ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລາວຈັດຕັ້ງເວທີປຶກສາຫາລື ກ່ຽວກັບການຕໍ່ຕ້ານການສໍ້ລາດ ບັງຫລວງ


ບັນດາສະມາຊິກສະພາແຫ່ງຊາດລາວ ພາ ກັນຈັດຕັ້ງເວທີປຶກສາຫາລືກ່ຽວກັບການຕໍ່ ຕ້ານການສໍ້ລາດບັງຫລວງພາຍໃຕ້ເປົ້າໝາຍ ເພື່ອຕິດຕາມ ແລະ ກວດກາການປະຕິບັດ ໜ້າທີ່ຂອງພະນັກງານໃນວົງການລັດຖະ ບານລາວ ແລະ ຫາມາດຕະການລົງໂທດ ຕໍ່ ພະນັກງານທີ່ສໍ້ລາດບັງຫລວງໃຫ້ໄດ້ ຢ່າງມີ ປະສິດທິພາບ.

ກໍລະນີໜຶ່ງທີ່ຖືວ່າເປັນຄວາມແປກໃໝ່ໃນ ກອງປະຊຸມສະ​ໄໝສາ​ມັນຄັ້ງທີ່ 7 ຂອງສະ ພາແຫ່ງຊາດ ລາວຊຸດທີ່ 6 ທີ່ກຳລັງຈະ ຈົບການປະຊຸມລົງຢູ່​ໃນ​ມື້ນີ້ ວັນທີ 9 ກໍລະກົດ ກໍ​ຄືການ​ທີ່​ໄດ້​ມີ​ການຈັດຕັ້ງເວທີ​ປຶກສາ​ຫາລື​ນອກ​ວາລະ ກອງປະຊຸມ ລະຫວ່າງ​ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ດ້ວຍ​ກັນ ​ແລະ ລະຫວ່າງ​ສະ​ມາ ​ຊິກ​ສາ​ພາ​ແຫ່ງ​ຊາດ​ລາວ ກັບ​ປະຊາຊົນ​ລາວ​ທົ່ວໆໄປ ທີ່​ຕ້ອງການ​ຈະ​ປະກອບ​ຄວາມ​ຄິດ ເຫັນ ​ເຂົ້າ​ໃນ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ກໍລະນີ​ບັນຫາ​ຕ່າງໆ ທີ່​ເຫັນ​ວ່າບໍ່ ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ລະບຽບການ ​ແລະ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ໄປ​ເຖິງຜົນ​ປະ ໂຫຍ​ດສ່ວນ​ຮວມ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ ທັງ​ປະ​ເທດ​ຢ່າງ​ກວ້າງຂວາງ. ທັງນີ້ ​ໂດຍ ​ສະ​ເພາະ​ແມ່ນ​ຕໍ່ບັນຫາ ທີ່​ກ່ຽວຂ້ອງ​ກັບການ​ສໍ້ລັດບັງຫລວງ ​ໃນ​ວົງ​ການ​ພະນັກງານ​ຂອງ​ ລັດຖະບານ​ລາວ​ນັ້ນ ຖື​ເປັນບັນຫາ​ທີ່​ສຳຄັນ ທີ່​ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະການ​ປ້ອງ​ກັນ ​ແລະ ປາບ​ປາມ​ຢ່າງ​ຮີບ​ດ່ວນ ເພາະ​ເປັນ​ບັນຫາ​ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ແລະ ປະຊາຊົນ​ລາວ ກໍ​ໄດ້​ພາກັນວິພາກ​ວິ​ຈານ ​ແລະ ສະ​ແດງ​ອອກ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍຫລາຍທີ່​ສຸດ​ບັນ ຫາໜຶ່ງ​ໃນ​ປະຈຸ​ບັນນີ້.

ຊຶ່ງ​ຕໍ່ກໍລະນີ​ບັນຫາ​ດັ່ງກ່າວ ທ່ານ ຖາວອນ ຕັນ​ດາ​ວົງ ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ຈາກ​ແຂວງ​ສາລະ​ວັນ ​ໃນ​ຖານະ​ທີ່​ເປັນ​ສ່ວນໜຶ່ງ ​ໃນ​ເວທີ​ປຶກສາ​ຫາລື​ດັ່ງກ່າວ​ນີ້ ກໍ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ເວທີ​ປຶກສາ​ຫາລື ນອກ​ວາລະ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ ຈະ​ມີ​ສ່ວນ​ຢ່າງ​ສຳຄັນ ຕໍ່ການ​ປ້ອງ​ກັນ ​ແລະ ປາບ​ປາມ​ການ​ສໍ້ລາ​ດບັງຫລວງ ​ເຖິງ​ແມ່ນ​ວ່າ ​ໃນ​ຕະຫລອດ​ໄລຍະເວລາ​ທີ່​ຜ່ານ​ມາການ ປະຕິບັດ​ວຽກງານ​ໃນ​ດ້ານ​ດັ່ງກ່າວ​ນີ້ ຂອງ​ສະພາ​ແຫ່ງ ຊາດ​ລາວ ​ແລະ ລັດຖະບານ​ລາວ​ເອງຈະ​ບໍ່ມີ​ປະສິດທິ ພາບ​ແຕ່​ຢ່າງ​ໃດ​ກໍ​ຕາມ.

ຫາກ​ແຕ່​ວ່າ ດ້ວຍ​ການຈັດຕັ້ງ​ເວທີ​ປຶກສາ​ຫາລື​ດັ່ງກ່າວ​ນີ້ ຊຶ່ງ​ກໍ​ເຮັດ​ໃຫ້​ ມີ​ທັງການ​ຕິດຕາມ​ກວດກາ ​ການກວດ​ສອບຕາມ​ທີ່​ໄດ້​ຮັບ​ຂໍ້​ມູນ​ຈາກປະຊາ ຊົນ​ທີ່​ກ່ຽວຂ້ອງ​ກັບບັນຫາການ​ສໍ້​ລາດ​ບັງ​ຫລວງ​ໄດ້​ຢ່າງ​ກວ້າງຂວາງ​ນັ້ນ ກໍ​ຈະ​ເປັນ​ຜົນ ເຮັດ​ໃຫ້ການ​ປະຕິບັດ​ວຽກງານ ​ແລະ ປ້ອງ​ກັນ​ປາບ​ປາມການ​ສໍ້​ລາດ​ບັງ​ຫລວງໃນ ລາວ ສາມາດ​ທີ່​ຈະ​ດຳ​ເນີນ​ການ​ໄດ້​ຢ່າງ​ມີ​ປະສິດທິພາບ​ຫລາຍ​ຂຶ້ນ. ຫາກ​ບໍ່ສະນັ້ນ​ແລ້ວ ກໍ​ຍ່ອມ ທີ່​ຈະ​ສົ່ງ ​ຜົນ​ກະ​ທົບ​ຕໍ່ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິບັດ​ລາວ​ໃນ​ໄລຍະ​ຕໍ່​ໄປ ຢ່າງ​ ຫລີກລ້ຽ​ງບໍ່​ໄດ້.

ກ່ອນໜ້າ​ນີ້ ທະນາຄານ ພັດທະນາເອເຊຍ ຫລື ADB ໄດ້ປະເມີນສະຖານະການທີ່ ກ່ຽວຂ້ອງກັບການສໍ້ລາດ ບັງຫລວງຢູ່ໃນລາວວ່າ ສຳລັບການຮັບສິນບົນຂອງເຈົ້າໜ້າທີ່ ພາສີ ເພື່ອອຳນວຍຄວາມສະດວກໃຫ້ແກ່ການ ຄ້າໜີພາສີນັ້ນ ໄດ້ເຮັດໃຫ້ລັດຖະບານ ລາວ ຕ້ອງສູນເສຍລາຍໄດ້ຈາກພາສີ ເປັນມູນຄ່າຫລາຍກວ່າ 100 ລ້ານ ໂດລາ ສະຫະ ຣັດ ໃນແຕ່ລະປີ ແລະຍັງລວມທັງການສູນເສຍລາຍຮັບຈາກ ການລັກລອບຕັດ ແລະ ຄ້າໄມ້ເຖື່ອນ ອີກດ້ວຍ.

ອົງການ​ເພື່ອ​ຄວາມໂປ່​ງ​ໃສ ລະຫວ່າງ​ປະ​ເທດ ຫລື ​Transparency International ​ນັ້ນ ກໍ​ໄດ້​ຈັດ​ໃຫ້​ລາວ​ຢູ່​ໃນ​ອັນ​ດັບ​ທີ່ 151 ຈາກ​ທັງໝົດ 180 ປະ​ເທດ​ ໃນ​ທົ່ວ​ໂລກ ທີ່​ມີ​ການ​ສໍ້ລາ​ດບັງ​ຫລວງ​ໂດຍ​ທີ່​ລາວ​ໄດ້​ຮັບ​ຄະ​ແນນ​ຄວາມ​ເຊື່ອ​ຖືພຽງ​ແຕ່ 2 ຄະແນນ​ເ​ທົ່ານັ້ນ ຈາ​ກຄະ​ແນນເຕັມ 10 ຄະ​ແນນ ຊຶ່ງ​ກໍໝາຍຄວາມ​ວ່າ ລາວ​ໄດ້​ຖືກ​ຈັດໃຫ້​ຢູ່ໃນ ກຸ່ມ​ປະ​ເທດ​ທີ່​ມີ​ລະດັບການສໍ້ລາ​ດບັງ​ຫລວງຫລາຍ​ທີ່​ສຸດ​ໃນໂລກ ​ໃນ​ຂະນະ​ທີ່​ສິງ​ກະ​ໂປ ທີ່​ມີ ​ການສໍ້​ລາ​ດບັງ​ຫລວງໜ້ອຍທີ່ສຸດ ​ເປັນ​ອັນ​ດັບ​ທີ່ 4 ຂອງ​ໂລກ ​ແລະ ໜ້ອຍທີ່​ສຸດ​ໃນ​ເອ​ເຊຍນັ້ນ ໄດ້​ຮັບ​ຄະ​ແນນ​ຄວາມ​ເຊື່ອ​ຖື​ເຖິງ 9.2 ຄະ​ແນນ, ສ່ວນ​ປະ​ເທດ​ໄທ ​ໄດ້ 3.5 ຄະ​ແນນ.


ຊົງຣິດ ໂພນເງິນ ລາຍງານຈາກບາງກອກໃນວັນທີ 09 ກໍລະກົດ, 2009

XS
SM
MD
LG