ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປາກີສຖານ ຈະເສັດສິ້ນ ການກວດລ້າງ ກຸ່ມຕາລີບັນ ອີກສອງສາມມື້


ທີ່ປາກີສຖານ: ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ປາ​ກີ​ສຖານ​ກ່າວ​ວ່າ ທະຫານຣັຖບານ​ຈະ​ເສັດ ສິ້ນ​ທຳ​ການ​ກວາດ​ລ້າງ​ພວກນັກ​ຕໍ່ສູ້​ຫົວຮຸນ​ແຮງ​ກຸ່ມ​ຕາ​ລີ​ບັນ​ ໃນເຂດ​ຮ່ອມ​ພູ Swat ແລະ​ຂົງ​ເຂດ​ອ້ອມ​ແອ້ມ​ໃນ​ພາກ​ຕາ​ເວັນຕົກ​ສຽງ​ເໜືອ​ ໃນ​ອີກ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້. ທ່ານ Syed Ali ກ່າວ​ຕໍ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ບັນດາ​ເຈົ້າ​ໜ້າ​ທ່ີ​ປ້ອງ​ກັນ​ປະ​ເທດ​ຂອງ​ຂົງ​ເຂດ​ເອ​ເຊັຍທີ່ີສິງກະ​ໂປ ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ການ​ປະຕິບັດ​ງານ​ກວາດ​ລ້າງ​ໃນ​ຂົງ​ເຂດ​ຮ່ອມ​ພູ Swat, ​ໃນ​ເຂດ​ເມືອງ Buner ​ແລະຂົງ​ເຂດ​ຕິດ​ກັນ​ນັ້ນ​ ຍັງ​ເຫລື​ອພຽງ​ແຕ່ 5 ​ເປີ​ເຊັນ ຫລື 10% ​ເທົ່າ​ນັ້ນ​ທ່ີ​ຍັງ​ບໍ່​ທັນ​ສຳ​ເຣັດ​ເທື່ອ. ​ແຕ່​ທ່ານ Ali ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ ທີ່ວ່າ​ພວກ​ກຳລັງ​ປະສົມອາດ​ບໍ່​ສາມາດ​ສ້າງ​ສະຖຽນ​ລະ​ພາບ​ຂຶ້ນ​ໄດ້ ​ໃນ​ອີກ​ຟາກ​ນຶ່ງຂອງເຂດ​ຊາຍ​ແດນ​ຕິດ​ກັບ​ອັຟກາ​ນີສ ຖານ​ນັ້ນ.
​ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທ່ີ​ໜ່ວຍ​ສືບ​ລັບ​ຂອງ​ປາ​ກີ​ສຖານ​ກ່າວ ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທະຫານຣັຖບານ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ​ກຸ່ມຕາ​ລີ​ບັນ​ຢ່າງ​ໜ້ອຍ 40 ຄົນ​ເລາະ​ຕາມ​ຊາຍ​ແດນ​ອັຟກາ​ນີສຖານ​ນັ້ນ ​ແລະ​ວ່າ ຢ່າງ​ໜ້ອຍ​ທະຫານ​ຝ່າຍຣັຖບານ 2 ຄົນ​ເສັຍ​ຊີວິດ​ໃນ​ການ​ຕໍ່ສູ້​ກັນ​ໃນ​ເຂດ Waziristan ​ໃຕ້.
ທີ່ອັຟການີສຖານ: ທາງ​ການ​ທະຫານ​ອັ​ຟກາ​ນີສຖານ​ກ່າວ​ວ່າ ການ​ສູ້​ລົບ​ກັນ​ເປັນ​ເວລາ​ສອງ​ມື້​ຢູ່ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ຍັງ​ຜົນ​ໃຫ້ກຸ່ມ​ຕາ​ລີບັນ ​ເສຍ​ຊີວິດຢ່າງ​ໜ້ອຍ ​30 ຄົນ ​ແລະ​ທະຫານ​ຂອງ​ອັຟກາ​ນີສ ຖານ ​ເສຍ​ຊີວິດ​ອີກ​ຢ່າງ​ໜ້ອຍ 9 ຄົນ. ກະຊວງ​ປ້ອງ​ກັນ​ປະ​ເທດ​ອັຟກາ​ນີສຖານ​ກ່າ​ວວ່າ ການ​ເສຍ​ຊີວິດ​ເກີດ ຂື້ນ​ເມື່ອວັນ​ສຸກ​ແລະ​ວັນ​ເສົາ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ກອງທະຫານ​ອັຟກາ​ນີສ​ຖານ​ທີ່​ໜຸນ​ໂດຍ​ກຳລັງ​ທະຫານ​ຂອງ​ນາໆ​ຊາດ​ ພະຍາຍາມຈະ​ເຂົ້າຍຶດ​ເອົາ​ເຂດ​ນື່ງ ​ໃນແຂວງ Badghis ​ແລະທະຫານ​ອັຟກາ​ນີສຖານ​ ​ອີກ 4 ຄົນ ຫາຍ​ສາບ​ສູນ ​ໃນການ​ສູ້​ລົບ​ກັນ​ຢ່າງ​ຮຸນ​ແຮງ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ທີ່​ເມືອງ Bala Murghab ​ແຂວງ Badghis ນັ້ນ.

ທີ່ມຽນມ້າ: ຣັຖບານ​ກ່າວ​ວ່າ ຕົນ​ບໍ່​ມີ​ທາ​ງ​ເລືອກ ​ແຕ່​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ຄະດີ​ທ່າ​ນ ນາງ​ອອງຊານ​ຊູ​ຈີ ​ໃນ​ຂໍ້​ຫາ​ຖານ​ໃຫ້​ບ່ອນ​ພັກ​ເຊົາ​ແກ່​ຜູ້​ຊາຍ​ອະ​ເມຣິກັນ​ຄົນ​ນຶ່ງ​ ທ່ີ​ລັກ​ລອຍນ້ຳຂ້າມ​ທະ​ເລ​ສາບ ໄປ​ພັກ​ຢູ່ເຮື​ອນ​ຂອງ​ທ່ານ​ນາງ ​ໂດຍບໍ່​ໄດ້​ຮັບ​ເຊີນນັ້ນ. ພົນ​ຕີ Aye Myint ຮອງຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ມຽນມ້າ ກ່າວ​ໃນ​ວັນອາທິດ​ມື້​ນີ້​ວ່າ ທ່ານ​ນາງ​ອອງຊານ​ຊູ​ຈີ ໄດ້​ກະທຳ​ໃນ​ອັນ​ທີ່​ທ່ານໃຊ້ຄຳ​ເວົ້າ​ວ່າ ປົກ​ປິດ​ຄວາມ​ຈິງ​ ທ່ີ​ທ່ານ​ນາງ​ບໍ່​ໄດ້​ລາຍ​ງານ​ໃຫ້ເຈົ້າ​ໜ້າ​ທ່ີຊາບ​ກ່ຽວ​ກັບ​ແຂກ​ທ່ີຜິດ​ກົດໝາຍ​ເຂົ້າມາ​ພັກ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ​ນາງ​ນັ້ນ.
ນາຍ​ພົນ​ Aye ກ່າວ​ຕໍ່​ບັນດາ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມສງົບ​ໃນ​ຂົງ​ເຂດ​ຢູ່ກອງ​ປະຊຸມ​ສຸດ​ຍອດ​ປະຈຳ​ປີ​ທ່ີ​ສິງ​ກະ​ໂປ​ວ່າ ການ​ດຳ​ເນີນ​ຄະດີ​ນີ້​ແມ່ນກິດຈະການ​ພາຍ​ໃນ​ຂອງ​ມຽນມ້າ​ເອງ ​ແລະ​ທ່ານ​ເຕືອນ​ບໍ່​ໃຫ້​ປະ​ເທດ​ອື່ນໆ ​ເຂົ້າ​ໄປ​ແຊກ​ແຊງ. ກ່ອນ​ໜ້າ​ນັ້ນ​ໃນ​ໃນ​ວັນ​ອາທິດ​ມື້​ນີ້ ທ່ານ​ນາງ Ann Taylor ຣັຖມຸນຕີຝ່າຍປ້ອງ​ກັນ​ແລະ​ຄວາມ​
ປອດ​ໄພຂອງລະຫວ່າງ​ຊາດຂອງ​ອັງກິດໄດ້ ກ່າວ​ຕໍ່​ກອງປະຊຸມ​ສຸດ​ຍອດ​ວ່າ ທ່ານ​ນາງ​ອອງຊານ​ຊູ​ຈີ ​ໄດ້​ຮັບ​ການ ສນັບ​ສນຸນຈາກ​ປະຊາຊົນ​ໃນ​ທົ່ວ​ໂລກ​ ແລະ​ຄວນ​ຈະ​ຖືກ​ປ່ອຍ​ໂຕ.
ທີ່ເກົາຫລີ​ໃຕ້: ພວກ​ປະ​ທ້ວງ​ຕໍ່ຕ້ານຣັຖບານ​ໃນ​ເກົາຫລີ​ໃຕ້​ໄດ້​ປະ​ທະ​ກັບ​ຕຳຫລວດ​ທ່ີກຸງ​ໂຊນ ​ໃນ​ວັນ​ເສົາ​ວານ​ນີ້ ນຶ່ງ​ມື້ຫລັງ​ຈາກ​ປະຊາຊົນ​ໃນ​ຈຳນວນ​ຫລວງຫລາຍ​ ພາກັນ​ໄປ​ຮ່ວມ​ພິທີ​ສົ່ງສະການ​ຢ່າງ​ເປີດ​ເຜີຍ​ ສຳລັບ​ອະດີດ ປະທານາທິບໍດີ​ໂໜໝູ​ຮຽນ​. ຕຳຫລວດ​ປາບ​ການ​ຈະລາຈົນ​ໄດ້​ປະ​ທະ​ກັນ​ກັບ​ພວກທ່ີ​ສນັບ​ສນຸນມື້​ລາງ ປະທານາທິບໍດີ ​ແລະ​ພວກ​ສະມາຊິກ​ສະ​ຫະພັນ​ກຳມະບານ​ທີ່​ໄດ້​ພາກັນ ທຳ​ການ​ຊຸມນຸມ​ປະ​ທ້ວງ​ຈົນ​ຮອດ​ຕອນ​ເດິກຄືນວັນ​ເສົາ​ວານ​ນີ້. ພວກປະ​ທ້ວງ​ຈຳນວນ​ຫລາຍ​ກວ່າ 70 ຄົນ​ຖືກ​ຈັບ​ກຸມ.
ປະຊາຊົນ​ເກົາ​ຫລີ​ໃຕ້​ຫລາຍ​ຄົນ​ພາກັນ​ຖິ້ມ​ໂທດ​ໃສ່ຣັຖບານ​ນິຍົມແນວທາງ​ເດີມ​ຂອງ​ທ່ານ Lee Myunbak ປະທານ​າທິບໍດີຄົນ​ປັດຈຸບັນ​ ວ່າ​ ເປັນ​ສາ​ເຫດ​ທ່ີ​ພາ​ໃຫ້​ທ່ານ​ໂໜໝູ​ຮຽນ​ຂ້າ​ໂຕ​ຕາຍ​ໃນ​ສັບປະດາແລ້ວ​ນີ້ ຍ້ອນ​ອັນ​ທ່ີ​ເຂົາ​ເຈົ້າ​ອ້າງ​ວ່າ ການ​ສືບສວນ​ການ​ສໍ້ຣາດບັງ​ຫລວງ​ທ່ີ​ພົວພັນ​ກັບ​ການ​ເມືອງ​ຕໍ່​ອະດີດ​ປະທານາທິບໍດີ​ຫົວ​ນິຍົມ​ເສຣີນັ້ນ
ອາຊຽນທີ່ເກົາຫລີໃຕ້: ເກົາຫລີໃຕ້ໄດ້ກະກຽມຮັກສາຄວາມປອດ

ໄພຢ່າງໝາແໝ້ນສຳລັບກອງປະຊຸມສຸດຍອດຂອງພວກຜູ້ນຳ

ກຸ່ມປະເທດເອເຊັຍຕາເວັນອອກສຽງໃຕ້ ທ່ີໄຂຂຶ້ນທ່າມກາງຄວາມເຄັ່ງຕຶງກັບເກົາຫລີເໜືອນັ້ນ. ມີເຈົ້າໜ້າ

ທ່ີຕຳຫລວດປະມານ 5 ພັນຄົນ ຍາມຮັກສາຢູ່ກອງປະຊຸມສຸດຍອດທ່ີຈັດຂຶ້ນທ່ີເກາະດ ຣິສອດ Jeju

ນອກແຄມຝັ່ງທະເລກ້ຳໃຕ້ຂອງປະເທດ. ທາງການເກົາຫລີໃຕ້ກ່າວວ່າ ໄດ້ມີການຕິດຕັ້ງຖານຍິງລູຸກ

ສອນໄຟຕໍ່ຕ້ານອາກາດສະຍານແຫ່ງນຶ່ງ ແລະອຸບປະກອນຈັບການໂຈມຕີດ້ວຍອາວຸດເຄມີ ໃກ້ໆກັບສະຖານທ່ີ

ຈັດກອງປະຊຸມສຸດຍອດນັ້ນ.

XS
SM
MD
LG