ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຮຽນທີ່ສະຫະຣັດ: ການສຶກສາວິຊາການທະຫານ


ຢູ່ໃນສະຫະຣັດ ອາເມຣິກາ ມີມະຫາວິທະຍາ ໄລນ້ອຍ ແລະ ໃຫຍ່ ຫລາຍແຫ່ງທີ່ທຳການ ສິດສອນວິຊາການທະຫານ. ຫາກແຕ່ວ່າ ນອກຈາກ ມະຫາວິທະຍາໄລເຫລົ່ານີ້ແລ້ວ ນັກສຶກສາ ຕ່າງປະເທດຍັງສາມາດໄປຮຽນ ຢູ່ໃນວິທະຍາຄານທະຫານ ຫລື ໂຮງຮຽນ ນາຍຮ້ອຍທະຫານແຫ່ງຊາດໄດ້ ອີກ 5 ແຫ່ງ.

ໃນຈຳນວນ​ໂຮງຮຽນ​ນາຍຮ້ອຍທະຫານ 5 ແຫ່ງຂອງສະຫະຣັດ ອາເມຣິການັ້ນ ມີ 3 ແຫ່ງທີ່ຢູ່ພາຍໃຕ້ກະຊວງປ້ອງກັນປະເທດ ສະຫະຣັດ. ນັ້ນກໍຄື ວິທະຍາຄານທະຫານ ແຫ່ງສະຫະຣັດ ຫລື The United States Military Academy ຢູ່ West Point, ຢູ່ຣັດ ນີວຢອກ, ຊື່​ງທຳ​ການສິດສອນເພື່ອກະກຽມນາຍທະຫານໃຫ້ແກ່ ກອງທັບບົກ, ວິທະຍາຄານທະຫານອາກາດ ຫລື The Air Force Academy ຢູ່ໃນເມືອງ Colorado Springs, ຣັດ Colora-do (ໂຄໂລຣາໂດ) ແລະ ວິທະຍາຄານ ທະຫານເຮືອ ທີ່ຕັ້ງຢູ່ ເມືອງ ແອນນາໂພລິສ (Annapolis) ຢູ່ຣັດ ເມຣີແລນ ຊຶ່ງເປັນ ມະຫາວິທະຍາໄລ ທີ່ກະກຽມນາຍທະຫານໃຫ້ແກ່ກອງທັບເຮືອ ແລະ ກອງທັບນາວິກະ​ໂຍທິນ ຫລື ທະຫານ​ມາຣິນສ໌.

ຜູ້ທີ່ຖືກສົ່ງໄປຮຽນໃນໂຮງຮຽນນາຍທະຫານເຫລົ່ານີ້ ຕ້ອງມີ ອາຍຸໃນລະຫວ່າງ ສິບເຈັດປີ ຫາ ຊາວສາມປີ, ເປັນໂສດ ແລະ ບໍ່ມີລູກ. ໂດຍ​ປົກກະຕິ​ແລ້ວ ຜູ້ສະໝັກຂໍເຂົ້າຮຽນໃນ ວິທະຍາຄານທະຫານເຫລົ່ານີ້ ຕ້ອງຖືກສະເໜີຊື່​ໂດຍສະມາ ຊິກຣັດຖະສະພາ ຫລື Congress. ສ່ວນຜູ້ສະໝັກທີ່ເປັນຊາວ ຕ່າງປະເທດ ແມ່ນໄດ້ຖືກນຳສະເໜີ ໂດຍ ລັດຖະບານປະເທດຂອງເຂົາເຈົ້າ ທີ່ເປັນຜູ້ຈ່າຍຄ່າການສຶກສາໃຫ້ເຂົາເຈົ້າ.

ລັດຖະບານແຕ່ລະປະເທດ ມີຂໍ້ກຳນົດຂອງ​ຕົນ​ເອງ ກ່ຽວ​ກັບວ່າ ນັກສຶກສາທີ່ຮຽນຈົບ ຈາກວິທະຍາຄານ​ທະຫານ​ຂອງ​ສະຫະຣັດ ນັ້ນ ຕ້ອງເຂົ້າຮັບໃຊ້ໃນກອງທັບ​ ເປັນ​ເວລາ​ດົນ​ນານ​ສ່ຳ​ໃດ.ສຳລັບນັກສຶກສາອາເມຣິກັນທີ່​ເຂົ້າຮຽນໃນມະຫາວິທະຍາໄລ 4 ປີ ເຫລົ່ານີ້ ຕ້ອງໄດ້ຮັບໃຊ້ໃນກອງທັບ​ເປັນ​ທະຫານ​ປະຈຳ ຢ່າງ ໜ້ອຍ 5 ປີ ຫລັງຈາກ ຮຽນຈົບແລ້ວ.


ກະຊວງ ປ້ອງກັນປະເທດສະຫະຣັດ ເລືອກ ເອົາຫລາຍ​ກວ່າ 100 ປະເທດ ໃນແຕ່ລະປີ ແລະ ​ເຊື້ອ​ເຊີນໃຫ້ເຂົາເຈົ້າສ​ະ​ເນີຊື່ ຂອງນັກສຶກ ສາຂອງຕົນ​ເຂົ້າມາຮຽນ​ໃນວິທະຍາຄານເຫລົ່ານີ້. ນັກສຶກສາຕ່າງປະເທດ ສາມາດເຂົ້າຮຽນ ໃນແຕ່ລະ ໂຮງຮຽນ ພ້ອມກັນໄດ້ບໍ່​ກາຍ 60 ຄົນ ​ໃນເວລານື່ງໆ.

ຕົວຢ່າງເຊັ່ນ: ໃນຊຸດນັກຮຽນລຸ້ນຕໍ່ໄປນີ້ ຢູ່ໃນວິທະຍາຄານທະ ຫານເຮືອ ຫລື Naval Academy ນັ້ນ ຈະມີນັກຮຽນຕ່າງປະ ເທດ 18 ຄົນ ເຊິ່ງໃນນັ້ນ 4 ຄົນເປັນເພດຍິງ ເຮັດ​ໃຫ້ຈຳນວນ ສຶກສາຕ່າງປະເທດ ທີ່ຮຽນໃນວິທະຍາຄານດັ່ງກ່າວ​ໃນ​ສົກສຶກ ສາ ປີໜ້າ​ນີ້ ເພີ່ມຂຶ້ນເປັນ ຫ້າສິບສາມຄົນ.

ທ່ານ ທິມ ດີຊເສີ້ (Tim Disher) ຫົວໜ້າໂຄງການການສຶກສາ ສາກົນ ຂອງໂຮງຮຽນ​ທະຫານ​ເຮືອສະຫະຣັດ ເວົ້າວ່າພວກທີ່ມີ ຄວາມສົນໃຈຢາກມາຮຽນໃນມະຫາວິທະຍາໄລນີ້ ຄວນຕິດຕໍ່​ໄປ​ຍັງພະ​ແນ​ກກ່ຽວຂ້ອງ ທີ່ຮວມທັງພະແນກກອງທັບເຮືອຂອງປະ​ເທດເຂົາເຈົ້າເອງ. ນອກນັ້ນ ທຸກວິທະຍາຄານ ຫລື ໂຮງຮຽນ ນາຍຮ້ອຍທະຫານ ຈະມີຂໍ້ມູນກ່ຽວກັບການ​ຮັບເອົານັກຮຽນເຂົ້າ ຮຽນ ຢູ່ເວັບໄຊ໌ຂອງເຂົາເຈົ້ານຳອີກ.

ນອກ​ນັ້ນອີກ ນັກຮຽນຕ່າງປະເທດ ຍັງສາມາດ​ເຂົ້າສຶກສາໃນ ອີກ​ສອງ​ໂຮງຮຽນ​ທະຫານ​ຂອງ​ສະຫະຣັດ ຄື ວິທະຍາຄານທະ ຫານຍາມ​ຝັ່ງ ຫລື Coast Guard Academy ຢູ່​ເມືອງ ນິວລອນ ດອນ, ຣັດ Connecticut ແລະ ວິທະຍາຄານທະຫານ​ເຮືອ​ພານິດ ຫລື Merchant Marine Academy ຢູ່ທີ່ເມືອງ ຄິ່ງສ ພັ້ອຍ(Kings Point) ຣັດ ນິວຢັອກ. ວິທະຍາ​ຄານທະຫານຍາມ​ຝັ່ງ ຫລື Coast Guard Academy ສາມາດຮັບ​ເອົານັກຮຽນຕ່າງ ປະເທດ ມາຮຽນ​ໃນເວລາດຽວກັນ ໄດ້ ເຖິງສາມສິບຫ້າຄົນ ສ່ວນຢູ່ ໂຮງຮຽນ Merchant Marine ແມ່ນຮັບ​ເອົາໄດ້ເຖິງສາມສິບຄົນ.

ໂຮງຮຽນສອງ​ແຫ່ງນີ້ ກໍມີມາດຕະການຂອງຕົນເອງໃນການຮັບ​ເອົານັກຮຽນ ເຂົ້າຮຽນໃນ ໂຮງຮຽນເຂົາເຈົ້າ. ວິທະຍາຄານ ທະ ຫານຍາມ​ຝັ່ງ ຫລື Coast Guard Academy ເວົ້າວ່າ ນັກຮຽນທີ່ ສົນໃຈເຂົ້າຮຽນໃນໂຮງຮຽນຂອງເຂົາເຈົ້າ ຄວນຕິດຕໍ່​ໄປ​ຍັງທູດ ທະຫານ ປະຈຳສະຖານທູດສະຫະຣັດ ອາເມຣິກາ ຢູ່ໃນປະ​ເທດຂອງເຂົາເຈົ້າ. ສ່ວນນັກຮຽນຕ່າງປະເທດ ທີ່ມີຄວາມສົນໃຈຢາກ ເຂົ້າຮຽນໃນ ວິທະຍາຄານ Merchant Marine Academy ນັ້ນ ຕ້ອງຂໍຟອມຄຳຮ້ອງສະໝັກເຂົ້າຮຽນ ນຳຫ້ອງການຮັບ​ເອົານັກ ຮຽນ ຂອງ​ໂຮງຮຽນ​ນີ້ ທີ່ Kings Point ຣັດ New York ນັ້ນ ໂດຍກົງ.


ຟັງສຽງ ເປັນພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ.

XS
SM
MD
LG