ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການກຳນົດ ການກ່າວປິດທ້າຍໃນການດຳເນີນຄະດີ ທ່ານນາງ ອອງຊານ ຊູຈິ


ມຽນມາ - ຊູຈີ: ການດຳເນີນຄະດີ ທ່ານນາງ ອອງຊານ ຊູຈີ ຜູ້ນຳປະຊາທິປະໄຕ ໃນມຽນມາ ໄດ້ເລີ້ມຂຶ້ນອີກ ທີ່ຄຸກໃຫຍ່ ໃນນະຄອນຢ່າງກຸ້ງ. ຄະນະໄອຍະການ ແລະທະນາຍຄວາມ ຂອງ ທ່ານນາງ ອອງຊານ ຊູຈີ ຜູ້ທີ່ເຄີຍໄດ້ຮັບລາງ ວັນໂນແບລ ຂແນງສັນຕິພາບ ຈະນຳສເນີການ ກ່າວປິດທ້າຍ ຄະດີດັ່ງກ່າວ. ພວກທະນາຍ ຄວາມໄດ້ພົບປະ ກັບທ່ານນາງອອງຊານ ຊູຈີ ໃນວັນພະຫັດວານນີ້ເພື່ອກະກຽມກ່ຽວກັບຮ່າງ ການກ່າວປິດທ້າຍຄະດີ 23 ໜ້າ. ຜູ້ນຳປະຊາ ທິປະໄຕມຽນມາ ຖືກກ່າວຫາວ່າ ໄດ້ລະເມີດເງື່ອນ ໄຂ ໃນການກັກບໍຣິເວນ ທ່ານນາງ ລຸນຫລັງທີ່ໄດ້ ອະນຸຍາດໃຫ້ ຜູ້ຊາຍຊາວອະເມຣິກັນ ຄົນນຶ່ງ ພັກຢູ່ທີ່ເຮືອນຂອງນາງ ຊຶ່ງຕັ້ງຢູ່ແຄມທະເສສາບ ໃນນະຄອນຢ່າງກຸ້ງ ເປັນເວລາ 2 ມື້ ຫລັງຈາກຜູ້ກ່ຽວ ໄດ້ລອຍນ້ຳ ໄປເຮືອນຂອງທ່ານນາງ ໂດຍທີ່ບໍ່ໄດ້ຮັບ ການເຊື້ອເຊີນ ໃນເດືອນພຶສະພາ ຜ່ານມາ. ທ່ານນາງ ປະເຊີນກັບ ໂທດຈຳຄຸກ 5 ປີ ຖ້າຫາກຖືກ ພົບເຫັນວ່າ ມີຄວາມຜິດ. ພວກນັກການທູດ ຈາກອັງກິດ ຝຣັ່ງ ເຢັຽຣະມັນ ແລະອີຕາລີ ຕ່າງກໍໄດ້ ຖືກເຊື້ອເຊີນ ໃຫ້ໄປຮ່ວມ ການດຳເນີນຄະດີ ໃນມື້ນີ້. ເຈົ້າໜ້າທີ່ ໄດ້ປິດລັບ ຂັ້ນຕອນ ການດຳເນີນຄະດີດັ່ງກ່າວ ເປັນສ່ວນໃຫຍ່.

ສະຫະຣັດ - ເກົາຫລີເໜືອ - ຈີນ: ຜູ້ບັນ ຊາການກຳລັງສະຫະຣັດໃນເອເຊັຽ ກ່າວວ່າ ມີ ທ່າທາງວ່າ ເກົາຫລີເໜືອ ຍັງຈະສືບຕໍ່ ຕິດອັນ ດັບສູງສຸດ ໃນບັນຊີລາຍຊື່ ຄວາມວິຕົກກັງວົນ ສຳ ລັບຜູ້ທີ່ຈະເຂົ້າຮັບຕຳແໜ່ງແທນທ່ານ ລຸນ ຫລັງທີ່ໄດ້ ມີການປ່ຽນແປງ ການບັງຄັບບັນຊາ ໃນເດືອນຕຸລາ ທີ່ຈະມາເຖິງນີ້ ແຕ່ທ່ານເວົ້າຕື່ມ ວ່າ ບັນຫາຕ່າງໆ ຮວມທັງ ການເສີມສ້າງ ແສນຍານຸພາບ ຂອງກອງທັບຈີນ ແມ່ນຈຳເປັນ ທີ່ຈະຕ້ອງ ໄດ້ມີການ ຕິດຕາມເບິ່ງ ຢ່າງໃກ້ຊິດ. ໃນການໃຫ້ສຳພາດ ຕໍ່ VOA ໃນວັນພະຫັດ ວານນີ້ ພົນເຮືອເອກ TIMOTHY KEATING ກ່າວວ່າ ເຈົ້າໜ້າທີ່ ສະຫະຣັດ ກຳລັງເພັ່ງເລັ່ງ ຢ່າງຣະມັດຣະວັງ ໃສ່ເກົາຫລີເໜືອ ໂດຍຜ່ານທາງ ການສືບລັບ ແລະການດຳເນີນການ ທາງດ້ານການທູດ. ພົນເຮືອເອກ KEATING ໃຫ້ຂໍ້ສັງເກດວ່າ ເກົາຫລີເໜືອ ມີລູກສອນໄຟ ທີ່ຍິງໄດ້ ໃນໄລຍະໃກ້ ແລະໄລຍະປານກາງ ແລະກຳລັງພັທນາ ລູກສອນໄຟ ໄລຍະໄກ ແຕ່ທ່ານກ່າວວ່າ ກອງທັບສະຫະຣັດ ກຳລັງກະກຽມ ທີ່ຈະຕອບໂຕ້ ຕໍ່ການດຳເນີນການ ໃດໆກໍຕາມ ທາງທະຫານ ຂອງພຽງຢາງ.

ອິນໂດເນເຊັຽ: ຄະນະກັມມະການເລືອກຕັ້ງ ຂອງອິນໂດເນເຊັຽ ກ່າວວ່າ ປະທານາທິບໍດີ SUSILO BAMBANG YUDHOYONO ເປັນຜູ້ໄດ້ຮັບ ໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ຂອງອິນໂດເນເຊັຽ ທີ່ມີຂຶ້ນ ໃນເດືອນນີ້. ຜົນການນັບຄະແນນສຽງ ທີ່ນຳ ອອກເຜີຍແຜ່ ໃນຕອນແລງ ຂອງມື້ວານນີ້ ສະແດງ ໃຫ້ເຫັນວ່າ ທ່ານ YUDHOYONO ໄດ້ຮັບໄຊຊະນະ ເຂົ້າຮັບຕຳແໜ່ງ ເປັນສມັຍທີ 2 ຕື່ມອີກ 5 ປີ ດ້ວຍຄະແນນສຽງ ອັນຖ້ວມລົ້ນ ໂດຍໄດ້ຮັບ ຄະແນນທັງໝົດ 61% ຫຼາຍພຽງພໍ ເພື່ອຫລີກລ້ຽງ ບໍ່ໃຫ້ມີການ ເລືອກຕັ້ງຮອບ 2. ຜູ້ທ້າທາຍ ທີ່ໄດ້ຮັບຄະແນນສຽງ ໃກ້ຄຽງທ່ານ ທີ່ສຸດກໍຄື ອະດີດປະທານາທິບໍດີ MEGAWATI SUKARNOPUTRI ທີ່ໄດ້ຮັບ ຄະແນນ 27%. ສ່ວນຮອງ ປະທານາທິບໍດີ ທີ່ກຳລັງ ຈະພົ້ນຈາກຕຳແໜ່ງ ທ່ານ JUSUF KALLA ໄດ້ຮັບຄະແນນສຽງ 12 ເປີເຊັນ ເປັນທີ 3. ຄູ່ແຂ່ງຂອງທ່ານ YUDHOYONO ຕ່າງກໍພາກັນຈົ່ມ ກ່ຽວກັບການກ່າວຫາ ທີ່ວ່າ ມີການເຮັດຜິດຣະບຽບ ໃນບັນຊີລາຍຊື່ ຂອງຜູ້ມີສິດ ປ່ອນບັດ ແລະຕ່າງກໍປະກາດວ່າ ຈະດຳເນີນການ ທາງດ້ານກົດໝາຍ ກ່ຽວກັບເຣື່ອງນີ້.

ອີຣັກ - ສະຫະຣັດ: ນາຍົກຣັຖມຸນຕຣີ ອີຣັກ ທ່ານ NOURI AL-MALIKI ໃຫ້ຮ່ອງຮອຍວ່າ ທ່ານຍັງບໍ່ທັນໄດ້ຕັດສິນໃຈເທື່ອ ກ່ຽວກັບການ ສືບຕໍ່ມີໜ້າ ຂອງກຳລັງ ທະຫານອະເມຣິກັນ ລຸນຫລັງວັນທີ 31 ທັນວາ ປີ 2011 ຊຶ່ງເປັນ ກຳນົດ ເວລາຕາຍຕົວ ທີ່ຕັ້ງຂຶ້ນ ໂດຍປະເທດ ທັງສອງ ໃນການຖອນ ທະຫານ ສະຫະຣັດ ທັງໝົດ ອອກຈາກອີຣັກນັ້ນ. ໃນການຖແລງ ທີ່ກຸງວໍຊິງຕັນ ມື້ວານນີ້ ທ່ານ MALIKI ໄດ້ສເນີແນະວ່າ ກຳນົດເວລາຕາຍໂຕ ໃນການຖອນທະຫານ ອາດຈະໄດ້ຮັບ ການພິຈາຣະນາໃໝ່ ກໍໄດ້ ຖ້າກຳລັງອີຣັກ ຫາກຍັງຈຳເປັນ ຕ້ອງໄດ້ຮັບການຝຶກແອບ ແລະການສນັບສນຸນ ເພີ້ມຕື່ມ. ຜູ້ນຳອີຣັກ ໄດ້ໃຫ້ການ ຖແລງດັ່ງກ່າວ ຕໍ່ແຂກເປັນພາສາອາຣັບ ແລະລ່າມທີ່ແປພາສາ ເວົ້າວ່າ ອີຣັກຈະພິຈາຣະນາ ກ່ຽວກັບກຳນົດ ເວລາຕາຍຕົວ ອີງຕາມຄວາມຈຳເປັນ ຂອງອີຣັກ. ໃນມື້ວັນພຸດ ຜ່ານມາ ນາຍົກຣັຖມຸນຕຣີ MALIKI ໄດ້ຢືນຄຽງຂ້າງ ປະທານາທິບໍດີ BARACK OBAMA ທີ່ທຳນຽບຂາວ ຂະນະທີ່ທ່ານ OBAMA ກ່າວວ່າ ເຖິງແມ່ນຈະມີ ຄວາມຍຸ່ງຍາກ ໃນອະນາຄົດ ສຳລັບອີີຣັກກໍຕາມ ສະຫະຣັດ ກໍຈະຖອນ ທະຫານ ຂອງຕົນທັງໝົດ ຕາມໝາຍກຳນົດ ອອກຈາກອີຣັກ ພາຍໃນທ້າຍປີ 2011.

ຮອນດູຣັສ: ປະທານາທິບໍດີຮອນດູຣັສ ທີ່ຖືກ ໂຄ່ນລົ້ມທ່ານ MANUEL ZELAYA ໄດ້ເດີນ ທາງໂດຍທາງຣົດ ໄປຍັງເມືອງ ແຫ່ງນຶ່ງ ຂອງ ນິກາຣາກວາ ທີ່ຕັ້ງຢູ່ໃກ້ໆຊາຍແດນ ປະເທດ ຂອງທ່ານ ໃນການກະກຽມ ກ່ຽວກັບການ ເດີນທາງກັບ ຄືນໄປຍັງ ຮອນດູຣັສ ທີ່ອາດມີຂຶ້ນນັ້ນ. ທ່ານ ZELAYA ໄດ້ເດີນທາງ ໄປຍັງເມືອງ ESTELI ໃນມື້ວານນີ້ ຕິດຕາມໂດຍ ຂະບວນຣົດ ຂອງພວກສນັບສນຸນ ແລະພວກນັກຂ່າວ. ທ່ານບໍ່ໄດ້ແຈ້ງໃຫ້ຊາບ ຢ່າງເປັນການຄັກແນ່ວ່າ ເວລາໃດ ຫລືດ້ວຍວິທີໃດ ທີ່ທ່ານ ຈະພະຍາຍາມ ກັບຄືນເຂົ້າໄປ ໃນຮອນດູຣັສ. ທ່ານ ZELAYA ກ່າວວ່າ ທ່ານຫວັງວ່າ ທະຫານ ຮອນດູຣັສ ຈະປິ່ນປືນໄປທາງອື່ນ ເວລາພວກເຂົາ ເຫັນຜູ້ນຳ ທີ່ໄດ້ຖືກຮັບເລືອກ ຂອງພວກເຂົາ. ຣັຖບານຊົ່ວຄາວ ຂອງຮອນດູຣັສ ໄດ້ປະກາດຫ້າມ ອອກນອກເຮືອນ ຕລອດຄືນ ໃນບໍຣິເວນຊາຍແດນ. ທ່ານ ZELAYA ກ່າວວ່າ ທ່ານມີສິດ ທີ່ຈະເດີນທາງ ກັບຄືນ ປະເທດຂອງທ່ານ ແຕ່ປະທານາທິບໍດີ ຮັກສາການຊົ່ວຄາວ ທ່ານ ROBERTO MICHELLETTI ໄດ້ຂູ່ວ່າ ຈະຈັບທ່ານ ZELAYA ຖ້າຫາກທ່ານ ກັບຄືນໄປຍັງ ຮອນດູຣັສ.

ກຽກກິສຖານ: ຄະນະສັງເກດການຂອງຢູໂຣບ ໄດ້ຕຳໜິຕິຕຽນ ໃນມື້ນີ້ ຕໍ່ການເລືອກຕັ້ງປະທາ ນາທິບໍດີ KYRGYZSTAN ຂະນະທີ່ ຄະນະ ກັມມະການ ເລືອກຕັ້ງຂອງ KYRGYZSTAN ກ່າວອ້າງວ່າ ປະທານາທິບໍດີ KURMANBEK BAKIJEV ພວມກ້າວໄປສູ່ ການໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນ. ອົງການ ວ່າດ້ວຍຄວາມໝັ້ນຄົງ ແລະການຮ່ວມມື ໃນຢູໂຣບ ກ່າວວ່າ ການປ່ອນບັດ ໃນມື້ວານນີ້ ໄດ້ມີການ ປ່ອນບັດປອມ ໃສ່ຫີບບັດ ບັນຊີລາຍຊື່ ຜູ້ມີສິດປ່ອນບັດ ທີ່ບໍ່ຖືກຕ້ອງ ແລະມີຫລັກຖານ ສະແດງໃຫ້ເຫັນວ່າ ຄົນຜູ້ດຽວ ປ່ອນບັດຫລາຍເທື່ອ. ນອກນັ້ນ ອົງການດັ່ງກ່າວ ຍັງໄດ້ກ່າວຫາ ປະທານາທິບໍດີ BAKIJEV ວ່າ ໃຊ້ຊັພຍາກອນ ຂອງຣັຖບານ ເພື່ອຄ້ຳປະກັນ ການໄດ້ຮັບ ໄຊຊະນະ ຂອງທ່ານ. ລາຍງານໃນຂັ້ນຕົ້ນ ຂອງອົງການ ວ່າດ້ວຍຄວາມໝັ້ນຄົງ ແລະການຮ່ວມມື ໃນຢູໂຣບ ອາດໃຫ້ການສນັບສນຸນ ຕໍ່ການກ່າວອ້າງ ຂອງຜູ້ສະມັກ ປະທານາທິບໍດີ ຄົນສຳຄັນ ຂອງພັກຝ່າຍຄ້ານ ຄືອະດີດ ນາຍົກຣັຖມຸນຕຣີ ALMAZBEK ATAMBAYEV ທີ່ກ່າວວ່າ ການເລືອກຕັ້ງ ໃນເທື່ອນີ້ ແມ່ນມີການສໍ້ໂກງ.

ວີໂອເອ - ຣັຖສະພາສະຫະຣັດ: ຜູ້ອຳນວຍ ການຂອງຕາໜ່າງ ກະຈາຍສຽງ ທີ່ໄດ້ຮັບເງິນ ສນັບສນຸນ ຈາກຣັຖບານ ສະຫະຣັດ 2 ທ່ານ ໄດ້ໃຫ້ການຕໍ່ສະມາຊິກສະພາວ່າ ສະຖານີວິທຍຸ ຂອງພວກທ່ານ ແມ່ນມີບົດບາດ ອັນສຳຄັນ ໃນ ການນຳເອົາ ຂໍ້ມູນຂ່າວສານ ໄປສູ່ຜູ້ຮັບຟັງ ຊາວຕ່າງປະເທດ ໂດຍສະເພາະແລ້ວ ໃນບ່ອນທີ່ ອິສຣະພາບ ໃນການອອກຂ່າວ ໄດ້ມີການ ຈຳກັດຮັດແຄບ. ທ່ານ DANFORTH AUSTIN ຜູ້ອຳນວຍການ ຂອງວິທຍຸ VOA ແລະ ທ່ານ JEFFREY GEDMIN ຜູ້ອຳນວຍການ ວິທຍຸຢູໂຣບເສຣີ ແລະວິທຍຸ ອິສຣະພາບ ກ່າວຕໍ່ບັນດາ ສະມາຊິກຣັຖສະພາ ໃນມື້ວານນີ້ວ່າ ພວກທ່ານກຳລັງ ທຳການປ່ຽນແປງ ຍຸທສາດ ໃນການຈັດສົ່ງຂ່າວ ເພື່ອໃຫ້ໄປຮອດໄປເຖິງ ພວກຜູ້ຟັງ ຢ່າງມີປະສິດທິພາບ ຫລາຍຂຶ້ນ. ທ່ານ GEDMIN ເວົ້າວ່າ ອົງການວິທຍຸ ກະຈາຍສຽງນາໆຊາດ ຂອງສະຫະຣັດ ໃຫ້ການສນັບສນຸນ ຕໍ່ອັນທີ່ທ່ານເອີ້ນວ່າ ການເຂົ້າໃຈ ຢ່າງເລິກເຊິ່ງ ເຖິງຜົນປໂຍດ ຂອງສະຫະຣັດ ແລະທ່ານຮຽກຮ້ອງ ໃຫ້ສືບຕໍ່ ສນັບສນຸນ ການຫລັ່ງໄຫລ ຢ່າງເສຣີ ຂອງຂໍ້ມູນຂ່າວສານ ເພື່ອຕ້ານຢັນ ກັບລັດທິຊາດນິຍົມ ພວກຫົວຮຸນແຮງຈັດ ລັດທິຕໍ່ຕ້ານຊາວຢິວ ຫລືຕໍ່ຕ້ານອະເມຣິກາ ບໍ່ວ່າຈະເກີດຂຶ້ນ ຢູ່ແຫ່ງຫົນໃດກໍຕາມ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG