ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ADB: Laos' Economy to Grow at 5.5% this Year


ທະນາຄານ​ພັດທະນາ​ແຫ່ງເອ​ເຊຍ ຫລື ADB ຄາດໝາຍວ່າ ​ເສດ​ຖະ​ກິດ​ຂອງ​ລາວ​ໃນຕະຫລອດ​ປີ 2009 ນີ້ ຈະ​ຂະ​ຫຍາ​ຍຕົວ​ຫລົດ​ລົງ​ຢູ່​ລະດັບ 5.5% ​ໂດຍ​ຫລຸດ​ລົງ​ຈາກ​ປີ​ກາຍ​ເຖິງ 1.7%​ ​ເປັນ​ຢ່າງໜ້ອຍ ຊຶ່ງໄດ້ຮັບຜົນ​ກະທົບ​ໂດຍ​ກົງຈາກ​ບັນຫາ​ວິ​ກິດ​ການ ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກ, ສ່ວນ​ພາກ​ທຸລະ​ກິດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ​ໃນ​ລາວ​ນັ້ນ ກໍ​ຄື ພາ​ກ ການ​ສົ່ງ​ອອກ ​ແລະ ການ​ລົງທຶນ​ຈາກ​ຕ່າງປະ​ເທດ.

ທະນາຄານ​ພັດ​ທະນາ​ແຫ່ງ​ເອ​ເຊຍ ຫລື ADB ​ໄດ້​ສະ​ເໜີລາຍ​ງານ​ຄາດ​ການ​ທາງ​ເສດ​ຖະ​ກິດ​ໃນ​ສ່ວນ​ທີ່​ກ່ຽວຂ້ອງ​ກັບ​ບັນດາປະ​ເທດ​ລາວ​ປະຈໍາປີ 2009 ນີ້ ວ່າ ​ບັນຫາ​ວິ​ກິດ​ການ​ທາງ​ເສດຖະກິດ​ການ​ເງິນ​ໂລກ ທີ່​ຍັງ​ຄົງ​ບໍ່ມີ​ທ່າທີວ່າ ຈະ​ສາມາດ​ແກ້​ໄຂ ​ແລະ ຟື້ນຟູ​ໃຫ້​ກັບ​ຄືນ​ສູ່​ສະພາບ​ການ​ທີ່​ເປັນ​ປົກກະຕິ​ໄດ້​ໃນຫ​ມໍ່ໆນີ້ ຈະ​ສົ່ງ​ຜົນ​ກະທົບຕໍ່​ເສດຖະກິດ​ໂດຍ​ລວມ​ຂອງ​ລາວຢ່າງ​ຫລີກ​ລ້ຽງບໍ່​ໄດ້. ADB ​ໄດ້ຄາດວ່າ ​ເສດຖະກິດ​ຂອງ​ລາວ​ໃນ​ຕະຫລອດ​ປີ 2009 ຈະຂະຫຍາຍຕົວ​ເພີ້ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 5.5% ​ເທົ່າ​ນັ້ນ. ​ສຳລັບ​ໃນ​ປີ 2008 ທີ່​ຜ່ານ​ມານັ້ນ ADB ​ໄດ້​ລະບຸ​ວ່າ ​ເສດຖະກິດຂອງ​ລາວ​ມີ​ການ​ຂະຫຍາຍຕົວເ​ພີ້ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 7.2% ​ເມື່ອ​ທຽບ​ໃສ່​ກັບ​ປີ 2007 ​ຊຶ່ງ​ກໍໝາຍຄວາມ​ວ່າ ຖ້າ​ຫາກ​ເປັນ​ໄປ​ຕາມ​ຄາດ​ການ​ຂອງ ADB ຈິງ ກໍ​ຈະເຮັດ​ໃຫ້​ເສດຖະ​ກິດ​ຂອງ​ລາວ​ໃນ​ປີ 2009 ນີ້ ມີ​ການ​ຂະຫຍາຍຕົວ​ຫລຸດ​ລົງ​ຈາກ​ລະດັບ​ຂອງ​ປີ​ກາຍ​ຄຶດ​ເປັນ​ສັດ ສ່ວນ​ເຖິງ 1.7%.


ແຕ່​ວ່າ ການຄາດ​ການ​ດັ່ງກ່າວ​ຂອງ ADB ນັ້ນ ​ນັບ​ວ່າ ມີ​ຄວາມ​ແຕກ​ຕ່າງ​ກັນ​ກັບຄາດໝາຍຂອງ​ລັດ ຖະບານ​ລາວ​ໃນ​ໄລຍະ​ກ່ອນໜ້ານີ້ ຊຶ່ງໃນຂະນະທີ່ ADB ໄດ້ ລະບຸວ່າ ​ເສດຖະກິດ​ຂອງ​ລາວ​ ມີ​ການ​ຂະຫຍາຍຕົວ ເ​ພີ້ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 7.2% ​ເມື່ອ​ປີ​ກາຍ​ນັ້ນ ຫາກ​ແຕ່​ທາງ​ການ​ລາວ​ກັບ​ໄດ້​ລະບຸ​ວ່າ ​ເສດ​ຖະກິດ​ຂອງ​ລາວ​ມີ​ການ​ຂະຫຍາຍຕົວເ​ພີ້ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 7.9% ຊຶ່ງ​ຕໍ່າກວ່າ​ລະດັບ​ຄາດ ໝາຍພຽງ​ແຕ່ 0.1% ​ເທົ່າ​ນັ້ນ. ​ແລະ ສຳລັບ​ປີ 2009​ ນີ້​ ທາງ​ການ​ລາວ​ກໍ​ຍັງ​ເຊື່ອໝັ້ນ ວ່າ ​ເສດຖະກິດ​ຂອງ​ລາວຈະ​ມີ​ກາ​ນຂະຫຍາຍຕົວ​ເພີ້ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 7% ຫລື ຫລົດ​ລົງ​ຈາກ​ປີ​ກາຍພຽງ​ແຕ່​ບໍ່​ເກີນ 1% ​ເທົ່າ​ນັ້ນອີກ​ດ້ວຍ.​ ​ເຖິງ​ແມ່ນ​ວ່າ ການ​ປະ​ເມີນ​ສະຖາ ນະ​ການ​ທາງ​ເສດຖະກິດ​ຂອງ​ທາງ​ການ​ລາວ ​ແລະ ADB ຈະ​ມີ​ລະດັບ​ຄາດ ໝາຍທີ່​ແຕກ​ຕ່າງກັນ​ກໍ​ຕາມ ຫາກ​ແຕ່​ກໍ​ເປັນ​ທີ່​ຍອມຮັບ​ຮ່ວມ​ກັນ​ວ່າ ​ເສດຖະກິດ​ຂອງ​ລາວ ຈະ​ມີ​ການ​ຂະຫຍາຍ​ເຕີບໂຕ​ຫລົດ​ລົງ​ໃນ​ຕະຫລອດ​ປີນີ້ ​ແລະ ພາກ​ທຸລະ​ກິດທີ່ຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ ໜັກຫນ່ວງທີ່​ສຸດ​ນັ້ນ ກໍ​ຄື​ ພາກ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຍັງ​ຕ່າງປະ​ເທດ ​ແລະ ພາກ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ຢູ່​ໃນ​ລາວ. ທັງນີ້ ກໍເພາະ ວ່າ ການ​ຕົກຕໍ່າລົງ​ຂອງ​ເສຖະກິດໃນ​ຕ່າງປະ​ເທ​ດ ຍັງ​ຈະ​ສົ່ງ​ຜົນ ​ເຮັດ​ໃຫ້​ລະດັບ​ຄວາມຕ້ອງການ​ສິນຄ້າ​ຈາກ​ລາວ​ໃນ​ຕ່າງປະ​ເທດ​ນັ້ນ ຫລຸດ​ໜ້ອຍຖອຍ​ລົງ​ອີກ​ດ້ວຍ. ​

ກໍລະນີ​ຕົວຢ່າງ ທີ່ຊັດ​ເຈນ​ທີ່​ສຸດ ​ແລະ ກໍ​ໄດ້​ເກີດ​ຂຶ້ນ​ແລ້ວ​ໃນ​ເວລາ​ນີ້ກໍ​ຄື ການ​ຕົກ​ຕໍ່າລົງ​ຂອງ​ການ​ສົ່ງ​ອອກ​ສິນຄ້າ​ປະ​ເພດເສື້ອຜ້າ​ສຳ​ເລັດ​ຮູບ​ຂອງ​ລາວ​ໄປ​ຍັງ ​ສະຫະຣັດ​ອາ​ເມ​ຣິກາ, ສະຫະພາບ​ເອີ​ຣົບ ​ແລະ ພູມມີພາກ​ເອ​ເຊຍດ້ວຍ​ກັນ. ຊຶ່ງ​ສະຖານະ​ການ​ດັ່ງກ່າວ​ນີ້ ເຮັດ​ໃຫ້​ສະມາຄົມ​ອຸດສາ​ຫາ​ກຳ​ຕັດ​ຫຍິບ​ໃນ​ລາວ​ເອງ ຕ້ອງ​ມີ​ການ​ຮຽກຮ້ອງຂໍ​ຄວາມ​ຊ່ວຍ​ເຫລື​ອຈາກລັດຖະບານ​ລາວ​ເປັນ​ການ​ຮີບ​ດ່ວນ ​ເພື່ອ​ເຮັດ​ໃຫ້​ພວກ​ຕົນ ສາມາດ​ທີ່​ຈະ​ດຳ​ເນີນ​ທຸລະ​ກິດຢູ່​ຕໍ່​ໄປ​ໄດ້ ​ແລະ​ ກໍ​ຈະ​ບໍ່ຕ້ອງ​ມີ​ການ​ເຊົາ​ຈ້າງ​ຄົນງານ​ຢູ່​ໃນ​ລາວ ທີ່​ມີ​ຈຳນວນ​ຫລາຍ​ກວ່າ ສາມໝື່ນຄົນອີກ​ດ້ວຍ. ​ໂດຍ​ມາດ​ຕະການໜຶ່ງທີ່​ສຳຄັນ ທີ່​ທາງ​ສະມາຄົມ​ອຸດສາຫະກຳ​ຕັດ​ຫຍິບຂອງ​ລາວ ​ໄດ້​ຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ທາງ​ການ​ລາວ​ໃນ​ໄລຍະ​ສະ​ເພາະ ໜ້ານີ້ກໍ​ຄື ມາດ​ຕະການ​ທາງ​ດ້ານ​ພາສີ.

ສ່ວນ​ພາ​ກການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວ​ທີ່​ຈະຫລຸດ​ລົງ ​ແລະ ກໍ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ ໃສ່ ແຜນການຂອງ​ລັດ​ຖະ​ບານ​ລາວ​ດ້ວຍ​ນັ້ນ ກໍ​ຄື ພາກ​ພະລັງງານ​ໄຟຟ້າ​ທີ່​ລັດຖະບານ​ລາວ ຕ້ອງການ​ຈະ​ພັດ​ທະນາລາ​ວ ​ໃຫ້​ເປັນ​ປະ​ເທດ​ຜູ້​ສົ່ງ​ອອກ​ກະ​ແສ​ໄຟຟ້າ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ​ດ້ວຍ​ກັນ ທັງນີ້ກໍ​ເພາະວ່າ ບັນດາ​ບໍລິສັດ​ເອກະ​ຊົນ​ທີ່​ຈະ​ລົງທຶນ​ ກໍ່ສ້າງ ເ​ຄື່ອນ ຫລື ​ໂຄງ​ການ​ຜະຫລິດ​ກະ​ແສ​ໄຟຟ້າ​ໃນ​ລາວ​ນັ້ນ ຈົນ​ເຖິງ​ປະ​ຈຸບັນ ກໍ​ຍັງ​ຄົງ​ບໍ່ສາມາດ​ທີ່​ ຈະ​ຊອກ​ຫາ​ແຫລ່ງ ​ເງິນ​ທຶນ​ກູ້​ຢືມ​ໃນ​ຕ່າງປະ​ເທດ ເພື່ອນຳເອົາ​ມາ​ລົງທຶນ​ໃນ​ລາວ ​ເພື່ອກໍ່ສ້າງ​ຢ່າງ​ເປັນ​ຮູບ​ປະ​ທຳ​ໄດ້​ເລີຍ​.

ຊົງຣິດ ໂພນເງິນລາຍງານມາຈາກບາງກອກ ໃນວັນທີ 6 ເມສາ 2009

XS
SM
MD
LG