ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານ ຈະບໍ່ລົບລ້າງ ຜົນການເລືອກຕັ້ງປະທານາທິບໍດີ ທີ່ເປັນບັນຫາໂຕ້ແຍ້ງ


ອີຣ່ານ: ສື່ມວນຊົນ ຂອງອີຣ່ານ ລາຍງານ ໃນວັນອັງຄານ ມື້ນີ້ວ່າ ສະພາປົກຄອງ ຫຼື GUARDIAN COUNCIL ທີ່ມີອິດທິພົນ ຂອງອີຣ່ານຈະບໍ່ປະກາດ ລົບ​ລ້າງ ຜົນການ ເລືອກຕັ້ງ ປະທານາທິບໍດີ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງກັນນັ້ນ ໂດຍເວົ້າວ່າ ບໍ່ໄດ້ມີ ການປ່ອນບັດ ທີ່ຜິດປົກກະຕິ ຢ່າງຮ້າຍແຮງ ເກີດຂຶ້ນ ແຕ່ຢ່າງໃດ. ໂຄສົກຂອງສະພາປົກ ຄອງ ກ່າວໃນຕອນແລງ ວານນີ້ວ່າ ການຮ້ອງ ທຸກ ສ່ວນໃຫຍ່ ແມ່ນກ່ຽວກັບ ການປະຕິບັດ ທີ່ບໍ່ຖືກບໍ່ຕ້ອງ ກ່ອນການເລືອກຕັ້ງ ບໍ່ແມ່ນໃນ ລະຫວ່າງ ແລະລຸນຫລັງ ການເລືອກຕັ້ງ ທີ່ປະ ທານາທິບໍດີ MAHMOUD AHMADINEJAD ໄດ້ຮັບໄຊຊະນະ ຢ່າງຖ້ວມ ລົ້ນນັ້ນ. ສະພາ ແຫ່ງຊາດອີຣ່ານ ປະກາດ ໃນວັນອັງຄານ ມື້ນີ້ວ່າ ທ່ານ AHMADINEJAD ຈະສາບານ ໂຕເຂົ້າຮັບໜ້າທີ່ ລະຫວ່າງ ວັນທີ 26 ກໍຣະກົດ ຫາວັນທີ 19 ສິງຫາ. ໃນອີກດ້ານນຶ່ງນັ້ນ ຮອງຫົວໜ້າ ສູນກາງເລືອກຕັ້ງ ຂອງ ກະຊວງພາຍໃນ ອີຣ່ານ ກ່າວວ່າ ທາງກະຊວງ ຈະພິມເຜີຍແຜ່ ຜົນການນັບ ບັດຄະແນນສຽງ ຂອງແຕ່ລະຫີບ ໃນຄວາມ ພະຍາຍາມ ເພື່ອໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ການປ່ອນບັດ ໃນວັນທີ 12 ມິຖຸນາ ຜ່ານມາ.

ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ຜູ້ນຳຫົວຮຸນແຮງ ຄົນນຶ່ງ ທີ່ຄັດຄ້ານ ຕໍ່ນາຍ BAITULLAH MEHSUD ຫົວໜ້າ ຂອງ ກຸ່ມທາລີບານ ໃນປາກິສຖານ ໄດ້ຖືກຍິງຕາຍ ໃນວັນອັງຄານ ມື້ນີ້ ໃນເຂດ ພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ. ຕຳຣວດກ່າວວ່າ ຜູ້ບັນຊາການ ຫົວຮຸນແຮງ QARI ZAINUD DIN ຢູ່​ໃນຫ້ອງການ ຂອງລາວ ໃນເມືອງ DERA ISMAIL KHAN ເວລາມືປືນ ຄົນນຶ່ງ ຍິງສັງຫານລາວ ແລະເຮັດໃຫ້ ຜູ້ຊ່ອຍຄົນນຶ່ງ ຂອງລາວ ໄດ້ຮັບບາດເຈັບ. ຕຳຣວດ ໄດ້ສົ່ງ ນາຍ ZAINUDDIN ໄປໂຮງພະຍາບານ ແຕ່ຜູ້ກ່ຽວ ເສັຽຊີວິດ ໃນເວລາ ທີ່ໄປຮອດ. ເມື່ອບໍ່ດົນມານີ້ ນາຍ ZAINUDDIN ໄດ້ປະກາດວ່າ ຕົນຈະໃຫ້ ການສນັບສນຸນ ຕໍ່ແຜນການ ປະຕິບັດງານ ທາງທະຫານ ເພື່ອປາບປາມ ນາຍ MEHSUD ນັ້ນ. ເຈົ້າໜ້າທີ່ ກ່່າວວ່າ ນຶ່ງໃນບັນດາ ອາຣັກຂາ ຂອງນາຍ ZAINUDDIN ໄດ້ເຂົ້າໄປ ໃນຫ້ອງການ ແລ້ວກໍຍິງສັງຫານ ຜູ້ກ່ຽວ ຫລັງຈາກ ການສວດມົນ ພາວະນາ ໃນຕອນເຊົ້າ. ຈຸດປະສົງ ໃນການໂຈມຕີ ຄັ້ງນີ້ ຍັງບໍ່ທັນ ເປັນທີ່ຈະແຈ້ງ ແຕ່ມີ​ທາງ​ວ່າ ຄວາມສົງສັຍ ຈະມຸ່ງ​ໄປ ​ທີ່ນາຍ MEHSUD ແລະພັກພວກ.

ສະຫະຣັດ - ກຽກກິສຖານ: ເຈົ້າໜ້າທີ່ KYRGYZSTAN ກ່າວວ່າ ສະຫະຣັດແລະ KYRGYZSTAN ໄດ້ບັນລຸ ການຕົກລົງ ກ່ຽວກັບ ການອະນຸຍາດໃຫ້ ສະຫະຣັດສືບຕໍ່ ໃຊ້ສນາມບິນແຫ່ງນຶ່ງຂອງ KYRGYZSTAN ເພື່ອລຳລຽງ ຂົນສົ່ງອຸບປະກອນແລະສັມພາຣະ ທາງທະຫານ ຂອງສະຫະຣັດ ໄປຍັງອັຟການິສ ຖານ. ເຈົ້າໜ້າທີ່ ກ່າວໃນວັນອັງຄານ ມື້ນີ້ວ່າ ຂໍ້ຕົກລົງ ເພື່ອເຮັດໃຫ້ ສນາມບິນ MANAS ເປັນສູນກາງ ໃນການລຳລຽງ ຂົນສົ່ງວັດຖຸ ປັດຈັຍ ໄປຍັງ ອັຟການິສຖານ ໄດ້ບັນລຸກັນ ໃນມື້ວານນີ້. ແຫຼ່ງຂ່າວແຈ້ງວ່າ ສະພາ ແຫ່ງຊາດ KYRGYZSTAN ຈະເລີ້ມ ທົບທວນເບິ່ງ ຂໍ້ຕົກລົງ ສະບັບໃໝ່ ພາຍໃນມື້ນີ້ ກໍເປັນໄດ້. ໃນເດືອນກຸມພາ ຜ່ານມາ ຣັຖບານ KYRGYZSTAN ກ່າວວ່າ ຕົນໃຫ້ເວລາ ແກ່ສະຫະຣັດ 6 ເດືອນ ເພື່ອຍົກຍ້າຍ ອອກຈາກ ຖານທັບແຫ່ງນີ້ ຫຼັງຈາກຣັດເຊັຽ ໃຫ້ຄຳໝັ້ນສັນຍາ ທີ່ຈະໃຫ້ເງິນກູ້ຢືມ ແລະການຊ່ອຍເຫລືອ ແກ່ KYRGYZSTAN ໃນມູນຄ່າ ປະມານ 2 ພັນລ້ານໂດລາ. ແຕ່ເຈົ້າໜ້າທີ່ KYRGYZSTAN ໃຫ້ສັນຍານ ເມື່ອສອງສາມອາທິດ ຜ່ານມານີ້ວ່າ ຕົນຍິນດີ ທີ່ຈະພິຈາຣະນາ ຄືນໃໝ່ ເບິ່ງຄຳສັ່ງ ໃຫ້ສະຫະຣັດ ຖອນອອກໄປ ຈາກຖານທັບ ດັ່ງກ່າວນັ້ນ.

ສະຫະຣັດ - ຣັດເຊັຽ: ຄະນະເຈຣະຈາ ໃນດ້ານອາວຸດ ຂອງສະຫະຣັດ ແລະຣັດເຊັຽ ເລີ້ມສົນທະນາ ຫາຣືກັນ ທີ່ນະຄອນ GENEVA ໃນວັນອັງຄານ ມື້ນີ້ ກ່ຽວກັບສົນ ທິສັນຍາ ສະບັບໃໝ່ ເພື່ອໃຊ້ແທນ ສົນທິສັນຍາ START ທີ່ກຳລັງຈະໝົດອາຍຸໄປ. ສົນທິສັນຍາ ດັ່ງກ່າວ ທີ່​ໄດ້ເຊັນ​ກັນ​ ໃນປີ 1991 ໄດ້ຫລຸດຈຳນວນ ອາວຸດຍຸທ ສາດ ນິວເຄລັຽ ຂອງ ສະຫະຣັດ ແລະຣັດເຊັຽ ລົງເປັນຈຳນວນ ຫລວງຫລາຍ. ປະທານາທິບໍດີ BARACK OBAMA ແລະ ປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV ໄດ້ຕົກລົງ ໃນຕົ້ນປີນີ້ວ່າ ຈະເປີດ ການເຈຣະຈາ ກ່ຽວກັບ ສົນທິສັນຍາ ສະບັບໃໝ່ ເພື່ອແທນ ສົນທິສັນຍາ START ເວລາສົນທິສັນຍາ ດັ່ງກ່າວ ໝົດອາຍຸ ໃນວັນທີ 5 ທັນວາ. ປະທານາທິບໍດີ MEDVEDEV ກ່າວວ່າ ຣັດເຊັຽເຕັມໃຈ ທີ່ຈະຫລຸດຈຳນວນ ອາວຸດນິວເຄລັຽ ຂອງຕົນລົງຕື່ມອີກ ເປັນຈຳນວນຫລວງຫຼາຍ ແຕ່ກໍຕໍ່ເມື່ອ ສະຫະຣັດ ແກ້ໄຂ ຄວາມວິຕົກກັງວົນ ຂອງຣັດເຊັຽ ກ່ຽວກັບແຜນການ ຕິດຕັ້ງຣະບົບ ຕໍ່ຕ້ານລູກສອນໄຟ ຂອງສະຫະຣັດ ໃນເຂດພາກກາງ ຂອງຢູໂຣບ.

ອຸບັດຕິເຫດ - ຣົດໄຟຕຳກັນ: ເຈົ້າໜ້າທີ່ ທີ່ກຸງວໍຊິງຕັນ ກ່າວວ່າມີຢ່າງ​ນ້ອຍ 9 ຄົນແລ້ວ ເສັຽຊີວິດ ຫລັງຈາກ ຣົດໄຟໃຕ້ດິນ ສອງຂະບວນ ແລ່ນຕຳກັນ ໃນຕອນແລງ ຂອງມື້ວານນີ້. ອຸບັດ ຕິເຫດ ເກີດຂຶ້ນ ໃກ້ໆສະຖານີ ເທິງດິນແຫ່ງນຶ່ງ ທາງກ້ຳ ຕາເວັນອອກສຽງເໜືອ ຂອງກຸງວໍຊິງຕັນ. ເຈົ້າໜ້າທີ່ ໃນນະຄອນຫຼວງ ຂອງ ສະຫະຣັດ ແລະເຈົ້າໜ້າທີ່ຂົນສົ່ງກ່າວວ່າ ຣົດໄຟຂະບວນ ນຶ່ງ ໄດ້ຢຸດຈອດ ​ເວລາຣົດໄຟ ຂະບວນທີສອງ ຊຶ່ງແລ່ນໄປທາງດຽວກັນ ແລ່ນເຂົ້າຕຳກົ້ນ ຢ່າງແຮງ ຈົນເຮັດໃຫ້ ຕູ້ຣົດທຳ​ອິດ ຂອງຣົດໄຟ ຂະບວນທີສອງ ອ້າອອກ ແລະ​ໂດດຂຶ້ນໄປໂຄມ ຕູ້ສຸດທ້າຍ ຂອງຣົດໄຟ ຂະບວນທີນຶ່ງ. ຄົນຂັບຣົດໄຟ ຂະບວນທີສອງ ຊຶ່ງ​ເປັນແມ່ຍິງ ກໍຮວມຢູ່ໃນ ຈຳນວນພວກທີ່ເສັຽຊີວິດ. ເຈົ້າໜ້າທີ່ກ່າວວ່າ ມີຜູ້ໂດຍສານ ອື່ນໆອີກ ຢ່າງນ້ອຍ 70 ຄົນ ໄດ້ຮັບບາດເຈັບ ຮວມທັງ ຢ່າງນ້ອຍ 6 ຄົນ ທີ່ມີອາການ ສາຫັດ. ທ່ານ ADRIAN FENTY ເຈົ້າຄອງ ນະຄອນຫລວງວໍຊິງຕັນ ເອີ້ນອຸບັດຕິເຫດ ດັ່ງກ່າວນີ້ວ່າ ຮ້າຍແຮງສຸດ ໃນປະວັດຂອງ ຣະບົບຣົດໄຟໃຕ້ດິນ 33 ປີ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະພັລຍາ ທ່ານນາງ MICHELLE ກໍ​ໄດ້ອອກ ຖແລງຂ່າວສະບັບນຶ່ງ ໃນຕອນແລງວານນີ້ ສະແດງຄວາມ ເສົ້າສລົດໃຈ ຕໍ່ພວກເຄາະຮ້າຍ.

ຈີນ - ສະຫະຣັດ: ເຈົ້າໜ້າທີ່ ກະຊວງປ້ອງກັນປະ ເທດ ຂອງສະຫະຣັດ ແລະຈີນ ພົບປະກັນ ໃນວັນອັງ ຄານ ມື້ນີ້ ທີ່ນະຄອນຫລວງ ປັກກິ່ງ ​ໃນ​ການ​ເຈລະຈາ​ ທາງ​ທະຫານ​ ລະດັບ​ສູງ ​ສອງ​ຝ່າຍ ​ເທື່ອ​ທຳ​ອິດ ​ໃນ​ຮອບ 18 ​ເດືອນ. ບໍ່​ມີ​ລາຍ​ລະອຽດ​ ໃນ​ທັນທີ​ນີ້​ເທື່ອ ກ່ຽວ​ກັບ​ການ​ເຈຣະຈາ​ ເປັນ​ເວລາ​ສອງ​ມື້​ ຄັ້ງນີ້. ປັກ​ກິ່ງ​ໄດ້​ງົດ​ ກອງ​ປະຊຸມ ​ເຈຣະຈາ​ຫາລື​ ເຣື່ອງການ​ປ້ອງ​ກັນ​ ລະຫວ່າງ​ຈີນ-ສຫະຣັດນີ້​ ​ເມື່ອ​ປີ​ເຄິ່ງຜ່ານ​ມາ ຍ້ອນ​ບໍ່ພໍ​ໃຈ​ ນຳ​ການ​ຂາຍ​ອາວຸດ​ ຂອງ​ສຫະຣັດ ​ໃຫ້ໃຕ້ຫວັນ. ເຈົ້າໜ້າທີ່ ສະຫະຣັດ ກ່າວວ່າ ວໍຊິງຕັນ ກຳລັງຊອກ ຫາຊ່ອງທາງເພື່ອຢາກໃຫ້ມີ ການຮ່ວມມື ຢ່າງເຂັ້ມ ແຂງ ຈາກຈີນ ໃນການຮັບມື ກັບບັນຫາຂັດແຍ້ງ ຢູ່ໃນຂົງເຂດ. ເປັນທີ່ຄາດກັນວ່າ ວໍຊິງຕັນ ຈະ​ເພ່ງ​ເລັງໃສ່​ເຣື່ອງເກົາຫຼີເໜືອ ແລະການດຳເນີນ ຄວາມພະຍາຍາມ ຂອງ ນາໆຊາດ ເພື່ອຊັກຊວນໃຫ້ ປະເທດດັ່ງກ່າວ ກັບຄືນເຂົ້າສູ່ ໂຕະເຈຣະຈາ ກ່ຽວ​ກັບ​ການຍຸຕິ ໂຄງການ ສ້າງອາວຸດນິວເຄລັຽນັ້ນ. ລາຍງານຂ່າວ ຂອງໜັງສືພິມ CHINA DAILY ສະບັບທີ່ອອກ ໃນວັນອັງຄານ ມື້ນີ້ ໄດ້ອ້າງແຫລ່ງຂ່າວ ທາງທະຫານ ທີ່ກ່າວວ່າ ຄະນະຜູ້ແທນ ຂອງ ປະເທດທັງສອງ ຈະຊອກຫາ ຊ່ອງທາງ ເພື່ອຮ່ວມມືກັນ ກ່ຽວກັບບັນຫາຕ່າງໆ ຮວມທັງ ບັນຫາຂັດແຍ້ງ ທາງທະເລ ແລະການລົດ ກຳລັງອາວຸດນິວເຄລັຽ ​ເຖິງ​ແມ່ນ ບໍ່ລົງຮອຍກັນ ​ໃນ​ຫລາຍ​ເຣື່ອງ ກໍ​ຕາມ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG