ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະຣັດ ຢາກໃຫ້ອິຣ່ານ ຕອບຂໍ້ສະເໜີ ກ່ຽວກັບເຣື່ອງ ນີວເຄລັຍຂອງຕົນ ໃນເດືອນກັນຍາ


ສະຫະຣັດ​ແລະ​ອີຣ່ານ: ທ່ານ Robert Gates ຣັຖມຸນຕີ​ປ່ອງ​ກັນ​ປະ​ເທດ​ສະຫະຣັດ ກ່າວ​ວ່າ ຣັຖບານ​ຂອງ​ທ່ານ​ໂອ​ບາ​ມາ​ຫວັງ​ວ່າ ອິຣ່ານຈະ​ຕອບ​ຕໍ່​ຂໍ້ສ​ເນີ​ຂອງ​ສະ ຫະຣັດ​ ເພື່ອ​ໃຫ້​ທຳ​ການ​ເຈຣະຈາ​ກັນ​ກ່ຽວ​ກັບ​ເຣື່ອງ​ໂຄງການ​ນີວ​ເຄລັຍ ​ຂອງ​ອິຣ່ານ ໃນ​ໄວໆ​ນີ້. ທ່ານ Gates ​ໄດ້​ກ່າວ​ເຊັ່ນ​ນີ້​ ທ່ີ​ອີສຣາ​ແອນ ບ່ອນ​ທ່ີ​ທ່ານ​ກຳລັງ​ທຳ​ການ​ປຶກສາ​ຫາລື​ເຣື່ອງຄວາມ​ໄຝ່ຝັນຢາກ​ມີ​ອາວຸດ​ນີວ​ເຄລັຍ​ຂອງອິຣ່ານ ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ຂອງ​ອີສຣາ​ແອນ ຊຶ່ງ​ທ່ານ​ກ່າວ​ວ່າທາງ​ວໍຊິງ​ຕັນ​ຫວັງ​ວ່າ ທາງ​ອິຣ່ານຈະ​ຕອບ​ສນອງ​ຕໍ່​ຂໍ້ສ​ເນີ​ທາງ​ການ​ທູດນີ້​ ທັນ​ກັບ​ເວລາໄຂ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ໃນ​ເດືອນ​ກັນຍາ​ໜ້າ​ນີ້.
ທ່ານ Ehud Barak ຣັຖມຸນຕີ​ປ້ອງກັນ​ປະ​ເທດ​ອີສຣາ​ແອນ ທີ່ຢືນ​ຢູ່​ຄຽງ​ຂ້າງ​ກັຍທ່ານ Gates ກ່າວ​ວ່າ ອິສຣາ​ແອ​ລ​ບໍ່​ໄດ້​ຕັດ​ທາງ​ເລືອກ​ໃດໆ​ກ່ຽວ​ກັບ​ໂຄງການ​ນີວ​ເຄລັຍ​ຂອງ​ອິຣ່ານນັ້ນ ອອກ​ຈາ​ກການ​ພິຈາລະນາ
ຊື່​ງ​ສໍ່ສະ​ແດງ​ໃຫ້​ເຫັນ​ວ່າການ​ໂຈມ​ຕີ​ທາງ​ທະຫານ​ຍັງ​ຄົງ​ເປັນ​ໄປໄດ້​ຢູ່. ​ແຕ່​ທ່ານ​ບາຣັກກ່າວ​ວ່າ ເຣື່ອງບໍລິ​ມະ​ສິດ​ໃນ​ປັດຈຸບັນ​ນີ້​ ຄວນຈະເປັນການ​ດຳ​ເນີນ​ງານທາງ​ການທູດ​. ​ໃນ​ຂະນະ​ທ່ີຢ້ຽມຢາມ​ອີສຣາ​ແອນ​ນັ້ນ ທ່ານ Gates ກໍ​ຈະ​ພົບ​ປະ​ກັບ​ນາຍົກຣັຖມຸນຕີ​ Benjamin Netanyahu ​ເຊັ່ນ​ກັນ. ທ່ານ George Mitchell ທູດ​ພິ​ເສດ​ຂອງສະຫະຣັດ ກໍ​ໄດ້​ທຳ​ການ​ປຶກສາ​ຫາລື​ກັບ​ທ່ານ​ບາຣັກ​ເຊັ່ນ​ກັນ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ມີກຳນົດ​ຈະ​ພົບ​ປະ​ກັບ​ທ່ານ Netanyahu ​ໃນ​ວັນ​ອັງຄານ​ມື້​ອື່ນ. ທ່ານ Gates ​ແລະ​ທ່ານ Mitchell ​ເດີນທາງ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ກາງ​ ຄົນ​ລະ​ເທື່ອ​ ຊຶ່ງເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ຊຸກຍູ້​ຂອງ​ສະຫະຣັດ​ ​ເພຶ່ອ​ໃຫ້​ມີ​ສັນຕິພາບ​ໃນ​ຂົງ​ເຂດ​ນັ້ນ.
ການ​ເຈຣະຈາລະ​ຫວ່າງ​ສະຫະຣັດ​ກັບ​ຈີນ: ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດ​ແລະ​ຈີນ ​ເຣີ່ມທຳ​ການ​ພົບ​ປະ​ເຈຣະຈາ​ກັນ ເປັນ​ເວລາ​ສອງ​ມື້​ໃນ​ວັນ​ຈັນ​ມື້​ນີ້ ​ທ່ີ​ມີ​ວັດຖຸ​ປະສົງ​ເພື່ອ​ເສີມຂະຫຍາຍ​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ເສດຖະກິດ ສິ່ງ​ແວດ​ລ້ອມ​ແລະ​ຄວາມ​ປອດ​ໄພ​ໃນ​ຂັ້ນຕໍ່​ໄປ.ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ແລະ​ທ່ານ Timothy Geither ຣັຖມຸນຕີ​ການ​ເງິນ​ສະ​ຫະຣັດ ​ເປັນ​ຜູ້ນຳ​ພາຄນະ​ຜູ້ຕາງ​ໜ້າ​ສະຫະຣັດ​ ໃນ​ການ​ສົນທະນາ​ຫາລືປະຈຳ​ປີ​ເຣື່ອງຍຸດທະ​ສາດ​ແລະ​ການ​ເສດຖະກິດ​ ຄັ້ງທຳ​ອິດ​ ກັບ​ຈີນ. ຝ່າ​ຍກຸງ​ປັກ​ກິ​ງນັ້ນ ຈະ​ສົ່ງ​ເຈົ້າ​ໜ້າ​ທ່ີ​ຈີນ 150 ທ່ານ​ ​ມາ​ຮ່ວມ​ກອງ​ປະຊຸມ ​ທີ່ກຸງ​ວໍ​ຊິງ​ຕັນ ​ໃນ​ຄັ້ງນີ້ ຊຶ່ງ​ນັບ​ວ່າ​ເປັນຄນະ​ຜູ້​ແທນ​ທີ່​ໃຫຍ່​ທ່ີ​ສຸດທ່ີ​ຈີນ​ໄດ້​ສົ່ງ​ມາ​ຍັງ​ສະຫະຣັດ. ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ມີ​ໝາຍ​ກຳນົດ​ທ່ີ​ຈະ​ໄປ​ກ່າວ​ເປີດ​ກອງ​ປະຊຸມ​ດັ່ງກ່າວ. ບັນດາ​ເຈົ້າ​ໜ້າ​ທ່ີ​ໃນ​ວົງ​ການຣັຖບານ​ສະຫະຣັດກ່າວ​ວ່າ ສະຫະຣັດຢາກ​ໃຫ້​ຈີນ​ກາງ​ຕໍ່​ນຳ​ສິນຄ້າ​ສົ່ງ​ອອກ​ຂອງ​ຕົນ​ໜ້ອຍ​ລົງ ​ແລະໃຫ້​ສຸມ​ໃສ່​ການຂະຫຍາຍຕລາດ​ພາຍໃນປະ​ເທດຂອງ​ຕົນ​ ​ເພື່ອ​ສົ່ງ​ເສີມ​ການ​ເຕີບ​ໂຕທາງ​ດ້ານ​ເສດຖະກິດ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດຍັງກ່າວ​ເຊັ່ນ​ກັນ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ເນັ້ນ​ຍ້ຳວ່າ ໃນ​ຂະນະ​ທ່ີ​ການ​ເສດຖະກິດ​ຂອງ​ສະຫະຣັດຈະ​ຟື້ນ​ໂຕ​ຄືນ​ນີ້ ຂັ້ນ​ຕອນ​ການ​ຟື້ນ​ໂຕ​ຄືນ ກໍ​ຈະ​ບໍ່​ຖຶກຂັບ​ດັນ​ໂດຍ​ໃຫ້​ຄົນ​ອະ​ເມຣິກັນ​ຊື້​ສິນຄ້າ​ນຈາກ​ຕ່າງປະ​ເທດ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ເກົາ​ຫລີ​ເໜືອ :​ເກົາຫລີ​ເໜືອ​ໄດ້​ກ່າວ​ຊ້ຳອີກເຖິງ​ຄວາມ​ເຕັມ​ໃຈ​ຂອງ​ຕົນທີ່​ຈະ​ເຂົ້າພົວ ພັນ​ໃນ​ການໂອ້​ລົມ​ສົນທະນາ​ກັນ​ໃໝ່​ ກ່ຽວ​ກັບ​ໂຄງການ​ຜລິດ​ອາວຸດນີວ​ເຄລັຍ​ຂອງ​ຕົນ ແຕ່ໃນ​ຂະນະ​ດຽວ​ກັນ ກໍ​ຢືນ​ຢັດ​ວ່າຕົນ​ຈະ​ບໍ່​ກັບ​ຄືນສູ່ ການເຈຣະຈາ 6 ຝ່າຍ. ​ໃນ​ຖ​ແລງ​ການ​ສະບັບ​ນຶ່ງ​ທ່ີ​ສູນ​ກາງ​ຂ່າວ​ທາງ​ການ​ຂອງ​ເກົາ​ຫລີ​ເໜືອ ປະກາດ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ມີ​ການ​ໂອ້​ລົມ​ສົນທະນາ​ກັນ ໃນຮູບ​ແບບ​ທ່ີ​ເຈາະ​ຈົງ​ ທ່ີ​ສາມາດ​ແກ້​ໄຂ​ສະຖານະ​ການ​ໃນ​ປັດຈຸບັນ​ນີ້​ໄດ້. ​ຖະແຫລ​ງການ​ບໍ່​ໄດ້ໃຫ້ລາຍ​ລະອຽດ​ໃດໆຕື່ມ​ອີກ ​ແຕ່​ທາງ​ກຸງ​ພຽງ​ຢ້າງ​ໄດ້​ພະຍາ​ຍາມ​ຫາ​ທາງ​ທຳ​ການ​ເຈຣະຈາ​ໂດຍ​ກົງ​ກັບ​ຝ່າຍວໍຊິງ​ຕັນ​ມາ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ. ຖະ​ແຫລ​ງການ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນຫລັງ​ຈາກ​ເອກ​ອັກຄະຣັດຖະທູດ​ເກົາຫລີ​ເໜືອ ທ່ານ Sin Son Ho ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທ່ີ​ນະຄອນນີວຢອກເມື່ອວັນ​ສຸກ​ຜ່ານ​ມາ​ວ່າ ກຸງ​ພຽງຢັ້ງພ້ອມແລ້ວສຳລັບອັນ​ທ່ີ​ທ່ານ​ເອີ້ນ​ວ່າ ການ​ເຈຣະຈາ​ກ່ຽວ​ກັບ​ບັນຫາ​ຕ່າງໆທ່ີ​ທັງ​ສອງ​ຝ່າຍ​ມີ​ຄວາມ​ເປັນຫ່ວງ​ນຳ​ກັນ ​ແຕ່​ທ່ານ​ກ່າວ​ຕໍ່​ໄປ​ວ່າ ປະ​ເທດ​ຂອງ​ທ່ານ​ໄດ້​ເວົ້າ​ອອກມາ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ການ​ເຈຣະຈາ​ 6 ຝ່າຍ​ວ່າ​ດ້ວຍ​ການ​ປົດ​ອາວຸດ​ປະ​ເທດ​ຂອງ​ທ່ານນັ້ນ ​ແມ່ນ​ຈົບ​ລົງຢ່າງ​ຖາວອນ​ແລ້ວ.
ທ່ານ​ນາງ​ອອງຊານ​ຊູ​ຈີ​ ​ໄດ້​ຮັບ​ລາງວັນ​ຈາກ Amnesty International: ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Amnesty International ກ່າວ​ໃນ​ວັນ​ຈັນມື້​ນີ້​ວ່າ ຕົນ​ຈະ​ມອບລາງວັນອັນມີ​ກຽດ​ອັນ​ສູງ​ສຸດ​ຂອງ​ຕົນ ທ່ີ​ເອີ້ນ​ວ່າ​” Ambassador of Conscience Award” ​ໃຫ້​ທ່ານ​ນາງ​ອອງຊານຊູ​ຈີ​ຜູ້ນຳ​ຝ່າຍ​ຄ້ານ​ຂອງ​ມຽນມ້າ ຊື່​ງຈະ​ມີ​ການ​ປະກາດ​ມອບລາງວັນ​ທ່ີ​ມີ​ກຽດ​ນີ້ ຢ່າງ​ເປັນ​ທາງ​ການໃນ​ງານສະ​ແດງ​ດົນຕີ Concert ຂອງວົງດົນຕີຄນະ U2 ​ທີ່​ນະຄອນຫລວງ Dublin ປະ​ເທດ Ireland ​ໃນ​ຄໍ່າວັນ​ຈັນ​ມື້​ນີ້ ໂດຍ​ Bono ດາຣານັກ​ຮ້ອງ​ນຳຂອງວົງ ຊຶ່ງ​ເປັນ​ຜູ່​ນື່ງ ທີ່ໄດ້​ຮັບ​ລາງວັນ​ນີ້​ມາ​ແລ້ວ. ຄຳ​ປະກາດ​ດັ່ງກ່າວ​ມີ​ຂຶ້ນ​ ໃນ​ຂະນະ​ທ່ີ​ຝ່າຍ​ໄອ​ຍະ​ການ ​ສ​ເນີ​ຄຳ​ແຖ​ລງ​ອັດການ​ດຳ​ເນີນ​ຄະດີ​ຕໍ່ທ່ານ​ນາງ​ອອງຊານ​ຊູ​ຈີ​ ໃນ​ນະຄອນຢັ້ງ​ກຸ້ງ ​ໃນ​ຂໍ້​ຫາ​ລະ​ເມີດ​ເງື່ອນ​ໄຂ​ໃນ​ການ​ກັກບໍລິ​ເວນ​ທ່ານ​ນາງ​ນັ້ນ. ພວກ​ທະນາຍຄວາມ​ຝ່າຍ​ຈຳ​ເລີຍ​ໄດ້​ສ​ເນີ​ຂໍ້​ໂຕ້​ແຍ່ງ​ບັ້ນ​ສຸດ​ທ້າຍ​ຂອງຕົນ ເມື່ອວັນ​ສຸກ​ຜ່ານ​ມາ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຊ່ອຍ​ບໍ່​ໃຫ້​ທ່ານ​ນາງອອງຊານ​ຊູ​ຈີ​ທ່ີ​ໄດ້​ຮັບ​ລາງວັນ​ໂນ​ແບນຂະ​ແໜງ​ສັນຕິພາບນັ້ນ ລອດພົ້ນຈາ​ກການຖືກ​ຈຳ​ຄຸກ​ເຖິງ 5 ປີ​ ຖ້າ​ທາງ​ສານ​ຕັດສິນ​ວ່າທ່ານ​ນາງ ​ມີ​ຄວາມ​ຜິດ​ແທ້​ນັ້ນ.
ບັນດາ​ເຈົ້າ​ໜ້າ​ທ່ີ​ສານ ກ່າວ​ວ່າ ການ​ດຳ​ເນີນ​ຄະດີ​ອາດ​ຈະ​ເສັດ​ສິ້ນ​ລົງ ໃນ​ວັນ​ຈັນ​ມື້​ນີ້ ​ກໍ​ເປັນ​ໄດ້ ​ແຕ່​ທ່ານ Nyan Win ທະນາຍຄວາມ​ຝ່າຍ ຈຳ​ເລີຍ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ມັນ​ຈະ​ໃຊ້​ເວລາ​ອີກ 2 ຫລື 3 ອາ ທິດ ​ຕ່ືມອີກ​ກໍ​ເປັນ​ໄດ້​ ກ່ອນ​ຈະ​ມີ​ການ​ຕັດສິນ​ຄວາມ​ນັ້ນ.
ກ່ຽວ​ກັບ​ອັຟກາ​ນີສຖານ: ຣັຖບານອັຟກາ​ນີສຖານ​ກ່າວ​ວ່າ ປະ​ເທດ​ໄດ້​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງໃນ​ລະດັບທ້ອງ​ຖ່ິນ​ຄັ້ງ​ທຳ​ອິດ​ທ່ີ​ບໍ່​ເຄີຍ​ມີ​ມາ​ກ່ອນ ກັບ​ພວກ​ກະບົດຕາ​ລີ​ບັນ. ຂໍ້​ຕົກລົງ​ຢຸດ​ຍິງທີ່​ວ່ານີ້​ ​ໄດ້​ບັນລຸ​ກັນ​ທ່ີ​ແຂວງ Badghis ​ໃນ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ປະ​ເທດ​ ​ໃນ​ຄວາມ​ພະຍາຍາມເພື່ອ​ປັບປຸງເຣື່ອງ​ຄວາມ​ປອດ​ໄພ​ໃຫ້​ດີ​ຂຶ້ນ ກ່ອນການ​ເລືອກ​ຕັ້ງ​ປະທານາທິບໍດີ​ທ່ີ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້. ພາຍ​ໃຕ້​ສັນຍາ​ຍຸດ​ຍິງ​ດັ່ງກ່າວ ພວກ​ຕາ​ລີ​ບັນ​ໄດ້​ຕົກລົງ​ທ່ີ​ຈະ​ປ່ອຍໃຫ້​ພວກຜູ້​ສມັກ​ຮັບ​ເລືອກ​ຕັ້ງ​ ຈັດ​ຕັ້ງ​ຫ້ອງການ​ຂອງ​ຕົນ​ຂຶ້ນ​ໄດ້​ໃນ​ແຂວງ​ດັ່ງກ່າວ​ໂດຍ​ຈະ​ບໍ່​ຖືກ​ໂຈມ​ຕີ​ໃດໆ. ທາງຣັຖບານ​ຫວັງ​ວ່າ ຈະ​ມີ​ການ​ຕົກລົງຄ້າຍຄື​ກັນ​ນີ້​ໃນ​ເຂດອື່ນໆ​ອີກຂອງ​ປະ​ເທດ.
ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 20 ສິງຫາ​ໜ້າ​ນີ້​ ເປັນການ​ທົດ​ສອບ​ທ່ີ​ສຳຄັນ​ຂອງຄວາມ​ພະຍາຍາມ​ຕ່າງໆ​ທ່ີ​ໄດ້​ຮັບ​ການໜຸນ​ຫລັງ​ຈາກສະຫະຣັດ​ແລະ​ກຸ່ມ​ເນ​ໂຕ​ ເພື່ອ​ສ້າງ​ຕັ້ງ​ລະບອບ​ປະຊາທິປະໄຕ​ຂຶ້ນ​ໃນ​ອັຟກາ​ນີສຖານ​ ຫລັງຈາກ​ໄດ້​ປະ​ເຊີນ​ກັບ​ບັນຫາ​ຂັດ​ແຍ່ງ​ກັນ​ມາ​ເປັນ​ເວລາ​ຫລາຍ​ທົດ​ສວັດ​ນັ້ນ.

XS
SM
MD
LG