ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Lao FM on Samantha Orobator’s Case


ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ລາວ ຢືນຢັນ​ວ່າ ນາງ ສາມານ​ທ້າ ​ໂອ​ໂຣບາ​ເທີ້ (Samantha Orobator) ຈະ​ຖືກ​ສົ່ງ​ໄປ​ຮັບ​ໂທ​ດ ຢູ່​ປະ​ເທດ​ອັງກິດ ຫລັງ​ຈາກ​ທີ່​ສານ​ປະຊາຊົນ​ລາວ​ໄດ້​ຕັດ​ສິນຄະ​ດີ​ແລ້ວ​ ​ແລະ ທາງ​ການ​ອັງກິດ ຈະ​ຕ້ອງ​ຂໍ​ຕົວ​ນັກ​ໂທດ​ຈາກ​ທາງ​ການ​ລາວ​ຕາ​ມຂັ້ນຕອນຕໍ່​ໄປອີກ​ດ້ວຍ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດຖະ ມົນຕີ ​ແລະ ລັດຖະ ມົນຕີວ່າການ​ຕ່າງປະ​ເທດ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ນາງ ສາມານ​ທ້າ ​ໂອ​ໂຣບາ​ເທີ້ ຜູ້​ຕ້ອງ​ຫາ​ຊາວ​ອັງກິດ​ທີ່​ຕົກ​ເປັນ​ຈຳ​ເລີຍໃນຄະ​ດີ​ພະຍະ​ຍາມ​ລັກລອບ​ ຂົນສົ່ງ​ເຮ່​ໂຣ​ອິນ​ນ້ຳຫນັກ 680 ກລາມ ຈາກ​ສະໜາມບິນວັດ​ໄຕ​ໄປ​ຕ່າງປະ​ເທດ ຊຶ່ງ​ຖືກ​ທາງ​ການ​ລາວ​ຈັບ​ກຸມ ​ແລະ ຄວບ​ຄຸມ​ຕົວ​ໄວ້​ດຳ​ເນີນ​ຄະ​ດີ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ​ປີ​ຫາຍ​ເປັນຕົ້ນມາ​ແລ້ວນັ້ນ ຈະ​ບໍ່ຖືກ​ຕັດສິນໂທດ​ຂັ້ນປະຫານ​ຊີວິດ​ຢ່າງ​ແນ່ນອນ ກັບ​ທັງ​ຍັງ​ຈະ​ຖືກ​ສົ່ງ​ຕົວ​ກັບ​ຄືນ​ໄປ​ຮັບ​ໂທດ​ຢູ່​ປະ​ເທດ​ອັງກິດ​ໃນ​ໄລຍະ ​ຕໍ່​ໄປ​ອີກ​ດ້ວຍ. ທັງ​ນີ້​ໂດຍ ທ່ານ ທອງ​ລຸນ ​ໄດ້​ໃຫ້ການ​ອະທິບາຍ​ວ່າ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ລາວ ຈະ​ບໍ່ສາມາດ​ແຊກ​ແຊງ​ການ ພິຈາລະ​ນາ ​ແລະ ການ​ຕັດສິນ​ຄະ​ດີ​ຄວາມ​ໂດຍສານ​ປະຊາຊົນ​ລາວ​ໄດ້​ກໍ​ຕາມ ຫາກ​ ແຕ່​ວ່າການ​ທີ່ ນາງ ສາມານ​ທ້າ ​ກຳລັງ​ຖືພາ​ຢູ່​ໃນ​ເວລາ​ນີ້ ກໍ​ຈະ​ໄດ້​ການ​ຍົກ​ເວັ້ນ​ໂທດ​ປະຫານ​ຊີວິດຕາມ​ກົດໝາຍອາຍາ​ຂອງ​ລາວ​ຢູ່​ແລ້ວ.

ນອກຈາກ​ນີ້ ທາງ​ການ​ລາວ ​ແລະ ອັງກິດ ກໍ​ໄດ້​ມີ​ການ​ລົງ​ນາມ​ຮ່ວມ​ກັນ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ໂອນ​ຕົວ​ນັກໂທດ ທີ່​ຖືກ​ຕັດສິນ​ໂທດ​ລະຫວ່າງ​ກັນຢ່າງ​ປະ​ທາງ​ການ​ແລ້ວ ກໍ​ຍັງ​ຈະ​ເຮັດ​ໃຫ້​ທາງ​ການ​ອັງກິດ ສາມາດ​ທີ່​ຈະ​ຂໍ​ຮ້ອງ​ໃຫ້​ທາງ​ການ​ລາວ​ໂອນ​ຕົວ ນາງ ສາມານ​ທ້າ ໄປ​ຮັບ​ໂທດ​ຢູ່​ປະ​ເທດ​ອັງກິດ​ໄດ້ ຫລັງ​ຈາກ​ທີ່​ສານ​ປະຊາຊົນ​ລາວ ຢູ່​ນະຄອນຫລວງ​ວຽງຈັນ ​ໄດ້​ຕັດສິນ​ໂທ​ດຂອງ​ ນາງ ສາມານ​ທ້າ ​ຢ່າງ​ເປັນ​ທາງ​ການ​ແລ້ວ​. ດັ່ງ​ທີ່ ທ່ານ ທອງ​ລຸນ ​ໄດ້​ໃຫ້ການຢືນຢັນ​ເພື່ອ​ອະທິບາຍ​ໃນ​ຕອນໜຶ່ງ ວ່າ:

"ຂ້າພະ​ເຈົ້າ​ໄດ້​ລົງ​ນານ​ໃນສົນທິສັນຍາ​ສົ່ງ​ນັກ​ໂທດ​ຊຶ່ງ​ກັນ ​ແລະ ກັນ​ຢູ່​ລອນ​ດອນຫວ່າງ​ອາທິດ​ແລ້ວນີ້ ກັບທ່ານລັດຖະມົນຕີການ​ຕ່າງປະ​ເທດ​ຂອງ​ອັງກິດ​ແລ້ວ ​ແລະ ພວກ​ເຮົາ​ຈະ​ປະຕິ​ດບັດ​ຕາມ​ສົນທິ​ສັນຍາ. ລັດຖະບານລາວ​ ກໍ​ມີ​ນະໂຍບາຍ​ມະນຸດສະທຳ​ ກົດໝາຍຂອງ​ລາວກ່ຽວກັບ​ເລື່ອງ​ນີ້ ກໍ​ມີ​ບົ່ງ​ໄວ້​ຢູ່​ໃນ​ມາດ​ຕາ​ທີ່​ວ່າ ຫ້າມ​ບໍ່​ໃຫ້​ລົງ​ໂທດ​ປະຫານ​ຊີວິດຜູ້ທີ່ຖືພາຢູ່. ດຽວນີ້ ກໍ​ຕ້ອງລໍຖ້າ​ສານ​ຕັດສິນ​ເສຍກ່ອນ ລັດຖະບານ​ກໍ​ບໍ່ ສາມາດ​ໄປ​ແຊກ​ແຊງເຂົ້າໃນກິດຈະການ​ຂອງ​ສານ​ໄດ້ ​ແຕ່​ວ່າ ລັດຖະທຳ​ມະນູນ ຫລືວ່າ ​ກົດໝາຍຂອງ​ລາວ​ກໍ​ມີ​ບົ່ງ​ໄວ້​ຢູ່ວ່າ ສານ​ກໍຕ້ອງ​ຕັດສິນໄປ​ດ້ວຍ​ຄວາ​ມ​ຍຸດຕິທຳ."

ຕາມ​ກົດໝາຍອາຍ​ຍາ​ຂອງ​ລາວ ​ໃນ​ສ່ວນ​ທີ່​ກ່ຽວກັບ​ຄວາມ​ຜິດ​ທີ່​ກ່ຽວຂ້ອງ​ກັບ​ຢາ​ເສບ​ຕິດ​ນັ້ນ ​ໄດ້​ກຳນົດ​ໄວ້​ວ່າ ບຸກຄົນທີ່​ມີເຮ່​ໂຣ​ອິນ​ໃນ​ຄອບຄອງ​ກືນ​ກວ່າ 500 ກລາມ ຂຶ້ນ​ໄປ​ນັ້ນ ຈະ​ຕ້ອງໄດ້​ຮັບ​ໂທດເຖິງ​ຂັ້ນປະຫານ​ຊີວິດ ຫາກ​ແຕ່​ວ່າ​ໃນ​ກົດໝາຍສະ​ບັບດຽວກັນນີ້ ກໍ​ໄດ້​ກຳນົດ​ໄວ້​ວ່າ ໂທດ ປະຫານຊີວິດຈະບໍ່​ໃຊ້​ກັບ​ແມ່ຍິງ​ທີ່​ຖື​ພາ. ​ເພາະສະນັ້ນ ​ເມື່ອ​ ນາງ ສາມານ​ທ້າ ກໍ​ເປັນ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ທີ່​ຖືພາ​ຢູ່​ໃນ​ປະຈຸ​ບັນນີ້ ຈຶ່ງ​ຈະໄດ້​ຮັບ​ການ​ຍົກ​ເວັ້ນ​ໂທ​ດປະຫານ​ຊີວິດ​ດ້ວຍ​ນັ້ນ​ເອງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ຂະນະ​ນີ້ ສານ​ປະຊາຊົນ​ລາວ​ຢູ່​ນະຄອນຫລວງ​ວຽງຈັນ ກໍ​ກຳລັງ​ຢູ່​ໃນ​ຂັ້ນຕອນ​ຂອງ​ການ​ດຳ​ເນີນ​ຄະ​ດີ​ຕໍ່ ນາງ ສາມານ​ທ້າ ​ແລະ ກໍ​ຍັງ​ບໍ່ມີ​ຄວາມ​ຊັດ​ເຈ​ນວ່າ ທາງ​ການ​ອັງກິດ ​ໄດ້​ສະ​ເໜີຂໍ​ຮັບ​ຕົວ​ ນາງ ສາມານ​ທ້າ ​ໄປ​ຮັບ​ໂທດ​ຢູ່​ປະ​ເທດ​ອັງກິດ ຕໍ່ທາງ​ການ​ລາວ​ແລ້ວ ຫລືບໍ່ ​ເນື່ອງ​ຈາກ​ວ່າ ຍັງ​ຈະຕ້ອງ​ລໍຖ້າ​ກາ​ຕັດສິນ​ຄະ​ດີ​ໂດຍສານ​ປະຊາຊົນ​ລາວ​ໃຫ້​ເຖິງ​ທີ່​ສຸດ​ກ່ອນນັ້ນ​ເອງ.

ສ່ວນ​ກ່ຽວກັບ​ການ​ຖືພາ​ຂອງ​ ນາງ ສາມານ​ທ້ານັ້ນ ກໍ​ຍັງ​ຄົງ​ບໍ່ມີ​ຄວາມ​ຊັດ​ເຈນ​ເຊັ່ນ​ກັນ ວ່າ​ນາງ​ໄດ້​ຖືພາ​ກ່ອນ ຫລື ຫລັງ​ຈາກ​ທີ່​ຖືກ​ທາງ​ການ​ລາວ​ໄດ້​ຈັດ​ກຸມ​ຕົວ​ໄວ້ ​ໂດຍ​ເຖິງ​ແມ່ນ​ວ່າ​ກ່ອນໜ້ານີ້ ທ່ານ ​ເຄນ​ທອງ ນວນ​ທະ​ສິງໂຄສົກ ກະຊວງການຕ່າງປະເທດຂອງລາວ ຈະ​ຢືນຢັນ​ວ່າ ​ເປັນ​ການ​ຖືພາ​ກ່ອນທີ່​ຈະ​ຖືກ​ຈັບກຸມ​ໄດ້​ກໍ​ຕາມ ຫາກ​ແຕ່​ວ່າ ສິ່ງ​ທີ່​ຈະ​ເປັນການ​ພິສູດ​ໄດ້​ດີ​ທີ່​ສຸດ​ນັ້ນ ກໍ​ຄື ຈົນ​ເຖິງ​ທຸກ​ມື້ນີ້ ນາງ ສາມານ​ທ້າ ​ໄດ້ຖືພາ​ໄດ້​ຈັກ​ເດືອນ​ແລ້ວ ຊຶ່ງ​ກໍລະນີ​ດັ່ງກ່າວ​ນີ້ ຍັງບໍ່ມີ​ຝ່າຍ​ໃດ​ໄດ້​ອອກ​ມາ​ໃຫ້​ຂໍ້​ມູນ​ຢ່າງ​ຈະ​ແຈ້ງ​ແຕ່​ຢ່າງ​ໃດ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 18 ພຶດສະພາ 2009

XS
SM
MD
LG