ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານປາກິສະຖານ ຕໍ່ສູ້ກັບພວກຕາລີບານ ຍາດເອົາເມືອງໃຫຍ່ຂອງເຂດຮ່ອມພູ ສະວັຕ


ປາ​ກິ​ສະຖານ: ກຳລັງ​ຮັກສາ​ຄວາມ​ປອດ​ພັຍ ​ຂອງປາ​ກີ​ສຖານ​ອອກ​ຕາມ​ລ່າ​ສັດຕູ ຢູ່​ຕາມ​ຖະນົນ​ຫົນທາງ ທຸກໆສາຍ ໃນ​ໃຈກາງ​ເມືອງ​ໃຫຍ່​ຂອງເຂດ​ຮ່ອມ​ພູ Swat ​ໃນ​ອັນທີ່​ກອງທັບ​ປາ​ກີ​ສຖານ​ ກ່າວ​ວ່າ​ເປັນ​ການ​ສູ້​ລົບ​ກັນ​ຢ່າງ​ຮຸນ​ແຮງ. ກຳລັງ​ທະຫານ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເມືອງ Mingora ວັນ​ເສົາ​ວານ​ນີ້ ​ໂດຍ​ແນ​ເປົ້າ​ໃສ່​ພວກ​ກະບົດ​ຕາ​ລີ​ບານ​ ໃນ​ຕົວ​ເມືອງ​ທີ່​ມີ​ປະຊາຊົນອາ​ໃສ​ຢູ່ ​ປະມານ 20 ພັນ​ຄົນ. ພົນ​ຕຣີ Athar Abass ​ໂຄສົກ​ກອງທັບ​ປາ​ກີ​ສຖານ​ກ່າວ​ວ່າ ການປະ ຕິບັດ​ການ​ທາງ​ທະຫານ​ເພື່ອ​ຍືດ​ເອົາ​ເມືອງ​ດັ່ງກ່າວ​ຄືນ​ມາ​ນັ້ນ ຈະ​ເປັນໄປ​ຢ່າງຊັກ​ຊ້າຫລາຍທີ່​ສຸດ ​ແລະ​ທ່ານ​ຢ້ານ​ກົວ​ວ່າ ພວກຕາ​ລີ​ບານ​ຈະ​ພະຍາຍາມ​ ໃຊ້​ພົນລະ​ເຮືອນ​ເປັນເຄື່ອງກຳ​ບັງ​ພວກ​ເຂົາ. ມາ​ຮອດປັດຈຸບັນ​ນີ້ ກອງທັບ​ລາຍ​ງານ​ວ່າ ພວກ​ຫົວ​ຮຸນ​ແຮງຈຳນວນ 17 ຄົນ ພ້ອມ​ກັບ​ຜູ້​ບັນຊາ​ການ​ລະດັບ​ສູງ​ຂອງ​ພວກ​ເຂົາ​ຄົນ​ນື່ງ ຖືກ​ຂ້າ​ຕາຍ. ກຳລັງ​ທະຫານ​ປາ​ກີສຖານ​ໄດ້​ບຸກຄືບ​ໜ້າ​ເຂົ້າ​ໄປໃນຕົວ​ເມືອງ​ດັ່ງກ່າວ​ນີ້​ ຫລາຍ​ມື້ມາແລ້ວ ຍັງ​ຜົນ​ໃຫ້​ປະຊາຊົນ​ຫລາຍ​ພັນ​ຄົນເລີ່​ມພາກັນຫລົບໜີ ​ອອກຈາກ​ເມືອງ Mingora ​ໃນ​ອາທິດ​ຜ່ານ​ມາ ຍ້ອນ​ຢ້ານ​ວ່າ​ຈະ​ມີການ​ສູ້​ລົບຢ່າງ​ດຸ​ເດືອດ.

​ໂຊ​ມາ​ເລຍ: ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນື່ງ​ ໄດ້​ເຮັດ​ໃຫ້​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ສາມ​ຄົນ ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບອີກສີ່​ຄົນ ​ໃນ​ນະຄອນຫລວງ MOGADISHU ​ບ່ອນ​ທີ່​ພວກ​ກະບົດ​ມຸສລິ​ມ ກຳລັງ​ຕໍ່ສູ້​ກັນ​ຢ່າງ​ໜັກ ກັບ​ທະຫານ​ຂອງ​ຝ່າຍ​ລັດຖະບານ. ເຈົ້າໜ້າ​ທີ່​ກ່າວ​ວ່າ ຄົນ​ຮ້າຍ​ໄດ້​ຂັບ​ລົດ​ບຸກ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ​ແຫ່ງ​ນື່ງ ​ແລ້ວ​ລະ​ເບີດລົດ​ຂື້ນ. ການ​ສູ້ລົບ​ກັນ​ຢ່າງ​ໜັກ ລະ​ວ່າງ​ກຳລັງ​ຂອງ​ລັດຖະບານ​ກັບ​ພວກ​ກະບົດ​ໃນ​ໂຊ​ມາ​ເລຍ ​ໄດ້​ບັງຄັບ​ໃຫ້​ປະຊາຊົນ​ຫລາຍ​ພັນ​ຄົນ ຕ້ອງ​ອົບ​ພະຍົບຫລົບໜີ​ຈາກ​ບ້ານ​ເຮືອນ​ໄປ. ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ ໃນ​ວັນ​ອາທິດ​ມື້​ນີ້​ວ່າ ມີ​ຫລາຍ​ຮອດ 8 ພັນ​ຄົນ ຫລົບໜີ​ຈາກ​ເມືອງ​ຫລວງ​ໄປ​ໃນວັນ​ສຸກ​ຜ່ານ​ມາ ​ເຮັດ​ໃຫ້​ໂຕ​ເລກ​ພວກ​ອົບ​ພະຍົບ​ເພີ່ມ​ຂື້ນ​ເປັນ​ຮອດ 57 ພັນ​ຄົນ​ແລ້ວ. ມີ​ລາຍ​ງານ​ຂ່າວ​ວ່າ ໃນ​ວັນ​ສຸກ​ວານ​ນີ້ ມີຢ່າງ​ນ້ອຍ 45 ຄົນ​ເສຍ​ຊີວິດ ​ແລ​ະ 180 ກ່ວາ​ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ບຸກ​ໂຈມ​ຕີ​ຂອງຝ່າຍ​ລັດຖະບານ ທີ່​ແນ​ໃສ່​ເພື່ອ​ຂັບ​ໄລ່​ພວກ​ກະບົດ​ຫົວ​ແຂງ​ກະດ້າງ​ ອອກໄປ ຈາກທີ່​ໝັ້ນ​ຂອງ​ພວກ​ເຂົາ ຢູ່​ໃນ​ເມືອງ​ຫລວງ​ນັ້ນ.

​ສຣີລັງກາ: ລັດຖະບານ​ສຣີລັງກາກ່າວວ່າ ຕົນ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກ​ພະນັກງານຊ່ວຍ​ເຫລືອ ​ເຂົ້າ​ໄປ​ຍັງ​ສູນ​ອົບ​ພະ​ຍົບ​ໄດ້​ຢ່າງເຕັມທີ່ ຈົນກ່ວາ​ວ່າ​ຕົນຈະ​ສາມາດ​ແຍກ​ພວກ​ກະບົດ ທີ່​ສົງ​ໃສ​ວ່າ​ກຳລັງ​ລີ້​ຊ່ອນ​ໂຕ​ຢູ່​ໃນ​ໝູ່​ພວກ​ອົບ​ພະຍົບນັ້ນ ອອກ​ມາໄດ້​ເສຍ​ກ່ອນ. ປະທານາທິບໍດີ ມາ​ຮິນ​ດາ ຣາຊະ​ພັກ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ເມື່ອ​ໃດ​ທີ່​ສະຖານ​ະການ​ດີ​ຂື້ນ ​ໂດຍ​ສະ​ເພາະ​ໃນ​ດ້ານ​ຄວາມ​ປອດ​ໄພນັ້ນ​ແລ້ວ ຈື່ງ​ຈະ​ບໍ່​ມີ​ການ​ຄັດ ຄ້ານ​ ຕໍ່​ການ​ອະນຸຍາດ​ໃຫ້​ພວກ​ພະນັກ ງານ​ຊ່ວຍ​ເຫລືອ​ ເຂົ້າ​ໄປ​ໃນ​ສູນ​ອົບ​ພະຍົບ ຊື່​ງຄຳ​ຖະ​ແຫລງຂອງ​ທ່ານ ​ແມ່ນ​ເປັນການ​ຕອບ​ຕໍ່​ຄຳ​ຮຽກຮ້ອງ ຂອງເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ ພັນ​ກີ​ມູນ ທີ່​ຂໍ​ໃຫ້​ພວກ​ອົງການ​ຊ່ວຍ​ເຫລືອ​ເຂົ້າ​ໄປ​ໃນ​ສູນ​ອົບພະຍົບ​ໄດ້​ ຢ່າງ​ບໍ່​ມີ​ຂໍ້​ຈຳກັດ​ຮັດ​ແຄບ​ໃດໆ. ທ່ານ ​ພັນ​ກີ​ມູນ​ໄດ້​ຮຽກຮ້ອງ ໃຫ້​ມີ​ການສະ​ນອງ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ຫລາຍ​ຂື້ນ ແກ່​ພວກ​ອົບ​ພະຍົບ ຂະນະ​ທີ່​ທ່ານ​ທຳ​ການ​ຢ້ຽມຢາມ​ຫລາຍໆ​ຄອບຄົວ​ອົບ​ພະຍົບ ​ແລະ​ຄລີ​ນິກ​ກາງແຈ້ງ​ແຫ່ງ​ນື່ງ ຢູ່​ໃນ​ສູນ​ອົບ​ພະຍົບ MANIK FARM ​ໃນ​ວັນ​ເສົາ​ວານ​ນີ້. ສະຖານ​ທີ່​ດັ່ງກ່າວ​ເປັນ​ສູນ​ອົບ​ພະຍົບ​ແຫ່ງ​ທີ່​ໃຫຍ່​ທີ່​ສຸດ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ​ໂດຍ​ມີ​ອົບ​ພະຍົບອາ​ໃສ​ຢູ່​ປະມານ​ 2/3 ຂອງຈຳນວນ​ພວກ​ຫລົບ​ໄພ​ທັງ​ໝົດ ​ເກືອບ​ສາມ​ແສນ​ຄົນ ຈາກ​ການ​ສູ້​ລົບ​ກັນ​ລະ​ວ່າງທະຫານຝ່າຍລັດຖະບານ​ ກັບ​ພວກ​ກະບົດ​ເສືອ​ທະມິນ.

ການ​ແຕກ​ຕື່ນ​ຢຽບ​ກັນ​ຕາຍ​ທີ່ໂມຣອ໊ກ​ໂກ: ທາງ​ການ​ຕຳ​ຫລວດ​ໂມຣອ໊ກ​ໂກ​ກ່າວ​ວ່າ ໄດ້​ເກີດເຫດການ ປະຊາຊົນ​ຫລາຍ​ພັນ​ຄົນ​ ແຕກ​ຕື່ນແລ່ນ​ຢຽບ​ກັນ​ໃນງານ​ສະ​ແດງ​ດົນຕຣີ​ໃນ​ເມືອງ​ຫລວງ Rabat ທີ່​ຍັງ​ຜົນ​ໃຫ້​ຜູ້​ເຂົ້າຊົມ​ ເສຍ​ຊີວິດ​ຢ່າງ​ໜ້ອຍ 11 ຄົນ​ແລະ​ບາດ​ເຈັບ​ອີກ 30 ຄົນ. ທາງ​ການ​ໂມຣອ໊ກ​ໂກ​ກ່າວ​ວ່າ ​ໃນ​ຈຳນວນພວກ​ທີ່​ເສຍ​ຊີວິດ​ ຫລັງ​ຈາກງານສະ​ແດງ​ດົນ​ຕຣີ​ໃນ​ແລງ​ວັນ​ເສົາ​ວານ​ນີ້ ມີ​ແມ່ຍິງ​ຫ້າ​ຄົນ ຜູ້​ຊາຍ​ສີ່​ຄົນ ​ແລະ​ເດັກນ້ອຍ​ສອງ​ຄົນ. ທາງ​ການ​ກ່າວ​ຕື່ມ​ວ່າ ​ຜູ້​ຄົນພາກັນ​ອັ່ງ​ອໍ​ກັນ​ຢ່າງ​ໜາ​ແໜ້ນ ຈົນເຮັດ​ໃຫ້ຮົ້ວ​ກັ້ນໃນ​ສະຖານ​ທີ່​ສະ​ແດງ​ດົນ​ຕຣີ​ພັງ​ລົງ​ມາ​ ຊຶ່ງ​ປະມານ​ວ່າ ມີ​ຄົນ 70 ພັນ​ຄົນ​ເຂົ້າຊົມງານ​ສະ​ແດງ​ດົນຕຣີ ຂອງ​ນາຍ Abdelaziz Stati ນັກ​ສິລະ​ປິນຊາວ​ໂມຣອ໊ກ​ໂກທີ່​ມີ​ຊື່​ສຽງ ທີ່​ສະນາມ​ກີລາ Hay Nahda. ສາ​ເຫດ​ທີ່​ພາ​ໃຫ້ເກີດ​ພວກ​ຄົນ​ແຕກ​ຕື່ນ​ຄັ້ງ​ນີ້​ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ.

ມຽນມ້າ: ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊາ​ນ ຊູ​ຈີ ຜູ້ນຳຝ່າຍຄ້ານ​ໃນ​ມຽນມ້າ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຈະ​ເລີ່​ມສະ​ເນີ​ການ​ແກ້ຄະດີໃຫ້ທ່ານ​ນາງ​ໃນອາທິດ​ນີ້. ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ໄດ້​ຮັບ​ລາງວັນ​ໂນແບ​ລ ຂະ​ແນ​ງສັນຕິພາບ ໄດ້ໃຫ້ການ​ຕໍ່​ສານ​ວ່າ​ຕົນ​ບໍ່​ໄດ້​ກະທຳ​ຜິດ​ໃດໆ​ໃນ​ຂໍ້​ຫາ​ທີ່​ວ່າ​ ທ່ານ​ນາງ​ໄດ້ຝ່າຝືນເງື່ອນ​ໄຂ​ຕ່າງໆ​ຂອງ​ການ​ກັກ​ບໍລິ​ເວນ​ນັ້ນ. ຂໍ້​ກ່າວ​ຫາ​ຕ່າງໆ ຊື່​ງທາງ​ການ​ສານ​ຂອງ​ມຽນມາໄດ້​ຮັບ​ເອົາຢ່າງ​ເປັນ​ທາງ​ການ​ໃນ​ມື້​ວັນ​ສຸກ​ຜ່ານ​ມານັ້ນ ​ແມ່ນ​ສືບ​ເນື່ອງ​ມາ ຈາກ​ເຫດການ​ເມື່ອ​ຕົ້ນ​ເດືອນ​ນີ້ ທີ່​ມີ​ຊາວ​ອາ​ເມ​ລິ​ກັນ​ຄົນ​ນຶ່ງ ​ລອຍນ້ຳເຂົ້າໄປ​ຫາ​ ທີ່​ພັກ​ຂອງ​ທ່າ​ນນາງ ຢູ່ແຄມທະ​ເລ​ສາບ ​ແລະ​ໄດ້​ອາ​ໃສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສອງ​ມື້. ​ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ກ່າວວ່າ ທ່ານ​ນາງ​ ກໍໄດ້​ບອກ​ໃຫ້​ຊາຍ​ຄົນ​ນັ້ນ​ ໜີ​ອອກໄ​ປ ​ແຕ່ ຜູ້ກ່ຽວ​ມີ​ຮ່າງກາຍ​ອ່ອນ​ເພຍ​ຫລາຍ ແລະ​ບໍ່​ສາມາດ​ທີ່​ຈະ​ລອຍນ້ຳກັບ​ຄືນ​ໄດ້. ການ​ດຳ​ເນີນ​ຄະດີຂອງ​ທ່ານ​ນາງ​ໃນ​ຄັ້ງ​ນີ້ ​ໄດ້​ເຮັດ​ໃຫ້​ນາໆ​ຊາດປະນາມ​ວ່າ ​ເປັນ​ການ​ກະທຳ​ທີ່​ຮຸນ​ແຮງ​ເກີນ​ໄປ ​ແລະ​ຮຽກຮ້ອງໃຫ້​ປ່ອຍ​ຕົວ​ທ່ານ​ນາງ​ໃນ​ທັນທີ.

ມົງ​ໂກ​ເລຍ: ປະ​ຊາ​ຊົນ​ໃນ​ປະ​ເທດ​ມົງ​ໂກ​ເລຍ ພາກັນ​ໄປ​ປ່ອນ​ບັດ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ເລືອກ​ເອົາ​ປະທາ ນາທິບໍດີ​ຄົນ​ໃໝ່ ຊື່​ງ​ເປັນ​ການ​ແຂ່ງຂັນ​ກັນໃນລະ​ວ່າງປະທານາທິບໍດີ​ທີ່​ກຳລັງ​ຈະ​ພົ້ນຈາກ​ຕຳ​ແໜ່​ງ ທ່ານ Nambaryn Enkhbayar ຈາກ​ພັກ​ປະຕິວັດ​ປະຊາຊົນ​ມົງ​ໂກ​ເລຍ​ຂອງລັດຖະບານ​ຊຸດ​ປັດ​ຈຸ​ບັນ ກັບ​ຜູ້ນຳ​ຝ່າຍ​ຄ້ານ ທ່ານ Tsakhia Elbegdorj ຈາກ​ພັກ​ປະຊາທິປັດ. ທ່ານ Elbegdorj ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ວ່າ ຈະ​ປັບປຸງ​ເສດຖະກິດ​ຂອງ​ຊາດ​ໃຫ້​ດີ​ຂື້ນ ​ໂດຍ​ການພັດທະນາ​ພາກສ່ວນ​ບໍ່​ແຮ່ ​ແລະ​ເຂດ​ຊົນນະບົດ ພ້ອມ​ທັງ​ຈະ​ຫລຸດຜ່ອນ ຄວາມທຸກ​ຈົນ​ຂອງ​ປະ ຊາຊົນ ​ແລະ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ. ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ອີກ​ວ່າ ​ຈະ​ຮັປປະກັນ​ໃຫ້​ຊາວ​ມົງ​ໂກ​ເລຍ​ທຸກຖ້ວນໜ້າ ​ໄດ້ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ຊັບ​ພະ​ກອນ​ທຳ​ມະ​ຊາດ ອັນ​ມະຫາສານ​ຂອງ​ປະ​ເທດ. ມົງ​ໂກ​ເລ​ຍ​ເປັນ​ປະ​ເທດ ທີ່​ອຸດົມສົມບູນ​ໄປ​ດ້ວຍບໍ່​ແຮ່ ອັນ​ມີ​ໂຮມ​ທັງ ທອງ​ແດງ ຄຳ ທາດ​ຢູ​ເຣນຽມ ກົ່ວ ​ແລະ​ ສັງກະສີ. ຢ່າງ​ໃດ​ກໍ​ຕາມ ຜົນ​ການ​ສຳ​ຫລວດຫາງ​ສຽງປະຊາຊົນ​ກ່ອນ​ການ​ເລືອກ​ຕັ້ງ ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີ ENKHBAYAR ມີ​ຄະ​ແນນ ນຳ​ໜ້າ​ໜ້ອຍ​ນື່ງ. ປະຊາຊົນມົງ​ໂກ​ເລຍ ​ເລືອກ​ເອົາປະທານາທິບໍດີ ທຸກໆ ​4 ປີ.

ເນ​ປາລ: ສະພາ​ແຫ່ງ​ຊາດ​ຂອງ​ເນ​ປາລ ​ໄດ້​ເລືອກ​ເອົາ​ຜູ້ນຳ​ຄອມ​ມິ​ວນິສຕ໌ຫົວ​ປານ​ກາງ ​ໃຫ້​ເປັນ​ນາຍົກລັດ ຖະມຸນຕີຂອງ​ປະ​ເທດ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຍຸຕິ​ຄວາມ​ປັ່ນ​ປ່ວນ ​ທາງ​ການ​ເມືອງ ທີ່​ດຳ​ເນີນ​ມາ​ເປັນ​ເວລາຫລາຍ​ອາທິດ​ແລ້ວນັ້ນ. ທ່ານ Madhav Kumar Nepal ​ໄດ້​ຖືກ​ເລືອກ​ເອົາ​ຢ່າງ​ບໍ່​ມີ​ຄູ່ແຂ່ງ ​ໃນ​ການ​ລົງ​ຄະ​ແນນ​ສຽງໃນ​ວັນ​ເສົາ​ວານ​ນີ້ ທີ່​ນະຄອນຫລວງ​ກັດມັນ​ດູ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກເກີດ​ເຫດ​ການວາງລະ​ເບີດຢູ່​ໂບດ​ແຫ່ງ​ນື່ງ ທາງ​ທິດ​ໃຕ້​ຂອງ​ເມືອງ​ຫລວງ ​ເຮັດ​ໃຫ້​ສອງ​ຄົນ​ເສຍ​ຊີວິດ. ທ່ານ​ເນ​ປາລ ​ເປັນ​ຫົວໜ້າ​ພັກ​ຄອມມິ​ວນິສຕ໌/ສາມັກຄີ Marx-Lenin ຂອງ​ເນ​ປາລ. ທ່ານ​ຈະ​ຂື້ນ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມຸນຕີແທນ​ທ່ານ Pushpa Kamal Dahal​ ຫລື​ທີ່​ເອີ້ນ​ກັນ​ສັ້ນໆ​ວ່າ ທ່ານ Prachanda ຫົວໜ້າ​ພັກ​ທີ່​ນິຍົມ​ລັດທິ​ເໝົາ​ເຈີ​ຕຸ​ງທີ່​ໄດ້​ລາ​ອອກ​ໃນ​ເດືອນນີ້ ​ໃນ​ການ​ຜິດ​ຖຽງ​ກັນ​ກັບ​ປະທານາ​ທິບໍດີ​ຂອງ​ເນ​ປາລ.


ຟັງສຽງພາສາລາວໄດ້ ໂດຍຄລິກ ຢູ່ປຸ່ມທາງເທິງຂວາມື

XS
SM
MD
LG