ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ກ່າວວ່າ ການທົດລອງລະເບີດ ນິວເຄລຍຂອງເກົາຫລີເໜືອ ເປັນໄພຂົ່ມຂູ່ ຢ່າງຮ້າຍແຮງ ຕໍ່ສັນຕິພາບ


ເກົາຫລີ-ນິວ​ເຄລຍ: ບັນດາ​ເຈົ້າໜ້າ​ທີ່​ເກົາຫລີ​ໃຕ້ ເອີ້ນການ​ທົດ​ລອງ​ລະ​ເບີດ​ນິວ​ເຄລຍຂອງເກົາ ຫລີ​ເໜືອ ​ໃນ​ວັນ​ຈັນມື້​ນີ້ ວ່າ​ເປັນ​ໄພ​ຂົ່ມຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່ສັນຕິ​ພາບ ​ແລະ​ສະຖຽນ​ລະ​ພາບໃນ​ຂົງ​ເຂດ. ໂຄສົກປະຈຳ​ປະທານາທິບໍດີ​ Lee Myung-bak ​ແຫ່ງເກົາຫລີ​ໃຕ້ ກ່າວ​ວ່າ ​ເກົາຫລີ​ໃຕ້ຈະ​ທຳ​ງານ​ຮ່ວມ​ກັບ ສະຫະລັດ ຍີ່​ປຸ່ນ ຈີນ​ແລະຣັດ​ເຊຍ ​ເພື່ອ​ຫາ​ທາງ​ຕອບ​ໂຕ້​ຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ເກົາ​ຫລີເໜືອ ຢູ່​ທີ່​ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ກອງ​ປະຊຸມ​ນັດ​ພິ​ເສດ ​ຕອນ​ບ່າຍ​ວັນ​ຈັນ​ນີ້. ເກົາຫລີ ເໜືອ​ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ທົດ​ລອງ​ລະ​ເບີດ​ນິວ​ເຄລຍ​ໃຕ້​ດິນ ຢ່າງ​ສຳ​ເລັດ​ຜົນ ຊື່​ງ​ມີ​ພະລັງ​ແຮງ​ກວ່າລະ​ເບີດ​ລູກ​ທຳ​ອິດ ທີ່​ເກົາຫລີເໜືອໄດ້ທົດ​ລອງ​ຍິງ ​ເມື່ອ​ສອງ​ປີ​ເຄິ່ງຜ່ານ​ມາ. ພ້ອມ​ດຽວ​ກັນ ອົງການ​ຂ່າວ Yonhap ຂອງ​ເກົາຫລີ​ໃຕ້ລາຍ​ງານ​ວ່າ ນອກ​ນີ້ ເກົາຫລີ​ເໜືອຍັງ​ໄດ້​ຍິງ​ທົດ​ລອງ ລູກ​ສອນ​ໄຟ​ໄລຍະ​ໃກ້​ອີກສາມ​ລູກ ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ທີ່​ທົດ​ລອງ​ລະ​ເບີດ​ນິວ​ເຄລຍໃຕ້​ດິນແລ້ວນັ້ນ.

ປາ​ກິ​ສະຖານ: ກອງທັບປາ​ກີ​ສະຖານ​ກ່າວ​ວ່າ ກຳລັງ​ທະຫານ​ຂອງ​ຕົນ ສາມາດ​ຍຶດໄດ້​ຄືນດິນ​ດອນ​ກວ້າງ​ໃຫຍ່​ແຫ່ງນື່ງ ​ຢູ່​ໃນ​ແລະ​ອ້ອມ​ແອ້ມ​ຮ່ອມ​ພູ SWAT ​ໂດຍໄດ້​ທຳລາຍ​ທີ່​ໝັ້ນ​ຕ່າງໆ​ຂອງ​ພວກ​ກໍ່​ການ​ຮ້າຍ ​ແລະໄດ້​ສັງຫານ​ພວກ​ຫົວ​ຕໍ່ສູ້​ຫລາຍ​ຮ້ອຍ​ຄົນ. ທາງ​ການ​ທະຫານ​ຂອງ​ປາ​ກີສະຖານ​ກ່າວ​ ​ໃນວັນ​ອາທິດ​ວານ​ນີ້​ວ່າ ທະຫານ​ປາ​ກິສະຖານ​ຫລາຍ​ສິບ​ຄົນ ​ໄດ້​ພາກັນ​ເຂົ້າ​ໄປ​ຕັ້ງທີ່​ໝັ້ນ​ຢູ່ໃນ​ສັນພູຍຸ​ທະ​ສາດ Banai Baba Ziarat ທີ່​ຍຶດຄືນ​ໄດ້​ນັ້ນ ຊຶ່ງ​ກຸ່ມ​ຕາ​ລີ​ບານ​ໄດ້​ໄຊ້ ເປັນ​ສະຖານຝຶກອົບ​ລົມທີ່​ສຳຄັນ​ແຫ່ງ​ນຶ່ງ​ຂອງ​ພວກ​ເຂົາ. ພົນ​ຕຣີ Sajjad Ghani ຜູ້​ບັງຄັບເຂດ ກ່າວ​ວ່າການ​ຍຶດ​ສັນພູດັ່ງກ່າວຄືນ​ມາ​ໄດ້​ ນັບ​ວ່າ​ເປັນ​ຄວາມ​ເສຍ​ຫາຍອັນ​ໃຫຍ່​ຫລວງ ​ແກ່​ພວກ​ຫົວ​ຮຸນ​ແຮງ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ພາລະໜ້າ​ທີ່​ຂອງ​ທະຫານ​ຂອງທ່ານ ກໍແມ່ນ​ເພື່ອ​ “ສັງຫານ​ແລະກຳຈັດ” ພວກ​ກໍ່​ການ​ຮ້າຍ​ ​ແລະ ​ທີ່​ໝັ້ນ​ຕ່າງໆ​ຂອງ​ພວກ​ເຂົາ ​ໂດຍ ບໍ່​ມີການ​ອ່ອນ​ຂໍ້​ໃດໆໃຫ້ເລີຍ.

ອິນ​ເດຍ - ອອ໊ສ​ເຕຣຍ: ເຈົ້າໜ້າ​ທີ່​ໃນ​ພາກ​ເໜືອ​ຂອງ​ອິນ​ເດຍ ​ໄດ້​ປະກາດ​ໃຊ້​ການຫ້າມ​ສັນຈອນ​ໃນ​ຍາມ​ຄ່ຳ​ຄືນ ​ແລະ​ເອີ້​ນທະຫານ​ລັດຖະບານ​ເຂົ້າມາຊ່ວຍ​ຮັກສາ​ຄວາມ​ປອດ​ໄພ ​ໃນ​ຄວາມພະຍາຍາມ​ເພື່ອ​ຍຸດຕິ​ການ​ກໍ່ຄວາມ​ວຸ້ນວາຍ ສືບ​ເນື່ອງ​ມາ​ຈາ​ກການ​ຕາຍ​ຂອງ​ນັກ​ບວດສາ​ສະນາ Sihk ຄົນ​ນື່ງ ​ໃນ​ປະ​ເທດ​ອອ໊ສ​ເຕຣຍ. ຕຳຫລວດ​ກ່າວ​ວ່າ ສະຖານະ​ການ​ໃນ​ເມືອງ Jalandhar ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ງຽບ​ສະ​ງົບ​ແຕ່​ເຄ່ງ​ຕຶງ ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກທີ່​ພວກ​ນັບຖື​ສາ​ສະນາ Sikh ນິກາຍ​ນື່ງ ຊື່​ງປະກອບ​ດ້ວຍ​ພວກ​ຄົນ​ຊັ້ນຕ່ຳທຸກ​ຍາກ​ທີ່​ສຸດ ​ໄດ້​ພາກັນ​ກໍ່​ຈະລາຈົນ ​ເພື່ອ​ປະ​ທ້ວງຕໍ່​ການ​ສັງຫານ​ຜູ້ນຳ​ຄົນນື່ງຂອງ​ເຂົາ​ເຈົ້າ ຢູ່​ທີ່​ນະຄອນຫລວງ​ວຽນ​ນາ ຂອງ​ປະ​ເທດ​ອອ໊ສ​ເຕຣຍ. ​

ສຣິ ລັງກາ: ກຸ່ມ ​ກະບົດ​ເສືອ​ທະມິນ​ຂອງ​ສີ​ລັງກາ ​ໄດ້​ອອກ​ມາຍອມຮັບ​ ເປັນ​ເທື່ອ​ທຳ​ອິດໃນ​ວັນ​ອາທິດ​ວານ​ນີ້​ວ່າ ນາຍ ​ເວ​ລູປິລລາຍ ປຣາພະຄະຣານ ຜູ້ນຳ​ສູງ​ສຸດ​ຂອງ​ພວກເຂົາ​ ໄດ້​ເສຍ​ຊີວິດ​ແລ້ວ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​ດຳ​ເນີນ​ການ​ເພື່ອ​ເອກ​ກະລາດສືບ​ຕໍ່​ໄປ ​ໂດຍ​ຜ່ານ​ວິທີທາງ​ການ​ເມືອງ. ນາຍ ​ເຊ​ລວາ ຣາຊາ ປັດທະ​ມະ​ນາ​ທານ ຫົວໜ້າ​ຝ່າຍ​ສຳພັນ​ລະ​ວ່າງ​ປະ​ເທດ​ຂອງ​ກຸ່ມ​ກະບົດ​ທະມິນ ກ່າວ​ຢູ່ໃນ​ຖະ​ແຫລງ​ການ​ສະບັບ​ນຶ່ງ​ວ່າ ມື້​ລາງຜູ້ນຳ ປຣາພະຄະຣານ ​ໄດ້​ບັນລຸ​ການ​ເປັນວີລະ​ບູລຸດຜູ້​ເສຍສະລະ​ເພື່ອເຜົ່າ​ທະມິນ​ ຂັ້ນສຸດ​ຍອດແລ້ວ ​ແລະ​ໄດ້​ປະກາດ​ໄວ້ອາ​ໄລແກ່​ຜູ້ກ່ຽວ​ເປັນ​ເວລາ​ນຶ່ງ​ອາທິດ. ໃນ​ການ​ໃຫ້​ສຳພາດ​ທາງໂທ ລະສັບ​ກັບ​ວິທະຍຸ ​ບີ​ບີ​ຊີ ຂອງ​ອັງກິດ​ນັ້ນ ນາຍ​ປັດທະມະນາ​ທານ​ກ່າວ​ວ່າ ບັດ​ນີ້ກຸ່ມ​ກະບົດເສືອ​ທະມິນຈະ​ຫັນ​ມາ​ໃຊ້​ວິທີ​ບໍ່​ຮຸນ​ແຮງ​.

ເນ​ປາລ: ຜູ້ນຳ​ພັກ​ຄອມ​ມິ​ວນິສຕ໌ຂອງ​ເນ​ປາລ ຊື່​ງ​ມີ​ຊື່​ຄື​ກັນ​ກັບ​ຊື່​ປະ​ເທດ ຄື ທ່ານ Madhav Kumar Nepal ​ໄດ້​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ ນາຍົກລັດຖະມຸນຕີ ​ໃນ​ວັນ​ຈັນ​ມື້​ນີ້ ສາມ​ອາທິດ​ຫລັງ​ຈາກ​ທີ່​ນາຍົກ ລັດຖະມຸນຕີ​ຄົນ​ກ່ອນ ທີ່​ນິຍົມ​ລັດທິ​ເມົາ​ເຈີ​ຕຸ​ງ ​ໄດ້ລາ​ອອກ​ໄປ​ ຍ້ອນ​ການ​ຜິດຖຽງ​ກັນ​ກັບ​ປະທານາທິບໍດີ. ທ່ານ​ເນ​ປາລ ​ໄດ້​ຖືກ​ຄັດ​ເລືອກ​ຢ່າງ​ບໍ່​ມີ​ຄູ່​ແຂ່ງ​ໃນ​ວັນ​ອາທິດ​ວານ​ນີ້ ຢູ່ນະຄອນຫລວງ​ກັດ​ມັນ​ດູ ຊື່​ງທ່ານ​ຈະ​ໄດ້​ດຳລົງ​ຕຳແໜ່​ງ​ແທນ​ ທ່ານ​ພະຈັນ​ດາ ທີ່​ໄດ້​ລາ​ອອກ ຫລັງ​ຈາກປະທາ​ນາ​ທິບໍດີ​ຂັດຂວາງ​ຄວາມ​ພະຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ໄລ່​ຜູ້​ບັນຊາ​ການ​ກອງທັບ​ອອກ ຍ້ອນ​ຜູ້ກ່ຽວບໍ່​ຍອມຮັບ​ເອົາ​ພວກ​ອະດີດ​ນັກ​ຕໍ່ສູ້​ຂອງ​ພັກ​ຝ່າຍ​ທີ່​ນິຍົມ​ເມົາ​ເຈີ​ຕຸ​ງ ​ເຂົ້າຮັບໄຊ້​ໃນ​ກອງທັບ.

ສະຫະຣັດ - ຈີນ: ທ່ານ​ນາງ ​ແນນ​ຊີ ​ເປ​ໂລ​ຊີ ​ໂຄສົກ​ສະພາ​ຕ່ຳຂອງ​ສະຫະຣັດ ​ໄດ້​ພົບປະກັບ​ເຈົ້າໜ້າ​ທີ່​ຈີນ ທີ່​ເມືອງ​ຊຽງ​ໄຮ້ໃນ​ວັນ​ຈັນ​ມື້​ນີ້ ​ແລະໄດ້ໄປທ່ຽວ​ຊົມ​ເມືອງ​ຊຽງ​ໄຮ້ ຊຶ່ງ​ເປັນ​ສູນ​ກາງ​ທາງ​ການເງິນ​ຂອງ​ຈີນ. ທ່ານ​ນາງ​ເປໂລ​ຊີ ເດີນທາງ​ໄປ​ປະ​ເທດ​ຈີນ ພ້ອມ​ດ້ວຍ​ສະມາຊິກລັດຖະສະພາສະຫະຣັດຄະນະນື່ງ ​ເພື່ອ​ທຳ​ການ​ເຈລະຈາ​ ເລຶ່ອງພະລັງງານ​ແລະ​ຄວາມ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ລະ​ວ່າງ​ສະຫະຣັດແລະ​ຈີນ ຊຶ່ງ​ທັງ​ສອງ​ປະ​ເທດ​ນີ້​ເປັນ​ຜູ້​ປ່ອຍອາຍ​ແກ​ສ​ເຮືອນ​ແກ້ວ​ ລາຍ​ໃຫຍ່ທີ່​ສຸດ​ຂອງ​ໂລກ. ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ຄະນະ​ຜູ້​ແທນສະຫະຣັດ ຈະ​ຮ່ວມ​ກັບບັນດາ​ຜູ້ນຳ​ຂອງຈີນ​ ໃນ​ກອງ​ປະຊຸມ​ວ່າ​ດ້ວຍ​ພະລັງງານ​ສະອາດ​ທີ່​ນະຄອນຫລວງປັກ​ກິ່ງ. ທ່ານ ຈອນ ​ແຄຣີ ສະມາຊິກ​ສະພາ​ສູງ​ສະຫະຣັດ ຊື່​ງເປັນ​ປະທານ​ກຳມາທິການ​ຄວາມ​ສຳພັນ​ຕ່າງປະ​ເທດຂອງ​ສະພາ​ສູງ ກໍ​ຈະ​ເຂົ້າຮ່ວມ​ນຳ.

ເກົາຫລີ​ໃຕ້: ທ່ານ ຄິມ ຈົງ ອິລ ຜູ້ນຳ​ທີ່​ເກັບ​ໂຕ​ຂອງ​ເກົາຫລີ​ເໜືອ ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າສະ​ລົດ​ໃຈ ​ໄປ​ຍັງ​ຄອບຄົວ​ຂອງ​ອະດີດ​ປະທານາທິບໍດີ ​ເກົາຫລີ​ໃຕ້ ທ່ານ Roh Moo-hyun ທີ່​ໄດ້​ຂ້າ​ໂຕ​ຕາຍ ​ໂດຍ​ການ​ໂດດ​ຜາ ​ໃນ​ວັນ​ເສົາ​ຜ່ານ​ມານັ້ນ. ອົງການ​ຂ່າວ​ KCNA ຂອງທາງ​ການ​ເກົາຫລີ​ເໜືອ ລົງ​ຂ່າວ​ອ້າງ​ຂໍ້ຄວາມ​ປະ​ໂຫຍ​ກນື່ງ ຈາກ​ສານ​ຂອງ​ທ່ານ​ຄິມ ທີ່​ສະ​ແດງ​ຄວາມ​ເສົ້າສະ​ລົດ​ໃຈ​ຢ່າງ​ເລິກເຊີ່ງ ຕໍ່​ພັນ​ລະ​ຍາ​ແລະ​ຄອບ​ຄວາມ​ຂອງ​ທ່ານ ​ໂນ ໝູ ຮີ​ອຸນ. ຜູ້ນຳ​ທັງ​ສອງ​ເຄີຍ​ໄດ້​ປະຊຸມ​ສຸດ​ຍອດ​ກັນ ​ໃນ​ເດືອນ​ຕຸລາ ປີ 2007 ຊື່​ງ​ນັບ​ວ່າເປັນ​ເທື່ອ​ທີ​ສອງ​ເທົ່າ​ນັ້ນ ​ໃນ​ປະວັດ​ສາດ​ຂອງ​ສອງເກົາຫລີ ທີ່​ປະທານາທິບໍດີ​ຂອງ​ເຂົາ​ເຈົ້າ ​ໄດ້​ພົບ​ພໍ້​ກັນ​ເຊີ່ງໆ​ໜ້າ. ໃນ ວັນ​ອາທິດ​ວານ​ນີ້ ປະຊາຊົນ​ເກົາຫລີ​ໃຕ້​ຫລາຍ​ພັນ​ຄົນ ​ໄດ້​ພາກັນ​ເດີນ​ທາງ​ໄປ​ຍັງ​ບ້ານ​ Bongha ​ໄກ​ຈາກ​ນະຄອນ ຫລວງ​ໂຊ​ລ​ອອກ​ໄປ 450 ຫລັກ ​ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ແລະ​ໄວ້ອາ​ໄລຕໍ່​ທ່ານ​ໂນ ໝູ ຮີ​ອຸນ. ລັດຖະບານ​ເກົາຫລີ​ໃຕ້​ແລະ​ຄອບຄົວ​ຂອງ​ທ່ານ​ໂນ ​ເວົ້າວ່າ​ ພິທີ​ຊາ​ປະ​ນາ​ກິດ​ສົບ ຈະ​ໄດ້​ຈັດ​ຂື້ນ​ໃນ​ວັນ​ສຸກ​ຈະ​ມາ​ນີ້ ຢ່າງ​ເປັນ​ການ​ເປີດ​ເຜີຍ.

ວັນ​ລະນຶກ​ເຖິງ​ດວງ​ວິນ​ຍານ​ຂອງທະຫານ​ໃນ​ສະຫະຣັດ: ວັນ​ຈັນ​ມື້​ນີ້ ຊາວ​ອ​າ​ເມ​ລິ​ກັນ​ໃນ​ທົ່ວ​ປະ​ເທດ ພາກັນ​ສະ​ເຫລີ​ມສະຫລອງ ວັນ Memorial Day ອັນ​ເປັນ​ວັນພັກ​ແຫ່ງ​ຊາດ ​ເພື່ອ​ໃຫ້​ກຽດ​ແລະ​ລະ ນຶກ​ເຖິງ​ດວງ​ວິນ​ຍານ​ຂອງ​ເຫລົ່າ​ທະຫານ ທີ່​ໄດ້ເສຍ​ຊີວິດ​ໄປ​ໃນ​ການ​ຮັບ​ໃຊ້​ປະ​ເທດ​ຊາດ. ໃນ​ມື້​ນີ້ ປະທາ ນາທິບໍດີ​ບາຣັກ ​ໂອ​ບາ​ມາ ຈະ​ໄປ​ວາງ​ພວງມາລາ ຢູ່​ທີ່ສຸສານ​ຂອງ​ທະຫານ​ນີລະນາມ ທີ່​ປ່າຊ້າ​ທະຫານ ແຫ່ງ​ຊາດ ທີ່​ເມືອງ Arlington ລັດ​ເວີ​ຈີ​ເນຍ ​ໃກ້ໆ​ກັບ​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ. ປ່າຊ້າ Arlington ​ເປັນ​ບ່ອນຝັງ​ສົບ​ຂອງທະຫານ​ອາ​ເມ​ລິ​ກັນ ຈາກ​ກອງທັບ​ເຫລົ່າ​ຕ່າງໆ ຈຳນວນ​ຫລາຍ​ກ່ວາສາມ​ແສນ​ຄົນ ທີ່​ໄດ້​ເສຍຊີວິດ​ໄປ ​ໃນ​ການ​ຕໍ່ສູ້​ສົງຄາມ​ບັ້ນຕ່າງໆຂອງ​ປະ​ເທດ ຍ້ອນ​ຫລັງ​ຄືນ​ໄປ​ຍັງ​ສະ​ໄໝ ສົງຄາມ​ກາງ​ເມືອງ​ຂອງ​ສະຫະລັດ ​ເມື່ອ​ເກືອບ 150 ປີ ຜ່ານມາ​ແລ້ວ. ໃນ​ທົ່ວ​ປະ​ເທດ ​ແມ່ນມີ​ການຈັດ​ພິທີ​ແລະ​ລາຍ ການ​ພິ​ເສດ​ຕ່າງໆ ​ເພື່ອ​ສະ​ເຫລີ​ມສະຫລອງ​ວັນພັກ​ແຫ່ງ​ຊາດ​ມື້​ນີ້ ​ໂດຍ​ສະ​ເພາະ​ໃນ​ນະຄອນ​ຫລວງ​ວໍ​ຊິງ​ຕັນ ​ແມ່ນ​ໄດ້​ເລິ່ມມາ​ແຕ່​ແລງ​ວັນ​ນີ້ ດ້ວຍ​ງານ​ສະ​ແດງ​ດົນຕີ​ກາງ​ແຈ້ງ ຢູ່​ສະໜາມ​ຫລວງ. ນອກ​ນີ້​ແລ້ວ ວັນ Memorial Day ຍັງ​ເປັນວາລະ​ເລີ່​ມຕົ້ນຢ່າງ​ບໍ່​ເປັນ​ທາງ​ການ ຂອງ​ລະດູ​ຮ້ອນ​ຢູ່​ໃນ​ສະຫະລັດ ຊື່​ງ​ເປັນ​ເວລາ​ທີ່​ຊາວ​ອາ​ເມ​ລິ​ກັນ ​ພາກັນ​ທ່ຽວ​ຫລີ້​ນຢູ່​ທະ​ເລ ຊຸມ​ເຂົ້າປິກ​ນິກປີ້ງ​ບາ​ບີ​ຄິວ​ກັນ​ຢູ່​ຫລັງ​ບ້ານ ​ຫລື​ບໍ່​ ກໍ​ທຳ​ການ​ຊ່ອມ​ແປງ ຫລື​ປັບປຸງ​ເຮືອນ​ຊານ.

ຟັງລາຍລະອຽດເພິ່ມຕື່ມ ໂດຍຄລິກປຸ່ມ ຂ້າງເທິງເບື້ອງຂວາມື


XS
SM
MD
LG