ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກສນັບສນຸນຜູ້ສມັກຝ່າຍຄ້ານວາງແຜນໂຮມຊຸມນຸມກັນອີກໃນວັນພຸດມື້ນີ້



ສະຖານະ​ການ​ໃນ​ອິຣ່ານ: ບັນດາ​ຜູ້​ສນັບ​ສນຸນທ່ານ Mir Hossein Mousavi ຜູ້​ສມັກ​ເລື​ອກຕັ້ງ​ ປະທານາທິບໍດີ​ ທ່ີ​ຖືກ​ປະກາດ​ວ່າ​ປາ​ໄຊ​ນັ້ນ ​ວາງ​ແຜນ​ໂຮມ​ຊຸມນຸມ​ກັນ​ອີກໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ ທ່ີ​ມີ​ບັນຫາ​ຂັດ​ແຍ່ງ​ກັນ​ໃນ​ວັນ​ສຸກແລ້ວ​ນີ້. ຂະ​ບວນການ​ຫົວ​ປະຕິ​ຮູບ​ໄດ້​ຂໍອະນຸຍາດ​ຈາກ​ກະຊວງ​ພາຍ​ໃນ​ເພື່ອ​ທຳ​ການ​ໂຮມ​ຊຸມນຸມ​ກັນ ​ແຕ່​ມາ​ຮອດ​ປັດຈຸບັນ​ນີ້ ທາງ​ການ​ອິຣ່ານ​ກໍ​ຍັງຫ້າມການໂຮມ ຊຸມນຸມ​ ນັ້ນຢູ່. ທ່ານ​ມຸດ​ສາ​ວີ ​ໄດ້ອອກ​ຖ​ແລງ​ການ​ສະບັບ​ນຶ່ງ​ໃນ​ວັນ​ພຸດ​ມື້​ນີ້ ຮຽກຮ້ອງ ໃຫ້​ພວກ​ສນັບ​ສນຸນທ່ານ ທຳ​ການ​ເດີນ​ຂະ​ບວນປະ​ທ້ວງ​ຢ່າງ​ສັນຕິ ຫລື​ບໍ່​ກໍ ໃຫ້​ພາກັນ​ໄປ​ຊຸມນຸມ​ກັນ​ຢູ່​ໃນ​ໂບດ​ແຫ່ງ​ຕ່າງໆ​ໃນ​ວັນ​ພະຫັດ​ມື້ອື່ນ ​ເພື່ອ​ໃຫ້​ກຽດ​ແກ່​ພວກ​ທ່ີ​ເສັຍ​ຊີວິດ​ໄປ​ໃນ​ເຫດການ​ຮຸນ​ແຮງ​ທ່ີ​ເກີດຂຶ້ນ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ນັ້ນ.
ໃນ​ຂ່າວ​ອື່ນໆ​ທ່ີ​ພົວພັນ​ກັນ ​ໂທຣະພາບຂ່າວ​ອິຣ່ານລາຍ​ງານ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ກະຊວງ​ສືບ​ຂ່າວ​ລັບ​ຂອງ​ປະ​ເທດ​ໄດ້​ແຈ້ງ​ໂດຍ​ສັງ​ເຂ​ບ​ໃຫ້​ສະພາຊາບກ່ຽວ​ກັບ​ຄວາມ​ວຸ້ນວາຍ​ທ່ີເກີດ​ຂຶ້ນ​ຫລັງ​ຈາກ​ການ​ເລືອກ​ຕັ້ງ ແລະ​ບອກ​ວ່າ ​ໄດ້ມີ​ຄົນ​ເສັຍ​ຊີວິດ​ໄປ 8 ຄົນ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ: ລາຍ​ງານ​ຂ່າວ​ຍີ່​ປຸ່ນ​ແລະ​ເກົາຫລີ​ໃຕ້ເວົ້າ​ວ່າ ​ ປາກົດ​ວ່າເກົາຫລີ​ເໜືອ​ ກຳລັງ​ກະກຽມ​ສະຖານ​ທ່ີໄວ້ 2 ບ່ອນ ຊຶ່ງອາດ​ຈະ​ເປັນບ່ອນ​ທ່ີ​ຈະທຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ກໍ​ໄດ້.ໜັງສືພິມ Chosun Ilbo ຂອງ​ເກົາຫລີ​ໃຕ້​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າທ່ີ ຣັຖບານ​ທ່ານ​ນຶ່ງ​ທ່ີ​ບໍ່​ໄດ້​ແຈ້ງ​ຊື່​ໃຫ້​ຊາບ​ ທີ່​ກ່າວວ່າ ​ໄດ້​ມີ​ການ​ເຫັນ​ລົດ​ໄຟພິ​ເສດ​ຂະ​ບວນນຶ່ງ​ ທ່ີ​ໃຊ້​ບັນທຸກ​ລູກ​ສອນ​ໄຟ​ທ່ີ​ຍິງ​ໄດ້​ໃນ​ລະຍະ​ໄກ ກຳລັງແລ່ນ​ໄປ. ລາຍ​ງານເວົ້າ​ວ່າ ​ມີ​ການເຫັນ​ລົດ​ໄຟ​ຂບວນນີ້ເຄື່ອນຍ້າຍ​ອອກ​ຈາກ ສະຖານ​ທ່ີ​ຍິງ​ລູກ​ສອນ​ໄຟ​ແຫ່ງ​ນຶ່ງ​ໃນ​ຝັ່ງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງ​ເກົາ ຫລີ​ເໜືອ​ໄປ​ຍັງ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.
ມີ​ລາຍ​ງານ​ຂ່າວໃນ​ທຳນອງ​ດຽວ​ກັນ​ນີ້​ ຈາກໜັງສືພິມ Sankei ຂອງ ຍີ່​ປຸ່ນ. ​ແຕ່​ບັນດາ​ເຈົ້າ​ໜ້າ​ທ່ີ​ຝ່າຍ​ສືບ​ລັບ​ແລະ​ປ້ອງ​ກັນ​ປະ​ເທດ​ຂອງເກົາ ຫລີໃຕ້​ກ່າວ​ວ່າ ​ພວກ​ເຂົາ​ເຈົ້າ​ບໍ່​ສາມາດ​ຢືນຢັນ​ລາຍ​ງານ​ຂ່າວເຫລົ່າ​ນີ້​ໄດ້.
ທີ່ມຽນມ້າ: ພວກ​ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານ​ໃນ​ມຽນມ້າ ​ທ່ີ​ຖືກ​ຂັງ​ຄຸກ​ຢູ່​ນັ້ນ ​ໄດ້​ຮຽກຮ້ອງ​ຕໍ່​ສານ​ເປັນ​ຄັ້ງ​ສຸດ​ທ້າຍ​ໃນ​ວັນ ພຸດ​ມື້​ນີ້ ​ເພື່ອ​ນຳເອົາພະຍານ​ມາ​ໃຫ້ການ​ຕື່ມ​ອີກ 2 ຄົນ​ໃນ​ການ​ດຳ​ເນີນ​ຄະດີ​ທ່ານ​ນາງ​ ທ່ີ​ມີ​ການຊັກ​ຊ້າ​ມາ​ນັ້ນ. ທ່ານ Kyi Win ຫົວໜ້າກຸ່ມທະນາຍຄວາມ ສຳລັບ​ທ່ານນາງ​ອອງຊານ​ຊູ​ຈີ ທ່ີ​ໄດ້​ຮັບ​ລາງວັນ​ໂນ​ແບນ ຂະ​ແໜງ​ສັນຕິພາບ ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ບໍ່​ຄາດ​ວ່າ​ມີ​ການຕັດສິນ​ໃຈ​ຂອງ​ສານ​ກ່ຽວ​ກັບ​ເຣື່ອງນີ້ ຈົນ​ກວ່າ​ຈະ​ຮອດ​ແລງ​ວັນພຸດ​ ມື້​ນີ້ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ. ​
ທ່ານ Kyi win ກ່າວ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ດີ​ ​ວ່າ​ສານ​ຈະ​ຮັບ ເອົາ​ຄຳ​ຂໍ​ຮ້ອງ​ກ່ຽວ​ກັບ​ພວກ​ພະຍານ​ສອງ​ຄົນ​ນີ້.
ທີ່ອິນໂດເນເຊັຍ: ສານ​ແຫ່ງ​ນຶ່ງ​ໃນ​ອິນ​ໂດ​ເນ​ເຊັຍ​ໄດ້​ຕັດສິນ​ໂທດ​ຍາດ​ພີ່ນ້ອງ​ຄົນ​ນຶ່ງ​ຂອງ ປະທານາທິບໍດີ ​ໂຊ​ຊິ​ໂລ​ບັມບັງ​ຢຸດ​ໂທ​ໂຢ​ໂນະ ​ແຫ່ງ​ອິນ​ໂດ​ເນ​ເຊັຍ​ໃຫ້ ຈຳ​ຄຸກ​ເປັນ​ເວລາ 4 ປີ​ເຄິ່ງ​ ໃນ​ຂໍ້​ຫາ​ສໍ້​ໂກງ​ເງິນ​ຈຳນວນ​ຫລາຍ​ລ້ານ ດອນ​ລ້າ​ຈາກ​ທະນາຄານ​ກາງຂອງ​ປະ​ເທດ​. ສານ​ປາບ​ການ​ສໍ້ຣາດບັງ ຫລວງ​ອິນ​ໂດ​ເນ​ເຊັຍ​ ໄດ້​ຕັດສິນ​ລົງໂທດ​ດັ່ງກ່າວ​ໃນ​ວັນ​ພຸດ​ມື້​ນີ້​ຕໍ່​ທ່ານ Aulia Pohan ​ຮອງ​ຜູ້ວ່າການ​ທະນາຄານ​ແຫ່ງ​ອິນ​ໂດ​ເນ​ເຊັຍ ແລະ​ ອະດີດ​ເຈົ້າ​ໜ້າ​ທ່ີ​ທະນາຄານ​ອື່ນໆ​ອີກ 3 ຄົນ. ທ່ານ Pohan ​ເປັນພໍ່​ເຖົ້າ​ຂອງ​ລູກ​ຊາຍ​ກົກ​ ຂອງ​ປະທານາທິບໍດີ​ຢຸດ​ໂທ​ໂຢ​ໂນະ. ສານ​ກ່າວ​ວ່າ ທ່ານ Pohan​ແລະ​ພວກ​ອະດີດ​ເຈົ້າ​ໜ້າ​ທ່ີ​ທະນາຄານ 3 ຄົນ​ນີ້​ ໃຊ້​ເງິນໄປໃນ​ທາງ​ບໍ່​ຖືກຕ້ອງ​ຊອບ​ທັມ​ ຈຳນວນ​ເກືອບ 10ລ້ານ ດອນ​ລາ​ເພື່ອ​ໃຫ້​ສິນ​ບົນ​ແກ່​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ ​ແລະ​ຈ່າຍ​ເງິນ​ໃຫ້​ທະນາຍຄວາມ ​ເປັນ​ຄ່າ​ວ່າຄວາມ​ແກ້ຄະດີ​ໃຫ້ພວກ​ເຈົ້າ​ໜ້າ​ທ່ີ​ທະນາຄານ​ຄົນອື່ນໆ​ອີກ ຖືກ​ກ່າວ​ຫາ​ວ່າ ຍັກ​ຍອກ​ເອົາເງິນຣັຖບານ​ໄປ​ໃນ​ລະຫວ່າງເກີດ​ວິ​ກິດ​ການ​ການ​ເງິນ​ໃນ​ເອ​ເຊັຍ​ ລະ​ຫວ່າງປີ 1997-98 ນັ້ນ.
ທີ່ຣັດເຊັຍ: ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ ຄວາມ​ສັມພັນ​ກັບຣັດ​ເຊັຍ ເປັນ​ບູຣິມະ​ສິດ​ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ​ອັນ​ນຶ່ງ​ສຳລັບ​ປະ​ເທດ​ຂອງ​ທ່ານ. ທ່ານ​ຫູ​ຈິ​ນເຖົາ​ໄດ້​ກ່າວຕໍ່​ທ່ານ Vladimir Putin ນາຍົກຣັຖ ມຸນຕີຣັດ​ເຊັຍ​ ໃນ​ວັນ​ພຸດ​ມື້​ນີ້​ວ່າ ການຍົກ​ສູງ​ການ​ຮ່ວມ​ມື​ລະວຫ່າງຣັດ​ເຊັຍ​ແລະ​ຈີນ ແມ່ນມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ໃນ​ລະຫວ່າງ​ທີ່​ເກີດວິກິດ​ ການ​ດ້ານ​ເສດຖະກິດ​ຂອງໂລກ​ຢູ່ນີ້. ຜູ້ນຳ​ຈີນ​ໄດ້​ທຳ​ການໂອ້​ລົມ​ສົນທະນາ​ກັນ​ທ່ານ​ພູ​ຕິນ ຢູ່​ທ່ີ​ກຸງ​ມອສກູ ຫລັງ​ຈາກ​ເຂົ້າ​ຮ່ວມ​ໃນສອງ​ກອງ​ປະຊຸ​ມສຸດ​ຍອດ​ລະຫວ່າງ​ຊາດທີ່​ເມືອງ Yekaterinburg​ ​ໃນ​ເຂດ​ພູ​ເຂົາ Ural ຂອງຣັດ​ເຊັຍ​ໃນ​ວັນ​ອັງຄານ​ ວານ​ນີ້. ໃນ​ລະຫວ່າງ​ກອງ​ປະຊຸມ​ສຸດ​ຍອດຂອງ​ກຸ່ມ BRIC ນັ້ນ ພວກ​ຜູ້ນຳ​ຈາກ​ປະ​ເທດເບຣຊີ​ນ ຣັດ​ເຊັຍ ອິນ​ເດັຍ​ແລະ​ຈີນ​ໄດ້​ຮຽກຮ້ອງ​ ໃຫ້​ພວກ​ຕົນມີ​ບົດບາດ​ຫລາຍຂຶ້ນ​ໃນ​ລະບົບ​ການ​ເງິນ​ຂອງ​ໂລກ ​ແລະ​ໃຫ້​ມີ​ລະບົບ​ການ​ເງິນ​ລະຫວ່າງ​ຊາດ ທ່ີ​ທຸ່ນ​ທ່ຽງ​ແລະ​ມີ​ຄວາມຫລາກ​ຫລາຍ​ ຫລາຍຂຶ້ນ.
ກອງ​ປະຊຸມ​ດ່ັງກ່າວ​ນີ້​ ມີ​ຂຶ້ນ​ຫລັງ​ຈາກ​ກອງ​ປະຊຸມ​ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ຊຽງ​ໄຮ້ ຊຶ່ງ​ເປັນ​ກຸ່ມ​ທ່ີ​ປະກອບ​ດ້ວຍຣັດ​ເຊັຍ ຈີນ ​ແລະ​4 ປະ​ເທດ​ໃນ​ເອ​ເຊັຍ​ກາງ​ ທ່ີເຄີຍເປັນ​ແຄວ້ນເກົ່າ ໃນອະດີດສະຫະພາບ​ໂຊ​ວຽດນັ້ນ.

XS
SM
MD
LG