ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການວາງຣະເບີດຮ້າຍແຮງ 2 ຄັ້ງ ທີ່ນະຄອນຫລວງຈາກາຕ້າ ແມ່ນແນເປົ້າໝາຍ ໃສ່ໂຮງແຮມ


ອິນໂດເນເຊັຽ: ຕຳຣວດ ອິນໂດເນເຊັຽກ່າວວ່າ ມີ 9 ຄົນເສັຽຊີວິດ ແລະຢ່າງນ້ອຍອີກ 50 ຄົນ ໄດ້ຮັບບາດເຈັບ ໃນການວາງຣະເບີດ ທີ່ມີຂຶ້ນ ເກືອບພ້ອມໆກັນ ທີ່ໂຮງແຮມຫຣູຫຣາ 2 ແຫ່ງ ໃນນະຄອນຫລວງ JAKARTA. ຣັຖມຸນຕຣີຮັກ ສາຄວາມປອດພັຍ ຂອງອິນໂດເນເຊັຽ ທ່ານ WIDODO ADI SUCIPTO ກ່າວວ່າ ຣະເບີດ ທີ່ແຕກຂຶ້ນ ຢູ່ໂຮງແຮມ RITZ-CARLTON ແລະໂຮງແຮມ MARRIOTT ແມ່ນເປັນດິນ ຣະເບີດ ຂນາດແຮງ ຊຶ່ງໄດ້ມີການ ບີບຂະນວນ ໃຫ້ແຕກຂຶ້ນຫ່າງກັນບໍ່ເທົ່າໃດນາທີ. ເຈົ້າໜ້າທີ່ ຣັຖບານ ອິນໂດເນເຊັຽ ຄົນນຶ່ງ ກ່າວວ່າ ພວກ ເຄາະຮ້າຍ ຈຳນວນນຶ່ງ ເປັນຊາວຕ່າງປະເທດ. ເຈົ້າໜ້າທີ່ ກ່າວວ່າ ຣະເບີດ ໄດ້ຖືກນຳ ໄປຫ້າງ ໄວ້ໃກ້ໆຮ້ານອາຫານ ທີ່ໂຮງ ແຮມ RITZ-CARLTON ແລະຫ້ອງໃຕ້ດິນ ຂອງໂຮງແຮມ MARRIOTT. ປະຕູປ້ອງຢ້ຽມ ຂອງໂຮງແຮມ RITZ-CARLTON ໄດ້ຖືກ ຣະເບີດແຕກ ໂດຍທີ່ເສດຊາກຫັກພັງ ແລະແກ້ວແຕກ ຢາຍຊະຊາຍ ຢູ່ຕາມຫົນທາງ. ມີຣະເບີດ ທີ່ຍັງບໍ່ທັນແຕກ ອີກລູກນຶ່ງ ໄດ້ຖືກພົບເຫັນ ຢູ່ຂ້າງໃນ ຂອງໂຮງແຮມ MARRIOTT.

ແມນຢູ: ທີມເຕະບານ MANCHESTER UNITED ຂອງອັງກິດ ໄດ້ຍົກເລີກການຢຸດແວ່ ຢ້ຽມຢາມອິນໂດເນເຊັຽ ລຸນຫຼັງທີ່ໄດ້ມີການ ໂຈມ ຕີຮ້າຍແຮງ ດ້ວຍຣະເບີດ ທີ່ນະຄອນຫລວງ ຈາກາຕ້າ. ທີມເຕະບານ MANCHESTER UNITED ມີກຳນົດ ເດີນທາງໄປຮອດ ນະຄອນ ຫລວງຈາກາຕ້າ ໃນວັນເສົາ ມື້ອື່ນນີ້ ເພື່ອກະກຽມ ການແຂ່ງຂັນ ກັບທີມ ຮວມດາວເຕະ ຂອງອິນໂດ ເນເຊັຽ ຊຶ່ງຈະມີຂຶ້ນ ໃນມື້ວັນຈັນ ຈະມານີ້. ມີ 9 ຄົນເສັຽຊີວິດ ແລະຢ່າງນ້ອຍ 50 ຄົນ ໄດ້ຮັບບາດ ເຈັບ ໃນການວາງຣະເບີດ ທີ່ມີຂຶ້ນ ເກືອບພ້ອມໆກັນ ຢູ່ທີ່ໂຮງແຮມ ຫຣູຫຣາ RITZ CARLTON ແລະ MARRIOTT ໃນນະຄອນຫລວງ ຈາກາຕ້າ. ທີມ MANCHESTER UNITED ໄດ້ຈອງ ຫ້ອງພັກໄວ້ ທີ່ໂຮງແຮມ RITZ CARLTON ຊຶ່ງໄດ້ຮັບ ຄວາມເສັຽຫາຍ ຮ້າຍແຮງ ໃນການວາງຣະເບີດ ໂຈມຕີ ໃນມື້ນີ້.

ຄລິນຕັນ - ເອເຊັຽ: ຣັຖມຸນຕຣີການຕ່າງປະ ເທດສະຫະຣັດ ທ່ານນາງ HILLARY CLIN TON ມີກຳນົດ ເດີີນທາງໄປເຖິງ ປະເທດອິນ ເດັຽ ໃນວັນສຸກມື້ນີ້ ເພື່ອທຳການ ເຈຣະຈາຫາຣື ທີ່ແນໃສ່ ເສີມຂຍາຍ ຄວາມສັມພັນ ຊຶ່ງກຳລັງ ມີການພັທນາ ລະຫວ່າງ ສະຫະຣັດ ກັບອິນເດັຽ. ທ່ານນາງ CLINTON ຈະເດີນທາງ ໄປເຖິງ ເມືອງມູມໄບ ຊຶ່ງເປັນສູນກາງ ການເງິນຂອງ ອິນເດັຽ ໃນຕອນແລງ ມື້ນີ້ ບ່ອນທີ່ທ່ານນາງ ຈະໄປຮ່ວມ ພິທີໄວ້ອາລັຍ ໃຫ້ແກ່ ພວກເຄາະຮ້າຍ 166 ຄົນ ທີ່ເສັຽຊີວິດ ໃນການໂຈມຕີ ຂອງພວກ ກໍ່ການຮ້າຍ ໃນປີກາຍນີ້. ໃນວັນອາທິດ ທ່ານນາງ CLINTON ຈະເດີນທາງ ໄປນະຄອນຫລວງ ນິວເດລີ ເພື່ອເຈຣະຈາຫາຣື ກັບພວກຜູ້ນຳ ອະວຸໂສ ຂອງອິນເດັຽ ຮວມທັງ ນາຍົກຣັຖມຸນ MANMOHAN SINGH. ພວກຜູ້ນນຳ ຈະປຶກສາຫາຣືກັນ ກ່ຽວກັບຊ່ອງທາງ ເພື່ອເສີມສ້າງ ການເປັນພາຄີ ຍຸທສາດ ດ້ວຍຂໍ້ຕົກລົງ ການຮ່ວມມື ທາງດ້ານນິວເຄລັຽ ໃນປີ 2005.

ຈີນ - ອອສເຕຣເລັຽ: ບໍຣິສັດບໍ່ແຮ່ຍັກໃຫຍ່ ຮ່ວມທຶນ ອັງກິດ-ອອສເຕຣເລັຽ RIO TINTO ບໍ່ໄດ້ໃຫ້ ຄວາມສຳຄັນ ຕໍ່ການກ່າວຫາ ທີ່ວ່າ ຄະນະບໍຣິຫານ 4 ຄົນຂອງທາງບໍຣິສັດ ໄດ້ພົວ ພັນໃນການສອດແນມ ຢູ່ຈີນ. ທ່ານ SAM WALSH ຫົວໜ້າ ຄະນະບໍຣິຫານ ຜແນກແຮ່ ເຫລັກ ຂອງບໍຣິສັດ RIO TINTO ໄດ້ອອກ ຖແລງຂ່າວ ສະບັບນຶ່ງ ໃນມື້ນີ້ ເອີ້ນຂໍ້ຫາ ຂອງຈີນວ່າ ບໍ່ໄດ້ມີສ່ວນດີ ໃດໆເລີຍ. ຄະນະບໍຣິຫານ ທັງ 4 ຂອງບໍຣິສັດ RIO TINTO ໄດ້ຖືກຈັບ ໃນສັບປະດາແລ້ວ ແລະຖືກກ່າວຫາວ່າ ໃຫ້ເງິນສິນບົນ ແກ່ຄະນະ ບໍຣິຫານ ຂອງບໍຣິສັດເຫຼັກກ້າ ທັງໝົດ 16 ບໍຣິສັດ ຂອງຈີນ ເພື່ອໃຫ້ໄດ້ຮັບຂໍ້ມູນ ໃນລະຫວ່າງ ການເຈຣະຈາ ກ່ຽວກັບແຮ່ເຫລັກ ເມື່ອຕົ້ນປີນີ້. ຈີນຖືວ່າ ການຜລິດເຫຼັກກ້າ ເປັນຄວາມລັບ ຂອງຣັດ. ຣັຖມຸນຕຣີ ການຕ່າງປະເທດ ອອສເຕຣເລັຽ ທ່ານ STEPHEN SMITH ກ່າວວ່າ ທ່ານໄດ້ຫາຣື ກ່ຽວກັບ ເຣື່ອງດັ່ງກ່າວ ກັບຮອງ ຣັຖມຸນຕຣີ ການຕ່າງປະເທດຈີນ ທ່ານ HE YAFEI ທີ່ປະເທດອີຈິບ ໃນມື້ວານນີ້ ແລະຮຽກຮ້ອງ ແບບສຸພາບ ແຕ່ໜັກແໜ້ນ ໃຫ້ທ່ານ HE ແກ້ໄຂບັນຫາ ທີ່ວ່ານີ້ ໂດຍໄວ.

ປາກິສຖານ: ສານສູງສຸດ ຂອງປາກິສຖານ ໄດ້ ຍົກເລີກ ການຕັດສິນໂທດຖານຈີ້ເຮືອບິນຕໍ່ອະດີດ ນາຍົກຣັຖມຸນຕຣີ NAWAZ SHARIF ຊຶ່ງໄດ້ແຜ້ວ ທາງໃຫ້ນັກການເມືອງ ທີ່ປະຊາຊົນ ນິຍົມທ່ານນີ້ ສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງ ທາງການໄດ້. ສານສູງສຸດ ຂອງປາກິສຖານ ຕັດສິນ ໃນວັນສຸກ ມື້ນີ້ວ່າ ບໍ່ມີຫລັກຖານ ສນັບສນຸນ ຕໍ່ຂໍ້ຫາທີ່ວ່າ ອະດີດ ນາຍົກຣັຖມຸນຕຣີ NAWAZ SHARIF ໄດ້ສັ່ງໃຫ້ຈີ້ ເຮືອບິນໂດຍສານ ໃນປີ 1999 ທີ່ມີ ຜູ້ບັນຊາການ ທະຫານບົກ ໃນເວລານັ້ນ ຄືທ່ານ PERVEZ MUSHARRAF ເດີນທາງໄປນຳ. ທ່ານ SHARIF ໄດ້ໄປລີ້ພັຍ ຢູ່ຕ່າງປະເທດ ຫລັງຈາກທ່ານ MUSHARRAF ເຂົ້າຢຶດອຳນາດ ໃນການກໍ່ ຣັຖປະຫານ ແບບບໍ່ມີ ການນອງເລືອດ.

ອີຣ່ານ: ອະດີດ ປະທານາທິບໍດີ ອີຣ່ານ ທ່ານ AKBAR HASHEMI RAFSANJANI ກ່າວ ວ່າ ຊາວອີຣ່ານ ຍັງມີຄວາມສົງສັຍ ບໍ່ແນ່ໃຈ ກ່ຽວກັບ ການເລືອກຕັ້ງ ປະທານາທິບໍດີ ທີ່ມີ ການຂັດແຍ້ງ ໃນເດືອນແລ້ວ ແລະຮຽກຮ້ອງ ໃຫ້ປ່ອຍພວກສນັບສນຸນພັກຝ່າຍຄ້ານທັງໝົດ ທີ່ຖືກຈັບ ໃນລະຫວ່າງ ການເດີນຂະບວນປະ ທ້ວງ. ນັກສອນສາສນາ ທີ່ມີອິດທິພົນ ຂອງອີຣ່ານ ທ່ານນີ້ ໄດ້ຖແລງ ຕໍ່ຜູ້ຄົນ ຫລາຍສິບພັນຄົນ ທີ່ໄປໂຮມ ຊຸມນຸມກັນ ເພື່ອສວດມົນ ພາວະນາ ໃນວັນສຸກມື້ນີ້ ທີ່ມະຫາວິທຍາລັຍ ເຕຫະຣ່ານ. ພວກທີ່ໄປຮ່ວມ ຈຳນວນນຶ່ງ ແມ່ນພວກສນັບສນຸນ ຜູ້ສະມັກ ປະທານາທິບໍດີ ທີ່ໄດ້ຮັບ ການປລາຊັຍ ທ່ານ MIR HOSSEIN MOUSAVI ທີ່ໄດ້ໄປຮ່ວມ ການສວດມົນ ພາວະນາ ໃນການປາກົດໂຕ ຕໍ່ທີ່ສາທາຣະນະ ຄັ້ງທຳອິດ ນັບແຕ່ໄດ້ມີ ການເລືອກຕັ້ງ. ຂະນະດຽວກັນ ພວກທີ່ເຫັນເຫດການ ກ່າວວ່າ ຕຳຣວດ ໄດ້ຍິງຣະເບີດນ້ຳຕາ ແລະໃຊ້ໄມ້ຄ້ອນ ຂັບໄລ່ຝູງຊົນ ທີ່ຮວມທັງ ສ່ວນໃຫຍ່ ເປັນພວກສນັບສນຸນ ທ່ານ MOUSAVI ຢູ່ນອກ ມະຫາວິທຍາລັຍ ເຕຫະຣ່ານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG