ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

Thailand-Laos to Discuss Hmong Issue


ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ໄທ​ຢືນຢັນ​ວ່າ ຍັງ​ຈະ​ຕ້ອງ​ມີ​ການ​ປຶກສາ​ຫາ​ລື​ກັບ​ຝ່າຍ​ຄວາມໝັ້ນຄົງ​ຂອງ​ໄທ​ ​ແລະທາງ​ການ​ລາວ​ກ່ຽວກັບແນວ​ທາງ​ປະຕິບັດ​ຕໍ່ຊາວ​ມົ້ງ 158 ຄົນ ​ຢູ່ໜອງຄາຍ ​ໃນ​ຂະນະ​ທີ່​ທາ​ງ ການ​ລາວ​ນັ້ນກໍ​ຢືນຢັນ​ວ່າ ຈະ​ຕ້ອງ​ສົ່ງ​ຊາວ​ມົ້ງກັບ​ຄືນ​ປະ​ເທດ​ລາວ​ເທົ່າ​ນັ້ນ.

"ຄືມັນອາດຈະ​ມີ​ການ​ສັບສົນ​ ໃນ​ຕົວ​ຜົມ​ເອງເພາະ​ອາດ​ຈະ​ພູດ​ອະ​ໄຣທີ່​ມັນ​ໄມ້​ຊັດ ນະຄຣັບ ຄື​ແຍກ​ມົ້ງ​ອອກເປັນສອງ​ສ່ວນດ້ວຍກັນ ຄື 5.000 ທີ່​ເພັດ​ສະ​ບູນກໍ​ທະຍອຍ​ສົ່ງ​ອອກ​ໄປ​ເລື້ອຍໆ, ອັນ​ນີ້ກໍ​ກັບໄປ​ຖິ່ນ​ຖານ​ເດີມ. ສ່ວນ 156 ຄົນ ບວກ​ເດັກ​ອີກ 6 ຄົນນັ້ນນະ​ຫະ ທາງ​ຝ່າຍ​ລາວ​ຂໍ​ ຄື​ວ່າ​ຢ່າງ​ນ້ອຍຂໍ​ໃຫ້​ສົ່ງ​ກັບ​ໄປ​ທີ່​ນັ້ນກ່ອນ​ແລ້ວ​ອອກ​ພາດ​ສພອດ​ໃຫ້ ​ແລ້ວ​ກໍ​ເຂົາ​ຈະ​ໄດ້​ຂໍ​ໄປ resettlement ໃນ​ປະ​ເທດ​ທີ່ສາມ. ແຕ່​ວ່າປະ​ເທດ​ທີ່​ຈະຣັບນີ້ ຈະ​ເປັນ​ຢູຣົບ ຫລື ອາ​ເມ​ຣິ​ກາ ເຂົາກໍ​ຢາກ​ໃຫ້​ສົ່ງ​ຕຣົງຈາກປະ​ເທດ​ໄທ, ​ເລື້ອງມັນກໍ​ຍັງ​ໄມ້​ມີ​ຂໍ້​ຢຸດຕິ. ອັນ​ນີ້ຕ້ອງ​ຂໍຫາລືກັບ​ໜ່ວຍ​ງານຕ່າງໆຢູ່ ​ເພາະວ່າ ມັນ​ໄມ່​ໄຊ້ເປັນ​ກະ​ຊວງ​ຕ່າງປະ​ເທດ​ໂດຍ​ເອກະ​ເທດ ມັນ​ເປັນ​ຢູ່​ໃນ​ກອບ​ຂອງ ສ.​ມ.ຊ. ​ເປັນ​ສຳຄັນ, ​ແລ້ວ​ກໍ ​ເຣົາ​ຕ້ອງ​ຟັງ​ລັດຖະບານ​ລາວ ​ເຂົາ​ເປັນ​ເຈົ້າຂອງ​ຄົນ​ຂອງເຂົາ ​ເປັນ​ສຳຄັນ."

ນີ້ກໍ ​ແມ່ນ​ການ​ຖະ​ແຫລ​ງ​ໂດຍ​ ທ່ານ ກະສິດ ພິຣົມ ລັດຖະມົນ ຕີວ່າການ​ຕ່າງປະ​ເທດ​ຂອງ​ໄທ ຊຶ່ງ​ທ່ານ​ໄດ້​ໃຫ້ການ​ຍອມຮັບ​ວ່າ ການ​ຖະ​ແຫລ​ງຂອງ​ທ່ານ​ໃນ​ໄລຍະ​ກ່ອນໜ້ານີ້ ກ່ຽວກັບ​ແນວທາງ​ປະຕິບັດ​ຕໍ່ຊາວ​ມົ້ງຈຳນວນ 158 ຄົນ ທີ່​ຖືກ​ຄຸມ​ຂັງ​ຢູ່​ສຳນັກງານ​ຕຳຫລວດ​ກວດຄົນ​ເຂົ້າ​ເມືອງ​ປະຈຳ​ຈັງ​ຫວັດໜອງຄາຍ​ນັ້ນ ​ເປັນ​ການ​ໃຫ້​ຂໍ້​ມູນ​ທີ່​ບໍ່ມີ​ຄວາມ​ສົມບູນ​ເນື່ອງ​ຈາກ​ໄດ້​ຢືນຢັນ​ວ່າ​ ຊາວ​ມົ້ງທັງ 158 ຄົນ ດັ່ງກ່າວມີ​ສິດ​ທີ່​ຈະ​ຂໍ​ລີ້​ໄພ​ໄປ​ຢູ່​ໃນ​ປະ​ເທດ​ທີ່​ສາມ​ໄດ້​ນັ້ນ​ເອງ. ຫາກ​ແຕ່​ວ່າ ສຳລັບ​ການ​ຖະ​ແຫລ​ງ​ໃນ​ຄັ້ງຫລ້າ​ສຸດ​ນີ້ ທ່ານ​ ກະສິດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ທີ່​ທາງ​ການ​ໄທ​ຈະ​ດຳ​ເນີນ​ການ​ໃນ​ແນວທາງ​ໃດ​ຕໍ່ຊາວ​ມົ້ງທັງ 158 ຄົນ ດັ່ງກ່າວນີ້ ກໍ​ຍັງ​ຄົງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ປຶກສາ​ຫາລື​ຮ່ວມ​ກັນ​ກັບ​ສຳນັກງານ​ ຄວາມໝັ້ນຄົງ​ແຫ່ງ​ຊາດ​ໄທ ​ແລະ ທາງ​ການ​ລາວ​ເສຍ​ກ່ອນ ​ເນື່ອງ​ຈາກ​ວ່າ ​ເປັນ​ກໍລະນີ​ທີ່​ກະຊວງ​ການ​ຕ່າ​ງປະ​ເທດຂອງ​ໄທ ບໍ່ ສາມາດ​ທີ່​ຈະ​ຕັດສິນ​ໄດ້ ພຽງ​ແຕ່​ຝ່າຍ​ດຽວ ​ແລະ ຊາວ​ມົ້ງທັງ 158 ຄົນ ກໍ​ຍັງ​ເປັນ​ພົນລະ​ເມືອງ​ຂອງ​ລາວ​ອີກ​ດ້ວຍ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ກ່ຽວກັບ​ຊາວ​ມົ້ງ​ໃນ​ຈຳນວນ ຫ້າ​ພັນ​ກວ່າ​ຄົນ ທີ່​ຍັງ​ເຫລືອ​ຢູ່​ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ ບ້ານ​ ຫ້ວຍນໍ້າຂາວ​ນັ້ນ ທ່ານ​ກະສິດ ກໍ​ໄດ້​ຢືນຢັນ​ວ່າຍັງ​ຈະ​ມີ​ການ​ທະ ຍອຍ​ສົ່ງ​ກັບ​ຄືນ​ໄປ​ລາວ​ຕໍ່ໄປ ​ໂດຍ​ມີ​ເປົ້າໝາຍທີ່​ຈະ​ສົ່ງ​ກັບ​ຄືນ​ໄປ​ລາວ​ ໃຫ້​ໄດ້ທັງໝົດພາຍໃນທ້າຍປີນີ້.

ສ່ວນ​ທາງ​ດ້ານ ທ່ານ ທອງ​ລຸນ ສີສຸລິດ ຮອງ​ນາຍົກ​ລັດຖະມົນຕີ ​ແລະ ລັດຖະມົນ ຕີ ວ່າການ​ຕ່າງປະ​ເທດ​ຂອງ ລາວ​ນັ້ນ ກໍ​ໄດ້​ຢືນຢັນ​ວ່າ ຊາວ​ມົ້ງທຸກ​ຄົນ ທັງ​ທີ່ຢູ່ໜອງຄາຍ ​ແລະ ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ ຈະ​ຕ້ອງ​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ທັງໝົດ ຫລັງ​ຈາກ​ນັ້ນ ຈຶ່ງຈະ​ມີ​ການ​ພິ​ຈາລະ​ນາ​ເປັນ​ກໍລະນີ-ກໍລະນີ​ໄປວ່າ​ຈະ​ໄດ້​ຮັບ​ສິດ​ເດີນທາງ ​ໄປ​ຕັ້ງຖິ່ນ​ຖານ​ໃໝ່ຢູ່​ຕ່າ​ງປະ​ເທດ ຫລື ບໍ່, ດັ່ງທີ່ ທ່ານ ທອງ​ລຸນ ​ໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນໜຶ່ງວ່າ:

"ນະໂຍບາຍ​ຂອງສອງ​ລັດຖະບາຍ​ໄດ້​ຕົກລົງ​ກັນ​ນີ້ ມົ້ງ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ໃນຢູ່​ໄທໜີ້ ທາງ​ລາວ​ຍິນ​ດີ​ຈະ​ຮັບເອົາ​ໄປໝົດທຸກ​ຄົນ. ຄັນ​ຜູ້​ໃດ​ຢາກ​ໄປ​ປະ​ເທດ​ທີ່​ສາມ ຫລື​ວ່າ ​ປະ​ເທດ​ທີ່​ສາມຊິ​ມາ​ເອົາ ກໍ​ຂໍ​ໃຫ້ໄປ​ຄຸຍ​ກັນ​ກັບເມືອງລາວ ​ເພາະວ່າ​ອັນນີ້​ເປັນ​ຄົນ​ລາວ ກໍ​ທາງ​ລາວ​ເປັນ​ຜູ້​ ພິ​ຈາລະ​ນາ​ແຕ່​ລະລາຍ-ແຕ່​ລະລາຍ-ແຕ່​ລະລາຍ, ​ແຕ່​ວ່າ​ຍັງ​ບໍ່ທັນ​ມີ​ປະ​ເທດໃດ​ໄດ້ຕິດຕໍ່ມາ​ເປັນ​ລາຍ​ລັກ​ອັກສອນ ຫລື​ວ່າເປັນ​ທາ​ງການ."

ກ່ອນໜ້ານີ້ ທາງ​ການ ອັອສ​ເຕຣເລຍ, ນີວຊີ​ແລນ, ​ແຄນາ​ດາ ​ແລະ ສະຫະຣັດ​ອາ​ເມ​ຣິ​ກາ ​ໄດ້​ສະ​ແດງ​ຄວາມ​ຈຳ​ນົງ ທີ່​ຈະ​ຂໍ​ຮັບ​ເອົາ​ຊາວ​ມົ້ງບາງ​ສ່ວນ​ໃນ​ຈຳນວນ 158 ຄົນ ທີ່​ຖືກ​ຄຸມ​ຂັງ​ຢູ່ໃນ ສຳນັກງານ​ຕຳຫລວດກວດຄົນ​ເຂົ້າ​ເມືອງຈັງຫວັດໜອງຄາຍມາ​ແລ້ວ ຫາກ​ແຕ່​ວ່າ​ຈົນ​ເຖິງປະຈຸ​ບັນ ກໍ​ຍັງ​ຄົງ​ບໍ່ມີ​ຄວາມ​ຄືບໜ້າ​ເກີດ​ຂຶ້ນ​ແຕ່​ຢ່າງ​ໃດ ​ໂດຍ​ຊາວ​ມົ້ງກຸ່ມ​ນີ້ ​ໄດ້​ຖືກ​ທາງ​ການໄທຈັບ​ກຸມ​ຄຸມ​ຂັງ ນັບ​ຈາກ​ທ້າ​ຍປີ 2006 ​ເປັນຕົ້ນມາ​ຈົນເຖິງ​ປະຈຸ​ບັນ. ສຳລັບ​ສາ​ເຫດ​ທີ່​ເຮັດ​ໃຫ້​ບໍ່ມີ​ຄວາມ​ຄືບ ໜ້າ​ເກີດ​ຂຶ້ນ​ແຕ່​ຢ່າງ​ໃດ​ນັ້ນ ກໍ​ໄດ້ຮັບ​ການ​ຢືນຢັນ​ຈາກ​ທາ​ງຝ່າຍ​ສຳນັກງານ​ຂ້າ​ຫລວງ​ໃຫຍ່ ຜູ້​ລີ້​ໄພ​ແຫ່ງ​ອົງການ​ສະຫະ​ປະຊາ​ຊາດ ຫລື UNHCR ສຳນັກງານ​ປະຈຳ​ບາງກອກວ່າ ​ເປັນ​ຍ້ອນ​ບໍ່​ໄດ້​ຮັບ​ຄວາມ​ຮ່ວມ​ມື​ຈາກ​ທາງ​ການ​ຝ່າຍ​ໄທ.

ສ່ວນ​ກ່ຽວກັບ​ການ​ສົ່ງ​ຊາວ​ມົ້ງຈາກບ້ານ​ຫ້ວຍ​ນໍ້າຂາວ ​ກັບ​ຄືນ​ໄປ​ລາວ​ນັ້ນ ກໍ​ປະກົດ​ວ່າ​ທາງ​ ການ​ໄທ ​ໂດຍ​ກອງທັບ​ພາກ​ທີ່ສາມ ​ໄດ້​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປໃຫ້​ກັບ​ທາງ​ການ​ລາວ​ແລ້ວ 16 ຄັ້ງ ​ໂດຍ​ມີ​ຈຳນວນ​ຊາວ​ມົ້ງທີ່​ສົ່ງ​ກັບ​ຄື​ນ​ໄປລາວ​ລວມກັນ 2.884 ຄົນ ຊຶ່ງ​ທາງ​ການ​ໄທ​ກໍ​ຢືນຢັນ​ວ່າ ເປັນ​ການ​ສົ່ງ​ກັບ​ຄືນ​ໄປ​ລາວ ​ໂດຍ​ຊາວ​ມົ້ງທຸກ​ຄົນ​ສະໝັກ​ໃຈ​ທີ່​ຈະ​ເດີນທາງ​ກັບ​ຄືນ​ໄປ​ພູມລຳ​ເນົາ​ຂອງ​ພວກ​ຕົນ.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກໃນວັນທີ 19 ພຶດສະພາ 2009

XS
SM
MD
LG