໍ່ ການສໍ້ຣາດບັງຫຼວງ ຈັດຕັ້ງປະຕິບັດ ການປົກຄອງ ດ້ວຍຕົວບົດກົດໝາຍ ແລະນຳເອົາ ຜົນສຳເຣັດ ມາສູ່ປະຊາຊົນ. ທ່ານນາງເວົ້າວ່າ ນີ້ບໍ່ພຽງແຕ່ ເປັນການຊຸກຍູ້ ການປົກຄອງ ທີ່ດີທໍ່ນັ້ນ ແຕ່ຍັງເປັນການ ເຮັດທຸຣະກິດ ທີ່ດີນຳອີກ. ໃນການຖແລງ ທາງວີດີໂອ ເປັນເວລາສັ້ນໆ ຕໍ່ກອງປະຊຸມນັ້ນ ປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ກ່າວຕໍ່ຄະນະ ຜູ້ແທນທີ່ໄປຮ່ວມວ່າ ຊາວອາຟຣິກາທັງມວນ ທີ່ຊອກສແວງຫາ ອະນາຄົດ ທີ່ມີຄວາມຫວັງ ແລະໂອກາດນັ້ນ ​ແມ່ນມີພາຄີ ແລະເພື່ອນມິດ ໃນສະຫະຣັດ.

ຊູດານ - ຄວາມຮຸນແຮງ: ບັນດາປະເທດ ສະມາຊິກ ຂອງສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ໄດ້ປະນາມ ການໂຈມຕີ ເມື່ອໄວໆມານີ້ ໂດຍພວກຊົນເຜົ່າ ໃນເຂດພາກ ໃຕ້ ຂອງປະເທດຊູດານ ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ 185 ຄົນ ຊຶ່ງສ່ວນໃຫຍ່ ເປັນພວກແມ່ຍິງ ແລະ ເດັກນ້ອຍ ຈາກອີກເຜົ່ານຶ່ງ ທີ່ເປັນຄູ່ປໍຣະປັກ. ທ່ານ JOHN SAWERS ເອກອັຄຣັຖທູດອັງກິດ ປະຈຳອົງການ ສະຫະປະຊາຊາດ ກ່າວໃນມື້ວານນີ້ວ່າ ບັນດາປະເທດ ສະມາຊິກ ຂອງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ມອງເຫັນວ່າ ການໂຈມຕີ ທີ່ເຜົ່າ MURLE ເປັນຜູ້ກະທຳ ໃນມື້ ວັນອາທິດ ຜ່ານມານີ້ ເປັນເຣື່ອງທີ່ ຮ້າຍແຮງຫລາຍ. ທ່ານເວົ້າວ່າ ເຜົ່າດັ່ງກ່າວ ໄດ້ໃຊ້ອາວຸດ ທີ່ທັນສມັຍ ສັງຫານແມ່ຍິງ ແລະເດັກນ້ອຍ ຫລາຍກວ່າ 100 ຄົນ ຂອງເຜົ່າ LOU NER ໃນເຂດ AKOBO ຂອງຣັດ JONGLEI. ອັງກິດ ເປັນປະທານວຽນ ຂອງສະພາ ຄວາມໝັ້ນຄົງ ໃນປັດຈຸບັນນີ້. ທ່ານ SAWERS ກ່າວວ່າ ນອກ​ນັ້ນ ພວກນັກຣົບ ຈາກເຜົ່າ MURLE ຍັງໄດ້ສັງຫານ ທະຫານຢ່າງນ້ອຍ 60 ຄົນ ທີ່ຈົງຮັກພັກດີ ຕໍ່ຣັຖບານ ໃນເຂດປົກຄອງຕົນເອງ ໃນພາກໃຕ້ ປະເທດຊູດານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG